Breaking News

ການນັ່ງສະມາທີໃຫ້ປະໂຫຍດຫຼາຍກວ່າທີ່ຄິດ (ຜົນການວິໄຈຂອງແພດຜູ້ຊ່ຽວຊານ) ລອງແລ້ວຈະຮູ້

ແບ່ງປັນ

ສະບາຍດີສາວໆແຟນໆຂວັນໃຈ ມາພົບກັນອີກແລ້ວໃນຕອນເຊົ້າຂອງວັນພຸດ ມື້ນີ້ກໍມີເລື່ອງລາວດີໆມາຕ້ອນມາຝາກສາວໆເຊັ່ນເຄີຍ ມື້ຈະມາພາສາວໆແຟນໆຂວັນໃຈໄປຮູ້ເຖິງ ປະໂຫຍດດີໆຈາກການນັ່ງສະມາທິ ນັ້ນເອງ ສຸຂະພາບດີໆໃຜໆກໍຢາກມີ ແຕ່ໃນບາງເທື່ອມັນກໍຍາກສໍາລັບສາວໆຍຸກໃໝ່ທີ່ຕ້ອງເຮັດວຽກແຂ່ງກັບເວລາ ເລີຍບໍ່ມີເວລາທີ່ຈະເບິ່ງແຍງຕົວເອງເລີຍ ແຕ່ຖ້າສາວໆຢາກຮູ້ວິທີງ່າຍໆແຕ່ເຮັດໃຫ້ເຮົາມີສຸຂະພາບດີ ສາມາດເຮັດໄດ້ຢູ່ໃນຫ້ອງນອນຂອງເຮົາເອງ ວິທີນັ້ນກໍຄື ກ່ນນັ່ງສະມາທິ ນັ້ນເອງ ເພາະຜົນການວິໄຈຈາກຄົນໄຂ້ຂອງແພດຜູ້ຊ່ຽວຊານສາມາດຢັ້ງຢືນໄດ້ວ່າ ການນັ່ງສະມາທິສາມາດຮັກສາພະຍາດຮ້າຍແຮງຕ່າງໆໄດ້ດີກວ່າການກິນຢາຊໍາເຮື້ອເຖິງ 4 ເທົ່າ ວ້າວໆມັນດີປານນັ້ນພຸ້ນຫວາ? ແຕ່ວ່າຈະດີແທ້ບໍ່ນັ້ນເຮົາໄປເບິ່ງພ້ອມກັນເລີຍວ່າມີຫຍັງແດ່?

  • ການນັ່ງສະມາທິ: ເຮັດໃຫ້ຮ່າງກາຍມີສະພາວະຄືກ່ອນຈະນອນຫຼັບແຕ່ຍັງບໍ່ຫຼັບ ມີສະຕິຮູ້ຕົວຢູ່ສະເໝີ ແລະ ເຮັດໃຫ້ຈິດໃຈສົດຊື່ນແຈ່ມໃສ ສະມາທິຍັງຊ່ວຍກໍາຈັດຄວາມຂັດແຍ້ງທາງດ້ານໃນຈິດໃຈ ເຮັດໃຫ້ຈິດໃຈຢຸດນິ່ງທ່າມກາງຄວາມສັບສົນວ່າຈະເອົາແນວໃດ ຈະໄປທາງໃດດີ, ເມື່ອຈິດໃຈເຮົາຢຸດນິ່ງແລ້ວຈະເຂົ້າໄປຢູ່ໃນສະຖານະການ ແລະ ເລື່ອງລາວຕ່າງໆໄດ້ດີຂຶ້ນ ຍອມຮັບມມັນດ້ວຍຄວາມສະຫງົບ ແລະ ມີຄວາມສຸກຫຼາຍຂຶ້ນ ແລະ ຜົນການວິໄຈຂອງແພດມະຫາວິທະຍາ ຮາວາຣດ ບອກວ່າ ການທີ່ຄົນໄຂ້ນັ່ງສະມາທິນັ້ນ ເຮັດໃຫ້ສະໝອງປິດກັ້ນເລື່ອງລາວຕ່າງໆທີ່ຈະເຂົ້າມາ ເຮັດໃຫ້ສາມາດຄວບຄຸມຕົວເອງໄດ້ດີຂຶ້ນ ເຮັດໃຫ້ການເຕັ້ນຂອງຫົວໃຈ, ລົມຫາຍໃຈ ແລະ ການເຜົາຜານໃນຮ່າງກາຍເປັນປົກກະຕິ
  • ການນັ່ງສະມາທິ: ຊ່ວຍໃຫ້ຮ່າງກາຍສ້າງພູມຄຸ້ມກັນພະຍາດໄດ້ດີຫຼາຍຂຶ້ນ, ສາມາດຮັກສາພະຍາດໄດ້ດີຫຼາຍຂຶ້ນ, ສາມາດຮັກສາພະຍາດຮ້າຍແຮງເຊັ່ນ: ພະຍາດຫົວໃຈ, ພະຍາດເອດ, ພະຍາດມະເຮັງ, ພະຍາດຄວາມດັນໂລຫິດສູງ, ຫົວໃຈສັ່ນ ແລະ ເຈັບປ່ວຍຊໍາເຮື້ອຄົນໄຂ້ຫຼາຍກວ່າ 14,000 ຄົນບໍ່ຕ້ອງກິນຢາແກ້ປວດ
  • ການນັ່ງສະມາທິ: ຍັງສາມາດຮັກສາຈິດໃຈປັ່ນປ່ວນ ກົດດັນ ສາມາທິສັ້ນ ວຸ່ນວາຍ ບໍ່ຢຸດນິ່ງອີກດ້ວຍ ນອກຈາກນີ້ພະລັງສະມາທິຍັງສາມາດຮັກສາຄົນໄຂ້ທີ່ເປັນພະຍາດຜິວໜັງອັກເສບຮ້ອນແດງ ດີຂຶ້ນເປັນ 4 ເທົ່າຂອງຜູ້ທີ່ບໍ່ນັ່ງສະມາທິ ນັກຂຽນທີ່ກິນຢາແກ້ຄຽດມາເກືອບຕະຫຼອດຊີວິດ ເມື່ອຫັນມານັ່ງສະມາທິກໍບໍ່ຈໍາເປັນຕ້ອງເພິ່ງຢາອີກຕໍ່ໄປ, ຜູ້ກໍາກັບການສະແດງ, ດາຣາໜັງຮໍລິວູດກໍນັ່ງສະມາທິ ເຮັດໃຫ້ຫຼຸດຄວາມກົດດັນຈາກອາຊີບ ແລະ ຄວາມເປັນຄົນດັງທີ່ມີຊື່ສຽງ ເຮັດໃຫ້ມີຄວາມສຸກຫຼາຍຂຶ້ນ ຮູ້ຕົວເອງຫຼາຍຂຶ້ນ ເບິ່ງເຫັນສິ່ງຕ່າງໆຫຼາຍຂຶ້ນ ສາມາດພັດທະນາບຸກຄະລິກພາບໃຫ້ສະຫງ່າງາມ ແລະ ມີອໍານາດຫຼາຍຂຶ້ນ ເບິ່ງເຫັນຕົວເອງຫຼາຍຂຶ້ນ ແລະ ຮູ້ວ່າຄວນແກ້ໄຂຂໍ້ບົກຜ່ອງຂອງຕົວເອງແນວໃດ ພຽງແຕ່ນັ່ງສະມາທິເຮັດໃຫ້ຈິດໃຈສະຫງົບເທົ່ານັ້ນ

By: BeautyGuru

ທີ່ມາ: Time Magazine

ແບ່ງປັນ