Breaking News

ອາຫານເສີມ

ຜົນຂ້າງຄຽງທີ່ເຫັນເປັນປະຈຳໃນກຸ່ມຂອງຄົນທີ່ນິຍົມຢາຂາວ!!!

ຜົນຂ້າງຄຽງທີ່ເຫັນເປັນປະຈຳໃນກຸ່ມຂອງຄົນທີ່ນິຍົມຢາຂາວ ອາການແພ້ຫຼາຍຄົນສາມາດເກີດປະຕິກິລິຍາຂຶ້ນໄດ້ ແລະ ສະແດງຜົນຂຶ້ນກັບບາງພາກສ່ວນຂອງຮ່າງກາຍໃນລັກສະນະຂອງຜື່ນຄັນເທິງຜິວໜັງ ຫຼື ອາການບວມເປັນຕົ້ນ ຖ້າຫາກທ່ານເລີ່ມມີອາການເຫຼົ່ານີ້ຫຼັງຈາກການກິນຢາຂາວຄວນຢຸດກິນທັນທີ ແລ້ວນໍາຜະລິດຕະພັນດັ່ງກ່າວໄປພົບແພດເພື່ອຂໍຄໍາປຶກສາໂດຍທັນທີ. ມະເຮັງທີ່ອາດຈະແຝງມາກັບສ່ວນປະກອບບາງຊະນິດ ຖ້າຫາກຢາຂາວຂອງທ່ານມີສ່ວນປະກອບຂອງ Hydroquinone ໃຫ້ຫຼີກໂດຍທັນທີຈາກການສຶກສາພົບວ່າສ່ວນປະກອບດັ່ງກ່າວເປັນປັດໄຈທີ່ກໍ່ໃຫ້ເກີດພະຍາດມະເຮັງຂຶ້ນ ເຊິ່ງໃນຫຼາຍປະເທດໄດ້ມີການປະກາດໃຫ້ສານດັ່ງກ່າວກາຍເປັນສານຕ້ອງຫ້າມແລ້ວ. ເກີດຄວາມຜິດປົກກະຕິຂອງຂະບວນການເຮັດວຽກງານຂອງຜິວພັນບາງພາກສ່ວນ ເນື່ອງຈາກສ່ວນປະກອບຂອງຢາຂາວບາງຊະນິດຈະເຂົ້າໄປຂັດຂວາງຂະບວນການຜະລິດເມັດສີເມລານິນ ແລະ ອາດຍັງສົ່ງຜົນຕໍ່ລະດັບຮໍໂມນໃນຮ່າງກາຍອີກດ້ວຍ.

Read More »

ວິທີເລືອກຊື້ອາຫານເສີມຜິວພັນຂາວ ເບື້ອງຕົ້ນ

ວິທີເລືອກຊື້ອາຫານເສີມຜິວພັນຂາວ ເບື້ອງຕົ້ນ ໃຊ້ສານສະກັດຈາກທໍາມະຊາດ ທີ່ມີການວິໄຈທາງການແພດຍອມຮັບ. ຈະມີພຽງແຕ່ສານສະກັດຈາກທໍາມະຊາດກໍຄົງຈະບໍ່ພຽງພໍ ແຕ່ຕ້ອງໄດ້ຮັບການຢືນຢັນ ຈາກງານວິໄຈພົບວ່າປອດໄພ ແລະ ມີຜົນໃນການເຮັດໃຫ້ຜິວພັນຂາວໃສຂຶ້ນໄດ້ແທ້ເຊັ່ນ: ສານສະກັດຈາກເປືອກຕົ້ນສົນທີ່ມີສານສະກັດ Antioxidant ສູງກວ່າວິຕາມິນC 20 ເທົ່າ ແລະ ວິຕາມິນE 50 ເທົ່າ ແລະ ຍັງຊ່ວຍຫຼຸດການສ້າງເມັດສີຜິວພັນ, ເສີມສ້າງ Collagen ແລະ ຊ່ວຍລ້າງຫລອດເລືອດເພື່ອໃຫ້ສານອາຫານເຂົ້າໄປສູ່ຈຸລັງຜິວພັນໄດ້ຢ່າງເຕັມທີ່ ລວມໄປເຖິງກົດອະມີໂນໃນກຸ່ມ L-Cysteine ເຊິ່ງເປັນສານດຽວກັບທີ່ຮ່າງກາຍສາມາດຜະລິດເອງໄດ້ ແລະ ເປັນສານຕັ້ງຕົ້ນໃນການຜະລິດ Glutathione ພາຍໃນຮ່າງກາຍຂອງເຮົາ ລວມໄປເຖິງສານສະກັດຈາກ Acerola cherry ແລະ Co-Q10 ທີ່ຊ່ວຍຕ້ານອະນຸມູນອິດສະລະ ແລະ ໃຫ້ພະລັງງານກັບຈຸລັງຜິວພັນໃນການແບ່ງຕົວ ແລະ ສ້າງຈຸລັງຜິວພັນໃໝ່ອີກດ້ວຍ. ຢ່າຫລົງເຊື່ອອາຫານເສີມອັນທີ່ບອກວ່າເຮັດໃຫ້ຂາວຂຶ້ນໄດ້ຢ່າງຖາວອນ. ອາຫານເສີມຊ່ວຍໃຫ້ຜິວພັນຂາວນັ້ນມີໜ້າທີ່ປັບສົມດູນໃຫ້ຮ່າງກາຍມີສົມດູນໃໝ່ທີ່ດີ ການປັບປ່ຽນໃຫ້ເຮົາມີຜິວພັນທີ່ດີຂຶ້ນ, ຂາວກະຈ່າງໃສນັ້ນ ກໍຕ້ອງກິນຢ່າງຕໍ່ເນື່ອງເພື່ອໃຫ້ສົມດູນໃໝ່ນີ້ຍັງຄົງຢູ່ເໝືອນກັບ Skin Care ທີ່ເຮົາຍັງຕ້ອງທາ Day …

Read More »