Breaking News

Daily Archives: 08/09/2016

ຮ້ານອາຫານ ມະລິ ຊີມ “ໝີ່ຈັກກະພັດ” ໃນບັນຍາກາດໂມເດິນທີ່ສຸດ

ສະບາຍດີ ! ເພື່ອນໆຜູ້ອ່ານ ວາລະສານຂວັນໃຈ ສຳລັບເດືອນນີ້ ຈະຂໍແນະນຳຮ້ານອາຫານໃໝ່ ໃຫ້ກັບນັກຊິມທັງຫຼາຍທີ່ຢາກລອງປ່ຽນບັນຍາກາດໄປນັ່ງກິນອາຫານຣົດຊາດແຊບແບບໃໝ່ ແລະ ລາຄາຖືກ. ພ້ອມທັງມີເມນູພິເສດທີ່ສຸດ ທີ່ທຸກທ່ານຕ້ອງມັກແນ່ນອນ “ຮ້ານອາຫານມະລິ” ເປັນຊື່ເອີ້ນແບບລາວໆຈື່ຈໍາກັນໄດ້ງ່າຍໆ, ເໝາະກັບທຸກໆໄວທີ່ຈະມາສ້າງສັນແບບໝູ່ເພື່ອນ, ພະນັກງານ ແລະ ຄອບຄົວ. ສິ່ງສຳຄັນແມ່ນ ຄວາມສະອາດ ແລະ ຮັບປະກັນອາຫານທຸກເມນູຈະບໍ່ໃສ່ແປ້ງນົວ. ຮ້ານອາຫານມະລິ ມີເມນູອາຫານຫຼາກຫຼາຍທີ່ທຸກໆທ່ານສາມາດເລືອກກິນໄດ້ ຫຼື ຈະເປັນແບບຕາມສັ່ງກໍມີ ແລ້ວແຕ່ລູກຄ້າສະດວກ. ແຕ່ທາງຮ້ານມະລິ ມີເມນູໃຫຍ່ທີ່ພິເສດສຸດຄຸ້ມ ຊຶ່ງຢາກແນະນຳໃຫ້ນັກຊິມໄດ້ທົດລອງກິນແລ້ວຈະຕິດໃຈນັ້ນກໍຄື: “ໝີ່ຈັກກະພັດ”  ທີ່ສາມາດກິນໄດ້ 4-6 ຄົນ ລາຄາພຽງ 150,000 ກີບເທົ່ານັ້ນ ຮັບຮອງວ່າກິນອິ່ມແບບຈຸໃຈ. ສ່ວນເມນູທີ່ເປັນອາຫານຈານດຽວຈານນ້ອຍກໍຂໍແມ່ນ ໝີ່ນໍ້າ ທີ່ມີນໍ້າແກງສູດສະເພາະຂອງຮ້ານ, ເຂົ້າຂົ້ວຂີ້ເມົາ, ຊີ້ນຕຸ່ນຮົງກົງ, ຢໍາເຊວມອນ…. ສຳລັບການຕົກແຕ່ງຂອງຮ້ານ ບອກໄດ້ເລີຍວ່າ ເນັ້ນໃຫ້ມີຄວາມແຕກຕ່າງຈາກຮ້ານອື່ນໆທົ່ວໄປທີ່ເຄີຍເຫັນ ເຊິ່ງຈະເນັ້ນລວດລາຍສິລະປະໃນການວາດແຕ້ມລົງໃສ່ກັບຝາ ໃຫ້ເຂົ້າກັບຊື່ຂອງຮ້ານ ເຊິ່ງເບິ່ງແລ້ວ ໂມເດິນສຸດໆ …

Read More »

ວິທີຊ່ວຍໃຫ້ໄວໜຸ່ມທ້ອນເງິນ

ການທ້ອນເງິນສຳລັບໄວໜຸ່ມ ສ່ວນຫຼາຍແລ້ວເປັນເລື່ອງທີ່ບໍ່ງ່າຍປານໃດ ໃນການມີເງິນສະສົມໄວ້ ຫຼື ມີ ກໍອາດຈະມີໜ້ອຍວາລະສານຂວັນໃຈ ສະບັບນີ້ ຂໍແນະນຳວິທີງ່າຍໆ ໃຫ້ກັບໄວໜຸ່ມຫຼາຍທ່ານລອງປະຕິບັດເພື່ອທ້ອນເງິນດັ່ງນີ້: ເປີດບັນຊີທະນາຄານໃຫ້ເໝາະສົມ; ວິທີນີ້ຊ່ວຍໃຫ້ນ້ອງໆທີ່ມາຈາກຕ່າງແຂວງທີ່ເຂົ້າມາຮຽນໃນນະຄອນຫຼວງ ຫຼື ໄປຮຽນຢູ່ບ່ອນອື່ນທີ່ບໍ່ແມ່ນບ້ານເກີດຂອງຕົນເອງ. ເຮັດບັນຊີລາຍຮັບ-ລາຍຈ່າຍ; ບໍ່ວ່າຈະເປັນຄ່າປຶ້ມ, ຄ່າສະບູ່, ຢາຖູແຂ້ວ ຈະຊື້ຫຍັງ ກໍຄວນຈົດບັນທຶກໄວ້ ແລະ ເຮົາຈະຮູ້ວ່າເຮົາໃຊ້ຈ່າຍໝົດໜ້ອຍຫລາຍປານໃດ. ຢູ່ຫ່າງຈາກໝູ່ເພື່ອນທີ່ໃຊ້ຈ່າຍເງິນຟູມເຟືອຍ; ວິທີນີ້ບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ມີໝູ່ເພື່ອນ ຫຼື ປະຕິເສດສັງຄົມແຕ່ປະການໃດ ແຕ່ຢາກໃຫ້ເລືອກກຸ່ມພົບປະສັງສັນ ເພາະຖ້າຢູ່ໃນກຸ່ມທີ່ໃຊ້ເງິນແບບບໍ່ຄິດ ພໍຮອດຕອນແລງຕ້ອງໄປສັງຄົມສ້າງສັນກິນນັ້ນກິນນີ້ທຸກມື້ ເງິນເດືອນທີ່ໄດ້ມາເທົ່າໃດກໍຄົງບໍ່ພໍ. ເລືອກໃຊ້ມືຖືໃຫ້ເໝາະສົມ; ຄ່າໃຊ້ຈ່າຍທີ່ຫຼາຍທີ່ສຸດຂອງໄວໜຸ່ມກໍຄືຄ່າໂທລະສັບມືຖື ໄວໜຸ່ມຫຼາຍຄົນຖື ຄະຕິທີ່ວ່າ “ ບໍ່ມີກິນບໍ່ວ່າ ຂໍມີເງິນຈ່າຍຄ່າໂທລະສັບມືຖືກໍພໍ ” ຮູ້ຈັກໃຊ້ໃຫ້ເໝາະສົມຈຶ່ງເປັນການດີ. ປະຢັດເງິນເປັນລາຍເດືອນ; ເຮົາຈະຕ້ອງແບ່ງ ເງິນເປັນສ່ວນໆ 5, 10, 15 ຫຼື 20% ຈາກເງິນເດືອນທີ່ໄດ້ມາ ແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ ເຂົ້າບັນຊີຝາກປະຈຳໄວ້ເລີຍ …

Read More »

ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້

  ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້ຄື: ມີປະຫວັດເກີດພູມແພ້ຢ່າງຮຸ່ນແຮງຕໍ່ ໂບທູລິນຼາມ ທ໋ອກຊິນ (Botulinum toxin). ຜູ້ຍິງທີ່ຖືພາ ຫຼື ກໍາລັງໃຫ້ນົມລູກ. ມີຄວາມຜິດປົກກະຕິຂອງພະຍາດກ້າມເນື້ອອ່ອນແຮງ. ມີບັນຫາເລືອດອອກງ່າຍຜິດປົກກະຕິ ຫຼື ກໍາລັງກິນຢາທີ່ມີຜົນເຮັດໃຫ້ເລືອດອອກແລ້ວຢຸດຍາກ. ກໍາລັງປິ່ນປົວດ້ວຍຢາບາງຊະນິດເຊິ່ງມີຜົນຕໍ່ການອອກລິດຂອງໂບທ໋ອກ (Botox).    

Read More »