Breaking News

Kuanjai

ຄວາມງົດງາມຂອງປ່າໄມ້ໃຜ່ທີ່ຫຼາຍຄົນບໍ່ເຄີຍເຫັນມາກ່ອນ

ໃຜທີ່ມັກໃນການທ່ອງທ່ຽວທຳມະຊາດ ຮັກໃນຄວາມຂຽວງາມ ພວກເຮົາຈະຂໍແນະນຳ ປ່າໄມ້ໄຜ່ “ຊາກາໂນະ” ຂອງປະເທດຍີ່ປຸ່ນທີ່ຕັ້ງຢູ່ເມືອງ ກຽວໂຕ ໃນເຂດ “ອາຣາຊິມາຍະ” ຂອງປະເທດຍີ່ປຸ່ນ. ປ່າໄມ້ໄຜ່ “ຊາກາໂນະ” ນີ້ແມ່ນປ່າໄຜ່ທີ່ໃຫຍ່ທີ່ສຸດໃນເມືອງ ກຽວໂຕ ທັງມີທິວທັດທີ່ສວຍງາມ ແລະ ດ້ວຍຄວາມແປກຕາຂອງປ່າໄຜ່ “ຊາກາໂນະ” ເຮັດໃຫ້ມີນັກທ່ອງທ່ຽວມາຢ້ຽມຢາມທີ່ນີ້ຢ່າງບໍ່ຂາດໄລຍະ. ທ່ານສາມາດຍ່າງຊົມປ່າໄມ້ໄຜ່ຕາມທາງຍ່າງທີ່ໄດ້ຈັດໄວ້ໃຫ້ເປັນໄລຍະທາງ 500 ແມັດ ຕະຫຼອດສອງຂ້າງທາງຍ່າງ ປະກອບໄປດ້ວຍຕົ້ນໄມ້ໄຜ່ສູງທີ່ມີລຳຊື່ ແລະ ໃນລະຫວ່າງທາງນັກທ່ອງທ່ຽວຈະໄດ້ເພີດເພີນໄປກັບສຽງລຳໄມ້ໄຜ່ສຽດສີກັນຍາມລົມພັດ ຖືວ່າເປັນສຽງທຳມະຊາດທີ່ແສນຈະມ່ວນສຸດທີ່ຈະບັນລະຍາຍໄດ້ເລີຍ ນັບວ່າເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ເຮັດໃຫ້ຊາວຕ່າງຊາດ ຫຼົງໄຫຼໃນມົນສະເໜ ຂອງໂລກຕາເວັນອອກ. ນອກຈາກນີ້ທົ່ວໂລກຕ່າງກໍຮູ້ກັນວ່າ: ຄົນຍີ່ປຸ່ນມີຄວາມຜູກພັນຍາວນາກກັບໄມ້ໄຜ່ ງານເທສະການ “ທະນະບາຕະ” ແລະ ລວມເຖິງການໃຊ້ສອຍປະໂຫຍດຈາກໄມ້ໄຜ່ໃນດ້ານຕ່າງໆອີກຫຼາຍຢ່າງ ເຮັດໃຫ້ທາງລັດຖະບານຍີ່ປຸ່ນຈັດປ່າໄມ້ໄຜ່ “ຊາກາໂນະ” ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ຕ້ອງມາໃຫ້ໄດ້ຈັກຄັ້ງໜຶ່ງໃນຍີ່ປຸ່ນອີກດ້ວຍ. ສໍາລັບການເດີນທາງໄປປ່າໄຜ່ “ຊາກາໂນະ” ນັ້ນສະດວກສະບາຍຫຼາຍ ພຽງແຕ່ມຸ່ງໜ້າອອກໄປທີ່ຊານເມືອງກຽວໂຕໃນເຂດອາຣາຊິຍາມະ ( Arashiyama ) ກໍຈະໄດ້ພົບກັບປ່າໄຜ່ສີຂຽວງາມອັນກວ້າງໃຫຍ່ໄພສານເຊິ່ງໃນທຸກໆມື້ຈະມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມຢ່າງບໍ່ຂາດ, ຖ້າທ່ານຍັງບໍ່ມີແຜນໄປທ່ຽວໃສ? ລອງຂຶ້ນແຜນໄປທ່ຽວປະເທດຍີ່ປຸ່ນຮັບຮອງວ່າບໍ່ຜິດຫວັງແນ່ນອນ. …

Read More »

ຄວາມງົດງາມຂອງດອກໄມ້ທີ່ທ່ານບໍ່ເຄີຍເຫັນມາກ່ອນ!!

ແຟນຂວັນໃຈທ່ານໃດທີ່ຈະໄປທ່ຽວປະເທດຍີ່ປຸ່ນໃນໄລຍະເດືອນ ເມສາ ຫາເດືອນ ພຶດສະພາ ກໍຢ່າລືມໄປທ່ຽວງານ The Great Wisteria Festival 2017 ທີ່ສວນດອກໄມ້ອາຊິຄາງະ (Ashikaga Flower Park) ເມືອງ ອາຊິຄາງະ ແຂວງ ໂທະຊິງິ (Tochigi) ປະເທດຍີ່ປຸ່ນ ດອກ Wisteria ຈະມີຫຼາຍສີບໍ່ວ່າຈະເປັນສີເຫຼືອງ, ສີຂາວ, ສີບົວອ່ອນ ແລະ ສີມ່ວງ ເຊິ່ງມັນມີຄວາມງົດງາມຫຼາຍ ແຕ່ຈະມີຄວາມງົດງາມປານໃດນັ້ນໄປຊົມຮູບພາບເລີຍ. ເຄຼດິດຮູບພາບ: google.com

Read More »

60 ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ

ໃນວັນທີ 23 ມີນາ 2017 ຄະນະສື່ມວນຊົນຈໍານວນ 28 ຄົນຈາກ ສປປ ລາວໄດ້ເດີນໄປຢ້ຽມຢາມ ສໍານັກງານໃຫຍ່ ຂອງບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ທີ່ກຸງເທບ ປະເທດໄທ ໂດຍການໃຫ້ກຽດຕ້ອນຮັບໂດຍທ່ານ ໂທຊິອາກິ ມາເອຄາວະ ປະທານ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ, ທ່ານ ນາງ ປະນັດດາ ເຈນນະວາສິນ ກໍາມະການຮອງຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ. ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ເປັນບໍລິສັດຮ່ວມມືການຄ້າຄົບວົງຈອນ ລະຫວ່າງ ບໍລິສັດ ມິດຊູບິຊິ ຄໍປໍເຣຊັນ ແລະ ບໍລິສັດ ອີຊູຊຸ ມໍເຕີ …

Read More »

ວ້າວ! ໃກ້ຈະຮ້ອນບຸນປີໃໝ່ລາວແລ້ວ ຄິດອອກແລ້ວບໍ່ວ່າຈະໄປທ່ຽວໃສ

ສາວໆປີໃໝ່ໃກ້ຈະຮອດແລ້ວ ສາວໆໄດ້ວາງແຜນໄວ້ແລ້ວບໍວ່າຈະໄປທ່ຽວໃສ ຖ້າຍັງບໍ່ຮູ້ ເຮົາແນະນໍາສະຖານທີ່ນີ້ເລີຍ ທີ່ເປັນສະຖານທີ່ເປີດໃໝ່ ນັ້ນກໍຄື ນໍ້າຕົກຕາດ ພັກຊອຍວອຍ ນັ້ນເອງ ທີ່ຕັ້ງຢູ່ບ້ານ ນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງສະຖານທີ່ນີ້ກໍບໍ່ໄດ້ຢູ່ໄກປານໃດ ຖ້າປີໃໝ່ນີ້ບໍ່ຮູ້ຈະໄປໃສລອງໄປຫຼິ້ນນໍ້າເຢັນໆໆໆ! ຢູ່ນໍ້າຕົກຕາດ ພັກຊອຍວອຍ ນີ້ລອງເບິ່ງເດີ້ ຮັບຮອງທ່ານຈະຮູ້ສຶກສົດຊື່ນຢ່າງແນ່ນອນ. ເຄຼດິດຮູບພາບ: google.com

Read More »

ໄປຊົມຄວາມງົດງາມຂອງພຶກສາພ້ອມໆກັນສາວໆ!

ມື້ນີ້ ທີມງານ ເວັບໄຊ໌ ຂວັນໃຈ ຈະນໍາເອົາຮູບພາບງາມໆ ຂອງສະຖານທີ່ທ່ອງທ່ຽວເປີດໃໝ່ ເຊິ່ງເພິ່ນຈະເລີ່ມເປີດໃຫ້ເຂົ້າທ່ຽວຊົມ ໃນວັນທີ 7 ເມສາ 2017 ນີ້ເອງ ແລະ ສະຖານທີ່ນັ້ນກໍແມ່ນ ສວນພຶກສາ ນັ້ນເອງ. ສວນພຶກສາ ເປັນສະຖານທີ່ທ່ອງທ່ຽວທີ່ເປີດໃໝ່ ເຊິ່ງຕັ້ງຢູ່ບ້ານໃຫມ່ດານຊີ ກວມເອົາເນື້ອທີ່ຫຼາຍກວ່າ 20 ເຮັກຕາ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງພຽງແຕ່ 20 km ເທົ່ານັ້ນ. ຖ້າທ່ານໃດຢາກພັກຜ່ອນຢ່ອນໃຈ ໃນໃນໄລຍະບຸນປີໃໝ່ລາວ ກໍຢ່າລືມໄປທີ່ນີ້ເດີ້ ທ່ານຈະໄດ້ສໍາຜັດກັບຄວາມງົດງາມຂອງດອກໄມ້ນາໆຊະນິດ ທີ່ສວນພຶກສາແຫ່ງນີ້ເລີຍ. ຮູບພາບ: ສາວພຶກສາ

Read More »