Breaking News

 ເຊັກດ່ວນ!!! ກັບສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ!

ແບ່ງປັນ

ສາວໆຕ້ອງລະວັງ!  ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຈົ້າພຽງຄົນດຽວ

ສາວໆເອີ້ຍ ເຮົາຢູ່ໃນຍຸກທີ່ການສື່ສານເປັນໄປໄດ້ຢ່າງງ່າຍ ແລະ ໄວວາຫຼາຍຂຶ້ນ ມີອຸປະກອນ ຫຼື application ຕ່າງໆເກີດຂຶ້ນຢ່າງຫຼວງຫຼາຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ເຮົາ ໄດ້ໃກ້ຊິດກັບຄົນທີ່ຢູ່ຫ່າງໄກກັນຫຼາຍຂຶ້ນ ຈຶ່ງບໍ່ແປກທີ່ເຮົາຈະຮູ້ສຶກວ່າດຽວນີ້ແມ່ນຫຍັງກໍງ່າຍໄປໝົດ ແມ່ນແຕ່ການທີ່ຊອກໝູ່ລົມໃນຍາມເຫງົາ ແຕ່ສາວໂສດທັງຫຼາຍເມື່ອລົມກັນໄປແລ້ວຮູ້ສຶກວ່າເຂົ້າກັນໄດ້ດີ ມັກເກີດມີຄວາມສົງໄສແມ່ນບໍ່ວ່າ ເຂົາລົມກັບເຮົາພຽງຄົນດຽວ ຫຼືບໍ່? ເຂົາຈະເຮັດແບບນີ້ ກັບຄົນອື່ນນຳຫຼືບໍ່? ມື້ນີ້ຂັວນໃຈຈະພາສາວໆໄປເຊັກສັນຍານອັນຕະລາຍ ທີ່ສາວໆສົງໄສມາໂດຍຕະຫຼອດ ໃຫ້ແລ້ວໃຈກັນໄປເລີຍ ກັບ 4 ສັນຍານເຕືອນທີ່ບອກວ່າ ເຂົາບໍ່ໄດ້ລົມກັບເຮົາພຽງຄົນດຽວ

  1. ຕອບສັ້ນ ຕອບຊ້າ ຂ້າມມື້ ຂ້າມຄືນ

ເຮົາພິມໄປຍາວຢຽດ ຈະຕອບກັບມາໃຫ້ຍາວໆຈັກໜ້ອຍກໍບໍ່ໄດ້ ປະເພດທີ່ຕອບກັບມາພຽງຄໍາດຽວເຊັ່ນ: ໂດຍ, ເຈົ້າ, ຫວາ, ອື່ ຕ່າງໆ ຫຼືຕອບຊ້າແບບຂ້າມມື້ຂ້າມຄືນ ຫຼືແມ່ນແຕ່ເຂົາແຊດມາເຮົາຕອບກັບໄປພາຍໃນ 2 ວິນາທີ ແຕ່ບໍ່ອ່ານ ແບບນີ້ຮູ້ໄດ້ເລີຍວ່າ ເຂົາກໍາລັງຕິດລົມກັບຄົນອື່ນຢູ່ ຈົນບໍ່ວ່າງທີ່ຈະຕອບເຮົາຢ່າງແນ່ນອນ

  1. ບໍ່ເປີດເຜີຍເລື່ອງສ່ວນຕົວກັບເຈົ້າ

ການບໍ່ເປີດເຜີຍເລື່ອງສ່ວນຕົວໃຫ້ເຮົາຟັງ ມັນກໍຄືກັບການບອກເປັນລາງແລ້ວວ່າ ເຂົາເອງກໍບໍ່ໄດ້ຄິດຈະຈິງຈັງກັບເຈົ້າ ຫຼືບໍ່ເຂົາອາດຈະມີຄົນໃຫ້ຈິງຈັງໃນໃຈຢູ່ແລ້ວ ເຈົ້າອາດຈະເປັນພຽງຄົນທີ່ເຂົາຢາກລົມແກ້ເຫງົາເທົ່ານັ້ນ ອ່ອຍໆເຈັບ!

  1. ບໍ່ສົນໃຈເລື່ອງຂອງເຮົາ

ເວລາບອກ ຫຼືເວົ້າຫຍັງໃຫ້ຟັງ ກໍເບິ່ງຄືບໍ່ສົນໃຈ ຫຼືບໍ່ເຄີຍແມ່ນແຕ່ຈະເອີ່ຍປາກຖາມເລື່ອງລາວໃນຊີວິດຂອງເຮົາເລີຍ ນັ້ນກໍໝາຍຄວາມໄດ້ວ່າ ເຂົາມີສິ່ງອື່ນໃນໃຈຫຼາຍກວ່າເຮົາຈັ່ງໃດລະ

  1. ມີຂໍ້ອ້າງຕະຫຼອດເມື່ອຕ້ອງການພົບ

ພະຍາຍາມນັດກິນເຂົ້າ, ເບິ່ງໜັງຕະຫຼອດຫຼັງເລີກວຽກ, ມື້ພັກ ແຕ່ເຂົາກໍບໍ່ວ່າງຕະຫຼອດ ລອງຄິດດີໆ ຖ້າເຮົາເປັນຄົນທີ່ແມ່ນພຽງຄົນດຽວ ມັນຈະບໍ່ມີຈັກເວລາທີ່ວ່າງໃຫ້ເຮົາເລີຍບໍ? ແລະ ເຖິງວ່າຈະບໍ່ວ່າງພຽງໃດເຂົາກໍຕ້ອງພະຍາຍາມຫາທາງມາຫາເຮົາໃຫ້ໄດ້ນັ້ນລະ.

ແບ່ງປັນ