Breaking News

Keo Khounphachanh

ຢາກພົບຮັກແທ້ຕ້ອງຮູ້! 5 ຄວາມເຊື່ອກ່ຽວກັບ “ຄວາມຮັກທີ່ແທ້ຈິງ” ທີ່ແມ່ຍິງມັກເຂົ້າໃຈຜິດມາຕະຫຼອດ…

ຢາກພົບຮັກແທ້ຕ້ອງຮູ້! 5 ຄວາມເຊື່ອກ່ຽວກັບ “ຄວາມຮັກທີ່ແທ້ຈິງ” ທີ່ແມ່ຍິງມັກເຂົ້າໃຈຜິດມາຕະຫຼອດ ຫຼາຍໆຄົນພ້ອມຈະມີຮັກແທ້ກັບໃຜຈັກຄົນ ຂະນະດຽວກັນກໍຄອຍຖ້າຄົນທີ່ມີຮັກແທ້ຄືກັນກັບເຮົາ ເຖິງຈະຜິດຫວັງຊໍ້າແລ້ວຊໍ້າເລົ່າ ຈົນຫຼາຍໆຄັ້ງເລີ່ມໝົດຫວັງກັບການຕາມຫາຮັກແທ້ ໃນເມື່ອບໍ່ຮູ້ວ່າມັນມີຢູ່ຈິງບໍ່ ແລະຢູ່ໃສກັນແທ້ ໂດຍທີເຮົາບໍ່ເຄີຍຮູ້ເລີຍວ່າ ຍັງມີຄວາມເຂົ້າໃຈຜິດກ່ຽວກັບຮັກແທ້ຢູ່ອີກຫຼວງຫຼາຍ ເຊິ່ງເປັນຜົນເຮັດໃຫ້ເຮົາບໍ່ສາມາດຕາມຫາຮັກແທ້ເຈິນັ້ນເອງ. ມື້ນີ້ Kuanjai ຈະມາພາສາວໆ ໄປທໍາຄວາມເຂົ້າໃຈກັບຄໍາວ່າ ຮັກແທ້ ໃໝ່ວ່າ ຄວາມຈິງແລ້ວການທີ່ເຮົາຈະມີຮັກແທ້ນັ້ນ ຕ້ອງທໍາຄວາມເຂົ້າໃຈຫຍັງແດ່ ໄປເບິ່ງພ້ອມກັນເລີຍ… ບາງຄັ້ງຮັກແທ້ກໍບໍ່ກົງກັບສະເປັກ ບໍ່ແມ່ນວ່າຮັກແທ້ ຫຼືຄູ່ແທ້ທີ່ພົບນັ້ນ ຈະຕ້ອງກົງສະເປັກສະເໝີໄປ ສາວໆສ່ວນໃຫຍ່ມັກຄາດຫວັງຈະໄດ້ພົບຮັກແທ້ກັບພໍ່ເທບພະບຸດໃນນິຍາຍ ຫຼືຮູບເງົາຄື ຫຼໍ່ ລວຍ ມີຊາດຕະກຸນ ແລະມີໜ້າມີຕາໃນສັງຄົມ ແຕ່ໃນຄວາມເປັນຈິງຜູ້ຊາຍທີ່ພຽບພ້ອມ ຖ້າບໍ່ມີເຈົ້າຂອງເປັນແມ່ຍິງທີ່ມີຄວາມພຽບພ້ອມເທົ່າກັນ ກໍກາຍເປັນເກ້ງກວາງ ນາງຊະນີໄປໝົດ ເຮົາຈຶ່ງຄວນຕັ້ງສະເປັກໄວ້ໃຫ້ຄົນທໍາມະດາ ທໍາມະດາຄົນໜຶ່ງທີ່ມີຮັກແທ້ ຈະສາມາດເອື້ອມມືເຖິງເຮົາໄດ້ ແມ່ນຢູ່ທີ່ການມີຄົນຮັກທີ່ໜ້າຕາດີ ແລະມີເງິນນັ້ນ ຖືເປັນຄວາມພາກພູມໃຈ ແລະເປັນໜ້າເປັນຕາແກ່ເຮົາໃນມື້ນີ້ ແຕ່ໃນອານາຄົດຂ້າງໜ້າ ເຮົາຈະສາມາດຈັບມືລາວຍ່າງໄປໃຫ້ເຖິງມື້ສຸດທ້າຍຂອງລົມຫາຍໃຈໄດ້ ຫຼືບໍ່ ນັ້ນຄືສິ່ງທີ່ບໍ່ມີໃຜຮູ້ ຮັກແທ້ບໍ່ແມ່ນການຮັກຄົນທີ່ເຂົາຮັກເຮົາ ຫຼາຍຄົນເຂົ້າໃນວ່າການເລືອກຄົນທີ່ …

Read More »

ທໍາຄວາມຮູ້ຈັກກັບ! ກົດໝາຍແຮງງານ ວ່າດ້ວຍ “ມື້ພັກ” ສິດທິທີ່ຜູ້ອອກແຮງງານຄວນໄດ້ຮັບຈາກ ຜູ້ໃຊ້ແຮງງານ

ຖ້າຜູ້ອອກແຮງງານ ຫາກບໍ່ໄດ້ພັກວຽກປະຈຳປີ ອັນເນື່ອງມາຈາກເຫດຜົນ ຂອງຜູ້ໃຊ້ແຮງງານນັ້ນ ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມ ໃຫ້ຜູ້ອອກແຮງງານ ເທົ່າກັບ 100% ຂອງຄ່າແຮງງານປົກກະຕິ ຕາມຈຳນວນວັນທີ່ບໍ່ໄດ້ພັກ. ສະບາຍດີແຟນໆ ຄໍລຳ In Action ເຊັ່ນເຄີຍ ເລີ່ມເຂົ້າໜ້າຮ້ອນກັນແລ້ວໝູ່ເພື່ອນຫຼາຍຄົນຄົງຈະກຳລັງວາງແຜນພັກປະຈຳປີ ເພື່ອໄປທ່ອງທ່ຽວຢູ່ແມ່ນບໍ່? ມາໆ ບໍ່ລໍຊ້າ ເຮົາຈະມາບອກບາຍລະອຽດ ຂອງວັນພັກແຕ່ລະປະເພດ ທີ່ໄດ້ຖືກກ່າວໄວ້ໃນ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ 2014 ທັງໝົດ 5 ປະເພດດັ່ງນີ້: ວັນພັກປະຈຳອາທິດ: ຜູ້ອອກແຮງງານ ມີສິດໄດ້ພັກວຽກຢ່າງໜ້ອຍ ໜຶ່ງວັນ ຕໍ່ໜຶ່ງອາທິດ ຫຼື 4 ວັນ ຕໍ່ເດືອນ, ຈະເປັນວັນອາທິດ ຫຼື ວັນໃດ ວັນໜຶ່ງກໍໄດ້ ຕາມການຕົກລົງກັນ ລະຫວ່າງ ຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານ ວັນພັກທາງລັດຖະການ ແລະພັກບຸນປະເພນີ: ຜູ້ອອກແຮງງານມີສິດພັກວຽກ ໃນວັນພັດທາລັດຖະການ ໂດຍໄດ້ຮັບເງິນເດືອນ …

Read More »

 ເຊັກດ່ວນ!!! ກັບສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ!

ສາວໆຕ້ອງລະວັງ!  ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຈົ້າພຽງຄົນດຽວ ສາວໆເອີ້ຍ ເຮົາຢູ່ໃນຍຸກທີ່ການສື່ສານເປັນໄປໄດ້ຢ່າງງ່າຍ ແລະ ໄວວາຫຼາຍຂຶ້ນ ມີອຸປະກອນ ຫຼື application ຕ່າງໆເກີດຂຶ້ນຢ່າງຫຼວງຫຼາຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ເຮົາ ໄດ້ໃກ້ຊິດກັບຄົນທີ່ຢູ່ຫ່າງໄກກັນຫຼາຍຂຶ້ນ ຈຶ່ງບໍ່ແປກທີ່ເຮົາຈະຮູ້ສຶກວ່າດຽວນີ້ແມ່ນຫຍັງກໍງ່າຍໄປໝົດ ແມ່ນແຕ່ການທີ່ຊອກໝູ່ລົມໃນຍາມເຫງົາ ແຕ່ສາວໂສດທັງຫຼາຍເມື່ອລົມກັນໄປແລ້ວຮູ້ສຶກວ່າເຂົ້າກັນໄດ້ດີ ມັກເກີດມີຄວາມສົງໄສແມ່ນບໍ່ວ່າ ເຂົາລົມກັບເຮົາພຽງຄົນດຽວ ຫຼືບໍ່? ເຂົາຈະເຮັດແບບນີ້ ກັບຄົນອື່ນນຳຫຼືບໍ່? ມື້ນີ້ຂັວນໃຈຈະພາສາວໆໄປເຊັກສັນຍານອັນຕະລາຍ ທີ່ສາວໆສົງໄສມາໂດຍຕະຫຼອດ ໃຫ້ແລ້ວໃຈກັນໄປເລີຍ ກັບ 4 ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ ຕອບສັ້ນ ຕອບຊ້າ ຂ້າມມື້ ຂ້າມຄືນ ເຮົາພິມໄປຍາວຢຽດ ຈະຕອບກັບມາໃຫ້ຍາວໆຈັກໜ້ອຍກໍບໍ່ໄດ້ ປະເພດທີ່ຕອບກັບມາພຽງຄໍາດຽວເຊັ່ນ: ໂດຍ, ເຈົ້າ, ຫວາ, ອື່ ຕ່າງໆ ຫຼືຕອບຊ້າແບບຂ້າມມື້ຂ້າມຄືນ ຫຼືແມ່ນແຕ່ເຂົາແຊດມາເຮົາຕອບກັບໄປພາຍໃນ 2 ວິນາທີ ແຕ່ບໍ່ອ່ານ ແບບນີ້ຮູ້ໄດ້ເລີຍວ່າ ເຂົາກໍາລັງຕິດລົມກັບຄົນອື່ນຢູ່ ຈົນບໍ່ວ່າງທີ່ຈະຕອບເຮົາຢ່າງແນ່ນອນ ບໍ່ເປີດເຜີຍເລື່ອງສ່ວນຕົວກັບເຈົ້າ ການບໍ່ເປີດເຜີຍເລື່ອງສ່ວນຕົວໃຫ້ເຮົາຟັງ …

Read More »

ເຫດຜົນທີ່! ເຮັດໃຫ້ສາວໆຍັງຮູ້ສຶກເຈັບ ແລະ ຕັດແຟນເກົ່າອອກໄປຈາກໃຈບໍ່ໄດ້! ຮູ້ແລ້ວກໍປ່ຽນຊະ! ຈະໄດ້ບໍ່ຕ້ອງເຈັບອີກຕໍ່ໄປ…

ເຫດຜົນທີ່! ເຮັດໃຫ້ສາວໆຍັງຮູ້ສຶກເຈັບ ແລະ ຕັດແຟນເກົ່າອອກໄປຈາກໃຈບໍ່ໄດ້! ຮູ້ແລ້ວກໍປ່ຽນຊະ! ຈະໄດ້ບໍ່ຕ້ອງເຈັບອີກຕໍ່ໄປ… ການອົກຮັກ ຜິດຫວັງຈາກຄວາມຮັກ ເປັນເລື່ອງທໍາມະດາຂອງຄົນທີ່ເຄີຍມີຄວາມຮັກອັນຫວານຊື່ນມາກ່ອນຕ້ອງພົບ ແລະ ແນ່ນອນວ່າເມື່ອຄວາມສໍາພັນຢຸດຕິລົງ ເຮົາກໍຕ້ອງໂສກເສົ້າເສຍໃຕເປັນເລື່ອງປົກກະຕິ ແຕ່ເມື່ອເວລາຜ່ານໄປ ສາວໆເຄີຍເປັນບໍ່? ທີ່ພະຍາຍາມດຶງຕົວເອງໃຫ້ແຂງແຮງ ເວົ້າກັບຕົວເອງຕໍ່ໜ້າແວ່ນວ່າຂ້ອຍໂອເຄແລ້ວ ແຕ່ຍົກເວັ້ນເລື່ອງຄວາມຮັກຄັ້ງເກົ່າ ຫຼືແຟນເກົ່າ ອາດຈະຟັງເປັນເລື່ອງຕະລົກ ແຕ່ເຊື່ອບໍ່ວ່າຜູ້ທີ່ເຄີຍພົບເຫດການນັ້ນມາແລ້ວ ບໍ່ວ່າເຈົ້າຈະລຶມມັນໄປໄດ້ເລິກສໍ່າໃດ ແຕ່ເມື່ອມີເລື່ອງໃດເລື່ອງໜຶ່ງມາກະທົບຈິດໃຈ ກໍເຮັດໃຫ້ມັນກັບຄິດຮອດເຂົາຄົນທີ່ເຄີຍຮັກຂຶ້ນມາໂດຍບໍ່ມີເຫດຜົນ ຄືກັບຮອຍບາດເກົ່າທີ່ບໍ່ມີມື້ຈະຫາຍຂາດໄດ້ ສາວໆເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ? ເຊິ່ງມື້ນີ້ຂັວນໃຈກໍໄດ້ເອົາເຫດຜົນທີ່ຄາໃຈມາສາວໆມາຕ້ອນກັນ ຄິດຮອດເຂົາທຸກຄັ້ງທີ່ຮູ້ສຶກທໍ້ “ຖ້າເຂົາຍັງຢູ່ບ່ອນນີ້ກະຄືຊິດີເນາະ” ປະໂຫຍກທີ່ຄົນຍັງບໍ່ລຶມແຟນເກົ່າມັກເວົ້າກັນ ເມື່ອພົບເລຶ່ອງທີ່ເຮັດໃຫ້ທໍ້ ມັນເປັນຄໍາເວົ້າທີ່ດີຫຼາຍ ແຕ່ປະໂຫຍກນີ້ລະທີ່ສະແດງໃຫ້ຮູ້ວ່າສາວໆກໍາລັງຄິດຮອດເຂົາຄົນນັ້ນຫຼາຍ ຍັງໂຫຍຫາ+ເພື່ອໃຫ້ເຂົາກັບມາເປັນຄວາມສະບາຍໃຈ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ອີກຄັ້ງ ຄິດຮອດໂອກາດທີ່ຈະໄດ້ກັບໄປເປັນຄືເກົ່າອີກຄັ້ງ ບໍ່ວ່າຈະເປັນຍ້ອນສາເຫດໃດກໍຕາມທີ່ເຈົ້າຢາກໃຫ້ເຂົາກັບມາເປັນຄືເກົ່າ ນັ້ນລ້ວນແຕ່ເປັນຄວາມເພີ້ຝັນຂອງເຈົ້າຄົນດຽວເທົ່ານັ້ນ ທີ່ຈະຢາກໃຫ້ທຸກຢ່າງກັບມາເປັນຄືເກົ່າ ເຊິ່ງເຈົ້າຈະມັກເວົ້າຄົນດຽວໃນໃຈວ່າ “ຖ້າມີໂອກາດອີກຄັ້ງ ຂ້ອຍຈະ…” ຄັ້ນຊັ້ນເຈົ້າລອງມາໃຊ້ສະຕິ ແລ້ວຄິດດີໆວ່າ ບາງເທື່ອເຈົ້າອາດຈະເມື່ອຍຈາກສິ່ງຕ່າງໆ ຂໍໃຫ້ເບິ່ງໄປທາງໜ້າແລ້ວກ້າວຕໍ່ໄປໃຫ້ໄດ້ ປຽບທຽບຄົນອື່ນກັບແຟນເກົ່າສະເໝີ ຖ້າໃຜເຮັດຫຍັງຜິດໃຈ ຫຼືບໍ່ຖືກໃຈ ບໍ່ວ່າເຂົາຈະຢູ່ໃນສະຖານະໃດກໍຕາມ ເຈົ້າກໍມັກຈະຕັດສິນ …

Read More »

ມາຮ່ວມ! ຊອກຫາເປົ້າໝາຍໃຫ້ກັບຕົວເອງໄປພ້ອມໆກັນກັບ “ສາວຄູຕຸກຕາ” ກັນເທາະ!!!

Chic Working Women for June 2017 Profile: ຊື່: ນ ສຸດສະດາ ພໍລະສິມ (ຕຸກຕາ) ອາຍຸ 27 ປີ ສະຖານະພາບ ໂສດ ອາຊີບ ຄູສອນ ທີ່ ສູນພັດທະນາສະໝອງເດັກ ກ່ອນໄວຮຽນ ຊິຈິດະ Teacher Tookta ໃຊ້ຊີວິດຢ່າງມີເປົ້າໝາຍ  ການຈະນໍາພາຕົນເອງໄປເຖິງເປົ້າໝາຍດັ່ງກ່າວເຮົາຕ້ອງລົງມືເຮັດ ແລະກະຕືລືລົ້ນບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ ເມື່ອຢາກເຮັດສິ່ງນັນເລື້ອຍໆ ຢາກພັດທະນາໃຫ້ດີຂຶ້ນໂດຍບໍ່ຮູ້ສຶກເບື່ອໜ່າຍນັ້ນແມ່ນ ສິ່ງທີເຮົາມັກ ເປົ້າໝາຍ ເປັນສິ່ງທີ່ສໍາຄັນບໍ່ວ່າເຮັດຫຍັງກໍຕາມ ເພາະເປົ້າໝາຍທີ່ຈະແຈ້ງເຮັດໃຫ້້ຮົາມີໂອກາດ ໄດ້ເປັນດັ່ງຝັນ ແລະປະສົບຄວາມສໍາເລັດງ່າຍຂຶ້ນ ຄືກັບ ຕຸກຕາ (ສຸດສະດາ ພໍລະສິມ) ສາວຄູ ທີ່ສູນພັດທະນາສະໝອງເດັກກ່ອນໄວຮຽນ ຊິຈິດະ (Shichida) ມາພ້ອມກັບຮອຍຍິ້ມ ແລະແວວຕາອັນເປັນປະກາຍ ບອກກັບທີມງານຂວັນໃຈວ່າ ການສ້າງເປົ້າໝາຍຂອງນາງນັ້ນ ແມ່ນຂຽນແຍກກັນໄວ້ເລີຍ ກໍຄື …

Read More »