Breaking News

Daily Archives: 15/03/2017

ການນັ່ງສະມາທີໃຫ້ປະໂຫຍດຫຼາຍກວ່າທີ່ຄິດ (ຜົນການວິໄຈຂອງແພດຜູ້ຊ່ຽວຊານ) ລອງແລ້ວຈະຮູ້

ສະບາຍດີສາວໆແຟນໆຂວັນໃຈ ມາພົບກັນອີກແລ້ວໃນຕອນເຊົ້າຂອງວັນພຸດ ມື້ນີ້ກໍມີເລື່ອງລາວດີໆມາຕ້ອນມາຝາກສາວໆເຊັ່ນເຄີຍ ມື້ຈະມາພາສາວໆແຟນໆຂວັນໃຈໄປຮູ້ເຖິງ ປະໂຫຍດດີໆຈາກການນັ່ງສະມາທິ ນັ້ນເອງ ສຸຂະພາບດີໆໃຜໆກໍຢາກມີ ແຕ່ໃນບາງເທື່ອມັນກໍຍາກສໍາລັບສາວໆຍຸກໃໝ່ທີ່ຕ້ອງເຮັດວຽກແຂ່ງກັບເວລາ ເລີຍບໍ່ມີເວລາທີ່ຈະເບິ່ງແຍງຕົວເອງເລີຍ ແຕ່ຖ້າສາວໆຢາກຮູ້ວິທີງ່າຍໆແຕ່ເຮັດໃຫ້ເຮົາມີສຸຂະພາບດີ ສາມາດເຮັດໄດ້ຢູ່ໃນຫ້ອງນອນຂອງເຮົາເອງ ວິທີນັ້ນກໍຄື ກ່ນນັ່ງສະມາທິ ນັ້ນເອງ ເພາະຜົນການວິໄຈຈາກຄົນໄຂ້ຂອງແພດຜູ້ຊ່ຽວຊານສາມາດຢັ້ງຢືນໄດ້ວ່າ ການນັ່ງສະມາທິສາມາດຮັກສາພະຍາດຮ້າຍແຮງຕ່າງໆໄດ້ດີກວ່າການກິນຢາຊໍາເຮື້ອເຖິງ 4 ເທົ່າ ວ້າວໆມັນດີປານນັ້ນພຸ້ນຫວາ? ແຕ່ວ່າຈະດີແທ້ບໍ່ນັ້ນເຮົາໄປເບິ່ງພ້ອມກັນເລີຍວ່າມີຫຍັງແດ່? ການນັ່ງສະມາທິ: ເຮັດໃຫ້ຮ່າງກາຍມີສະພາວະຄືກ່ອນຈະນອນຫຼັບແຕ່ຍັງບໍ່ຫຼັບ ມີສະຕິຮູ້ຕົວຢູ່ສະເໝີ ແລະ ເຮັດໃຫ້ຈິດໃຈສົດຊື່ນແຈ່ມໃສ ສະມາທິຍັງຊ່ວຍກໍາຈັດຄວາມຂັດແຍ້ງທາງດ້ານໃນຈິດໃຈ ເຮັດໃຫ້ຈິດໃຈຢຸດນິ່ງທ່າມກາງຄວາມສັບສົນວ່າຈະເອົາແນວໃດ ຈະໄປທາງໃດດີ, ເມື່ອຈິດໃຈເຮົາຢຸດນິ່ງແລ້ວຈະເຂົ້າໄປຢູ່ໃນສະຖານະການ ແລະ ເລື່ອງລາວຕ່າງໆໄດ້ດີຂຶ້ນ ຍອມຮັບມມັນດ້ວຍຄວາມສະຫງົບ ແລະ ມີຄວາມສຸກຫຼາຍຂຶ້ນ ແລະ ຜົນການວິໄຈຂອງແພດມະຫາວິທະຍາ ຮາວາຣດ ບອກວ່າ ການທີ່ຄົນໄຂ້ນັ່ງສະມາທິນັ້ນ ເຮັດໃຫ້ສະໝອງປິດກັ້ນເລື່ອງລາວຕ່າງໆທີ່ຈະເຂົ້າມາ ເຮັດໃຫ້ສາມາດຄວບຄຸມຕົວເອງໄດ້ດີຂຶ້ນ ເຮັດໃຫ້ການເຕັ້ນຂອງຫົວໃຈ, ລົມຫາຍໃຈ ແລະ ການເຜົາຜານໃນຮ່າງກາຍເປັນປົກກະຕິ ການນັ່ງສະມາທິ: ຊ່ວຍໃຫ້ຮ່າງກາຍສ້າງພູມຄຸ້ມກັນພະຍາດໄດ້ດີຫຼາຍຂຶ້ນ, ສາມາດຮັກສາພະຍາດໄດ້ດີຫຼາຍຂຶ້ນ, ສາມາດຮັກສາພະຍາດຮ້າຍແຮງເຊັ່ນ: ພະຍາດຫົວໃຈ, …

Read More »