Breaking News

Daily Archives: 11/11/2016

Mansion ຫຼູຫຼາ ຕົກແຕ່ງດ້ວຍຄໍາ ທົ່ວຫ້ອງລວມມູນຄ່າຫຼາຍກວ່າ 100 ລ້ານໂດລາ

ມາສ່ອງ ແມນຊັ້ນ (Mansion) ຫຼູຫຼາຂອງ Donald – Melania Trump ປະທານາທິບໍດີ ແລະ ສຸພາບສະຕີໝາຍເລກ 1 ແຫ່ງສະຫະລັດອາເມຣິກາ  ທີ່ຕົກແຕ່ງດ້ວຍຄໍາ ແລະ ຫີນອ່ອນ ລວມມູນຄ່າຫຼາຍກວ່າ 100 ລ້ານໂດລາສະຫະລັດ. ຕັ້ງຢູ່ຊັ້ນດາດຟ້າຂອງຕືກ ທຣັມປ໌ (Trump Tower) ໃນນະຄອນຫຼວງນິວຍອກ ທີ່ເນັ້ນການໃຊ້ເຄື່ອງເຮືອນທີ່ຫຼູຫຼາ. ດ້ວຍຄໍາ 24K ແລະ ຫີນອ່ອນເພື່ອຕົກແຕ່ງພາຍໃນຫ້ອງທັງໝົດ ນອກຈາກນັ້ນ ຍັງມີເຄື່ອງຕົກແຕ່ງທີ່ມີລາຄາແພງທີ່ສຸດເຊັ່ນດຽວກັນເຊັ່ນ: ໂຄມໄຟ, ເພດານ, ຝາຫ້ອງ, ເຟີນີເຈີ, ໃບໄມ້ຄໍາ ແລະ ອື່ນໆ… ພາຍໃນຫ້ອງຈະຕົກແຕ່ງໂດຍການອອກແບບຂອງ Angelo Donghia ນັກຕົກແຕ່ງພາຍໃນຊື່ດັ່ງຂອງອາເມຣິກາ ອອກແບບການຕົກແຕ່ງໃຫ້ດ້ວຍສິລະປະລຸຍທີ່ 14 (Louis XIV Style)  

Read More »

7 ວິທີການກິນອາຫານເພື່ອສຸຂະພາບທີ່ດີ

7  ວິທີການກິນອາຫານເພື່ອສຸຂະພາບທີ່ດີຂຶ້ນ ໃນແຕ່ລະມື້ເຮົາຈຳເປັນຕ້ອງກິນອາຫານຫຼາກຫຼາຍ ແລະ ຍັງມີຄຳແນະນຳຫ້າມກິນນັ້ນກິນນີ້ຈົນວ່າບໍ່ຮູ້ຊິເຊື່ອໃຜດີ, ມື້ນີ້ ວາລະສານຂັວນໃຈ ກໍມີເຄັດລັບງ່າຍໆໃນການກິນໃຫ້ໄດ້ປະໂຫຍດສູງສຸດຕໍ່ສຸຂະພາບຢ່າງເຕັມທີ່ມາຝາກດັ່ງນີ້: ກິນເຂົ້າເຊົ້າ: ເປັນພຶດຕິກໍາພື້ນຖານທີ່ສົ່ງຜົນຕໍ່ຈິດໃຈ ແລະ ພະລັງງານຊີວິດຂອງທ່ານຈົນໝົດມື້, ຊ່ວຍຫຼຸດລະດັບຄໍເລດເຕີຣອນ (Cholesterol) ໃນເສັ້ນເລືອດ, ຫຼຸດອັດຕາສ່ຽງຕໍ່ການເກີດພະຍາດຫົວໃຈ, ຊ່ວຍເຜົາຜານພະລັງງານໃຫ້ດີຂຶ້ນ ເຮັດໃຫ້ທ່ານກິນອາຫານມື້ອື່ນໄດ້ໜ້ອຍລົງ. ປ່ຽນນ້ຳມັນທີ່ໃຊ້ປຸງອາຫານ: ຍອມຈ່າຍແພງນ້ອຍໜຶ່ງເພື່ອຊື້ນໍ້າມັນໝາກກອກ ຫຼື ນໍ້າມັນດອກຕາເວັນເພື່ອປຸງອາຫານແທນນໍ້າມັນແບບເກົ່າໆທີ່ເຄີຍໃຊ້ ເພາະເປັນໄຂມັນທີ່ບໍ່ເປັນໂທດຕໍ່ຮ່າງກາຍ ແລະ ມີກົດໄຂມັນອີ່ມຕົວທີ່ເປັນປະໂຫຍດ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ເປັນຢ່າງດີ. ດື່ມນໍ້າໃຫ້ຫຼາຍຂຶ້ນ: ຄົນເຮົາຄວນດື່ມນໍ້າຢ່າງນ້ອຍມື້ລະ 2 ລິດ( ຍົກເວັ້ນຄົນທີ່ໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ) ເພື່ອຫຼໍ່ລ້ຽງເຊວໃນຮ່າງກາຍ, ຟື້ນຟູລະບົບຂັບຖ່າຍ, ຮັກສາລະດັບຄວາມເຂັ້ມຂຸ້ນຂອງເລືອດ. ເສີມສ້າງແຄວຊຽມໃຫ້ກັບກະດູກ: ດ້ວຍການດື່ມນົມ, ກິນປານ້ອຍທັງຕົວທັງກ້າງ, ເຕົາຮູ້ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກໃບຂຽວ ເພາະແຄວຊຽມເປັນສິ່ງຈຳເປັນທີ່ຈະເສີມສ້າງຄວາມແຂງແຮງໃຫ້ກັບກ້າມເນື້ອ ແລະ ກະດູກ ເຮັດໃຫ້ລະບົບປະສາດເຮັດວຽກໄດ້ເຕັມທີ. ຈັດນໍ້າຊາໃຫ້ຕົວເອງ: ທັງຊາດໍາ, ຊາຂຽວ ລ້ວນແລ້ວແຕ່ມີຄຸນສົມບັດຕ້ານອະນຸມູນອິດສະລະ ການດື່ມຊາມື້ລະ 1-3ຈອກ …

Read More »