Breaking News

Daily Archives: 30/11/2016

5 ວິທີເບິ່ງແຍງຜິວພັນໃນຊ່ວງລະດູໜາວ

5 ວິທີເບິ່ງແຍງຜິວພັນໃນຊ່ວງລະດູໜາວ ເມື່ອໃກ້ເຂົ້າຊ່ວງລະດູໜາວກໍ່ໄດ້ເວລາກຽມຊຸດງາມໆໃຫ້ພ້ອມຮັບລົມໜາວທີ່ກໍາລັງຈະມາຮອດ ແຕ່ຢ່າລືມກຽມເບິ່ງແຍງຜິວພັນໃຫ້ຮັບມືກັບອາກາດໜາວ ເພາະອາກາດທີ່ໜາວເຢັນມາພ້ອມກັບອາກາດແຫ້ງທີ່ເຮັດໃຫ້ຜິວພັນແຫ້ງເຄັ່ງ ຫຼື ແຫ້ງລອກ, ແດງຄັນ ຫຼື ຄັນຄາຍໄດ້ງ່າຍ ແລະ ມື້ນີ້ ວາລະສານຂັວນໃຈໄດ້ນໍາເອົາ 5 ວິທີເບິ່ງແຍງຜິວພັນໃຫ້ມີສຸຂະພາບດີ. ບໍ່ອາບນໍ້າ ຫຼື ລ້າງໜ້າດ້ວຍນໍ້າຮ້ອນ. ລະດູໜາວນີ້ການອາບນໍ້າຮ້ອນອາດຈະເຮັດໃຫ້ຮູ້ສຶກຜ່ອນຄາຍ ແຕ່ນໍ້າຮ້ອນນັ້ນຈະຊ່ວຍລ້າງໄຂມັນທີ່ຢູ່ເທິງຜິວພັນເຮັດໃຫ້ຜິວພັນບໍ່ສາມາດສະສົມຄວາມຊຸ່ມເອົາໄວ້ໄດ້ຈຶ່ງເກີດມີບັນຫາຜິວພັນແຫ້ງ ດັ່ງນັ້ນບໍ່ຄວນອາບນໍ້າຮ້ອນ ແລະ ປ່ຽນມາໃຊ້ນໍ້າອຸ່ນ ຫຼື ນໍ້າທໍາມະດາ. ບໍາລຸງຜິວພັນທັນທີຫຼັງຈາກອາບນໍ້າ. ການທາຄີມບໍາລຸງຜິວພັນທີ່ຢາກໃຫ້ຜິວພັນຊຸ່ມຂຶ້ນນັ້ນຄວນຈະບໍາລຸງທັນທີຫຼັງຈາກອາບນໍ້າແລ້ວ ການທາຄີມບໍາລຸງລົງເທິງພັນທີ່ກໍາລັງບໍ່ແຫ້ງດີນັ້ນຈະຊ່ວຍສະສົມນໍ້າໄວ້ໃນຜິວພັນໄດ້ດີ ບໍ່ວ່າຈະເປັນເວລາອາບນໍ້າຫຼືລ້າງມື້ຄວນທາຄີມບໍາລຸງຜິວພັນທຸກຄັ້ງ ເພື່ອຈະຊ່ວຍເຮັດໃຫ້ຜິວພັນນຸ່ມນວນໄດ້ຕະຫຼອດ. ຢ່າລືມປົກປ້ອງຜິວພັນ. ໃສ່ຜ້າແພພັນຄໍ ຫຼື ເສື້ອໜາໆ ເພື່ອປົກປ້ອງຜິວພັນຈາກລົມໜາວທີ່ຈະທໍາຮ້າຍຜິວພັນໃຫ້ແຫ້ງຫຼາຍຂຶ້ນ ໃນຂະນະດຽວກັນກໍ່ຄວນທາຄີມກັນແດດ ເພາະແສງຕາເວັ້ນໃນລະດູໜາວນັ້ນກໍ່ທໍາຮ້າຍຜິວພັນໄດ້ເທົ່າກັບແສງແດດຮ້ອນຄືກັນ. ດື່ມນໍ້າໃຫ້ພຽງພໍ. ພໍເຂົ້າຊ່ວງລະດູເຮົາກໍ່ມັກຈະດື່ມນໍ້າໜ້ອຍລົງໃນລະດູໜາວເພາະບໍ່ຮູ້ສຶກຮ້ອນ ຫຼື ເສຍເຫື່ອຫຼາຍ ແຕ່ຢ່າລືມວ່າຜິວພັນນັ້ນຕ້ອງການນໍ້າຈາກພາຍໃນເພື່ອຜິວພັນງາມຊຸ່ມນຸ່ມນວນສູ່ພາຍນອກ ລອງປ່ຽນຈາກການດື່ມກາເຟ ຫຼື ດື່ມນໍ້າຊາມາລອງດື່ມນໍ້າອຸ່ນປະສົມໝາກນາວເລັກນ້ອຍ ນອກຈາກຈະຊ່ວຍໃຫ້ຮູ້ສຶກສົດຊື່ນ ແລະ ອຸ່ນສະບາຍຕົວແລ້ວຍັງເພີ່ມນໍ້າເຂົ້າສູ່ຮ່າງກາຍ ແລະ ຜິວພັນໄດ້ເປັນຢ່າງດີ. …

Read More »