ເດີນທາງໄປເປັນສາວງາມຕົວແທນປະເທດລາວເຮົາອີກໜຶ່ງຄົນ ສຳລັບ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss world laos 2017, ຫຼ້າສຸດ ເຈນນີ່ ຕົ້ນຄຳ ກໍໄດ້ໂພສຜ່ານເຟສບຸກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວໄດ້ເລືອກວ່າຊຸດໃດທີ່ Miss world laos ຄວນທີ່ຈະສວມໃສໃນຮອບ Dance of the world ໃນການແຂ່ງຂັນ ນາງງາມໂລກ (Miss World 2017) ຫຼາຍທີ່ສຸດ. ລອງມາເບິ່ງກັນເລີຍວ່າຈະມີຊຸດໃດແດ່? ເບິ່ງແລ້ວເລືອກຊ່ວຍກັນແດ່ເດີ້ທຸກຄົນ ຂໍຄອມເມັ້ນ ແລະ ເຫດຜົນນຳແດ່!!! ຊຸດເມືອງຫຼວງພະບາງ 2. ຊຸດລາວທັນສະໄໝ ການປະກວດ Miss world 2017 ທີ່ ສປ ຈີນ ໃນຮອບສຸດທ້າຍ (Final walk) ຈະຈັດຂຶ້ນໃນວັນທີ 18 ພະຈິກ 2017 ນີ້, ຢ່າລືມສົ່ງແຮງເຊຍແຮງໃຈໃຫ້ກັນສາວງາມຕົວແທນປະເທດລາວແດ່ເດີ້ແຟນໆ #ແຊຣໄປໃຫ້ໂລກຮູ້ ?? ທີ່ມາ: Tonkham Phonchanheuang …
Read More »pou peng
ບອກຕໍ່ກັນແດ່! ແຈ້ງການປິດເສັ້ນທາງໃນໄລຍະ ສະຫາຍ ສີຈິ້ນຜິງ ມາຢ້ຽມຢາມລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017!!!
ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ອອກແຈ້ງການ ການປິດເສັ້ນທາງ ການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫ່ຍບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ທີ່ຈະມາຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017, ດັ່ງນັ້ນຈຶ່ງແຈ້ງການມາໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນໃຫ້ຫຼີກເສັ້ນທາງທີ່ຈະປິດຊົ່ວຄາວດັ່ງຕໍ່ໄປນີ້: – ຖະໝົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1) – ຖະໝົນເສດຖາທິລາດ (ແຕ່ສີ່ແຍກໄຟອຳນາດສີຫອມ ຫຼັກ 1-ສີ່ແຍກໄຟອຳນາດທາດຂາວ) – ຖະໝົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ-ສາມແຍກ ດອນຈັນພາເລດ) – ຖະໝົນເຈົ້າຟ້າງຸ່ມ (ແຕ່ສາມທາດຂາວ-ສາມແຍກສຳນັກງານໃຫ່ຍ ທະນາຄານພັດທະນາລາວ) – ຖະໝົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ) – ຖະໝົນໄກສອນພົມວິຫານ (ແຕ່ປະຕູໄຂ-ສີ່ແຍກໄຟອຳນາດດົງໂດກ) ນອກຈາກນັ້ນຍັງມີລະບຽບການ ການຈອດລົດຕາມແຄມທາງດັ່ງຕໍ່ໄປນີ້: – ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດ …
Read More »ຊົມເຊີຍ! ນັກກິລາຍິງ Model Physique ໄປສ້າງຊື່ສຽງໃນຕ່າງປະເທດ!!!
ມາຮູ້ຈັກກັບ!!! ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ), ໃນງານນີ້ມີການແຂ່ງຂັນແມ່ຍິງທີ່ມີຮູບຮ່າງດີ ຈາກຫຼາກຫຼາຍປະເທດເຂົ້າຮ່ວມ ບໍ່ວ່າຈະເປັນ ລາວ, ໄທ, ສ.ເກົາຫລີ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນເປັນທີ່ຮືຮາຂອງຄົນທີ່ໄປຮ່ວມໃນງານ. ສຳລັບ ຕ້ອມ ກິນນະລອນ ນັກກ້າມສາວລາວຄົນເກັ່ງ ປະຫວັດເພິ່ນກໍບໍ່ແມ່ນທໍາມະດາ ເພາະອາດີດເຄີຍເປັນນັກກິລາ basketball ຍິງທີມຊາດ ແລະ ຍັງເປັນຜູ້ຊະນະເລີດອັນດັບ 1 ໃນການແຂ່ງຂັນໃນງານດຽວກັບການປະກວດ Mr. Lao 2017 ເຊິ່ງເປັນຄັ້ງທຳອິດໃນການສົ່ງກິລາເພາະກາຍຍິງຮ່ວມແຂ່ງຂັນຂອງ Fitness Up2u ຈັດຂຶ້ນໃນວັນທີ 1 ເມສາ …
Read More »ອະລັງການສຸດໆ! ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ #ແຊຣໄປໃຫ້ໂລກຮູ້
ມາໄວໆ…ມາເບິ່ງ ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີການແຂ່ງຂັນສາວງາມລະດັບໂລກເຊັ່ນ: Miss Universe 2017, Miss International 2017, Miss Grand International 2017 ແລະ Miss Global 2017 ເຊິ່ງເວົ້າໄດ້ເລີຍວ່າໃນປີ 2017 ນີ້ ເຖິງປະເທດລາວເຮົາຈະເປັນປີທຳອິດທີ່ໄດ້ສົ່ງນາງງາມລາວໄປປະກວດໃນເວທີລະດັບໂລກ ແຕ່ລາວເຮົາເຖິງຈະເປັນປະເທດນ້ອຍ ແຕ່ກໍບໍ່ເຄີຍດ້ອຍໜ້າໃຜ, ໃນເວທີການປະກວດນາງງາມລະດັບໂລກແຕ່ລະເວທີ ກໍຈະມີການປະກວດຊຸດປະຈຳຊາດຂອງແຕ່ລະປະເທດ ໂດຍໃຫ້ສາວງາມຕົວແທນໄດ້ສວມໃສ່ ແລະ ນຳສະເໜີໃຫ້ຕ່າງຊາດໄດ້ຮູ້ເຖິງເອກະລັກຂອງຊຸດປະຈຳຊາດຂອງປະເທດຂອງຕົນເອງ ແລະ ປະເທດລາວເຮົາກໍເຊັ່ນດຽວກັນ, ລອງມາເບິ່ງ ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ ເວົ້າໄດ້ເລີຍວ່າແຕ່ລະຊຸດ ແຕ່ລະເວທີ ອະລັງການງານສ້າງ ແລະ ງົດງາມຫຼາຍ. #ຢ່າລືມແຊຣໄປໃຫ້ໂລກຮູ້ນຳແດ່ ?? ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ Las Vegas (USA) ໃນວັນທີ 26 ພະຈິກ …
Read More »ມາແລ້ວ! ງົດງາມສົມການລໍຖ້າ ຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ USA
ມາແລ້ວ!!! ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ Las Vegas (USA) ໃນວັນທີ 26 ພະຈິກ 2017 ນີ້, ຫຼ້າສຸດ ທາງກອງປະກວດ ມິດຍູນິເວີດລາວ ກໍໄດ້ເປີດເຜີຍຊຸດປະຈຳຊາດລາວ ມາໃນແບບຊຸດປະຍຸກ ເຊິ່ງ ຊຸດລາວຂອງ Miss Universe Laos 2017 ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດນາງງາມຈັກກະວານ 2017 ນີ້. ພໍ່ແມ່ພີ່ນ້ອງຊາວລາວຕ່າງກໍລໍຖ້າ ລໍລຸ້ນທີ່ຈະໄດ້ເຫັນຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ແລະ ກໍບໍ່ເຮັດໃຫ້ຜິດຫວັງ ງົດງາມສົມກັບການລໍຖ້າແທ້ໆ, ລອງມາເບິ່ງຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ໄດ້ສວມໃສ່ກັນເລີຍ… ຂໍບອກວ່າງາມຫຼາຍໆ. #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ທີ່ມາ: Miss Universe …
Read More »