ເປັນເລື່ອງລາວດີໆທີ່ເກີດຂຶ້ນແບບສົດໆຮ້ອນໆກັບ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ເຊິ່ງໃນວັນທີ 2 ມັງກອນ 2017 ສາວນຸ້ຍກໍໄດ້ເດີນທາງໄປສົ່ງພີ່ນ້ອງຢູ່ທີ່ສະໜາມບິນວັດໄຕ ແຕ່ດັນລືມໂທລະສັບໄວ້ທີ່ຫ້ອງນໍ້າ ທຳອິດ ນຸ້ຍ ຄິດວ່າໂທລະສັບຂອງຕົນຕ້ອງເສຍແລ້ວແນ່ນອນ ແຕ່ຍັງໂຊກດີທີ່ມີແມ່ບ້ານພາຍໃນສະນາມບິນເກັບຮັກສາໄວ້ໃຫ້ ແລະ ສົ່ງມອບຄືນໃຫ້ໂດຍບໍ່ຫວັງສິ່ງຕອບແທນ. “ມື້ນີ້ໂຊກດີປີໃໝ່ອີຫຼີ ນຸ້ຍມາສະໜາມບິນວັດໄຕກຳລັງຊິກັບໄດ້ໄປເຂົ້າຫ້ອງນໍ້າໃນຝາກເບື້ອງຂາອອກ ແລ້ວຍ່າງມາຈ່າຍເງິນຄ່າຝາກລົດຢູ່ຝາກເບື້ອງຂາເຂົ້າ ເລີຍຈົກກະເປົ່າເບິ່ງຄິດພໍ້ວ່າລືມໂທລະສັບກະແລ່ນນນນນນນ ດ້ວຍຄວາມໄວວາ ? ຄິດໃນໃຈບໍ່ເຫັນລະແຫຼະຄົນເຂົ້າອອກຕະຫຼອດ ?ເຂົ້າໄປໃນຫ້ອງນຳ້ບໍ່ເຫັນ ? ບໍ່ມີໃຜເລີຍ ແລ້ວຍ່າງອອກມາບອກໝູ່ໂທເຂົ້າເບິ່ງດຸ ພໍດີມີຜູ້ຍິງຄົນໜຶ່ງເປັນພະນັກງານຢູ່ສາຍການບິນລາວໄດ້ຍິນແລ້ວເວົ້າຂຶ້ນວ່າ “ຊອກໂທລະສັບຫວາ” “ໂດຍ”“ຢູ່ກັບແມ່ບ້ານເດີ້ລາວກວດເດີນຢູ່ນອກ” ໜ້າມີຄວາມຫວັງຂຶ້ນມາ ? ແລ່ນອອກໄປເຫັນເພິ່ນກວດເດີ່ນຢູ່ພໍດີເລີຍຍ່າງເຂົ້າໄປຖາມ “ສະບາຍດີເອື້ອຍເຫັນໂທລະສັບເຮົາຢູ່ຫ້ອງນຳ້ບໍ່” “ໂອແມ່ນຂອງເຈົ້າຫວາ ຈົກອອກມາໃຫ້” “ໂດຍແມ່ນແລ້ວ” “ໂອຊອກຫາເຈົ້າຂອງຢູ່” ນຸ້ຍເລີຍເອົານໍ້າໃຈໃຫ້ລາວເລັກນ້ອຍເພື່ອເປັນການຕອບແທນຄຳຂອບໃຈ ແຕ່ລາວບໍ່ເອົາເຮັດແນວໃດກະບໍ່ຍອມເອົາ ແລ້ວບອກກັບນຸ້ຍວ່າ “ບໍ່ເປັນຫຍັງນີ້ເປັນໜ້າທີ່ເຮົາຢູ່ແລ້ວ” ໄດ້ຍິນຄຳນິຮູ້ສຶກປື້ມໃຈແລະຊາບຊຶ້ງໃນໂຕລາວຫຼາຍ ປື້ມໃຈທີ່ຄົນເຮົາມີນຳ້ໃຈຕໍ່ກັນ ປື້ມໃຈທີ່ເອື້ອຍລາວເຮັດວຽກແບບຊື່ສັດ ຂອບໃຈຫຼາຍໆ ?? ໂອ້ຍຍຍຍຍ ດີໃຈໂຊກດີປີໃໝ່ ? ປລ: …
Read More »pou peng
ຟ້າໃສ ຈິນນາລີ ຍິ້ມຮັບຕຳແໜ່ງ “ຂວັນໃຈມະຫາຊົນ 2017” ພ້ອມຂອບໃຈຄົນລາວ ແລະ ຂໍມອບລາງວັນນີ້ໃຫ້ທຸກໆຄົນ
ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ຍິ້ມຮັບຕຳແໜ່ງ ຂວັນໃຈມະຫາຊົນ (PEOPLE’S CHOICE AWARD 2017) ພ້ອມຂອບໃຈຄົນລາວທຸກຄົນທີ່ຮັກ ແລະ ເຊຍມາໂດຍຕະຫຼອດ… “ສຳລັບລາງວັນ People’s Choice Award ຫຼືລາງວັນຂວັນໃຈມະຫາຊົນ… ບໍ່ທັນໄດ້ຖ່າຍກັບລາງວັນດີດັກ ແຕ່… ນ້ຳຈິ້ມໄປກ່ອນເນາະ 🙂 ລາງວັນທີ່ມີຄ່າທາງຈິດໃຈທີ່ສຸດ…ຂອບໃຈຜູ້ສະໜັບສະໜຸນ ບໍ່ວ່າຈະສະໜັບສະໜຸນທາງຊັບສິນຫຼືທາງດ້ານຈິດໃຈກໍຕາມ ຂອບໃຈຄົນລາວທຸກຄົນ ຂອບໃຈຜູ້ໃຫຍ່ທີ່ຮັກແພງ ຂອບໃຈພໍ່ແມ່ພີ່ນ້ອງໝູ່ເພື່ອນ ຂອບໃຈແຮງເຊຍ ຂອບໃຈທີ່ສົ່ງເສີມປະເທດຂອງຕົນ ເຖິງເຮົາຊິນ້ອຍ ແຕ່ຄົນລາວເຮົາມີພະລັງ … ໂລ້ລາງວັນນີ້ຂໍມອບໃຫ້ທຸກຄົນ ? ຈາກໃຈ …ຂອບໃຈທຸກຄົນທີ່ເຊຍ ເຮັດໃຫ້ຟ້າໄດ້ຮັບລາງວັນນີ້ PEOPLE’S CHOICE AWARD 2017 ລາງວັນຂວັນໃຈມະຫາຊົນ… ຟ້າຂໍມອບລາງວັນນີ້ໃຫ້ກັບທຸກຄົນ??” ເປັນຄຳເວົ້າທີ່ອອກມາຈາກໃຈສາວນ້ອຍໄວພຽງ 18 ປີ ຟ້າໃສ ຈິນນາລີ ມິສແກຣນລາວ ໂດຍຜ່ານການໂພສຜ່ານເຟສບຸກສ່ວນຕົວຂອງນາງ ເຮັດໃຫ້ມີບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີກັບຕຳແໜ່ງ …
Read More »ພິທີຖະແຫຼງຂ່າວ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ
ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2017 ທີ່ຜ່ານມາ, ໄດ້ມີພິທີຖະແຫຼງຂ່າວການຈັດແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ໂດຍຕາງໜ້າກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຫະພັນ ກິລາກ໊ອຟແຫ່ງຊາດລາວ, ສະໝາມກ໊ອຟແດນສະຫວັນ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນພາຍໃນງານຈຳນວນຫຼວງຫຼາຍ, ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຈະຈັດຂຶ້ນໃນວັນທີ 13-14 ມັງກອນ 2018 ຢູ່ທີ່ ສະໝາມກ໊ອຟແດນສະຫວັນ ພູເຂົາຄວາຍ ແຂວງ ວຽງຈັນ ເພື່ອຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ ແລະ ຍັງມີຂອງລາງວັນອື່ນໆຢ່າງຫຼວງຫຼາຍ ດັ່ງນັ້ນ ຈຶ່ງຂໍເຊີນຊວນ ນັກກິລາກ໊ອຟສະໝັກຫຼິ້ນ ບໍ່ຈຳກັດເພດ ບໍ່ຈຳກັດສັນຊາດ ເຂົ້າແຂ່ງຂັນພາຍໃນການແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ …
Read More »ງາມທັງກາຍແລະໃຈ ລູກນໍ້າ ທິດາລັດ ຂໍງົດ social ທຸກຊ່ອງທາງເພື່ອໄປປະຕິບັດທຳໃນຊ່ວງປີໃໝ່
ໃນຊ່ວງປີໃໝ່ຫຼາຍຄົນອາດມີແຜນເດີນທາງໄປຫຼິ້ນຕ່າງແຂວງ ຫຼື ຕ່າງປະເທດ ບາງຄົນກໍມີແຜນທີ່ຈະກຽມປາຕີ້ກັບຄອບຄົວ ແຟນ ແລະ ໝູ່ເພື່ອນ ແຕ່ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ກຳລັງເດີນໜ້າສູ່ການປະຕິບັດທຳໃນຊ່ວງໄລຍະປີໃໝ່ ແລະ ຂໍລາທາງແຟນຄລັບ ແລະ ສື່ social ທຸກຊ່ອງທາງເພື່ອຈະໄດ້ປະຕິບັດທຳຢ່າງເຕັມທີ່, ໂດຍສາວ ລູກນໍ້າກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍບອກທາງເຟສບຸກສ່ວນຕົວວ່າ: “ນ້ຳມາຮອດວັດທີ່ຈະປະຕິບັດທຳ ແລ້ວ ຂໍງົດ social ທຸກຊ່ອງທາງ ເປັນເວລາ 10ມື້ ເພາະທາງວັດຫ້າມໃຊ້ໂທລະສັບ ແລະຖືສິນ 8.. ຂໍໃຫ້ຜົນບຸນນີ້ໄປຮອດທຸກໆຄົນ ອານຸໂມທະນາບຸນນຳກັນເດີ້… ແລ້ວເຈິກັນອີກທີປີ 2018” ນ້ຳມາຮອດວັດທີ່ຈະປະຕິບັດທຳ ແລ້ວ ຂໍງົດ social ທຸກຊ່ອງທາງ ເປັນເວລາ 10ມື້ ເພາະທາງວັດຫ້າມໃຊ້ໂທລະສັບ ແລະຖືສິນ 8.. ຂໍໃຫ້ຜົນບຸນນີ້ໄປຮອດທຸກໆຄົນ ອານຸໂມທະນາບຸນນຳກັນເດີ້… ແລ້ວເຈິກັນອີກທີປີ 2018 Louknum …
Read More »ປະໂທະ! ວັນໃໝ່ ທຳມະວົງ ໃຈກ້າໂພສທ່າຖ່າຍຮູບເລີດໆກັບ ນ້ອງ ໄທເກີ້
ມີໃຜກ້າແດ່ຍົກມືຂຶ້ນ! ວັນໃໝ່ ທຳມະວົງ ສາວປະເພດສອງຄົນດັງ ຫຼ້າສຸດໄດ້ໂພສຮູບຜ່ານເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ໂດຍນາງໄດ້ໂພສທ່າກັບ ເສືອໂຄ່ງ ຫຼື ເອີ້ນໃຫ້ໜ້າຮັກແດ່ເປັນ ນ້ອງ ໄທເກີ້ ສະເນາະ (ອິອິ), ເຊິ່ງຂໍຍອມຮັບໃນຄວາມໝັ້ນ ແລະ ໃຈກ້າຂອງນາງອີ່ຫລີ ທີ່ມີຄວາມກ້າຫານໄປໃກ້ ນ້ອງ ໄທເກີ້ ປານນັ້ນ ເຖິງຢ່າງໃດກໍຕາມເພື່ອບໍ່ເປັນອັນຕະລາຍ ບໍ່ແນະນຳໃຫ້ຮຽນແບບເດີ້ ນ້ອງໆ ໝູ່ໆ ເພາະ ວັນໃໝ່ ນາງມີຜູ້ຊ່ຽວຊານເບິ່ງຢ່າງໃກ້ຊິດ ຈຶ່ງໂພສທ່າໄດ້ອອກມາເລີດໆໆໆ ປົນຄວາມສຽວແດ່ໜ້ອຍໜຶ່ງແມ່ນບໍ່ ວັນໃໝ່ (555). ຮູບພາບ: Elizabeth Wanmai Thammavong
Read More »