Breaking News

Daily Archives: 11/05/2017

ປັດ Mascara ແນວໃດ? ໃຫ້ຖືກວິທີ

ວິທີຜິດໆຂອງການໃຊ້ Mascara ທີ່ສາວໆອາດຈະເບິ່ງຂ້າມໄປ ສາວໆເວລາປັດ Mascara ແລ້ວມັກພົບບັນຫາເຫຼົ່ານີ້ບໍ່ ປັດແລ້ວຕິດເປັນກ້ອນ, ປັດທາງເທິງເປື້ອນທາງລຸ່ມ, ປັດທາງລຸ່ມເປື້ອນທາງເທິງ ຈະເຊັດອອກແຕ່ລະເທື່ອກໍຍາກແສນຍາກ ແຖມຍັງຕ້ອງເສຍເວລາແຕ່ງຕາໃໝ່ອີກ. ມາເບິ່ງນີ້ເລີຍ! ວ່າເຮັດແນວໃດໃຫ້ບັນຫາເຫຼົ່ານັ້ນໄປຕ້ອງໝົດໄປ? ທີ່ຂວັນໃຈເອົາມາຕ້ອນກັນໃນມື້ນີ້! 1. ຄວນປັດຂົນຕາລຸ່ມກ່ອນ: ເຊື່ອວ່າສາວໆຫຼາຍຄົນອາດຈະເຄີຍລໍາຄານວ່າ ເວລາປັດ Mascara ແລ້ວເປື້ອນເປັດຈຸດໆບ່ອນເປືອກຕາ ແລະ ໃຕ້ຕາ ເພື່ອປ້ອງກັນບັນຫາເຫຼົ່ານັ້ນໃຫ້ໝົດໄປ ໃຫ້ເລີ່ມປັດຂົນຕາຈາກທາງລຸ່ມກ່ອນ ບໍ່ດັ່ງນັ້ນບັນຫາທີ່ປັດ Mascara ແລ້ວເປື້ອນກໍຈະຍັງມາກວນໃຈສາວໆຢູ່ບໍ່ເລີກນັ້ນເອງ 2. ຢ່າປໍ້າຫົວແປງ Mascara ເຂົ້າໆອອກ: ຖ້າສາວໆບໍ່ຢາກໃຫ້ Mascara ສຸດທີ່ຮັກແຫ້ງໄວຢ່າເຮັດ!! ການທີ່ເຮົາປໍ້າແປງ Mascara ເຂົ້າໆອອກໆຫຼາຍໆ ຈະເປັນການດັນອາກາດເຂົ້າໄປໃນຕົວຂອງ Mascara ເຮັດໃຫ້ແຫ້ງໄວຂຶ້ນ ແລ້ວເນື້ອຂອງ Mascara ຈະຈັບກັນເປັນກ້ອນ ປ່ຽນມາເປັນການໝູນແປງໄປໜ້າ-ຫຼັງ ແທນຈະເປັນການດີກວ່າ   3. ຄວນເຊັດເນື້ອ Mascara ອອກກ່ອນເລັກນ້ອຍ: …

Read More »

ຮ້ານອາຫານລາວເດີມ

ຂໍແນະນໍາຮ້ານອາຫານອີກແຫ່ງໜຶ່ງ ທີ່ຢູ່ໃຈກາງເມືອງ ເຖິງບໍ່ແມ່ນຮ້ານອາຫານເປີດໃໝ່ ແຕ່ກໍຢາກໃຫ້ຊອກຫາໂອກາດໄປລອງຊີມ. ເພາະມີອາຫານລາວໄວ້ຄອຍເອົາໃຈທຸກທ່ານ ຮ້ານນີ້ມີຊື່ວ່າ: “ຮ້ານອາຫານລາວເດີມ” ຕັ້ງຢູ່ເຂດຕະຫລາດວັງທອງ 450 ປີ,ສະຖານທີ່ໂດດເດັ່ນ ຕິດແຄມທາງໃຫຍ່ ຮັບປະກັນວ່າຊອກງ່າຍ. ຟັງແຕ່ຊື່ຮ້ານ ກໍຮູ້ແລ້ວວ່າ ຮ້ານອາຫານລາວເດີມນີ້ ໃຫ້ບໍລິການອາຫານລາວຈາກທຸກພາກຂອງປະເທດໂດຍເນັ້ນລົດຊາດແບບດັ່ງເດີມນັ້ນເອງ ເຊິ່ງມີຫລາຍລາຍການອາຫານຈານຫາຍາກ ຂ້າພະເຈົ້າເຊື່ອແນ່ວ່າຈະຖືກໃຈນັກຊີມລຸ້ນອາວຸໂສ ຫລື ແມ່ນແຕ່ນັກຊິມລຸ້ນໃໝ່ ທີ່ອາດຍັງບໍ່ທັນມີໂອກາດ ໄດ້ຮັບປະທານອາຫານລາວຫາຍາກນີ້ດ້ວຍ. ຮ້ານອາຫານລາວເດີມ ມີການປະດັບປະດາໃນແບບທີ່ແຕກຕ່າງຈາກຮ້ານອາຫານລາວທົ່ວໄປ ໂດຍປະສົມປະສານການອອກແບບສະໄໝໃໝ່ ບວກກັບເອກະລັກຂອງຄວາມເປັນລາວ ໃຫ້ບັນຍາກາດແບບເຮືອນສະໄໝເກົ່າ. ພິເສດຢູ່ຊັ້ນສອງຂອງຮ້ານກໍ່ເໝາະສໍາລັບທ່ານທີ່ກໍາລັງຊອກຫາສະຖານທີ່ເພື່ອພົບປະສັງສັນ ເຊິ່ງເພິ່ນໃຫ້ຊື່ ວ່າ: Sky Bar . ຮ້ານອາຫານລາວເດີມ ໃຫ້ບໍລິການອາຫານລາວເປັນຫລັກ ໂດຍນໍາໃຊ້ວັດຖຸດິບທີ່ຜ່ານການຄັດເລືອກມາເປັນພິເສດ ທາງຮ້ານເພິ່ນເອົາໃຈໃສ່ເປັນພິເສດ ໃນການຄັດເລືອກສ່ວນປະກອບ ທີ່ນໍາມາປຸງແຕ່ງອາຫານ ບໍ່ວ່າຈະເປັນ ຜັກສົດ, ຊີ້ນ ແລະ ອື່ນໆ ເພື່ອໃຫ້ໝັ້ນໃຈວ່າ ລູກຄ້າຈະໄດ້ຮັບປະທານອາຫານລົດຊາດແຊບ ທັງມີຄຸນນະພາບໄປພ້ອມໆກັນ. ທາງຮ້ານມີການປັບປຸງ ແລະ ປ່ຽນລາຍການຕາມລະດູການຂອງອາຫານ …

Read More »