ຄົນລາວກຽມລຸ້ນກຽມເຊຍກັນໄດ້ເລີຍ ເປັນອີກໜຶ່ງສາວລາວທີ່ກຳລັງຈະເດີນທາງໄປປະກວດໃນເວທີລະດັບອິນເຕີ ນັ້ນກໍຄື ວານິພອນ ພູມີໄຊ (ໂຢ່ໂຢ່) ນາງສາວນະຄອນຫຼວງວຽງຈັນ 2017 ຂອງເຮົານັ້ນເອງ, ເຊິ່ງການເດີນທາງໄປປະກວດໃນເວທີດັ່ງກ່າວ ແມ່ນຈັດຂຶ້ນທີ່ ຮ່ອງກົງ ໃນເວທີ “Miss Chinese International Pageant 2018” ແລະ ສາວ ໂຢ່ໂຢ່ ກໍກຳລັງຈະເດີນທາງໄປໃນວັນທີ 23 ມັງກອນ 2018 ນີ້ແລ້ວ… ຢ່າລືມເປັນກຳລັງໃຈໃຫ້ນາງແດ່ເດີ້!!!
ສະບາຍດີ ທຸກໆຄົນໂຢ່ມີຂ່າວດີຈະບອກ ມື້ວັນທີ 23.1.2018 ເຊິ່ງເປັນວັນອັງຄານ ໂຢ່ຈະໄດ້ມີການເດີນທາງໄປປະກວດຢູ່ ທີ່ ຮອງກົງ ຂອງເວທີ…
ສຳລັບ ໂຢ່ໂຢ່ ວານິພອນ ອາຍຸ 21 ປີ ຈົບການສຶກສາຈາກ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ສັດສ່ວນ 32-24-35 ລວງສູງ 168 ຊັງຕີແມັດ, ຜົນງານທີ່ຜ່ານມາ ເຈົ້າຂອງຕຳແໜ່ງ ນາງສາວນະຄອນຫຼວງວຽງຈັນ ປີ 2017, ຖ່າຍແບບວາລະສານດັງຫຼາຍສະບັບ ແລະ ງານເດີນແບບ ຖ່າບແບບ ອີເວັ້ນທົ່ວໄປ.
#ກົດໄລ້ກົດແຊຣເປັນກຳລັງໃຈໃຫ້ສາວລາວ #ຮັກລາວເຊຍລາວ??
#ແຊຣໄປໃຫ້ໂລກຮູ້
??
ຮູບພາບ: Yo Yo Phoumixay