Breaking News

6 ວິທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວອັກເສບ

ແບ່ງປັນ

 

6 ວິທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວອັກເສບ

ສິວເປັນອີີກບັນຫາໜຶ່ງທີ່ເປັນເລື່ອງຮ້າຍແຮງສໍາລັບສາວໆ ບໍ່ວ່າຈະເປັນສິວນ້ອຍທໍາມະດາ ຫຼື ສິວຫົວຊ້າງ. ສິວຫົວຊ້າງແມ່ນສິວທີ່ບໍ່ມີຫົວ ແລະ ເກີດຈາກຮໍໂມນທີ່ບໍ່ປົກກະຕິ , ແບັດທີເຣຍທີ່ເຮັດໃຫ້ເກີດສິວ ເມື່ອຮໍໂມນຫຼາຍຂຶ້ນຜິວໜັງກໍ່ຈະຜະລິດໄຂມັນຫຼາຍຂຶ້ນ ເມື່ອໃດທີ່ໄຂມັນລະບາຍອອກທາງຜິວໜັງບໍ່ໄດ້ກໍ່ຈະອຸດຕັນໃຕ້ຜິວໜັງ ແລະ ເກີດການອັກເສບບໍລິເວນນັ້ນ ດັ່ງນັ້ນ ວາລະສານຂັວນໃຈກໍ່ມີ ວີທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວທີ່ອັກເສບໄດ້ດັ່ງນີ້:

  1. ປ່ອຍໄວ້ຢ່າໄປຫຍຸ້ງກັບບໍລິເວນທີ່ເກີດສິວ.

ຫ້າມໄປສຳຜັດ, ບີບ, ເຂ່ຍ ຫຼື ເຈາະເດັດຂາດ ເພາະການໄປຫຍຸ້ງກັບສິວຫົວຊ້າງຄືຄວາມຜິດພາດອັນໃຫຍ່ຫຼວງ ສິວຊະນິດນີ້ມີຕົ້ນຕໍຢູ່ໃຕ້ຜິວໜັງ ເຊິ່ງມັນຢູ່ໄກກວ່າທີ່ເຮົາສາມາດຈະຈັດການກັບມັນໄດ້ ຫຼື ຖ້າເຮັດໄດ້ກໍ່ມີແຕ່ຈະສ້າງຄວາມເຈັບປວດລ້າໆ ແລະ ຍັງປະຮອຍປະບາດໄວ້ເປັນທີ່ລະນຶກໃຫ້ເຮົາອີກ ດັ່ງນັ້ນປ່ອຍໄວ້ນັ້ນລະດີ.

  1. ກິນຢາແກ້ອັກເສບ.

ຫາກຮູ້ສຶກວ່າບໍລິເວນສິວກະຕຸກເປັນຈັງຫວະ ໃຫ້ກິນຢາແກ້ອັກເສບເພື່ອບັນເທົາອາການເຈັບປວດນັ້ນ ເພາະນີ້ເປັນວິທີດຽວທີ່ຈະເຮັດໃຫ້ອາການເຈັບປວດບັນເທົາລົງ.

  1. ປະຄົບໜ້າດ້ວຍຄວາມຮ້ອນ.

ລອງໃຊ້ຜ້າຂົນໜູອົບຄວາມຮ້ອນມາປະຄົບບໍລິເວນທີ່ເປັນສິວປະມານ 5 ນາທີ ວິທີນີ້ຈະຊ່ວຍໃຫ້ເລືອດໄຫຼ່ວຽນໄດ້ດີ ແລະ ຫຼຸດຄວາມເຈັບປວດຈາກສິວໄດ້ ເຮັດແບບນີ້ປະມານ 3 ເທື່ອ ຫຼື ຈະເອົາເຈວວ່ານຫາງຈໍລະເຂ້ທາລົງເທິ່ງຜ້າ ແລ້ວນໍາໄປນວດຈາກລຸ່ມຂື້ນເທິ່ງກໍ່ຈະດີຂຶ້ນໄປອີກ.

  1. ຫຼືບໍ່ກໍ່ປະຄົບດ້ວຍຄວາມເຢັນ.

ວິທີນີ້ຈະເຮັດໃຫ້ບໍລິເວນທີ່ເກີດສິວມຶນ ໃຫ້ເອົາຜ້າຂົນໜູບາງໆຫໍ້ນໍ້າແຂງໄວ້ຈາກນັ້ນນຳໄປປະຄົບບໍລິເວນທີ່ເປັນສິວເປັນເວລາ 1 ນາທີ ແລະ ເອົາອອກພັກໄວ້ 5 ນາທີ ຈາກນັ້ນເຮັດເພິ່ມອີກ 1 ນາທີ ເຮັດປະມານ 3 ເທື່ອຕໍ່ມື້ ແລ້ວສິວຈະດີຂຶ້ນເອງ.

  1. ຫຼີກເວັ້ນການເຮັດTreatment ສິວ.

ເນື່ອງຈາກສິວຫົວຊ້າງເກີດຂຶ້ນຈາກສ່ວນເລິກຂອງຜິວໜັງ ດັ່ງນັ້ນການເຮັດTreatment ເໝືອນວ່າຍິ່ງໄປກະຕຸ້ນບໍລິເວນນັ້ນໃຫ້ບອບຊໍ້າໄປອີກ ຍັງບໍ່ພໍອາການອັກເສບ ແລະ ຕິດເຊື້ອກໍ່ຈະຫຼາຍຂຶ້ນກວ່າເກົ່າ ດັ່ງນັ້ນແນະນຳໃຫ້ໃຊ້ເຊຣໍາຫຼຸດອາການອັກເສບ ທີ່ຊື່ມເຂົ້າສູ່ຊັ້ນຜິວໄດ້ໄວຂຶ້ນ.

  1. ໃຊ້ເຄື່ອງສຳອາງທີ່ມີສ່ວນປະກອບຂອງວິຕາມິນA.

ໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງວິຕາມິນເອດີກວ່າເພາະມັນຈະຊ່ວຍເປີດຮູຂຸມຂົນ ກໍາຈັດສິວ ແລະ ຫຼຸດຮ້ອຍດ່າງດໍາ ຄຣີມຊະນິດນີ້ຈະຊ່ວຍກະຕຸ້ນການເຮັດວຽກຂອງກົດSalisbury silicon ແລະ Ben Lane County peroxide ໃນເຄື່ອງສໍາອາງເພື່ອຊ່ວຍຫຼຸດການອັກເສບໄດ້.

 

ແບ່ງປັນ