Breaking News

ພິທີຖະແຫຼງຂ່າວ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ

ແບ່ງປັນ

ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2017 ທີ່ຜ່ານມາ, ໄດ້ມີພິທີຖະແຫຼງຂ່າວການຈັດແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ໂດຍຕາງໜ້າກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຫະພັນ ກິລາກ໊ອຟແຫ່ງຊາດລາວ, ສະໝາມກ໊ອຟແດນສະຫວັນ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນພາຍໃນງານຈຳນວນຫຼວງຫຼາຍ, ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຈະຈັດຂຶ້ນໃນວັນທີ 13-14 ມັງກອນ 2018 ຢູ່ທີ່ ສະໝາມກ໊ອຟແດນສະຫວັນ ພູເຂົາຄວາຍ ແຂວງ ວຽງຈັນ ເພື່ອຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ ແລະ ຍັງມີຂອງລາງວັນອື່ນໆຢ່າງຫຼວງຫຼາຍ

ດັ່ງນັ້ນ ຈຶ່ງຂໍເຊີນຊວນ ນັກກິລາກ໊ອຟສະໝັກຫຼິ້ນ ບໍ່ຈຳກັດເພດ ບໍ່ຈຳກັດສັນຊາດ ເຂົ້າແຂ່ງຂັນພາຍໃນການແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ໃນຄັ້ງນີ້ ເປີດຮັບສະໝັກແລ້ວຕັ້ງແຕ່ວັນທີ 20 ທັນວາ 2017 ແລະ ປິດຮັບສະໝັັກໃນວັນທີ 11 ມັງກອນ 2018, ໂດຍການແຂ່ງຂັນຈະແບ່ງອອກເປັນ 2 ຮອບຄື: ຮອບທີ 1 ໃນວັນທີ 13 ມັງກອນ 2018 ແລະ ຮອບທີ 2 ໃນວັນທີ 14 ມັງກອນ 2018 ຜູ້ທີ່ຊະນະເລີດຈະໄດ້ຮັບຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ ພ້ອມທັງຂອງສົມມະນະຄຸນຈາກແດນສະຫວັນ ແລະ ຜູ້ໃຫ້ການສະໜັບສະໜູນການແຂ່ງຂັນເປັນຈຳນວນຫຼວງຫຼາຍ

ສຳລັບຈຸດປະສົງຂອງການແຂ່ງຂັນເພື່ອສົ່ງເສີມປີທ່ອງທ່ຽວລາວ 2018, ເພື່ອຂໍ່ານັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ, ເພື່ອພັດທະນາວົງການກິລາກ໊ອຟສະໝັກຫຼິ້ນຂອງລາວ, ສ້າງຂະບວນການແຂ່ງຂັນກິລາກ໊ອຟ ອຸ່ນເຄື່ອງໃຫ້ນັກກິລາກ໊ອຟລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກິລາກ໊ອຟ ໃນງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງ ຊຽງຂວາງ ເປັນເຈົ້າພາບ ໃນເດືອນ 11 ປີ 2018.

ທ່ານໃດທີ່ຕ້ອງການເຂົ້າຮ່ວມການແຂ່ງຂັນ ສາມາດສະໝັກຜ່ານເວັບໄຊ້: www.wgalaos.org

ແບ່ງປັນ