Breaking News

5 ວິທີເບິ່ງແຍງຜິວພັນໃນຊ່ວງລະດູໜາວ

ແບ່ງປັນ

5 ວິທີເບິ່ງແຍງຜິວພັນໃນຊ່ວງລະດູໜາວ

ເມື່ອໃກ້ເຂົ້າຊ່ວງລະດູໜາວກໍ່ໄດ້ເວລາກຽມຊຸດງາມໆໃຫ້ພ້ອມຮັບລົມໜາວທີ່ກໍາລັງຈະມາຮອດ ແຕ່ຢ່າລືມກຽມເບິ່ງແຍງຜິວພັນໃຫ້ຮັບມືກັບອາກາດໜາວ ເພາະອາກາດທີ່ໜາວເຢັນມາພ້ອມກັບອາກາດແຫ້ງທີ່ເຮັດໃຫ້ຜິວພັນແຫ້ງເຄັ່ງ ຫຼື ແຫ້ງລອກ, ແດງຄັນ ຫຼື ຄັນຄາຍໄດ້ງ່າຍ ແລະ ມື້ນີ້ ວາລະສານຂັວນໃຈໄດ້ນໍາເອົາ 5 ວິທີເບິ່ງແຍງຜິວພັນໃຫ້ມີສຸຂະພາບດີ.

  1. ບໍ່ອາບນໍ້າ ຫຼື ລ້າງໜ້າດ້ວຍນໍ້າຮ້ອນ.

body_image_800x450_01

ລະດູໜາວນີ້ການອາບນໍ້າຮ້ອນອາດຈະເຮັດໃຫ້ຮູ້ສຶກຜ່ອນຄາຍ ແຕ່ນໍ້າຮ້ອນນັ້ນຈະຊ່ວຍລ້າງໄຂມັນທີ່ຢູ່ເທິງຜິວພັນເຮັດໃຫ້ຜິວພັນບໍ່ສາມາດສະສົມຄວາມຊຸ່ມເອົາໄວ້ໄດ້ຈຶ່ງເກີດມີບັນຫາຜິວພັນແຫ້ງ ດັ່ງນັ້ນບໍ່ຄວນອາບນໍ້າຮ້ອນ ແລະ ປ່ຽນມາໃຊ້ນໍ້າອຸ່ນ ຫຼື ນໍ້າທໍາມະດາ.

  1. ບໍາລຸງຜິວພັນທັນທີຫຼັງຈາກອາບນໍ້າ.

03681_ixqte

ການທາຄີມບໍາລຸງຜິວພັນທີ່ຢາກໃຫ້ຜິວພັນຊຸ່ມຂຶ້ນນັ້ນຄວນຈະບໍາລຸງທັນທີຫຼັງຈາກອາບນໍ້າແລ້ວ ການທາຄີມບໍາລຸງລົງເທິງພັນທີ່ກໍາລັງບໍ່ແຫ້ງດີນັ້ນຈະຊ່ວຍສະສົມນໍ້າໄວ້ໃນຜິວພັນໄດ້ດີ ບໍ່ວ່າຈະເປັນເວລາອາບນໍ້າຫຼືລ້າງມື້ຄວນທາຄີມບໍາລຸງຜິວພັນທຸກຄັ້ງ ເພື່ອຈະຊ່ວຍເຮັດໃຫ້ຜິວພັນນຸ່ມນວນໄດ້ຕະຫຼອດ.

  1. ຢ່າລືມປົກປ້ອງຜິວພັນ.

body_image_800x450_03

ໃສ່ຜ້າແພພັນຄໍ ຫຼື ເສື້ອໜາໆ ເພື່ອປົກປ້ອງຜິວພັນຈາກລົມໜາວທີ່ຈະທໍາຮ້າຍຜິວພັນໃຫ້ແຫ້ງຫຼາຍຂຶ້ນ ໃນຂະນະດຽວກັນກໍ່ຄວນທາຄີມກັນແດດ ເພາະແສງຕາເວັ້ນໃນລະດູໜາວນັ້ນກໍ່ທໍາຮ້າຍຜິວພັນໄດ້ເທົ່າກັບແສງແດດຮ້ອນຄືກັນ.

  1. ດື່ມນໍ້າໃຫ້ພຽງພໍ.

body_image_800x450_04

ພໍເຂົ້າຊ່ວງລະດູເຮົາກໍ່ມັກຈະດື່ມນໍ້າໜ້ອຍລົງໃນລະດູໜາວເພາະບໍ່ຮູ້ສຶກຮ້ອນ ຫຼື ເສຍເຫື່ອຫຼາຍ ແຕ່ຢ່າລືມວ່າຜິວພັນນັ້ນຕ້ອງການນໍ້າຈາກພາຍໃນເພື່ອຜິວພັນງາມຊຸ່ມນຸ່ມນວນສູ່ພາຍນອກ ລອງປ່ຽນຈາກການດື່ມກາເຟ ຫຼື ດື່ມນໍ້າຊາມາລອງດື່ມນໍ້າອຸ່ນປະສົມໝາກນາວເລັກນ້ອຍ ນອກຈາກຈະຊ່ວຍໃຫ້ຮູ້ສຶກສົດຊື່ນ ແລະ ອຸ່ນສະບາຍຕົວແລ້ວຍັງເພີ່ມນໍ້າເຂົ້າສູ່ຮ່າງກາຍ ແລະ ຜິວພັນໄດ້ເປັນຢ່າງດີ.

  1. ບໍາລຸງຜິວພັນກ່ອນນອນ.

timthumb

ຜິວພັນສ່ວນທີ່ແຫ້ງເປັນພິເສດເຊັ່ນ: ມື, ຕີນ, ແຂນສອກເປັນບໍລິເວນທີ່ຜິວພັນບາງ ແລະ ມັກສູນເສຍນໍ້າໄດ້ໄວກວ່າບໍລິເວນອື່ນໆຄວນໃຊ້ຄີມບໍາລຸງຜິວພັນທີ່ໃຫ້ຄວາມຊຸ່ມຢ່າງເຂັ້ມຂຸ້ນກ່ອນນອນ ເລືອກຜະລິດຕະພັນທີ່ໃຫ້ຄວາມຊຸ່ມທີ່ຍາວນານຕະຫຼອດຄືນ ເພື່ອຕື່ນມາຕອນເຊົ້າພ້ອມກັບຜິວພັນທີ່ນຸ່ມນວນ.

ແບ່ງປັນ