Breaking News

Keo Khounphachanh

ອຸ໋ຍ! ອ້າຍບ່າວສະຈວດຄົນນີ້ໜ້າຕາຄຸ້ນໆເນາະວ່າບໍ່! ເຄີຍເປັນດາຣາມາກ່ອນບໍ່ນີ້?

ສາວໆ ມື້ນີ້ແອັດຫຼົງເຂົ້າໄປເຫັນອ້າຍບ່າວສະຈວດຄົນໜຶ່ງຮູ້ສຶກວ່າໜ້າຕາຄຸ້ນຫຼາຍ ຈັກເຄີຍເຫັນຢູ່ໃສກະບໍ່ຮູ້ ແອັດກໍເລີຍອົດບໍ່ໄດ້ທີ່ຈະເຂົ້າໄປຊອກຄົ້ນປະຫວັດມາ ແລະ ນໍາສະເໜີໃຫ້ສາວໆໄດ້ຮູ້ກັນນໍາ ໃນທີ່ສຸດກໍໄດ້ໄປຮູ້ປະຫວັດມາຄ່າວໆວ່າ ອ້າຍບ່າວສະຈວດຄົນນີ້ກໍເປັນຄົນໜຶ່ງທີ່ວົນວຽນຢູ່ໃນວົງການບັນເທີງບ້ານເຮົານີ້ແຫຼະ ແຕ່ຄິດວ່າໜ້າທີ່ຫຼັກທີ່ເພິ່ນເຮັດຢູ່ນັ້ນອາດຈະຄ້ອນຂ້າງໜັກກໍເລີຍບໍ່ຄ່ອຍໄດ້ມີເວລາ ສ້າງສັນຜົນງານອອກມາໃຫ້ແຟນໆໄດ້ຕິດຕາມກັນຢ່າງຕໍ່ເນື່ອງພໍເທົ່າໃດ. ໂດຍຜົນງານທີ່ອ້າຍບ່າວຄົນນີ້ໄດ້ສ້າງໄວ້ ແລະ ເຊື່ອວ່າຫຼາຍຄົນຄົງຈະຈື່ບໍ່ລືມກັບເພງນີ້ ຄົນບໍ່ສໍາຄັນ ຂອງ ວົງ Tommy Master ທີ່ບ່າວທອນນີ້ ໄດ້ສະແດງເປັນພະເອກ ນອກຈາກນັ້ນ ທ້າວຍັງໄດ້ມີຜົນງານອີກຫຼາກຫຼາຍໃນວົງການບັນເທິງເຊັ່ນ: ສະແດງເລື່ອງສັ້ນ, ຖ່າຍແບບ, ເດີນແບບຕ່າງໆ ເອົາເປັນວ່າເສັ້ນຂອງແອັດກໍຍັງຄົງບໍ່ຕາຍ ແລະ ບ່າວທອນນີ້ ກໍຍັງບໍ່ໄດ້ຫາຍໄປໃສ ຍັງຄົງວົນວຽນຢູ່ໃນວົງການບັນເທິງຄືເກົ່າແຕ່ ໜ້າທີ່ກໍສໍາຄັນ ເຊິ່ງປັດຈຸບັນແມ່ນເຮັດວຽກເປັນສະຈວດຢູ່ສາຍການບິນ Lao skyway ເຖິງຈະບໍ່ຄ່ອຍໄດ້ເຫັນໃນວົງການບັນເທີງ ແຕ່ສາວໆກໍຍັງສາມາດຕິດຕາມທ້າວໄດ້ທາງ Facebook ຫຼື IG ສ່ວນຕົວໄດ້ເລີຍ. ເຈົ້າຊູ້ຫຼາຍ ດູດີ ຢາກເປັນຄົນໃນກໍາມື 555 ໄປກັບອ້າຍບໍ່ ນາຍແບບ ໄປເບິ່ງນໍາກັນບໍ່? ສົນໃຈໄປປູກຕົ້ນໄມ້ນໍາບໍ່? ໄປທ່ຽວກັນນນນ ເທ່ໆໆໆໆ …

Read More »

ເຂົ້າມາເບິ່ງກັນເລີຍສາວໆ! ເກີບຜ້າ+ຢີນ Idea ແຕ່ງຕົວຊິດໆ ແຕ່ງໄດ້ຕະຫຼອດປີຮັບຮອງບໍ່ມີ Out !!!

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທຸກໆຄົນ ມື້ນີ້ແອັດມີ Idea ແຕ່ງຕົວຊິດໆແບບເກ໋ໆ ແລະ ບໍ່ຕ້ອງຄິດຫຼາຍມາຕ້ອນສາວໆກັນ Item ສໍາຄັນກໍມີແຕ່ເກີບຜ້າ+ຢີນ ເຊິ່ງ 2 Item ນີ້ສາວໆເກືອບວ່າທຸກຄົນກໍມີຕິດຕູ້ເສື້ອຜ້າຢູ່ແລ້ວ ແມ່ນບໍ່? ແລະ ທີ່ເຮົາຮວບຮວມມາໃນມື້ນີ້ ສາວໆສາມາດແຕ່ງຕາມໄດ້ເລີຍ ແຖມບໍ່ຕ້ອງເປືອງເງິນໄປຊື້ເສື້ອຜ້າເພີ່ມຢ່າງແນ່ນອນ 😛 ເອົາພຽງແຕ່ທີ່ມີຢູ່ມາໃສ່ແບບ Mix and Mach ກັນກໍພໍແລ້ວ ຮັບຮອງວ່າເກີດ ຮັບຮອງວ່າລອດທຸກ Look ທຸກ Style ມາໆ ນໍາມາເບິ່ງພ້ອມກັນເລີຍ! ໃສ່ຢີນກິນນີ່ຂາຍາວກັບສາຍດ່ຽວ ນາງເອກຄືເກີບຜ້າໃບສີຂາວ! ພັບຂາສົ້ງນິສໜຶ່ງແບບນີ້ກະໄດ້ ແຖມເສື້ອຄຸມຢີນອີກກໍຍັງໄດ້ ຂາກະບອກຂາດເຂົ່າກັບຜ້າໃບສີຂາວ! ເຊີໆແຕ່ໜ້າຮັກກ ເກີບຜ້າ Adidas ຄູ່ໃຈໃສ່ໄດ້ທຸກມື້! Look Street ໄວທີນເກ໋ໆ ຮັບຮອງບໍ່ມີທາງ Out ເລືຶອກຢີນສີເຂັ້ມຈັກໜ້ອຍ! ແຕ່ງຂາຂາດຈັກໜ້ອຍກະເລີ໋ດ ຄວງເກີບຜ້າ+ຢີນຂາຍາວທ່ຽວຍີ່ປຸ່ນກະໄດ້ເດີ້! ໃຜມີສົ້ງຢີນເຊີໆແບບນີ້ ເພິ່ມໝວກແກ໋ບເຂົ້າໄປແບບນີ້! ເທ່ລະເບີດເລີຍ …

Read More »

ຢາກແນະນໍາໃຫ້ຮູ້ຈັກກັບ! ບ່າວນ້ອຍໜ້າຕາດີນັກ Basketball ດາວລຸ່ງມາແຮງທີ່ສຸດໃນຕອນນີ້! ທັງເປັນນາຍແບບພ້ອມ!

Patrick Abraham ອາຍຸ 18 ປີ ລູກຊອດ ຫຼວງພະບາງ-ເຢຍມັນ ດາວລຸ່ງນັກ Basketball ທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ ດັງໄກຂ້າມປະເທດ ຈົນໄດ້ຮັບການຍ້ອງຍໍຈາກຕ່າງປະເທດ. Patrick ນັກ Basketball ປະຈໍາທີມແຂວງ ຫຼວງພະບາງ ແລະ ທິມຊາດລາວ ນອກຈາກນັ້ນຍັງດ້ວຍໜ້າຕາທີ່ມີຄວາມເຈົ້າຊູ້ຕັ້ງແຕ່ນ້ອຍ ຈົນໄດ້ເປັນ Presenter ໃຫ້ກັບກາເຟດາວນໍາອີກອີກ. ວ້າວໆໆ ດ້ວຍຄວາມເກັ່ງ ພ້ອມດ້ວຍຫຸ່ນ ແລະ ໜ້າຕາທີ່ບໍ່ເປັນຮອງໃຜ ຮັບຮອງວ່າສາວໆທີ່ໄດ້ເຫັນໜຸ່ມນ້ອຍຄົນນີ້ຕ້ອງຮ້ອງ ກຼີດດດດ ເປັນຊະນີແນ່ນອນ! ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ດັງໄກຂ້າມປະເທດ By: BeautyGuru ຮູບຈາກ: Facebook: Patrick Abraham

Read More »

ໃຜວ່າ! ຜູ້ຊາຍເຈົ້າທີ່ຊູ້ໜ້າຕາດີບໍ່ແມ່ນຜູ້ຊາຍແທ້!

Hi Happy Friday ສາວໆ ວັນສຸກກັນແລ້ວ ມື້ນີ້ກໍຂໍໃຫ້ເປັນວັນສຸກທີ່ສຸກສັນກັນເດີ້! ແລະ ເພື່ອເປັນການເພິ່ມຕຶ່ມຄວາມສຸກໃຫ້ອີກ ມື້ນີ້ BeautyGuru ກໍມີສິ່ງດີໆມາຕ້ອນກັນອີກແລ້ວ ແຕ່ວ່າຈະເປັນຫຍັງນັ້ນກໍໄປຕິດຕາມກັນເລີຍ! ສາວໆບໍ່ວ່າຍຸກໃດສະໄໝໃດ ໃຜໆກໍມັກຄວາມສວຍຄວາມງາມກັນໝົດ ແຕ່ຍຸກນີ້ສະໄໝນີ້ຄວາມສວຍຄວາມງາມນັ້ນມັນໄວ້ໃຈບໍ່ຄ່ອຍໄດ້ແລ້ວ ເພາະຜູ້ຊາຍບາງຄົນສຸດແສນຈະເຈົ້າຊູ້ເປັນທີ່ຫຼົງໄຫຼຂອງສາວໆແຕ່ກໍບໍ່ໄດ້ງາບກັນດອກເພາະເຂົາຫັນໄປກິນກັນເອງໝົດ ຈົນເຮັດໃຫ້ສາວໆນັ່ງເສຍອົກເສຍໃຈວ່າ ເປັນຫຍັງຜູ້ຊາຍທີ່ໜ້າຕາອ່າຍດີໜ້ອຍໜຶ່ງຈຶ່ງຫັນໄປເປັນເກ, ເປັນກະເທີຍ ກັນໝົດແລ້ວແມ່ຍິງຄືເຮົາໆເດໃຜຈະເອົາລະ! ແລະ ກໍພາກັນເໝົາລວມໄປວ່າຜູ້ຊາຍດີໆທີ່ໜ້າຕາດີໆບໍ່ແມ່ນຜູ້ຊາຍແທ້ດອກ! ອ້າວໆໆ ອັນນີ້ມັນກໍເປັນສິ່ງຫ້າມກັນບໍ່ໄດ້ເນາະຄວາມມັກຂອງໃຜລາວ ໃຜມັກຫຍັງກໍວ່າກັນໄປຕາມທີ່ສະບາຍໃຈ ແຕ່ສາວໆຢຸດເສຍໃຈໄປເລີຍ ເພາະມື້ນີ້ແອັດໄດ້ນໍາເອົາບ່າວທີ່ແສນຈະເຈົ້າຊູ້ເປັນເຖິງສະຈວດຢູ່ສາຍການບິນ Laos Air lines ແຕ່ໝັ້ນໃຈໄດ້ເລີຍວ່າບ່າວຄົນນີ້ເປັນຜູ້ຊາຍແທ້ໆ ຮັບຮອງບໍ່ກິນກັນເອງຢ່າງແນ່ນອນຮັບປະກັນດ້ວຍກຽດຂອງ BeautyGuru ຄົນຜູ້ງາມໆໆໆ ຈົນຊອກບໍ່ເຫັນຄົນນີ້ເຈົ້າ. (ສະຫຼຸບອັນທີ່ເວົ້າມາຫຼາຍໆກະບໍ່ກ່ຽວກັບຂ່າວເລີຍ…ງົງ) ເອົາເປັນວ່າເຮົາໄປເບິ່ງໜ້າຕາຂອງລາວດີກວ່າວ່າຈະເຈົ້າຊູ້ຄືແອັດໂມ້ໄປບໍ່? ອ້າຍບ່າສະຈວດຄົນເຈົ້າຊູ້ ຍິ້ມໃຈລະລາຍ ອ່ອຍຍຍ ລວມພົນຄົນໜ້າຕາດີ 555 With team jah ກະກົດເງິນແລ້ວແຕ່ບໍ່ຮູ້ຈະໄປຫຼິ້ນໃສ? ຢູ່ໃສນີ້? ອາຊີບເສີມ ກາລັນຕີຄວາມເຈົ້າຊູ້ດ້າຍວາບນາຍແບບ. By: …

Read More »

ເກັ່ງຫຼາຍ! ນັກບິນ ສາວອິນເດຍສ້າງປະຫວັດສາດລະດັບໂລກ ເປັນແມ່ຍິງທີ່ອາຍຸນ້ອຍທີ່ສຸດໃນການເປັນກັບຕັນເຮືອບິນ…

ເກັ່ງຫຼາຍ! ແອນນີ ທິບພະຍາ ສາວ ອິນເດຍ ໄດ້ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດ ທີ່ໄດ້ເປັນກັບຕັນຂັບເຮືອບິນ ໂບອິ່ງ 777.  ໂດຍ ແອນນີ ໄດ້ເລີ່ມເຂົ້າໂຮງຮຽນການບິນຢູ່ ລັດອຸຕະຣະປະເທດ ຂອງອິນເດຍ ເມື່ອອາຍຸໄດ້ 17 ປີ ເຖິງແມ່ນວ່າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວກໍຕາມ, ແຕ່ນາງກໍໄດ້ຕັດສິນໃຈເລືອກເອົາອາຊີບນັກບິນ ຈຶ່ງໄດ້ໄປຮຽນຕໍ່ດ້ານການບິນຢູ່ ແອັດສະປາຍ ເມື່ອອາຍຸ 19 ປີ ແລະ ຈາກນັ້ນເມື່ອອາຍຸໄດ້ 21 ປີ ຈຶ່ງໄດ້ເດີນທາງໄປຮຽນຕໍ່ເພີ່ມເຕີມຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ເຊິ່ງນາງໄດ້ຮຽນຂັບເຮືອບິນໂບອິ່ງ 777 ເປັນຄັ້ງທຳອິດ ຈົນສາມາດກ້າວຂຶ້ນມາເປັນກັບຕັນ ແລະ ໄດ້ສ້າງປະຫວັດສາດໃນວົງການການບິນຂອງໂລກ. ຖືວ່າເປັນທີ່ໜ້າຍົກຍ້ອງຫຼາຍ ເຫັນບໍ່ສາວໆບໍ່ມີຫຍັງທີ່ແມ່ຍິງຄືເຮົາເຮັດບໍ່ໄດ້ ຂໍແຕ່ມີຄວາມຕັ້ງໃຈ ແອັດເຊື່ອວ່າແມ່ຍິງຍຸກໃໝ່ເຮັດໄດ້ທຸກໆຢ່າງ. ຂໍຂອບໃຈແຫຼ່ງຂ່າວ: Lao Post

Read More »