ຄໍາກໍເຕ້ຍ ສອງຄໍາກໍເຕ້ຍ! ຈະຢິບຈະຈັບຫຍັງມາໃສ່ກໍຕັນໄປໝົດ ບໍ່ງາມ ບໍ່ໝັ້ນໃຈເລີຍ! ສາວໆຕົວນ້ອຍຄົງເຄີຍພົບບັນຫາໃນເລື່ອງຂອງການເລືອກເສື້ອຜ້າຢູ່ເປັນປະຈໍາເຊັ່ນ: ອັນທີ່ມັກພັດໃສ່ບໍ່ໄດ້ ອັນທີ່ໃສ່ໄດ້ກໍເປັນໄຊ້ຂອງເດັກນ້ອຍ! ມື້ນີ້ ຂວັນເພື່ອນຮູ້ໃຈຂອງສາວທັນສະໄໝເລີຍຢາກຈະມາເອົາໃສສາວຕົວບາງ ຮ່າງນ້ອຍທີ່ຢາກແຕ່ງຕົວໃຫ້ເບິ່ງເປັນສາວແບບໝັ້ນໆ, ຈ່ອຍໆ, ສູງໆ ໂດຍບໍ່ຕ້ອງງໍ້ສົ້ນສູງ ແລະ ມຸມກ້ອງ ລອງໄປເບິ່ງກັນເລີຍວ່າວ່າຕ້ອງແຕ່ງແນວໃດແດ່?
- ແຕ່ງຢີນໝົດຕົວ ແຖມດ້ວຍເກີບຜ້າສີຂາວ
- ຢີນຂາສັ້ນກັບເສື້ອຢືດສີຂາວ ແຖມດ້ວຍຢີນຕົວຍາວເພີມຄວາມສູງ
- ໃສ່ແບບຮັດໄປເລີຍ ໃຫ້ເຫັນຫູ່ນບາງໆພຽວໆ
- ແບ້ວໆ ດ້ວຍກະໂປງຊົງ A ເຮັດໃຫ້ເບິ່ງຂາຍາວ ແລະ ສູງຂຶ້ນ
- ຫຼືຈະເປັນສະເກິດຍາວແຍກຂາຈັກໜ້ອຍ ເພື່ອໃຫ້ເບິ່ງເຫັນຍາວຂາວໆ
- ຢີນຂາສັ້ນກັບເສື້ອຄອບແອວ ເຮັດໃຫ້ເບິ່ງເຫັນແອວງາມ ແລະ ຂາຍາວ
- ຢີນສີຈາງກັບເສື້ຶອສີດໍາເຂັ້ມເຂົ້າກັນ ໃຜກໍຮູ້!!
- ໜ້າຮັກໃສໆຕ້ອງແບບນີ້ ສູງຂຶ້ນໄດ້ອີກ
- ລຽບໆ ແຕ່ກະສູງຂຶ້ນ ເອົາລະແມະ!
- ເສື້ອຕົວໃຫຍ່ກັບຢີນຮັດຮູບຂາດຂາ ເທ່ໆ ເຊີໆ ສູງໆ ເອົາບໍ່?
- ກັບອ້ຽມແບບຂາຍາວພັບຂາຈັກໜ້ອຍ ກໍຊ່ວຍໄດ້
- ອ້ຽມຂາສັ້ນບໍ່ໄດ້ເຮັດໃຫ້ຂາສັ້ນເຂົ້າເດີ່!!
- ອ້ຽມກະໂປງກະໂອໃດ໋ ເຫັນຂາຍາວຂຶ້ນຫຼາຍ
- ໃສ່ແບບຫຼວມໆທັງຕົວແບບນີ້ກະໜ້າຮັກໄປອີກ
- ຮັດຮູບໂຊຫູ່ນໄປເລີຍ ກັບຢີນຂາ 4 ສ່ວນ ຈະເຮັດໃຫ້ເບິ່ງຂາຍາວຂຶ້ນໄປຫຼາຍ!