Breaking News

Daily Archives: 10/03/2017

ນາງສັງຂານຫຼວງພະບາງ ປະຈຳປີ ພສ 2560 ອາດແມ່ນເຈົ້າ!

ກອງປະກວດນາງສັງຂານຫຼວງພະບາງ ເປີດຮັບສະໝັກ ນາງສາວງາມ ຜູ້ທີ່ມີຄວາມສົນໃຈ ເຂົ້າຮ່ວມການປະກວດ ສາມາດ ລົງທະບຽນ ໄດ້ແລ້ວ ຕັ້ງແຕ່ມື້ນີ້ ຈົນໄປຖິງວັນທີ 16 ມີນາ 2017 ນີ້. ສາວງາມແຫ່ງດິນແດນເມືອງມໍລະດົກໂລກ ທີ່ເປັນເພດຍິງ ໂດຍກຳເນີດ ອາຍຸ 15-23 ປີ ສາມາດອ່ານ-ຂຽນ ພາສາລາວໄດ້ເປັນຢ່າງດີ ສຳນຽງສຽງປາກເອກະລັກຫຼວງພະບາງ ສາມາດຂໍໃບສະໝັກໄດ້ທີ່: ຫ້ອງວ່າການປົກຄອງເມືອງຫຼວງພະບາງ, ບ້ານວຽງໃໝ່ ເມືອງຫຼວງກະບາງ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 071 212 160 ຮອບຄັດເລືອກຈະມີຂຶ້ນໃນວັນທີ 17 ກຸມພາ 2017 ນີ້.   ຂໍມູນຈາກ: ເຟສບຸກ ນາງສັງຂານ ຫລວງພະບາງ

Read More »

ສາວງາມແຫ່ງ ເມືອງວິລະຊົນ ຈະງາມສົມຄໍາເຂົາລືກັນບໍ່ນັ້ນ (ມີຄໍາຕອບ)

ສະບາຍດີສາວໆ ແຟນຂວັນໃຈມາພົບກັບ BeautyGuru ຄົນເກົ່າຄົນເດີມ ເພີ່ມເຕີມຄືສິ່ງດີໆທີ່ຈະເອົາມາຕ້ອນແຟນໆ (ວ່າຊັ້ນ) ຫຼັງຈາກທີ່ຫາຍໄປດົນ (ເກືອບອາທິດ) ກໍໄດ້ກັບມາປະຕິບັດໜ້າທີ່ສອດສ່ອງເລື່ອງຊາວບ້ານຄືເກົ່າ ມາປະຈໍາການບ່ອນເກົ່າເວລາເດີມ ມື້ນີ້ມາພົບພໍ້ກັນກໍແນ່ນອນ ວ່າຕ້ອງມີເລື່ອງດີໆມາຕ້ອນມາຝາກກັນແນ່ນອນ ສາວໆຄົງເຄີຍໄດ້ຍິນຄໍານີ້ເນາະ ເມືອງວິລະຊົນ ແນ່ນອນວ່າເຄີຍເພາະ ເມືອງວິລະຊົນນັ້ນ ເປັນດິນແດນບ້ານເກີດເມືອງນອນຂອງ ລຸງ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວນັ້ນເອງ ແຕ່ທີ່ BeautyGru ມາເວົ້າມື້ນີ້ບໍ່ໄດ້ຈະມາເວົ້າເລື່ອງປະຫວັດສາດໃຫ້ສາວໆຟັງດອກ ແຕ່ໄດ້ຍິນເພີ່ນເວົ້າມາວ່າ ສາວແຫ່ງເມືອງວິລະຊົນນັ້ນມີແຕ່ຄົນງາມໆວ່າຊັ້ນ (ໃຜວ່າລະ) ແລ້ວໜຸ່ມໆສາວໆແຟນຂວັນໃຈວ່າຄືກັນກັບເພີ່ນບໍ່ລ່ະ ແຕ່ຖ້າຈະເວົ້າໄປເວົ້າເລື່ອງສາວງາມນັ້ນ ບໍ່ວ່າຢູ່ໃສກໍມີທັງຄົນງາມ ແລະ ບໍ່ງາມ ສະນັ້ນມື້ນີ້ແອດກໍໄດ້ຮວບຮວມເອົາຮູບພາບບັນດາສາວງາມແຫ່ງເມືອງວິລະຊົນມາໃຫ້ເບີ່ງ ແລະ ຕັດສິນນໍາກັນສ່ວນວ່າຈະງາມ ຫຼືບໍ່ນັ້ນເຮົາກໍໄປເບີ່ງນໍາກັນເລີຍ. ເປັນແນວໃດ ສາວໆຈາກເມືອງວິລະຊົນຂອງເຮົາ ງາມ ຫຼືແນວໃດກໍຢ່າລືມ ຄອມເມັ້ນ Like and Share ໃຫ້ແອດຮູ້ກັນນໍາເດີ້!!! By: BeautyGru ເຄຼດິດຮູບຈາກ: ສາວສະຫວັນ  

Read More »

ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນທີ່ເຮົາຮັກທີ່ສຸດກິນ

ຮ້ານອາຫານ ປິນໂຕ (Pintoh Restaurant) ໃນພາວະການແຂ່ງຂັນສູງ ແລະ ດຸເດືອດ ຂອງທຸລະກິດຮ້ານອາຫານໃນເຂດນະຄອນຫຼວງວຽງຈັນ ມີຮ້ານອາຫານນ້ອຍໆຮ້ານໜຶ່ງໄດ້ເປີດຕົວຂຶ້ນ ເມື່ອປະມານ 8 ເດືອນກ່ອນ ຊື່ວ່າ ຮ້ານປິນໂຕ ທ່າມກາງຈຸດທີ່ສັບສົນວຸ່ນວາຍທີ່ສຸດໃຈກາງເມືອງ ນັ້ນກໍ່ຄືແຖວສີຫອມຮ້ານນ້ອຍໆແຫ່ງນີ້ ເກີດຂຶ້ນຈາກແຮງບັນດານໃຈຂອງສອງເອື້ອຍນ້ອງ ເອື້ອຍເຟີຍ ແລະ ເອື້ອຍໝານ້ອຍ ທີ່ຢາກນຳເອົາເມນູທີ່ປຸງແຕ່ງດ້ວຍຄວາມຮັກ ສຳລັບສະມາຊິກຄອບຄົວຂອງຕົນເອງ ມາແບ່ງປັນໃຫ້ກັບລູກຄ້າໄດ້ລິ້ມລອງ ດ້ວຍສູດທີ່ບໍ່ຄືໃຜ ດ້ວຍການເລືອກວັດຖຸດິບທີ່ພີຖີພິຖັນ ທຸກຢ່າງຕ້ອງສົດໃໝ່ ຄຸນນະພາບດີ ແລະ ທີ່ສຳຄັນ ປາສະຈາກແປ້ງນົວ ເຮັດໃຫ້ທຸກໆເມນູບ້ານໆ ຫຼື ເມນູປະຈຳບ້ານຂອງເພິ່ນ ອອກມາມີລົດຊາດພິເສດ ເພາະແນວຄວາມຄິດຂອງເພິ່ນຄື “ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນເຮົາຮັກທີ່ສຸດກິນ” ບັນຍາາດຂອງຮ້ານກໍແສນຈະເຂົ້າກັນກັບແນວຄິດຂອງອາຫານ ທີ່ເຕັມໄປດ້ວຍອາຍອຸ່ນແບບຄອບຄົວອີ່ຫລີ ຈາກອຸປະກອນຕົບແຕ່ງແນວຢ້ອນອາດີດ ບໍ່ວ່າຈະເປັນ ປິນໂຕເຫຼັກ, ພາຖາດເຫຼັກລາຍດອກ ຫ້ອຍຢູ່ເທິງຝາ ພ້ອມທັງລວດລາຍຮູບແຕ້ມ ວິຖີຊິວິດຂອງຄົນລາວສະ ໄໝກ່ອນ ເຊິ່ງຖ້າໃຜຢູ່ໃນໄວກາງຄົນ ກໍພາໃຫ້ຄິດຮອດພາເຂົ້າທີ່ອີ່ແມ່ເຮັດໃຫ້ກິນສະໄໝຍັງນ້ອຍ (ເວົ້າລະນໍ້າຕາຊຶມ) …

Read More »