Breaking News

ມີຫຍັງຢູ່ໃນເຄື່ອງສໍາອາງ?

ແບ່ງປັນ

ມີຫຍັງຢູ່ໃນເຄື່ອງສໍາອາງ?

   ນໍ້າຫອມ ແລະ ສານກັນບູດຖືໄດ້ວ່າເປັນອົງປະກອບຫຼັກສໍາຄັນໃນເຄື່ອງສໍາອາງ, ນໍ້າຫອມເປັນເປັນສາເຫດຫຼັກທີ່ເຮັດໃຫ້ເກີດອາການແພ້ຂອງຜິວໜັງ ນໍ້າຫອມປະກອບດ້ວຍສານເຄມີ ແລະ ສານທໍາມະຊາດຕ່າງໆລວມກັນຫຼາຍ ເຄື່ອງສໍາອາງທີ່ຕິດປ້າຍວ່າ “ ປາສະຈາກນໍ້າຫອມ ” ບາງຊະນິດປາສະຈາກການໃສ່ນໍ້າຫອມແທ້ໆ ແຕ່ບາງຜະລິດຕະພັນຍັງມີການປຸງແຕ່ງດ້ວຍນໍ້າຫອມເລັກນ້ອຍເພື່ອປົກປິດກິ່ນໄຂ ແລະ ສານປະກອບອື່ນໆ.

ສີໃນເຄື່ອງສໍາອາງຕ້ອງເປັນສີທີ່ປອດໄພຕາມຂໍ້ກໍານົດຂອງສໍານັກງານຄະນະກໍາມະການອາຫານ ແລະ ຢາ ຄືສີທີ່ໃຊ້ສໍາລັບອາຫານ, ຢາ ແລະ ເຄື່ອງສໍາອາງ(FD&C) ຫຼື ສີທີ່ໃຊ້ສໍາລັບຢາ ແລະ ເຄື່ອງສໍາອາງ (D&C) ຫຼື ສີທີ່ໃຊ້ພາຍນອກສໍາລັບຢາ ແລະ ເຄື່ອງສໍາອາງເທົ່ານັ້ນ.

 

ແບ່ງປັນ