Breaking News

Make Up

ວິທີແຕ່ງຕາສີ Rose Gold

ວິທີແຕ່ງຕາສີ Rose Gold ໂທນສີຍອດຮິດທີ່ແຕ່ງແລ້ວງາມຫຼາຍ ຖ້າເວົ້າເຖິງໂທນສີງາມໆ ທີ່ກໍາລັງຮິດຢູ່ໃນຕອນນີ້ ກໍ່ຄົງຈະລືມເທນສ໌ສີ Rose Gold ໄປບໍ່ໄດ້ເພາະເປັນໂທນສີຍອດຮິດທີ່ບໍ່ວ່າຈະເອົາມາແຕ່ງເປັນເສື້ອຜ້າ, ທາເລັບ ຫຼື ແມ່ນແຕ່ແຕ່ງໜ້າ ກໍ່ກາຍເປັນແບບງາມໆ. ສາວໆທ່ານໃດທີ່ຢາກລອງແຕ່ງໜ້າໂທນສີ  Rose Gold ມື້ນີ້ເຮົາເລີຍໄປຊອກຫາ Idea ແຕ່ງຕາໂທນນີ້ມາໃຫ້ລອງແຕ່ງກັນເບິ່ງ ມີການທີ່ເລືອກໃຊ້ສີທີ່ແຕກຕ່າງກັນໄປ ແຕ່ອອກມາໃນແບບ Rose Gold ແຕ່ງໄປໃສກໍ່ເຣີດແນ່ນອນ.                                   Pic from: ladyissue.com

Read More »

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ”

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ” ສາວໆທ່ານໃດທີ່ມີບັນຫາເລື່ອງສິວສ້ຽນມາກວນໃຈ ມື້ນີ້ ວາລະສານຂັວນໃຈ ມີເຄັດລັບງ່າຍທີ່ສາວໆສາມາດເຮັດໄດ້ ໂດຍທີ່ບໍ່ຈໍາເປັນຕ້ອງເສຍເງິນຫຼາຍ ດ້ວຍການໃຊ້ວາສະລິນ ວິທີເຮັດກໍ່ງ່າຍໆດັ່ງນີ້: ອຸປະກອນທີ່ຕ້ອງກຽມມີ: ວາສະລິນ. ແຜນຢາງໃສ (ພາດສະຕິກ). ຜ້າແພຂົນໜູ. Tissue ຫຼື ສໍາລີ. ຂັ້ນຕອນໃນການລອກສິວສ້ຽນ. ກຽມສະພາບຜິວໜ້າໃຫ້ພ້ອມໂດຍການລ້າງໜ້າດ້ວຍນໍ້າອຸ່ນເພື່ອເປີດຮູຂຸມຂົນ ຈາກນັ້ນທາວາສະລິນເທິງດັງບໍລິເວນທີ່ມີສິວສ້ຽນ. ວາງແຜນຢາງໃສ (ພາດສະຕິກ) ລົງໃສ່ເທິ່ງບໍລິເວນທີ່ທາວາສະລິນ. ໃຊ້ຜ້າແພຂົນໜູອຸ່ນໆ ວາງທັບລົງແຜນຢາງໃສ ແລ້ວປະໄວ້ບຶດໜຶ່ງ. ດຶງຜ້າແພຂົນໜູ ແລະ ແຜນຢາງໃສອອກ ໃຊ້ Tissue ຫຼື ສໍາລີເນັນຂ້າງດັງ ໃຊ້ນິ້ວບີບສິວສ້ຽນອອກ. ເມື່ອສິວສ້ຽນອອກແລ້ວໃຫ້ທາໂລຊັ່ນ ເພື່ອກະຊັບຮູຂຸມຂົນ ແລະ ທາຄຣີມບໍາລຸງຕາມປົກກະຕິ. ພຽງແຕ່ສາວໆປະຕິບັດເທົ່ານີ້ສິວສ້ຽນກໍ່ຈະບໍ່ມາລົບກວນໃຈຂອງສາວໆອີກແລ້ວ.    

Read More »

ມີຫຍັງຢູ່ໃນເຄື່ອງສໍາອາງ?

ມີຫຍັງຢູ່ໃນເຄື່ອງສໍາອາງ?    ນໍ້າຫອມ ແລະ ສານກັນບູດຖືໄດ້ວ່າເປັນອົງປະກອບຫຼັກສໍາຄັນໃນເຄື່ອງສໍາອາງ, ນໍ້າຫອມເປັນເປັນສາເຫດຫຼັກທີ່ເຮັດໃຫ້ເກີດອາການແພ້ຂອງຜິວໜັງ ນໍ້າຫອມປະກອບດ້ວຍສານເຄມີ ແລະ ສານທໍາມະຊາດຕ່າງໆລວມກັນຫຼາຍ ເຄື່ອງສໍາອາງທີ່ຕິດປ້າຍວ່າ “ ປາສະຈາກນໍ້າຫອມ ” ບາງຊະນິດປາສະຈາກການໃສ່ນໍ້າຫອມແທ້ໆ ແຕ່ບາງຜະລິດຕະພັນຍັງມີການປຸງແຕ່ງດ້ວຍນໍ້າຫອມເລັກນ້ອຍເພື່ອປົກປິດກິ່ນໄຂ ແລະ ສານປະກອບອື່ນໆ. ສີໃນເຄື່ອງສໍາອາງຕ້ອງເປັນສີທີ່ປອດໄພຕາມຂໍ້ກໍານົດຂອງສໍານັກງານຄະນະກໍາມະການອາຫານ ແລະ ຢາ ຄືສີທີ່ໃຊ້ສໍາລັບອາຫານ, ຢາ ແລະ ເຄື່ອງສໍາອາງ(FD&C) ຫຼື ສີທີ່ໃຊ້ສໍາລັບຢາ ແລະ ເຄື່ອງສໍາອາງ (D&C) ຫຼື ສີທີ່ໃຊ້ພາຍນອກສໍາລັບຢາ ແລະ ເຄື່ອງສໍາອາງເທົ່ານັ້ນ.  

Read More »

“ ສິວສ້ຽນ ” ເປັນເລື່ອງທີ່ກວນໃຈເຮົາສາມາດກໍາຈັດໄດ້

“ ສິວສ້ຽນ ” ເປັນເລື່ອງທີ່ກວນໃຈເຮົາສາມາດກໍາຈັດໄດ້ ສິວສ້ຽນເປັນບັນຫາໜຶ່ງທີ່ກວນໃຈຂອງໃຜຫຼາຍຄົນ ສິວສ້ຽນເກີດມາຈາກຄວາມຜິດປົກກະຕິຂອງເສັ້ນຂົນອອ່ນໃນຮູຂຸມຂົນມີການອຸດຕັນລວມຕົວກັບໄຂມັນໃນຮູຂຸມຂົນເປັນຈຸດເສັ້ນຂົນດໍາໆທີ່ບໍລິເວນດັງ ແລະ ສອງຂ້າງແກ້ມໃກ້ປີກດັງ ແລະ ໃນມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາກ່ຽວປັດໄຈທີ່ເຮັດໃຫ້ເກີດສິວສ້ຽນ, ການປິ່ນປົວສິວສ້ຽນ ແລະ ການປ້ອງກັນສິວສ້ຽນ ໃຫ້ສາວໆລອງໄປນໍາໃຊ້ມີດັ່ງນີ້: ປັດໄຈທີ່ເຮັດໃຫ້ເກີດສິວສ້ຽນ. ຮໍໂມນເພດໃນຮ່າງກາຍ ເຊິ່ງມີຜົນກະຕຸ້ນຕ່ອມໄຂ່ມັນໃຫ້ເຮັດວຽກຫຼາຍຂຶ້ນ ຜະລິດໄຂມັນອອກມາຫຼາຍ, ສົ່ງເສີມໃຫ້ເກີດການອຸດຕັນໄດ້ງ່າຍຂຶ້ນ. ການລົບກວນຜິວໜັງຫຼາຍໆເຊັ່ນ: ການເຊັດຖູໜ້າແຮງໆ, ການຂັດ ຫຼື ນວດໜ້າເຊິ່ງການເຮັດແບບນີ້ຈະລົບກວນຮູຂຸມຂົນ ຫຼື ຕ່ອມໄຂມັນເຮັດໃຫ້ຮູຂຸມຂົນຫຼືຮາກຂົນນັ້ນແຕກຂົນຈຶ່ງມີສິດທີ່ຈະຄຸດຂຶ້ນຢູ່ທາງໃນໄດ້ເພິ່ມຫຼາຍຂຶ້ນ ກາຍເປັນໜາມແຫຼມໆ. ການປິ່ນປົວສິວສ້ຽນ. ການລອກສິວສ້ຽນ: ໃຊ້ແຜ່ນແປະດັງລວມກັບສານລອກສິວສ້ຽນແປະທີ່ດັງ ແລະ ປະໄວ້ໄລຍະໜຶ່ງເຊິ່ງມີຄຸນສົມບັດໃນການຕິດ ແໜ້ນຈັບກັບສິວສ້ຽນແລ້ວນໍາໄປວາງບໍລິເວນຜິວໜັງທີ່ມີບັນຫາສິວສ້ຽນແລ້ວດຶງອອກ ສິວສ້ຽນກໍ່ຈະຫຼຸດຕິດອອກມາ. ໃຊ້ທຳມະຊາດກໍາຈັດ: ວິທີທີ່1: ລ້າງໜ້າໃຫ້ສະອາດໃຊ້ນໍ້າເຜິ້ງທາບໍລິເວນທີ່ມີສິວສ້ຽນປະໄວ້ 10 ນາທີແລ້ວໃຊ້ນິ້ວຊີ້ນວດຄ່ອຍໆແລ້ວລ້າງອອກດ້ວຍນໍ້າສະອາດເຮັດເປັນປະຈໍາໜ້າຈະໄດ້ບໍ່ມີສິວສ້ຽນ ໜ້າຈະນຽນນຸ່ມອີກດ້ວຍ. ວິທີທີ່2: ໃຊ້ແຜ່ນລອກສິວສ້ຽນບໍລິເວນທີ່ເປັນສິວສ້ຽນປະໄວ້10 ນາທີ ແລ້ວຈຶ່ງຄ່ອຍໆດຶງອອກຢ່າງຊ້າໆ ສິວສ້ຽນກໍ່ຈະຫຼຸດອອກມາພ້ອມແຜ່ນລອກສິວ ເປັນອີກວິທີໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍ ລາຄາບໍ່ແພງແຕ່ການໃຊ້ກໍ່ຕ້ອງລະມັດລະວັງເພາະສານເຄມີທີ່ໃຊ້ອາດກກໍ່ໃຫ້ເກີດການແພ້ໄດ້. ວິທີທີ່3: …

Read More »

6 ວິທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວອັກເສບ

  6 ວິທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວອັກເສບ ສິວເປັນອີີກບັນຫາໜຶ່ງທີ່ເປັນເລື່ອງຮ້າຍແຮງສໍາລັບສາວໆ ບໍ່ວ່າຈະເປັນສິວນ້ອຍທໍາມະດາ ຫຼື ສິວຫົວຊ້າງ. ສິວຫົວຊ້າງແມ່ນສິວທີ່ບໍ່ມີຫົວ ແລະ ເກີດຈາກຮໍໂມນທີ່ບໍ່ປົກກະຕິ , ແບັດທີເຣຍທີ່ເຮັດໃຫ້ເກີດສິວ ເມື່ອຮໍໂມນຫຼາຍຂຶ້ນຜິວໜັງກໍ່ຈະຜະລິດໄຂມັນຫຼາຍຂຶ້ນ ເມື່ອໃດທີ່ໄຂມັນລະບາຍອອກທາງຜິວໜັງບໍ່ໄດ້ກໍ່ຈະອຸດຕັນໃຕ້ຜິວໜັງ ແລະ ເກີດການອັກເສບບໍລິເວນນັ້ນ ດັ່ງນັ້ນ ວາລະສານຂັວນໃຈກໍ່ມີ ວີທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວທີ່ອັກເສບໄດ້ດັ່ງນີ້: ປ່ອຍໄວ້ຢ່າໄປຫຍຸ້ງກັບບໍລິເວນທີ່ເກີດສິວ. ຫ້າມໄປສຳຜັດ, ບີບ, ເຂ່ຍ ຫຼື ເຈາະເດັດຂາດ ເພາະການໄປຫຍຸ້ງກັບສິວຫົວຊ້າງຄືຄວາມຜິດພາດອັນໃຫຍ່ຫຼວງ ສິວຊະນິດນີ້ມີຕົ້ນຕໍຢູ່ໃຕ້ຜິວໜັງ ເຊິ່ງມັນຢູ່ໄກກວ່າທີ່ເຮົາສາມາດຈະຈັດການກັບມັນໄດ້ ຫຼື ຖ້າເຮັດໄດ້ກໍ່ມີແຕ່ຈະສ້າງຄວາມເຈັບປວດລ້າໆ ແລະ ຍັງປະຮອຍປະບາດໄວ້ເປັນທີ່ລະນຶກໃຫ້ເຮົາອີກ ດັ່ງນັ້ນປ່ອຍໄວ້ນັ້ນລະດີ. ກິນຢາແກ້ອັກເສບ. ຫາກຮູ້ສຶກວ່າບໍລິເວນສິວກະຕຸກເປັນຈັງຫວະ ໃຫ້ກິນຢາແກ້ອັກເສບເພື່ອບັນເທົາອາການເຈັບປວດນັ້ນ ເພາະນີ້ເປັນວິທີດຽວທີ່ຈະເຮັດໃຫ້ອາການເຈັບປວດບັນເທົາລົງ. ປະຄົບໜ້າດ້ວຍຄວາມຮ້ອນ. ລອງໃຊ້ຜ້າຂົນໜູອົບຄວາມຮ້ອນມາປະຄົບບໍລິເວນທີ່ເປັນສິວປະມານ 5 ນາທີ ວິທີນີ້ຈະຊ່ວຍໃຫ້ເລືອດໄຫຼ່ວຽນໄດ້ດີ ແລະ ຫຼຸດຄວາມເຈັບປວດຈາກສິວໄດ້ ເຮັດແບບນີ້ປະມານ 3 ເທື່ອ ຫຼື ຈະເອົາເຈວວ່ານຫາງຈໍລະເຂ້ທາລົງເທິ່ງຜ້າ ແລ້ວນໍາໄປນວດຈາກລຸ່ມຂື້ນເທິ່ງກໍ່ຈະດີຂຶ້ນໄປອີກ. …

Read More »