Breaking News

ຊຸດໄໝໃນແບບຂອງເຈົ້າ ເປັນແນວໃດ?

ແບ່ງປັນ

ຜ່ານພົ້ນໄປແລ້ວສໍາລັບ Valentine’s Day ແອດກໍຍັງຢູ່ຄທເກົ່າເຖິງຈະບໍ່ມີຄູ່ກໍຍັງລອດມາໄດ້ (ກະວ່າໄປຊັ້ນລະ) ຖ້າຈະເວົ້າໄປກໍບໍ່ມີປະໂຫຍດແລ້ວຜ່ານແລ້ວກະຜ່ານໄປມັນກະມີທຸກປີເປັນເລຶ່ອງທໍາມະດາໄປແລ້ວສາວໆບໍ່ຕ້ອງຄິດຫຍັງຫຼາຍກັບມັນດອກ ຖ້າສາວໆຮູ້ສຶກເບຶ່ອແນະນໍາໃຫ້ມາຕິດຕາມແອດດີກວ່າເພາະຮັບຮອງວ່າສາວໆຈະບໍ່ເບຶ່ອອີກຕໍ່ໄປ ເພາະມີແຕ່ເລຶ່ອງລາວດີໆມາຕ້ອນສາວໆກັນເປັນປະຈໍາກັນທຸກໆມື້ເລີຍ ແລະ ມື້ນີ້ກໍເຊັ່ນເກົ່າເຊັ່ນເຄີຍທີ່ມາພ້ອມກັບເລຶ່ອງດີໆ ສາວໆຄົງຮູ້ກັນດີວ່າຊຸດໄໝນັ້ນເປັນຊຸດປະຈໍາຊາດຂອງຄົນລາວເຮົາມາແຕ່ສະໄໝບູຮານ ແລ້ວສາວໆກໍຄົງຄິດວ່າ ການນຸ່ງຊຸດໄໝລາວເບິ່ງຄືສຸພາບ ຮຽບຮ້ອຍເນາະ ແຕ່ຖ້າສາວໆບໍ່ແມ່ນຄົນທີ່ຮຽບຮ້ອຍເດ້ສາວງໆຈະນຸ່ງແນວໃດໃຫ້ເຂົ້າກັບບຸກຄະລິກຂອງຕົວເອງ ມາເບິ່ງນີ້ກັນເລີຍເພາະປັດຈຸບັນການນຸ່ງຊຸດໄໝລາວບໍ່ແມ່ນແຕ່ຕ້ອງໄປຕັດສິ້ນ, ຕັດເສຶ້ອນຸ່ງເປັນຊຸດທີ່ເບິ່ງຮຽບຮ້ອຍຄືແຕ່ກ່ອນເພາະໄດ້ມີການປະຍຸກໃກ້ເຂົ້າກັບຍຸກສະໄໝ ສະນັ້ນຜ້າໄໝລາວຈຶ່ງມີຫຼາກຫຼາຍແບບໃຫ້ສາວໆໄດ້ເລຶອກໃສ່ໃຫ້ເຂົ້າກັບບຸກຄະລິກຂອງຕົນເອງເລີຍລະ ບໍ່ວ່າຈະເປັນຊຸດລາຕີຍາວ, ຊຸດກະໂປງຍາວ-ສັ້ນ, ເສຶ້ອໄໝປະຍຸກຫຼາກຫຼາຍແບບຕາມ ເຮົາລອງໄປເບິ່ງວ່າມີແບບໃດແດ່? ແລະ ແບບໃດຈະເໝາະກັບສາວຄົນໃດ?

By: BeautyGuru

ເຄຼດິດຮູບຈາກ: ສະເໜຜ້າໄໝລາວ

ແບ່ງປັນ