Breaking News

ແຂ່ງຂັນຮ້ອງເພງຫວຽດນາມ ຊິງລາງວັນ 19 ລ້ານກວ່າກີບ

ແບ່ງປັນ

ການຈັດການແຂ່ງຂັນຮ້ອງເພງ ຫວຽດນາມ ໃນຄັ້ງນີ້ ເປັນ​ຄັ້ງ​ທຳ​ອິດທີ່​ຈັດ​ຂຶ້ນ​ຢູ່ ສປປ ລາວ ​ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 32 ຄົນ ໃນນັ້ນ ຄັດເລືອກເອົາ 16 ຄົນ ເພື່ອຊິງ​ເອົາເງິນລາງວັນ ຈຳນວນ 50 ລ້ານດົງ ຫຼື ປະມານ 19 ລ້ານກວ່າກີບ. ພ້ອມນັ້ນ, ຜູ້ທີ່ໄດ້ເຂົ້າຮອບ 16 ຄົນຈະໄດ້ໄປແຂ່ງຂັນຢູ່ເອີຣົບ ໃນທ້າຍປີນີ້.

ສະ​ມາ​ຄົມ​​ພັດ​ທະ​ນາ ​ວັດ​ທະ​ນະ​ທຳ ​ທຸ​ລະ​ກິດ​ຫວຽດ​ນາມ ຮ່ວມ​ກັບ ​ສະ​ມາ​ຄົມທຸ​ລະ​ກິດ​ຫວຽດ​ນາມ ແຫ່ງປະ​ເທດ​ໄທ ໄດ້​ເປີດ​ພິທີແຂ່ງຂັນຮ້ອງເພງ ຫວຽດນາມ ໃນວັນທີ 13 ມີນາ 2017 ຢູ່ນະຄອນຫຼວງວຽງຈັນ ​​ເພື່ອ​ຄັດ​ເລືອກ​ເອົາ​ຕົວ​ແທນ 16 ຄົນ ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ​ ໄປ​ແຂ່ງ ຂັນ​ໃນ​ເອີ​ລົບ ​ທ້າຍ​ປີ​ນີ້.  ພິທີ​ດັ່ງກ່າວ​, ໂດຍ​ເປັນ​ປະທານ​ຂອງ ທ່ານ ນາງ ​ແທ່ງຮົ່ວ (Thanh Hoa)​ ​ປະ​ທານ​​ສະ​ມາ​ຄົມ​​ພັດ​ທະ​ນາ ​ວັດ​ທະ​ນະ​ທຳ ​ທຸ​ລະ​ກິດ​ຫວຽດ​ນາມ ພ້ອມຕາງໜ້າ​ສະມາຄົມ​ຫວຽດນາມ, ຜູ້​ປະກອບ​ການ ​ແລະ ​ບັນດາ​ແຂກກ່ຽວຂ້ອງ​ເຂົ້າ​ຮ່ວມ​ ຫຼາຍ​ກວ່າ 200 ​ຄົນ.

ທີ່ມາ: ຂ່າວສານປະເທດລາວ. ຂ່າວ:​ໂທນ​ນີ, ພາບ: ​ຫຼ້າ

ແບ່ງປັນ