Breaking News

Keo Khounphachanh

ຮູ້ບໍ່!!! ນີ້ແມ່ນຊູດເຜົ່າໃດຂອງລາວ (ມີຄໍາຕອບ)

ຮູ້ບໍ່!! ນີ້ແມ່ນຊຸດຂອງເຜົ່າໃດ (ມີຄໍາຕອບ) ມາພົບກັນໃນມື້ສຸດທ້າຍຂອງການເຮັດວຽກໃນອາທິດນີ້ (ບາງຄົນເອີ້ນວັນເສົານ້ອຍ) ມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ຄົນເກົ່າຄົນເດີມ ເຊິ່ງວ່າມື້ນີ້ກໍມາພ້ອມກັບເລຶ່ອງລາວດີໆເຊັ່ນເກົ່າເຊັ່ນເຄີຍ ແລະ ຖ້າສາວໆຄົນໃດຢາກຮູ້ວ່າມື້ນີ້ມີຫັຍງມາຕ້ອນນັ້ນມາຕິດຕາມກັນເລີຍ!! ມື້ນີ້ມາພ້ອມກັບຊຸດສາວລາວທີ່ແປກຕາ ບາງຄົນອາດຈະບໍ່ເຄີຍເຫັນ ຫຼືເຄີຍເຫັນແຕ່ຍັງບໍ່ຮູ້ວ່ານີ້ແມ່ນຊຸດຂອງຊົນເຜົ່າໃດນັ້ນມື້ນີ້ BeautyGuru ມີຄໍາຕອບມາໃຫ້     ຊຸດທີ່ທ່ານເຫັນນັ້ນມັນແມ່ນຊຸດທີ່ເປັນເອກະລັກຂອງຊົນເຜົ່າໄຕເໝີ້ຍນັ້ນເອງ, ເຜົ່າໄຕເໝີ້ຍແມ່ນຊົນເຜົ່າໜຶ່ງທີ່ຂຶ້ນກັບຊົນເຜົ່າລາວໄຕ-ລາວລຸ່ມໜຶ່ງໃນສາມຊົນເຜົ່າໃຫຍ່ຂອງລາວທີ່ປະກອບດ້ວຍ ຊົນເຜົ່າລາວລຸ່ມ, ລາວສູງ ແລະ ລາວເທິງນັ້ນເອງ ເຜົ່າໄຕເໝີ້ຍນີ້ສ່ວນຫຼາຍຈະອາໄສຢູ່ທາງແຂວງບໍລິຄໍາໄຊ ເມຶອງຄໍາເກີດ (ຫຼັກຊາວ) ເປັນຕົ້ນ. ເປັນແນວໃດສາວໆແຕ່ລະຊຸດນັ້ນງາມແມ່ນບໍ່? ຖ້າສາວໆຢາກລອງໃສ່ເບິ່ງກໍບໍ່ຍາກເດີ້ພຽງແຕ່ສາວໆລອງໄປທ່ອງທ່ຽວທາງຫຼັກຊາວ ເມຶອງຄໍາເກີດເບິ່ງຊົນເຜົ່າໄຕເໝີ້ຍເຂົາຈະມີເຮຶອນບູຮານທີ່ເປັນເອກະລັກຂອງຊົນເຜົ່າໃຫ້ຊົມ ແຖມຍັງມີຊຸດເໝີ້ຍງາມໆໃຫ້ສາວໆໄດ້ລອງໃສ່ນໍາອີກ. ວ້າວ! ມັນດີຫຼາຍເລີຍລະມື້ໜ້າ BeautyGuru ກະຊິໄດ້ໄປລອງເບິ່ງຄືກັນລະ! By: BeautyGrru ເຄຼດິດຮູບຈາກ: Kid Studio Lao

Read More »

ສາວລາວລຸ່ມ, ລາວສູງ, ລາວເທິງ ໃຜຈະງາມກວ່າກັນ!!

ສະບາຍດີສາວໆຂັວນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ BeautyGuru ມາພ້ອມກັບຄວາມງາມບໍ່ແພ້ຊາດໃດຂອງແມ່ຍິງລາວທັງສາມຊົນເຜົ່າ ອັນນີ້ຄົງບໍ່ຕ້ອງບອກເນາະວ່າມີຊົນເຜົ່າຫັຍງແດ່ນັ້ນສາວໆຄົງຈະຮູ້ກັນຢູ່ແລ້ວ ເພາະວ່າໃນປະເທດລາວເຮົານັ້ນປະກອບດ້ວຍຫຼາຍຊົນຊາດຊົນເຜົ່າແຕ່ສະເພາະຊົນເຜົ່າໃຫຍ່ໆໃນລາວນັ້ນກໍມີພຽງສາມຊົນເຜົ່າເທົ່ານັ້ນຄື: ຊົນເຜົ່າທີໜຶ່ງກໍແມ່ນຊົນເຜົ່າລາວລຸ່ມ, ທີສອງຄືຊົນເຜົ່າລາວສູງ (ເຜົ່າມົ້ງ) ແລະ ທີສາມກໍແມ່ນຊົນເຜົ່າລາວເທິງນັ້ນເອງ (ວ່າຊິບໍ່ບອກແຕ່ກະເຜີບອກໄປແລ້ວ) ທັງສາມຊົນເຜົ່ານີ້ມີເອກະລັກວັດທະນະທໍາ, ວາດການດໍາລົງຊີວິດທີ່ແຕກຕ່າງກັນໃນເມຶ່ອກ່ອນ ແຕ່ມາຮອດປັດຈຸບັນນີ້ກໍເກຶອບວ່າແຍກບໍ່ອອກເລີຍ ເພາະຫຼາຍຊົນເຜົ່າໄດ້ມາດໍາລົງຊີວິດຢູ່ຮ່ວມກັນ, ມີຄວາມສາມັກຄີ, ຮັກແພງກັນຄືດັ່ງເປັນອ້າຍ, ເອຶ້ອຍ, ນ້ອງກັນແທ້ໆ ແຕ່ກໍຍັງມີເອກະລັກບາງຢ່າງທີ່ແຕກຕ່າງກັນກໍຄືການນຸ່ງຖືທີ່ເປັນເອກະລັກໃນຍາມບຸນປະເພນີຂອງໃຜມັນນັ້ນເອງ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຊຸດທີ່ເປັນເອກະລັກຂອງແຕ່ລະຊົນເຜົ່ານັ້ນມາໃຫ້ສາວໆໄດ້ເຫັນກັນ ແລະ ສ່ວນວ່າຊຸດຂອງແຕ່ລະຊົນເຜົ່ານັ້ນຈະງາມຂະໜາດໃດເຮົາໄປເບິ່ງພ້ອມກັນເລີຍ. ງາມສາວລາວລຸ່ມ ງາມສາວລາວສູງ (ສາວມົ້ງ) ງາມສາວລາວເທິງ ສາວລາວທັງສາມເຜົ່າງາມທີ່ສຸດເລີຍ ສະໄໝກ່ອນຍັງງາມ By: BeuatyGuru ເຄຼດິດຮູບຈາກ: ສາວໂພສ LaosPost ແລະ Google.com

Read More »

ຊຸດໄໝໃນແບບຂອງເຈົ້າ ເປັນແນວໃດ?

ຜ່ານພົ້ນໄປແລ້ວສໍາລັບ Valentine’s Day ແອດກໍຍັງຢູ່ຄທເກົ່າເຖິງຈະບໍ່ມີຄູ່ກໍຍັງລອດມາໄດ້ (ກະວ່າໄປຊັ້ນລະ) ຖ້າຈະເວົ້າໄປກໍບໍ່ມີປະໂຫຍດແລ້ວຜ່ານແລ້ວກະຜ່ານໄປມັນກະມີທຸກປີເປັນເລຶ່ອງທໍາມະດາໄປແລ້ວສາວໆບໍ່ຕ້ອງຄິດຫຍັງຫຼາຍກັບມັນດອກ ຖ້າສາວໆຮູ້ສຶກເບຶ່ອແນະນໍາໃຫ້ມາຕິດຕາມແອດດີກວ່າເພາະຮັບຮອງວ່າສາວໆຈະບໍ່ເບຶ່ອອີກຕໍ່ໄປ ເພາະມີແຕ່ເລຶ່ອງລາວດີໆມາຕ້ອນສາວໆກັນເປັນປະຈໍາກັນທຸກໆມື້ເລີຍ ແລະ ມື້ນີ້ກໍເຊັ່ນເກົ່າເຊັ່ນເຄີຍທີ່ມາພ້ອມກັບເລຶ່ອງດີໆ ສາວໆຄົງຮູ້ກັນດີວ່າຊຸດໄໝນັ້ນເປັນຊຸດປະຈໍາຊາດຂອງຄົນລາວເຮົາມາແຕ່ສະໄໝບູຮານ ແລ້ວສາວໆກໍຄົງຄິດວ່າ ການນຸ່ງຊຸດໄໝລາວເບິ່ງຄືສຸພາບ ຮຽບຮ້ອຍເນາະ ແຕ່ຖ້າສາວໆບໍ່ແມ່ນຄົນທີ່ຮຽບຮ້ອຍເດ້ສາວງໆຈະນຸ່ງແນວໃດໃຫ້ເຂົ້າກັບບຸກຄະລິກຂອງຕົວເອງ ມາເບິ່ງນີ້ກັນເລີຍເພາະປັດຈຸບັນການນຸ່ງຊຸດໄໝລາວບໍ່ແມ່ນແຕ່ຕ້ອງໄປຕັດສິ້ນ, ຕັດເສຶ້ອນຸ່ງເປັນຊຸດທີ່ເບິ່ງຮຽບຮ້ອຍຄືແຕ່ກ່ອນເພາະໄດ້ມີການປະຍຸກໃກ້ເຂົ້າກັບຍຸກສະໄໝ ສະນັ້ນຜ້າໄໝລາວຈຶ່ງມີຫຼາກຫຼາຍແບບໃຫ້ສາວໆໄດ້ເລຶອກໃສ່ໃຫ້ເຂົ້າກັບບຸກຄະລິກຂອງຕົນເອງເລີຍລະ ບໍ່ວ່າຈະເປັນຊຸດລາຕີຍາວ, ຊຸດກະໂປງຍາວ-ສັ້ນ, ເສຶ້ອໄໝປະຍຸກຫຼາກຫຼາຍແບບຕາມ ເຮົາລອງໄປເບິ່ງວ່າມີແບບໃດແດ່? ແລະ ແບບໃດຈະເໝາະກັບສາວຄົນໃດ? By: BeautyGuru ເຄຼດິດຮູບຈາກ: ສະເໜຜ້າໄໝລາວ

Read More »

ໃສ່ຊຸດຫຍັງດີມື້ນີ້…

Happy Valentine’s day ສາວຂວັນໃຈທັງຫຼາຍ ມື້ນີ້ເປັນມື້ແຫ່ງຄວາມຮັກ ເປັນມື້ທີ່ຄົນມີຄູ່ ມີແຟນທັງຫຼາຍບອກຮັກກັນ ແຕ່ບັນດາສາວໂສດທັງຫຼາຍເຖິງຈະບໍ່ມີແຟນແຕ່ເຮົາກໍສາມາດບອກຮັກໝູ່, ຮັກອ້າຍ, ເອຶ້ອຍ, ນ້ອງ, ພໍ່ແມ່, ບອກຮັກຕົວເອງເປັນສິ່ງທີ່ດີ, ແຕ່ມື້ນີ້ເນຶ່ອງຈາກເປັນມື້ແຫ່ງຄວາມຮັກ BeautyGuru ກໍເລີຍຢາກມາເອົາໃຈຄົນມີຄູ່ໜ້ອຍໜຶ່ງດ້ວຍການນໍາເອົາ…ເສຶ້ອຄູ່ງາມໆມາຕ້ອນບັນດາຄູ່ຮັກ ຫຼື ຄອບຄົວທັງຫຼາຍໃນມື້ແຫ່ງຄວາມຮັກນີ້. ຖ້າໃຜຍັງບໍ່ມີເສຶ້ອຄູ່ງາມໆແບບນີ້ໄປນຸ່ງມື້ແລງນີ້ກໍສາມາດເບິ່ງແບບແລ້ວຈູງມືຄູ່ ຫຼືຈະຊື້ມາເຊີໄພຼ້ແຟນກໍເຊຶ່ອວ່າຈະເຮັດໃຫ້ຄວາມຮັກຫວານຊື່ນຊື້ນຕຶ່ມແນ່ນອນລະຈ້າ ໄປເບິ່ງພ້ອມກັນເລີຍ   By: BeautyGuru ເຄຼດິດຮູບຈາກ: Google.com

Read More »

Valetine’day ແຊຣໄປໃຫ້ແຟນຮູ້ ວ່າຢາກໄດ້ຫຍັງເປັນຂອງຂວັນ

“Valentiane’day” ສາວໆຄົງຈື່ກັນໄດ້ດີສໍາລັບວັນແຫ່ງຄວາມຮັກນີ້ ແລະ ວັນນັ້ນກໍຄືມື້ອື່ນນັ້ນເອງ (ວ້າວ!!ເວລາຊ່າງໄວເຫຼຶອເກີນ) ເປັນວັນທີ່ວ່າກັນວ່າ: ຄູ່ຮັກທັງຫຼາຍສະແດງຄວາມຮັກຕໍ່ກັນ (ແຕ່ຄວາມຮັກສະແດງໄດ້ທຸກວັນຍິ່ງເປັນການດີ) ແຕ່ຄວາມຈິງແລ້ວ ການສະແດງຄວາມຮັກໃນມື້ນີ້ບໍ່ສະເພາະແຕ່ຄູ່ຮັກ ແຕ່ທຸກຄົນສາມາດສະແດງຄວາມຮັກກັບຄົນທີ່ຮັກໄດ້, ພວກເຮົາເຫຼົ່າສາວໂສດບໍ່ມີຄູ່, ບໍ່ມີແຟນກໍສາມາດສະແດງຄວາມຮັກນັ້ນໄດ້ເຊັ່ນກັນ ບໍ່ວ່າຈະສະແດງກັບຄອບຄົວ, ພໍ່ແມ່, ອ້າຍເອຶ້ອຍນ້ອງກໍຍິ່ງເປັນການດີ ແລະ ເນຶ່ອງໃນໂອກາດວັນແຫ່ງຄວາມຮັກນີ້ສໍາລັບສາວໆແລ້ວປາສະຈາກບໍ່ໄດ້ແມ່ນບໍ່ກັບຄໍາວ່າ “ຂອງຂວັນ” ເຖິງຈະບໍ່ເຄີຍໄດ້ແຕ່ກໍຍັງຝັນຢາກໄດ້ຢູ່ຫັ່ນລະຄິດໄວ້ວ່າອາດຈະມີຄົນມາເຊີໄພຼ້ກະຄິດກັນໄປ ແລະ ມື້ນີ້ BeautyGuru ກໍໄດ້ນໍາເອົາຂອງຂວັນສຸດພິເສດມາຕ້ອນສາວໆທີ່ອາດຈະບໍ່ມີໃຜໃຫ້ກັນໍາ ຫຼື ສາວໆຄົນໃດທີ່ມີແຟນກໍແຊຣໄປເລີຍໃຫ້ແຟນຮູ້ວ່າຢາກໄດ້ຫຍັງ? ເປັນຂອງຂວັນ ອາດຈະເປັຍນດອກໄມ້ຊໍ່ໃຫຍ່, ດອກໄມ້ຈັກດອກ, ຊໍ່ຊອ໋ອກໂກແລັດ, ຕຸກກະຕາໝີ ກໍວ່າກັນໄປເນາະ. ເຮົາລອງໄປເບິ່ງຂອງຂວັນ ແລະ ກໍຄິດເອົາໄວ້ເລີຍວ່າມື້ອື່ນນີ້ເຮົາຈະໄດ້ຫຍັງ?? By: BeautyGuru

Read More »