ຄໍາກໍເຕ້ຍ ສອງຄໍາກໍເຕ້ຍ! ຈະຢິບຈະຈັບຫຍັງມາໃສ່ກໍຕັນໄປໝົດ ບໍ່ງາມ ບໍ່ໝັ້ນໃຈເລີຍ! ສາວໆຕົວນ້ອຍຄົງເຄີຍພົບບັນຫາໃນເລື່ອງຂອງການເລືອກເສື້ອຜ້າຢູ່ເປັນປະຈໍາເຊັ່ນ: ອັນທີ່ມັກພັດໃສ່ບໍ່ໄດ້ ອັນທີ່ໃສ່ໄດ້ກໍເປັນໄຊ້ຂອງເດັກນ້ອຍ! ມື້ນີ້ ຂວັນເພື່ອນຮູ້ໃຈຂອງສາວທັນສະໄໝເລີຍຢາກຈະມາເອົາໃສສາວຕົວບາງ ຮ່າງນ້ອຍທີ່ຢາກແຕ່ງຕົວໃຫ້ເບິ່ງເປັນສາວແບບໝັ້ນໆ, ຈ່ອຍໆ, ສູງໆ ໂດຍບໍ່ຕ້ອງງໍ້ສົ້ນສູງ ແລະ ມຸມກ້ອງ ລອງໄປເບິ່ງກັນເລີຍວ່າວ່າຕ້ອງແຕ່ງແນວໃດແດ່? ແຕ່ງຢີນໝົດຕົວ ແຖມດ້ວຍເກີບຜ້າສີຂາວ ຢີນຂາສັ້ນກັບເສື້ອຢືດສີຂາວ ແຖມດ້ວຍຢີນຕົວຍາວເພີມຄວາມສູງ ໃສ່ແບບຮັດໄປເລີຍ ໃຫ້ເຫັນຫູ່ນບາງໆພຽວໆ ແບ້ວໆ ດ້ວຍກະໂປງຊົງ A ເຮັດໃຫ້ເບິ່ງຂາຍາວ ແລະ ສູງຂຶ້ນ ຫຼືຈະເປັນສະເກິດຍາວແຍກຂາຈັກໜ້ອຍ ເພື່ອໃຫ້ເບິ່ງເຫັນຍາວຂາວໆ ຢີນຂາສັ້ນກັບເສື້ອຄອບແອວ ເຮັດໃຫ້ເບິ່ງເຫັນແອວງາມ ແລະ ຂາຍາວ ຢີນສີຈາງກັບເສື້ຶອສີດໍາເຂັ້ມເຂົ້າກັນ ໃຜກໍຮູ້!! ໜ້າຮັກໃສໆຕ້ອງແບບນີ້ ສູງຂຶ້ນໄດ້ອີກ ລຽບໆ ແຕ່ກະສູງຂຶ້ນ ເອົາລະແມະ! ເສື້ອຕົວໃຫຍ່ກັບຢີນຮັດຮູບຂາດຂາ ເທ່ໆ ເຊີໆ ສູງໆ ເອົາບໍ່? ກັບອ້ຽມແບບຂາຍາວພັບຂາຈັກໜ້ອຍ ກໍຊ່ວຍໄດ້ ອ້ຽມຂາສັ້ນບໍ່ໄດ້ເຮັດໃຫ້ຂາສັ້ນເຂົ້າເດີ່!! …
Read More »Make Up
ວ້າວ! ສຸດຍອດຄວາມຄິດສ້າງສັນ! ສາວລາວຄົນນີ້ທີ່ນໍາເອົາເລື່ອງລາວຈາກ Animation ກາຕູນຊື່ດັງ ເຈົ້າຍິງ Disney ມາອອກແບບຊຸດໄໝລາວ!!
ວ້າວ! ສຸດຍອດຄວາມຄິດ! ສາວລາວຄົນນີ້ທີ່ນໍາເອົາເລື່ອງລາວຈາກ Animation ກາຕູນຊື່ດັງ ເຈົ້າຍິງ Disney ມາອອກແບບຊຸດໄໝລາວ!! ສະບາຍດີສາວໆຂັວນໃຈທັງຫຼາຍ ເວົ້າເຖິງ Designer ອອກແບບຊຸດໄໝລາວນັ້ນບ້ານເຮົາກໍມີຫຼາຍ ແອັດກໍມີໂອກາດໄດ້ເຫັນຜົນງານຂອງຫຼາຍໆຄົນທີ່ ນໍາເອົາຊຸດໄໝລາວມາປະຍຸກໃຫ້ເຂົ້າກັບຍຸກປັດຈຸບັນໄດ້ເປັນຢ່າງດີ ອັນນີ້ກໍຕ້ອງຂໍຊົມເຊີຍກັບຄວາມຄິດສ້າງສັນຂອງຄົນລາວເຮົາເນາະ! ແຕ່ແອັດໄດ້ມີໂອກາດໄປເຫັນ Designer ສາວຄົນໜຶ່ງນາງກໍອອກແບບຊຸດໄໝລາວຫຼາຍຊຸດ ຫຼາຍແບບ ພໍສົມຄວນ ແຕ່ທີ່ພິເສດຈົນແອັດຕ້ອງຮ້ອງ ວ້າວ! ນັ້ນກໍຍ້ອນວ່າ ນາງໄດ້ອອກແບບຊຸດໄໝລາວທີ່ນໍາແບບມາຈາກ Animation ກາຕູນຊື່ດັງ ຄື: “ເຈົ້າຍິງ Disney” ເຊິ່ງຖືວ່າເປັນຄວາມຄິດທີ່ສ້າງສັນ ແບບບໍ່ເຄີຍເຫັນຢູ່ໃສມາກ່ອນ ແລະ ຜູ້ຄົນກໍໃຫ້ຄວາມສົນໃຈກັນຫຼາຍພໍສົມຄວນ. ມື້ນີ້ ແອັດກໍໄດ້ນໍາມາໃຫ້ສາວໆໄດ້ເບິ່ງກັນນໍາ! ເຊິ່ງວ່າຈະງາມຂະໜາດໃດນັ້ນ ກໍໄປເບິ່ງພ້ອມກັນເລີຍ!! ເຈົ້າຍິງ Disney ໃນຮູບເງົາ ເອລຊ່າ ເວີຊັ່ນຊຸດໄໝລາວ ຕົວລະຄອນອື່ນໆ ຄົນອອກແບບ ເລີດ ງາມໜ້າຮັກ ຄົນສົນໃຈຫຼາຍ By: BeautyGuru ຂໍຂອບໃຈຮູບຈາກ: …
Read More »ວ້າວ! ເລີດ! ເລີດ! ເຄີຍເຫັນແລ້ວບໍ່! ຮູບຖ່າຍແບບກັບເຄື່ອງປະດັບຂອງນ້ອງໆ Laos super model 2017 (ສະເພາະສາວໆ)
ຜ່ານໄປແລ້ວສໍາລັບການແຂ່ງຂັນ ປະກວດ Laos super model 2017 ກ່ອນອື່ນກໍຕ້ອງຂໍຊົມເຊີຍນ້ອງໆທຸກຄົນທີ່ມີຄວາມສາມາດກ້າສະແດງງອອກ ແລະ ຂໍສະແດງຄວາມຍິນດີກັບນ້ອງທີ່ຊະນະກັນກ່ອນ ຕໍ່ມາກໍເພື່ອບໍ່ເປັນການເສຍເວລາເຮົາມາແນະນໍາກັນເລີຍດີກວ່າວ່າ ມື້ນີ້ເຮົາຈະເອົາຫຍັງມາຕ້ອນສໍາລັບງານນີ້ ແຕ່!!! ບໍ່ຕ້ອງເດົາກັນໃຫ້ດົນ ເອົາເປັນວ່າບອກໃຫ້ຮູ້ເລີຍກະແລ້ວກັນ ເພາະສິ່ງທີ່ເອົາມາຕ້ອນໃນມື້ນີ້ກໍຄື ຮູບພາບງາມໆຈາກນ້ອງໆທີ່ເຂົ້າຮ່ວມແຂ່ງຂັນ ເຊິ່ງມາໃນແຄມເປນ Amazed me By khamphouvong ເຊິ່ງເຊື່ອວ່າຫຼາຍຄົນຄົງຈະບໍ່ທັນເຫັນແບບເຕັມອາລະບໍ້າ ມື້ນີ້ຂວັນໃຈເຮົາໃຈດີເອົາມາຕ້ອນກັນໃຫ້ໄດ້ເບິ່ງແບບເຕັມທີ່ໄົປເລີຍ (ແຕ່ເຮົາຈະເອົາສະເພາະສາວໆມາຕ້ອນກັນກ່ອນ ສ່ວນໜຸ່ມໆເອົາເປັນໂອກາດໜ້າແລ້ວເຮົາຈະເອົາມາໃຫ້ເບິ່ງກັນອີກເທື່ອໜຶ່ງເນາະ) ວ້າວໆໆ ໃຈດີແບບນີ້ກໍຢ່າລືມກົດ Like And Share ໃຫ້ກໍາລັງໃຈແອັດກັນແນ່ເດີ່ ທີ່ອຸດສາໄປຊອກຄົ້ນຊອກຫາມາໃຫ້ແຟນໄດ້ເບິ່ງກັນ!!! By: BeautyGuru ຂອບໃຈຮູບງາມໆຈາກ: Page: ຮ້ານຄຳພູວົງ Phouvong Jewelry
Read More »ອ້າຍບ່າວສຸດເຈົ້າຊູ້!! ໃນຮົ້ວຫ້ອງການລັດຄົນນີ້ແມ່ນໃຜ? ຮູ້ຈັກ C.M ມາບອກກັນໃຫ້ຮູ້ແດ່!!
ອ່ອຍໆໆ… ຜູ້ບ່າວ ເຫັນແລ້ວໃຈລະລາຍໄປຕາມໆກັນ ບໍ່ຮູ້ວ່າແມ່ນໃຜມາແຕ່ໃສ ແຕ່ຮູ້ສຶກວ່າເຮັດໃຫ້ໃຈລະລາຍໄດ້ເລີຍເມື່ອໄດ້ເຫັນ ເອີ້ນໄດ້ວ່າ ລະດັບຄວາມເຈົ້າຊູ້ທຽບເທົ່າ ດາຣາ ນາຍແບບພຸ້ນລະ ແຕ່ອັນນີ້ກໍບໍ່ແນ່ໃຈວ່າ ງານອະດິເລກ ຂອງອ້າຍບ່າວຄົນນີ້ອາດຈະເປັນນາຍແບບກໍໄດ້ ເພາະເບິ່ງຈາກຫຸ່ນ ແລະ ໜ້າຕານີ້ເກີນຄໍາຈະບັນລະຍາຍອີ່ຫຼີ ແອັດກໍເລີຍບໍ່ລໍຊ້າທີ່ຈະໄປແອບສ່່ອງເຈົນໃນທີ່ສຸດກໍເລີຍຮູ້ວ່າ ອ້າຍບ່າວຄົນນີ້ແມ່ນເຮັດວຽກຢູ່ໃນຮົ້ວຂອງຫ້ອງການລັດແຫ່ງໜຶ່ງ ນັ້ນເອງ ວ້າວໆໆໆ ເລີດໆໆໆ ຄວາມຈິງແອັດກໍຢາກຈະຮູ້ຈັກໃຫ້ຫຼາຍກວ່ານີ້ ແຕ່ກໍເຮັດບໍ່ໄດ້ ເລີຍເອົາມາຖາມຫຼາຍຄົນເພື່ອຮູ້ຈັກ ໃຫ້ຊ່ວຍແນະນໍາກັນຕຶ່ມເນາະ! ເພາະເບິ່ງຈາກ Face book ສ່ວນຕົວຂອງທ້າວແລ້ວ ເຫັນວ່າຍອດຄົນຕິດຕາມເປັນພັນໆພຸ້ນລ່ະ ແລະ ແຕ່ລະຮູບທີ່ໂພສລົງຄົນ Like and Share ກັນຫຼາຍພໍສົມຄວນ! ກໍເລີຍເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກຢ່າງແນ່ນອນ! ເອົາເປັນວ່າເຮົາໄປເບິ່ງກັນເລີຍກໍແລ້ວກັນວ່າຈະມີໃຜແດ່ທີ່ຮູ້ຈັກ! ມີສະເໜ່ ວ້າວວວວ ທະເລໆໆໆ ໜ້າຄຸ້ນໆເນາະ! ນາຍແບບແມ່ນບໍ່ນີ້ ປານຖ່າຍ MV ມັກໃສ່ແວ່ນດໍາ ທ່າຢທນເຈົ້າຊູ້ສຸດໆ ຢ່າງເທ່ ໄປໃສ່ບາດກັນ! ຊິລໆ By: …
Read More »ມາຮູ້ຈັກກັບ! ສາວໄອຍະການຄົນງາມຄົນນີ້!! (ສາວລາວທັງງາມ ທັງເກັ່ງ ແຊວົນໄປ)
ສະບາຍດີສາວໆຂວັນໃຈທຸກໆຄົນ ສໍາລັບມື້ນີ້ມາພໍ້ກັນກໍບໍ່ມີຫຍັງຫຼາຍມາຕ້ອນດອກ ມີແຕ່ຢາກຈະມາແນະນໍາໃຫ້ຮູ້ຈັກກັບສາວໄອຍະການຄົນໜຶ່ງ ທີ່ Degree ຄວາມງາມທຽບກັບດາຣາໄດ້ເລີຍ! ຢາກຮູ້ບໍ່ວ່ານາງແມ່ນໃຜ? ຖ້າຢາກຮູ້ກໍຈະໃຫ້ຮູ້ຈັກກັນ ເຊິ່ງສາວງາມຄົນທີ່ວ່ານີ້ມີຊື່ວ່າ ພິລະດາ (ຊິ່ຊິ່ງ) ເປັນສາວໃຕ້ ແຂວງຈໍາປາສັກພຸ້ນລະ ເຮັດວຽກເປັນໄອຍະການປະຈໍາຢູ່ ອົງການໄອຍະການປະຊາຊົນປະຈໍາແຂວງຈໍາປາສັກ ວ້າວ! ເລີດໄດ້ອີກ ເມື່ອຮູ້ວ່າເຮັດວຽກຫຍັງ ແຖມຄວາມງາມນີ້ບໍ່ຮູ້ຈະບັນລະຍາຍ ບໍ່ຮູ້ວ່າໄປກິນຫຍັງ, ໄປເຮັດຫຍັງມາ ຈັ່ງແມ່ນຜູ້ງາມກະດໍ້ ແອັດເຫັນແລ້ວຢາກຈະຕາຍເກີດໃໝ່ພຸ້ນລະ ເພື່ອວ່າເກີດມາຊິໄດ້ງາມຄືເຂົາແດ່ (ມີຄວາມນ້ອຍໃຈໃຫ້ຕົວເອງ) ເອົາເປັນວ່າຢ່າດຣາມ່າດົນເຮົາໄປເບິ່ງສາວງາມໆເກັ່ງໆຄົນນີ້ກັນເລີຍດີກວ່າ! ໃນເຄື່ອງແບບ ໜ້າຮັກຫຼາຍ ໜ້າເປະ ໃສໆ ຫຸ່ນເປະ ໜ້າເດັກຂະໜາດ ດູດີ ສີ່ໜ້າ ສີ່ແບບ ມີຄວາມເທ່ ຍິ້້ມງາມ ໜ້າເດັກກວ່າຊູດຫຼາຍຍຍ ງາມທຸກແບບ By: BeautyGuru ຂອບໃຈຮູບຈາກ: Facebook: Sing Sing Phalitda (ຊິ່ງຊິ່ງ)
Read More »