Breaking News

Daily Archives: 21/02/2017

ການກໍ່ສ້າງທາງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ

ປັດຈຸບັນ ໂຄງການກໍ່ສ້າງທາງເບຕົ້ງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ມີຄວາມຄືບໜ້າ 10%   ເລີ່ມລົງມືກໍ່ສ້າງມາແຕ່ ເດືອນຕຸລາ 2016  ປັດຈຸບັນໄດ້ສຳເລັດການວ່າງທໍ່ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຢູ່ໃນໄລຍະການມ້າງສິ່ງກີດຂວາງເຊັ່ນ: ການຍ້າຍເສົາໄຟຟ້າ, ສາຍໄຟຟ້າ, ສາຍໂທລະສັບ, ນ້ຳປະປາ ແລະ ອື່ນໆ. ທ່ານ ຄຳບອນ ທຳມະວົງສາ ຮອງຜູ້ຈັດການພາກສະໜາມໂຄງການກໍ່ສ້າງທາງເບຕົ້ງດັ່ງກ່າວ (ຕັ້ງຈະເລີນ) ໄດ້ໃຫ້ສຳພາດ ໃນວັນທີ 21 ກຸມພານີ້ວ່າ: ໂຄງການກໍ່ສ້າງທາງເບຕົ້ງນີ້ ແມ່ນມີຄວາມຍາວທັງໝົດ 9 ພັນກວ່າແມັດ, ໜ້າທາງກວ້າງ 28 ແມັດ (ລວມທັງທາງຍາງທັງສອງກ້ຳ ແລະ ດອນກາງທາງ ) ແລະ ມີຄວາມໜາຂອງເປຕົ້ງ 20 ຊັງຕີແມັດກວ່າ, ຄາດວ່າ ຈະໃຫ້ສຳເລັດການກໍ່ສ້າງຕາມແຜນການ ຄື ປະມານເດືອນກັນຍາ …

Read More »

ລ່ອງເຮືອ, ຊົມຫີນຍ້ອຍ …ຖໍ້າກອງລໍ – ນາຕານ

ມື້ນີ້ຈະຂໍແນະທ່ານໄປທ່ຽວສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງແຂວງ ຄໍາມ່ວນນັ້ນກໍຄື ຖໍ້າກອງລໍຖໍ້າກອງລໍເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງລະດັບແນວໜ້າຂອງໂລກຍ້ອນວ່າເປັນຖໍ້າທີ່ມີສາຍນໍ້າຫີນບູນໄຫຼຜ່ານອຸໂມງຂອງພູຫີນປູນເຂົ້າໄປແລ້ວປ່ອງໃສ່ແມ່ນໍ້າຂອງຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານກອງລໍ – ນາຕານ, ເມືອງຄູນຄຳເຊິ່ງຫ່າງຈາກເມືອງ 46 ກິໂລແມັດບັນດານັກທ່ອງທ່ຽວສາມາດເດີນທາງຈາກເສັ້ນທາງເລກທີ 13 ເຂົ້າໄປຕາມເສັ້ນທາງເລກ 8 ອາດຈະຮອດບ້ານຄູນຄຳ ເຊິ່ງຫ່າງຈາກຖ້ຳກອງລໍ 40 ກິໂລແມັດ ສຳລັບທາງເລືອກອື່ນທີ່ເໝາະສົມກັບຜູ້ມັກການປະຈົນໄພ ແມ່ນຂີ່ເຮືອຈັກຫາງຍາວລ່ອງໄປຕາມສາຍນ້ຳຫີນບູນຈາກບ້ານນາ ແລະນັກທ່ອງທ່ຽວກໍສາມາດພັກແຮມຄືນນຳເຮືອນຊາວບ້ານ ບ້ານນາຫີນ, ບ້ານນາຕານ ແລະບ້ານກອງລໍ. ຖໍ້າກອງລໍ ມີຄວາມຍາວປະມານ 7,5 ກິໂລແມັດ, ເຊິ່ງມີຄວາມກ້ວາງປະມານ 30 ແມັດ ແລະ ສູງແຕ່ 20 ແມັດຫາ 100 ແມັດ ຖໍ້າກອງລໍເປັນຖໍ້າທີ່ສວຍງາມ ແລະມີສະເໜ່ດຶງດູດທີ່ສຸດເພາະທາງໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມບັນດານັກທ່ອງທ່ຽວສາມາດຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳໄດ້ຕະຫຼອດ ໃນລະດູແລ້ງເປັນໄລຍະທີ່ເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖ້ຳໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳແລ້ວກໍ່ສາມາດລົງຈາກເຮືອແວ່ທ່ຽວຊົມທິວທັດ ແລະຍ່າງເລາະຫຼິ້ນຕາມຫາດຊາຍຂາວ ດ້ວຍການສຳຜັດກັບອາກາດທີ່ເຢັນສະບາຍເຊິ່ງນັກທ່ອງທ່ຽວທີ່ເຂົ້າໄປພາຍໃນຖ້ຳຈະມີຄວາມສຸກພາຍໃຕ້ບັນຍາກາດຂອງຄວາມສວຍງາມຂອງຖໍ້າບົນເສັ້ນທາງພາຍໃນຖ້ຳມີຫີນຍ້ອຍ, ໂງ່ນຫີນ ແລະ ຫາດຊາຍຈຳນວນຫຼວງຫຼາຍອັນສວຍສົດງົດງາມເປັນທີ່ຈັບອົກຈັບໃຈທີ່ສຸດ ຖໍ້າກອງລໍ-ນາຕານຖືກຄົ້ນພົບແຕ່ສະຕະວັດທີ XVI …

Read More »

ຫາລືແນວທາງໃນການຟື້ນຟູເສດຖະກິດ ແລະ ສັງຄົມຂອງອາຊຽນ

ຫາລືເສດຖະກິດ-ສັງຄົມອາຊຽນ ລັດຖະມົນຕີຕ່າງປະເທດຂອງສະມາຄົມປະຊາຊາດອາຊຽນ ຈະຈັດການປະຊຸມທີ່ເກາະໂບຣາເຄຂອງຟີລິບປິນ ໃນມື້ອື່ນນີ້ ເພື່ອຫາລືແນວທາງໃນການຟື້ນຟູເສດຖະກິດ ແລະ ສັງຄົມຂອງອາຊຽນ ຊຶ່ງມີອາຍຸຄົບຮອບ 50 ປີໃນປີນີ້. ການປະຊຸມດັ່ງກ່າວ ຈະເປັນການປະຊຸມຄັ້ງທໍາອິດຂອງອາຊຽນພາຍໃຕ້ການເປັນປະທານຂອງຟີລິບປິນໃນປີນີ້. ທ່ານ ຊານ ໂຮເຊ ລັດຖະມົນຕີຕ່າງປະເທດຟີລິບປິນ ເປີດເຜີຍວ່າ: ໃນການປະຊຸມຄັ້ງນີ້ ລັດຖະມົນຕີຕ່າງປະເທດອາຊຽນຈະຫາລືຈະແລກທັດສະນະກ່ຽວກັບຄວາມສໍາພັນຂອງອາຊຽນ ແລະ ປະເທດຄູ່ຄ້າ ລວມເຖິງທັດສະນະລະຫວ່າງປະເທດດ້ານຜົນປະໂຫຍດ, ນອກນີ້, ລັດຖະມົນຕີອາຊຽນຈະຫາລືກ່ຽວກັບການກໍ່ການຮ້າຍ, ການຄ້າມະນຸດ ແລະ ຢາເສບຕິດ

Read More »

ໂຕ່ໂນ່ ອອກມາໂພສແບບນີ້ກ່ຽວກັບປະເທດລາວ…(ມີຄຣິບ)

  ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ ໄດ້ມາຫຼິ້ນຄອນເສີດທີ່ ສູນການຄ້າວຽງຈັນເຊັນເຕີ້ ໃນວັນອາທິດ ວັນທີ 19 ກຸມພາ ທີ່ຜ່ານມາ ແລະ ໃນອິນສະຕາແກມສ່ວນຕົວຂອງນັກຮ້ອງໜຸ່ມສຸດເຈົ້າຊູ້ຄົນນີ້ກໍໄດ້ໂພສຮູບກຳລັງຈະຂ້າມທາງແຖວແຄມຂອງພ້ອມຂຽນຄໍາອະທີບາຍກ້ອງຮູບວ່າ: “ລໍຖ້າຫຼິ້ນຄອນເສີດທີ່ວຽງຈັນ…ສິ່ງທີ່ສັງເກດ ແລະ ໜ້າເອົາໄປພັດທະນາປະເທດເຮົາຄື ຖະໜົນຫົນທາງທີ່ນີ້ອາດຈະບໍ່ໃຫ່ຍເທົ່າກັບບ້ານເຮົາ ແຕ່ພື້ນຫົນທາງລຽບຫຼາຍ”. ຈັ່ງໃດ ຊະນີIndy ແລະ ຄົນລາວທຸກຄົນກໍຍິນດີຕ້ອນຮັບເດີ້ ມື້ໜ້າຢ່າລືມມາຢາມກັນອີກແດ່ເດີ້ ອ້າຍ ໂຕ່ໂນ່… #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: mootono29 ຊະນີIndy ມີຄຣິບຕອນທີ່ໜຸ່ມ ໂຕໂນ່ ມາຫຼິ້ນຄອນເສີດມາຝາກນໍາເດີ້ ສາມາດເບິ່ງໄດ້ເລີຍ…      

Read More »

ສາວທະຫານ VS ສາວຕໍາຫຼວດ ໃຜງາມກວ່າກັນ?

ມາແລ້ວ BeautyGuru ຄົນຜູ້ຮ້າຍໃຫຍ່ມາພົບກັບສາວໆຕາມໂມງເກົ່າເວລາເດີມ ມາເພີ່ມຄືເລື່ອງລາວດີໆວ່າຊັ້ນສາ ແລະ ມື້ນີ້ຖ້າສາວຄົນໃດຢາກຮູ້ວ່າ BeautyGuru ມີຫຍັງມາຕ້ອນນັ້ນກໍຢ່າລືມຕິດຕາມກັນເດີ້ ແລະ ສິ່ງທີ່ເອົາມາຕ້ອນມາຝາກສາວໆໃນມື້ນີ້ກໍຄື ບັນດາສາວງາມໆໃນຊຸເຄື່ອງແບບຮົ້ວຂອງຊາດ ຄົງຈະເປັນໃຜໄປບໍ່ໄດ້ນອກຈາກສາວ ທະຫານນັ້ນເອງ ແລະ ຍັງບໍ່ໝົດພຽງແຕ່ສາວທະຫານງາມໆ ມື້ນີ້ຍັງມີມາໃຫ້ສາວໆປຽບທຽບກັນກໍຄືວ່າ ສາວທະຫານ VS ສາວຕໍາຫຼວດໃຜຈະງາມກວ່າກັນ ຖ້າທຽບເລື່ອງອື່ນກໍຄົງຈະທຽບບໍ່ໄດ້ເພາະຕ່າງຝ່າຍຕ່າງມີບົດບາດ ແລະ ໜ້າທີ່ສໍາຄັນ ທັງເກັ່ງອີກ ສະນັ້ນແອດເລີຍໃຫ້ສາວໆສົມທຽບກັນທີ່ຄວາມສາມັນຈຶ່ງສົມເຫດສົມຜົນເນາະສາວໆ ວ່າແລ້ວເຮົາກະໄປເບີ່ງກັນເລີຍວ່າ ລະຫວ່າງສາວທະຫານ VS ສາວຕໍາຫຼວດໃຜຈະງາມກວ່າກັນແທ້ ໄປເລີຍ!!! ສາວທະຫານລາວ ສາວຕໍາຫຼວດລາວ ໃຜງາມກວ່າກັນ ຢ່າລືມໄລ & ແຊຣກັນແນ່ເດີ້ By: BeautyGuru ເຄຼດິດຮູບຈາກ: ຂ້ອຍຮັກປະເທດລາວ ຂ້ອຍຮັກເມືອງລາວ

Read More »