Breaking News

Make Up

25 Idea Fashion ໃສ່ສະບາຍ Style ເກົາຫຼີ ທີ່ເຮັດໃຫ້ສາວໆເບິ່ງຈ່ອຍລົງ!

Hello ສະບາຍດີສາວໆຂັວນໃຈທຸກຄົນ ສະບາຍດີກັນບໍ່ໄລຍະນີ້? ໄລຍະນີ້ອາກາດປ່ຽນແປງຕະຫຼອດ ຍິ່ງຝົນຕົກຕະຫຼອດແບບນີ້ພາໃຫ້ເປັນຫວັດເປັນໄຂ້ໄດ້ງ່າຍໆ ຈັ່ງໃດກໍຢ່າລຶມເບິ່ງແຍງຕົວເອງກັນແນ່ເດີ້ ເອົາລະມາເຂົ້າເລື່ອງກັນເລີຍດີກວ່າເນາະ ມື້ນີ້ BeautyGuru ກໍນໍາເອົາ Fashion ຊິດໆ Style ເກົາຫຼີມາຝາກກັນເຊັ່ນເຄີຍ ນັ້ນກໍຄື Fashion ເສື້ອສະມ໋ອດ ບອກເລີຍວ່າມາແຮງຫຼາຍໆໆໆໆ ປັງຫຼາຍໃນໄລຍະນີ້ ໃສ່ໄດ້ທຸກຄົນ ແລະ ທີ່ສໍາຄັນຍັງເຮັດໃຫ້ຕົວເອງເບິ່ງຈ່ອຍລົງນໍາອີກເດີ້! By: BeautyGuru Cr: Sprice

Read More »

Idea Mix and Match ສົ້ງຢີນໃນການແຕ່ງຕົວ ໃຫ້ດູດີ ມີລາຄາ ແຖມເຮັດໃຫ້ເບິ່ງຄືຂາຍາວພຽວ!!

ສາວໆຄົນໃດທີ່ມັກສົ້ງຢີນເປັນຊີວິດຈິດໃຈ ບໍ່ວ່າຈະອອກໄປໃສ ແນວໃດກໍຕ້ອງໃສ່ຢີນໃຫ້ໄດ້ ມື້ນີ້ ຂັວນໃຈເລີຍຂໍເອົາໃຈ ດ້ວຍການນໍາເອົາ Fashions ສົ້ງຢີນຂາຍາວ ທີ່ທັງເກ໋ທ ເທ່ໆ ຊິດໆ ມາໃຫ້ສາວໆໄດ້ເບິ່ງກັນຈະໄດ້ມີ Idea ດີໆໃນການແຕ່ງຕົວ ວ່າສົ້ງຢີນສີໃດ ແບບໃດ ຈະ Mix and Mach ກັບເສື້ອແບບໃດຈຶ່ງດູດີ ມີລາຄາ ວ່າແລ້ວເຮົາກໍໄປເບິ່ງກັນເລີຍດີກວ່າ!! By: BeautyGuru Cr: Sprice

Read More »

ບໍ່ຕ້ອງຖ້າໃຫ້ຜົມຍາວກໍຖັກເປຍໃຫ້ງາມໄດ້ ໄປເບິ່ງ Idea ກັນເລີຍ!

ສະບາຍດີສາວໆຂັວນໃຈທັງຫຼາຍ ສາວໆຮູ້ສຶກວ່າໄລຍະນີ້ຜົມສັ້ນກໍາລັງມາແຮງກັນເລີຍເນາະ ເພາະວ່າຕັດມາແລ້ວເຮັດໃຫ້ສະບາຍຫົວຫຼາຍຂຶ້ນ ອີກຢ່າງຜົມສັ້ນກໍເກືອບຈະບໍ່ໄດ້ເຮັດຫຍັງເລີຍແທ້ໆລະ ແຕ່ຍາມໄປຫຼິ້ນ ຫຼືອອກງານຕ່າງໆກໍຢາກທີ່ຈະເຮັດຊົງຜົມກັບເຂົາແດ່ ແຕ່ບໍ່ຮູ້ວ່າຈະເຮັດຊົງໃດດີກະແນວຜົມເຮົາມັນສັ້ນແບບນີ້ ມື້ນີ້ ຂັວນໃຈເລີຍຮິຄບໂຮມເອົາການເປຍຂອງບັນດາຜົມສັ້ນງາມໆ ມາຕ້ອນສາວໆກັນ ຮັບຮອງວ່າເລີ໋ດບໍ່ແພ້ຜົມຍາວ ຫຼືອາດຈະເລີ໋ດກວ່າກໍເປັນໄດ້ເດີ້ສາວໆ ຊ້າຢູ່ເຮັດຫຍັງເຮົາໄປເບິ່ງພ້ອມກັນເລີຍດີກວ່າ!!! By: BeautyGuru Cr: Sprice

Read More »

ປັດ Mascara ແນວໃດ? ໃຫ້ຖືກວິທີ

ວິທີຜິດໆຂອງການໃຊ້ Mascara ທີ່ສາວໆອາດຈະເບິ່ງຂ້າມໄປ ສາວໆເວລາປັດ Mascara ແລ້ວມັກພົບບັນຫາເຫຼົ່ານີ້ບໍ່ ປັດແລ້ວຕິດເປັນກ້ອນ, ປັດທາງເທິງເປື້ອນທາງລຸ່ມ, ປັດທາງລຸ່ມເປື້ອນທາງເທິງ ຈະເຊັດອອກແຕ່ລະເທື່ອກໍຍາກແສນຍາກ ແຖມຍັງຕ້ອງເສຍເວລາແຕ່ງຕາໃໝ່ອີກ. ມາເບິ່ງນີ້ເລີຍ! ວ່າເຮັດແນວໃດໃຫ້ບັນຫາເຫຼົ່ານັ້ນໄປຕ້ອງໝົດໄປ? ທີ່ຂວັນໃຈເອົາມາຕ້ອນກັນໃນມື້ນີ້! 1. ຄວນປັດຂົນຕາລຸ່ມກ່ອນ: ເຊື່ອວ່າສາວໆຫຼາຍຄົນອາດຈະເຄີຍລໍາຄານວ່າ ເວລາປັດ Mascara ແລ້ວເປື້ອນເປັດຈຸດໆບ່ອນເປືອກຕາ ແລະ ໃຕ້ຕາ ເພື່ອປ້ອງກັນບັນຫາເຫຼົ່ານັ້ນໃຫ້ໝົດໄປ ໃຫ້ເລີ່ມປັດຂົນຕາຈາກທາງລຸ່ມກ່ອນ ບໍ່ດັ່ງນັ້ນບັນຫາທີ່ປັດ Mascara ແລ້ວເປື້ອນກໍຈະຍັງມາກວນໃຈສາວໆຢູ່ບໍ່ເລີກນັ້ນເອງ 2. ຢ່າປໍ້າຫົວແປງ Mascara ເຂົ້າໆອອກ: ຖ້າສາວໆບໍ່ຢາກໃຫ້ Mascara ສຸດທີ່ຮັກແຫ້ງໄວຢ່າເຮັດ!! ການທີ່ເຮົາປໍ້າແປງ Mascara ເຂົ້າໆອອກໆຫຼາຍໆ ຈະເປັນການດັນອາກາດເຂົ້າໄປໃນຕົວຂອງ Mascara ເຮັດໃຫ້ແຫ້ງໄວຂຶ້ນ ແລ້ວເນື້ອຂອງ Mascara ຈະຈັບກັນເປັນກ້ອນ ປ່ຽນມາເປັນການໝູນແປງໄປໜ້າ-ຫຼັງ ແທນຈະເປັນການດີກວ່າ   3. ຄວນເຊັດເນື້ອ Mascara ອອກກ່ອນເລັກນ້ອຍ: …

Read More »

ຮູ້ແລ້ວບອກຕໍ່! ພຽງ 6 ຂັ້ນຕອນກໍງາມໄດ້…!

ຜະລິດຕະພັນບຳລຸງຜິວ ຄຸນນະພາບລະດັບນາງຟ້າ ລາຄາຄົນເດີນດິນ ໂດຍ: ແອຣ໌ໂອສເຕສ ຮັບປະກັນດ້ວຍປະສົບການກ່ວາ 6ປີ ໃນການເປັນຜູ້ນຳ ເທຣນຜະລິດຕະພັນ ສກິນແຄຣ໌ ທີ່ຂາຍດີທີ່ສຸດໃນໂລກໂຊເຊລມີເດຍ ເປັນທີ່ນິຍົມໃນກຸ່ມເຊເລບຣິຕີ້, ດາຣາ, ແອໂຮສເຕສ, ລວມທັງBeauty blogger ອັນດັບຫນຶ່ງຂອງປະເທດໄທ. ໃນມື້ນີ້ພວກເຮົາໄດ້ມາຮູ້ຈັກ Suiren (ຊຸຍເຣນ), ໃຫ້ຫຼາຍຂື້ນກວ່າເກົ່າ. Suiren (ຊຸຍເຣນ),ສ້າງຕັ້ງຂຶ້ນໂດຍ ທ່ານນາງລູກບົວ (ພະນັກງານຕ້ອນຮັບເທິງເຄື່ອງບິນ) ຂອງສາຍການບິນຊັ້ນນໍາ ທີ່ມີປະສົບການການບິນຫຼາຍກ່ວາ 10ປີ ບິນໄປຫຼາຍກ່ວາ 10ປະເທດທົ່ວໂລກ ທ່ານນາງລູກບົວ ເຊິ່ງເຄີຍຢູ່ໃນຕໍາແໜ່ງຫົວໜ້າພະນັກງານຕ້ອນຮັບເທິງເຄື່ອງບິນ (Inflight Manager) ເນື່ອງຈາກວ່າຫນ້າທີ່ວຽກເຮັດງານທໍາຂອງ ທ່ານນາງລູກບົວ ໄດ້ມີໂອກາດໄດ້ເດີນທາງໄປທົ່ວທຸກມຸມໂລກ ລາວຈຶ່ງມີໂອກາດໃນການເລືອກຊື້, ເລືອກໃຊ້ສິນຄ້າ ແລະ ຜະລິດຕະພັນຕ່າງໆ ຈາກທົ່ວທຸກມຸມໂລກ ແລະ ໃນທີ່ສຸດລາວກໍ່ຄົ້ນພົບ ຜະລິດຕະພັນທີ່ເໝາະກັບຜິວພັນຂອງຄົນອາຊີທີ່ສຸດຢູ່ທີ່ປະເທດຍີ່ປຸ່ນນັ້ນເອງ ລາວຈຶ່ງຕັດສິນໃຈສ້າງເບຣນ Suiren (ຊຸຍເຣນ). (suiren) ແບຣນຜະລິດຕະພັນຂອງຄົນໄທ …

Read More »