Breaking News

ເມື່ອເກີດມາຕົ້ນທຶນຊີວິດບໍ່ເທົ່າຄົນອື່ນ ຢ່າໄປນ້ອຍໃຈໃຫ້ກັບໂຊກຊະຕາ ແຕ່ຈົ່ງລຸກຂຶ້ນມາສ້າງຄວາມປ່ຽນແປງໃຫ້ໄດ້ດ້ວຍຕົນເອງ… ວັນລີ ລັດຕະນະ (ບີ່)

ແບ່ງປັນ

ຄໍລໍາ: Chic Working Women

ສາວໆ! ຄົນເຮົາທຸກເກີດມາບໍ່ຈໍາເປັນຕ້ອງເກັ່ງ ແລະ Perfect ໃນທຸກເລື່ອງກໍໄດ້ ຂໍພຽງແຕ່ເລືອກຢ່າງໃດຢ່າງໜຶ່ງ ທີ່ຄິດວ່າມັກແລ້ວພະຍາຍາມເຮັດມັນອອກມາໃຫ້ດີທີ່ສຸດກໍພໍແລ້ວ! ເມື່ອຕົ້ນທຶນຂອງຊີວິດບໍ່ເທົ່າກັບຄົນອື່ນ ຢ່າຟ້າວໄປນ້ອຍໃຈໃຫ້ກັບໂຊກຊະຕາ ແຕ່ຈົ່ງລຸກຂຶ້ນມາສ້າງຄວາມປ່ຽນແປງໃຫ້ໄດ້ດ້ວຍຕົນເອງ ນີ້ຄືສິ່ງທີ່ສາວຄົນໜຶ່ງຢາກບອກທຸກຄົນ ວັນລີ ລັດຕະນະ (ບີ່) ເຮັດວຽກເປັນ ທີ່ປຶກສາ ດ້ານການພັດທະນາ ແລະ ສາທາລະນະສຸກ (International Development and Public Health Consultant) ອົງການ: Oxfam ເຊິ່ງກ່ອນທີ່ ບີ່ ຈະມາຢືນຢູ່ຈຸດນີ້ໄດ້ ມັນບໍ່ແມ່ນເລື່ອງງ່າຍເລີຍ ກໍຍ້ອນຕົ້ນທຶນຂອງຊີວິດຂອງນາງບໍ່ເທົ່າກັບຄົນອື່ນ ເລີຍຕ້ອງຊອກຫາທຸກຢ່າງ ແລະ ທຸກວິທີທາງເພື່ອໄປຫາຝັນດ້ວຍຕົນເອງ.

ສໍາລັບໃຜທີ່ຢາກອ່ານເລື່ອງລາວຂອງແມ່ຍິງຄົນເກັ່ງທີ່ຊື່ວ່າ ບີ່ ແບບເຕັມຮູບແບບ ສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ສິງຫາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

ແບ່ງປັນ