ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ຍິ້ມຮັບຕຳແໜ່ງ ຂວັນໃຈມະຫາຊົນ (PEOPLE’S CHOICE AWARD 2017) ພ້ອມຂອບໃຈຄົນລາວທຸກຄົນທີ່ຮັກ ແລະ ເຊຍມາໂດຍຕະຫຼອດ…
“ສຳລັບລາງວັນ People’s Choice Award ຫຼືລາງວັນຂວັນໃຈມະຫາຊົນ… ບໍ່ທັນໄດ້ຖ່າຍກັບລາງວັນດີດັກ ແຕ່… ນ້ຳຈິ້ມໄປກ່ອນເນາະ ລາງວັນທີ່ມີຄ່າທາງຈິດໃຈທີ່ສຸດ…ຂອບໃຈຜູ້ສະໜັບສະໜຸນ ບໍ່ວ່າຈະສະໜັບສະໜຸນທາງຊັບສິນຫຼືທາງດ້ານຈິດໃຈກໍຕາມ ຂອບໃຈຄົນລາວທຸກຄົນ ຂອບໃຈຜູ້ໃຫຍ່ທີ່ຮັກແພງ ຂອບໃຈພໍ່ແມ່ພີ່ນ້ອງໝູ່ເພື່ອນ ຂອບໃຈແຮງເຊຍ ຂອບໃຈທີ່ສົ່ງເສີມປະເທດຂອງຕົນ ເຖິງເຮົາຊິນ້ອຍ ແຕ່ຄົນລາວເຮົາມີພະລັງ … ໂລ້ລາງວັນນີ້ຂໍມອບໃຫ້ທຸກຄົນ
? ຈາກໃຈ …ຂອບໃຈທຸກຄົນທີ່ເຊຍ ເຮັດໃຫ້ຟ້າໄດ້ຮັບລາງວັນນີ້ PEOPLE’S CHOICE AWARD 2017 ລາງວັນຂວັນໃຈມະຫາຊົນ… ຟ້າຂໍມອບລາງວັນນີ້ໃຫ້ກັບທຸກຄົນ
?
?”
ເປັນຄຳເວົ້າທີ່ອອກມາຈາກໃຈສາວນ້ອຍໄວພຽງ 18 ປີ ຟ້າໃສ ຈິນນາລີ ມິສແກຣນລາວ ໂດຍຜ່ານການໂພສຜ່ານເຟສບຸກສ່ວນຕົວຂອງນາງ ເຮັດໃຫ້ມີບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີກັບຕຳແໜ່ງ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ນ້ອງ ຟ້າໃສ ຈິນນາລີ ຫຼາຍໆເດີ້ ຈົ່ງເປັນແບບຢ່າງທີ່ດີໃຫ້ ນ້ອງໆ ແລະ ໝູ່ເພື່ອນຕໍ່ໆໄປ.
ຮູບພາບ: Fasai Chinnaly Norasing