Breaking News

ຮ້ານອາຫານລາວເດີມ

ແບ່ງປັນ

ຂໍແນະນໍາຮ້ານອາຫານອີກແຫ່ງໜຶ່ງ ທີ່ຢູ່ໃຈກາງເມືອງ ເຖິງບໍ່ແມ່ນຮ້ານອາຫານເປີດໃໝ່ ແຕ່ກໍຢາກໃຫ້ຊອກຫາໂອກາດໄປລອງຊີມ. ເພາະມີອາຫານລາວໄວ້ຄອຍເອົາໃຈທຸກທ່ານ ຮ້ານນີ້ມີຊື່ວ່າ: “ຮ້ານອາຫານລາວເດີມ” ຕັ້ງຢູ່ເຂດຕະຫລາດວັງທອງ 450 ປີ,ສະຖານທີ່ໂດດເດັ່ນ ຕິດແຄມທາງໃຫຍ່ ຮັບປະກັນວ່າຊອກງ່າຍ.

ຟັງແຕ່ຊື່ຮ້ານ ກໍຮູ້ແລ້ວວ່າ ຮ້ານອາຫານລາວເດີມນີ້ ໃຫ້ບໍລິການອາຫານລາວຈາກທຸກພາກຂອງປະເທດໂດຍເນັ້ນລົດຊາດແບບດັ່ງເດີມນັ້ນເອງ ເຊິ່ງມີຫລາຍລາຍການອາຫານຈານຫາຍາກ ຂ້າພະເຈົ້າເຊື່ອແນ່ວ່າຈະຖືກໃຈນັກຊີມລຸ້ນອາວຸໂສ ຫລື ແມ່ນແຕ່ນັກຊິມລຸ້ນໃໝ່ ທີ່ອາດຍັງບໍ່ທັນມີໂອກາດ ໄດ້ຮັບປະທານອາຫານລາວຫາຍາກນີ້ດ້ວຍ. ຮ້ານອາຫານລາວເດີມ ມີການປະດັບປະດາໃນແບບທີ່ແຕກຕ່າງຈາກຮ້ານອາຫານລາວທົ່ວໄປ ໂດຍປະສົມປະສານການອອກແບບສະໄໝໃໝ່ ບວກກັບເອກະລັກຂອງຄວາມເປັນລາວ ໃຫ້ບັນຍາກາດແບບເຮືອນສະໄໝເກົ່າ. ພິເສດຢູ່ຊັ້ນສອງຂອງຮ້ານກໍ່ເໝາະສໍາລັບທ່ານທີ່ກໍາລັງຊອກຫາສະຖານທີ່ເພື່ອພົບປະສັງສັນ ເຊິ່ງເພິ່ນໃຫ້ຊື່ ວ່າ: Sky Bar .

ຮ້ານອາຫານລາວເດີມ ໃຫ້ບໍລິການອາຫານລາວເປັນຫລັກ ໂດຍນໍາໃຊ້ວັດຖຸດິບທີ່ຜ່ານການຄັດເລືອກມາເປັນພິເສດ ທາງຮ້ານເພິ່ນເອົາໃຈໃສ່ເປັນພິເສດ ໃນການຄັດເລືອກສ່ວນປະກອບ ທີ່ນໍາມາປຸງແຕ່ງອາຫານ ບໍ່ວ່າຈະເປັນ ຜັກສົດ, ຊີ້ນ ແລະ ອື່ນໆ ເພື່ອໃຫ້ໝັ້ນໃຈວ່າ ລູກຄ້າຈະໄດ້ຮັບປະທານອາຫານລົດຊາດແຊບ ທັງມີຄຸນນະພາບໄປພ້ອມໆກັນ. ທາງຮ້ານມີການປັບປຸງ ແລະ ປ່ຽນລາຍການຕາມລະດູການຂອງອາຫານ ເພື່ອເປັນການບໍລິການ ອາຫານທີ່ບໍ່ຊໍ້າກັນໃຫ້ກັບລູກຄ້າ. ນອກຈາກອາຫານຄາວແລ້ວ ທາງຮ້ານກໍ່ຍັງມີນໍ້າຫວານແບບລາວໆໄວ້ຄອຍບໍລິການຫລັງຈາກຮັບປະທານອາຫານຄາວພ້ອມ.

ອາຫານຈານແນະນໍາຂອງທາງຮ້ານກໍ່ມີອ່າວຫລາຍ  ແຕ່ກໍ່ຈະຂໍແນະນໍາໃຫ້ທ່ານຜູ້ອ່ານພຽງແຕ່  ສອງສາມຢ່າງ. ຈານທໍາອິດແມ່ນ  ຈືນປາໂຈກ, ສ່ວນຈານຕໍ່ໄປແມ່ນ ລາບຊໍາເໜືອ  ຈຸດເດັ່ນຢູ່ທີ່ການປຸງລົດຊາດໃຫ້ໄດ້ແບບພື້ນບ້ານແທ້ໆ. ອີກຈານໜຶ່ງ ທີ່ອາດຈະບໍ່ແມ່ນເມນູຫາກິນຍາກແຕ່ເປັນເມນູທີ່ທ່ານບໍ່ຄວນພາດ ນັ້ນກໍ່ຄື ຕົ້ມສົ້ມໄກ່ລາດ ເຊິ່ງຈຸດເດັ່ນແມ່ນຢູ່ທີ່ນໍ້າແກງ ຫລື ນ້ຳຊຸບນັ້ນເອງ. ສໍາລັບຂອງຫວານແມ່ນຂໍແນະນໍານໍ້າຫວານເຜືອກທີ່ມີລົດຊາດຫອມມັນ ເຂັ້ມຂຸ້ນ ຮັບປະກັນວ່າຖືກໃຈຄໍນໍ້າຫວານ.

ນອກຈາກນີ້ ທາງຮ້ານຍັງບໍລິການຈັດງານນອກສະຖານທີ່ແບບຄົບວົງຈອນ ໂດຍຖືເອົາການບໍລິການທີ່ປະທັບໃຈ ເປັນທີ່ຍອມຮັບໃນຄຸນນະ
ພາບຂອງອາຫານ ແລະ ລາຄາເປັນທີ່ພໍໃຈຂອງບັນດາລູກຄ້າອີກດ້ວຍ.

ສະຖານທີ່ ຢູ່: ບ້ານ ທົ່ງຂັນຄໍາ ເມືອງຈັນທະບູລີ

ເວລາເປີດ: ທຸກວັນຈັນ 10 ໂມງເຊົ້າ ເຖິງ 11 ໂມງແລງ

ເບີໂທຕິດຕໍ່: 021 255 283

ແບ່ງປັນ