Breaking News

Daily Archives: 29/05/2017

ຂໍຍົກຍ້ອງນິແຫຼະ! Hero ຕົວຈິງ… 3 ສະຫາຍສິລະປິນລາວ ບຸກຊ່ວຍເດັກນ້ອຍທີ່ຕິດຢູ່ໃນບ້ານທີ່ກຳລັງໄຟໃໝ້ (ຄລິບ)

ສິລະປິນລາວຜູ້ໃຈກ້າສາມທ່ານຄື ທ້າວ ດາວວີ, ທ້າວ ເອກະລິນ ຖິ່ນເມືອງງາ, ທ້າວ ເອອັອດ ສາຍນ້ຳຍາມ ນັກຮ້ອງແນວເພງລູກທົ່ງບ້ານນາ ພ້ອມກັບທີມງານແລ່ນຜ່ານແປວໄຟອັນໃຫຍ່ຫຼວງໄປຊ່ວຍເດັກນ້ອຍທີ່ຕິດຢູ່ກອງໄຟອອກມາໄດ້ຢ່າງປອດໄພ, ສ່ວນສາເຫດການເກີດອັກຄີໄພໃນເທື່ອນີ້ຍັງບໍ່ຮູ້ສາເຫດ, ເຫດການດັ່ງກ່າວເກີດຢູ່ທາງເຂົ້າບ້ານນາລ້ອມ ເມືອງ ໄຊທານີ ໃນວັນທີ 28 ພຶດສະພາ 2017  ຜ່ານມາ.     ຢ່າງໃດກໍຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ປະສົບເຫດອັກຄີໄພໃນເທື່ອນີ້ດ້ວຍ ແລະ ກໍຂໍຍົກຍ້ອງ 3 ໜຸ່ມສິລະປິນທັງ 3 ທ່ານ ແລະ ທີມງານທີ່ມີນໍ້າໃຈຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງຜົນ ຄົນແບບນີ້ຕ້ອງຊົມເຊີຍ ແລະ ຍົກຍ້ອງ… #ຢ່າລືມແຊຣເພື່ອໃຫ້ກຳລັງໃຈHeroຕົວຈິງ ມີຄລິບ… 28/5/17.ເກີດເຫດລົດເມລະເບີດ.ແລ້ວລາມໄປໄໜ້ເຮືອນພ້ອມກັນ.ເຊິ່ງແມ່ນພີ່ນ້ອງຫວຽດນາມມາເຊົ່າຢູ່.ທາງເຂົ້າບ້ານນາລ້ອມ.ມ ໄຊທານີ.ນ/ຫຼ.ຢູ່ໃນບ້ານລວມມີ6ຄົນ.ລອດຕາຍອອກມາໄດ້ເວລານີ້ສີ່ຄົນຜູ້ໃຫຍ່ສາມຄົນເດັກໜື່ງຄົນ.ຍັງຕິດຢູ່ໃນເຮືອນຄົນ.ສອງຄົນໃຍ່ໜື່ງເດັກໜຶ່ງ.ເມື່ອຮູ້ແນວນັ້ນ.ນັກສິສິລະປິ່ນລາວຜູ້ໃຈກ້າສາມທ່ານຄື.ສ /ຫ ດາວ.ເອກະລິນຖີ່ນເມືອງງາ.ເອອັອດສາຍນ້ຳຍາມໄດ້ແລ່ນຜ່າແປວໄຟອັນໃຫຍ່ຫຼວງໄປຊ່ວຍເດັກ.ທີ່ຕິດຢູ່ໃນເຮືອນອອກມາໄດ້ຢ່າງປອດໄພ.ສ່ວນຜູ້ໃຫຍ່ອີກຜູ້ໜື່ງແມ່ນບໍ່ສາມາດຊ່ວຍອອກມາໄດ້.ສ່ວນສາເຫດຍັງບໍ່ວ່າເກີດຍ້ອນຫຍັງ. โพสต์โดย ຂວັນໃຈ ສາຍນ້ຳລີກ บน 28 พฤษภาคม 2017   ທີ່ມາ:  ຂວັນໃຈ ສາຍນ້ຳລີກ

Read More »

ຄະນະນັກສະແດງຊື່ດັງຈາກປະເທດໄທ ຮ່ວມເຂົ້າຖວາຍສັກກະລະ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ

ໃນວັນທີ 27 ພຶດສະພາ 2017 ທີ່ຜ່ານມາ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ປະທານ ສູນກາງ ອົງການພຸດທະສາດສະຫນາສຳພັນລາວ, ເມດຕາ ອານຸຍາດໃຫ້ ຄະນະນັກສະແດງຊື່ດັງຈາກປະເທດໄທນຳທີມໂດຍ ແພນເຄັກ ເຂັມມະນິດ, ເກຣດ ການເກົ້າ, ຢາດ ຢາດທິບ ແລະ ແຫວນແຫວນ ເຊິ່ງທັງໝົດນີ້ເປັນນັກສະແດງ-ພິທີກອນທີ່ມີຊື່ສຽງຂອງປະເທດເພື່ອນບ້ານ  ໄດ້ເຂົ້ານ້ອມຖວາຍສັກກະລະ ພ້ອມຖວາຍໄຊຍະທານ ໃນໂອກາດນີ້ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ຍັງໄດ້ມອບໂອວາດທຳມະ ໃນການດຳເນີນຊີວິດທີ່ດີງາມຕາມວິຖີທາງ ແຫ່ງຊາວພຸດ ໃຫ້ຖືຄວາມ ເມດຕາ ແລະຄວາມເສຍສະຫຼະນຳຫນ້າສ້າງສັງຄົມ ແລະຊ່ວຍເຫຼືອມວນມະນຸດ ພ້ອມທັງເຮັດຕົວເປັນແບບຢ່າງທີດີຕໍ່ສັງຄົມ. #ແຊຣໄປໃຫ້ໂລກຮູ້    ທີ່ມາຈາກ: @gracekanklao , @yardthip, khemanito , ຫນ້າຂ່າວຊາວພຸດ๑

Read More »