Breaking News

Daily Archives: 16/03/2017

ໄປເບີ່ງຄວາມງາມຂອງ ນາງສັງຂານຫຼວງພະບາງໃນແຕ່ລະປີ ວ່າສາວງາມແຫ່ງເມືອງມໍລະດົກໂລກຈະງາມຂະໜາດໃດ

ສະບາຍດີສາວໆແຟນໆຂວັນໃຈ ຮູ້ສຶກວ່າຈະໃກ້ໆບຸນປີໃໝ່ເຂົ້າມາແລ້ວເນາະ ບຸນປີໃໝ໋ຖືວ່າເປັນປະເພນີອັນສໍາຄັນຂອງຄົນລາວເຮົາເລີຍລະ ໂດຍສະເພາະພີ່ນ້ອງທາງຫຼວງພະບາງ ເພາະນອກຈາກຈະມີການລີ້ນບຸນປີໃໝ່ດ້ວຍການຫົດສົງນໍ້າພະຕ່າງໆຄືກັບຢູ່ບ່ອນອື່ນແລ້ວ ຢູ່ທາງຫຼວງພະບາງເພີ່ນຍັງໄດ້ມີການຈັດການປະກວດ ນາງສັງຂານ ນໍາອີກ ການຈັດການປະກວດນີ້ແມ່ນໄດ້ປະຕິບັດກັນມາແຕ່ດົນມາແລ້ວ ແລະ ກໍໄດ້ຈັດຂຶ້ນທຸກໆປີ ແລະ ປີນີ້ກໍເຫັນວ່າປະກາດຮັບສະມັກໄປແລ້ວ ຖ້າສາວຄົນໃດທີ່ມີຄວາມໝັ້ນໃຈໃນຕົວເອງກໍຢ່າລືມໄປສະມັກກັນເດີ້ ສ່ວນແອດນີ້ຄາດວ່າອາຍຸຈະກາຍຕາມກະຕິກາຂອງເພີ່ນແລ້ວ555 ດັ່ງທີ່ບອກກັນໄປວ່າ ການປະກວດນາງສັງຂານ ນັ້ນເພີ່ນໄດ້ຈັດຂຶ້ໜທຸກໆປີແຕ່ດົນມາແລ້ວແຕ່ແອດກໍບໍ່ແນ່ໃຈວ່າແຕ່ປີໃດມານັ້ນ ແຕ່ມື້ນີ້ BeautyGuru ແອດຄົນນີ້ຈະພາສາວໆແຟນໆຂວັນໃຈໄປເບີ່ງຄວາມງາມຂອງບັນດາ ນາງສັງຂານ ແຕ່ອະດີດຈົນຮອດປັດຈຸບັນກັນ ວ່າຈະງາມສົມກັບຄໍາລໍ່າລື ວ່າເປັນສາວງາມແຫ່ງເມືອງ ມໍລະດົກໂລກກັນ ຫຼືບໍ່ນັ້ນ ເຮົາກໍໄປເບີ່ງພ້ອມກັນເລີຍ ນາງສັງຂານປີ 1993 ນາງສັງຂານປີ 1995 ນາງສັງຂານປີ 2001 ນາງສັງຂານປີ 2004 ນາງສັງຂານປີ 2006 ນາງສັງຂານປີ 2009 ນາງສັງຂານປີ 2010 ນາງສັງຂານປີ 2012 ນາງສັງຂານປີ 2014 ນາງສັງຂານປີ 2015 ນາງສັງຂານປີ 2016 …

Read More »