Breaking News

ນອນໃຫ້ດີມີຜົນກັບໜ້າ

ແບ່ງປັນ

Format Kuanjai fB 01-01ນອນໃຫ້ດີມີຜົນກັບໜ້າ

ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການນອນ ນອນແນວໃດໃຫ້ມີຜົນດີກັບໜ້າ ສໍາລັບສາວໆທ່ານໃດທີ່ເຄີຍມີທ່ານອນແບບປະຈໍາຂອງຕົນເອງແລ້ວລອງມາອ່ານເບິ່ງວ່າທ່ານອນທີ່ຕົນເອງນອນນັ້ນຖືກວິທີທີ່ຈະເຮັດໃຫ້ມີຜົນດີກັບໜ້າຫຼືບໍ່ ວິທີນອນມີດັ່ງນີ້:

  1. ນອນສະແຄງ

ການນອນສະແຄງເປັນທ່ານອນທີ່ສາວໆ ຄວນຫຼີກເວັ້ນ ຫຼື ຖ້າເຄີຍນອນຈົນເປັນນິໄສແລ້ວ ແນະນໍາໃຫ້ນອນສະແຄງດ້ານຂວາຈະດີກວ່ານອນສະແຄງດ້ານຊ້າຍເພາະເປັນທ່າທີ່ນອນຫຼັບສະບາຍ ແລະ ດ້ານຂວາຂອງຮ່າງກາຍເຮົາຈະໄດ້ບໍ່ກົດທັບຫົວໃຈ ເຮັດໃຫ້ຫົວໃຈເຮັດວຽກສະດວກ, ເລືອດໄຫຼ່ວຽນໄດ້ດີ. ສະນັ້ນ ບໍ່ຄວນນອນສະແຄງໝົດຄືນເພາະຈະເຮັດໃຫ້ເກີດຮິ້ວຮອຍເທິ່ງໃບໜ້າໄດ້ ເນື່ອງຈາກຈະຖືກການບີບກົດກັບໝອນ ຫຼື ຜ້າປູບ່ອນນອນເປັນຕົ້ນ.

  1. ນອນຄວໍ່າ

ການນອນຄວໍ່າຈະເຮັດໃຫ້ໜ້າເຮົາຖືກກົດທັບໄປທັງໜ້າ ເຮັດໃຫ້ຄຣີມທີ່ທາໄວ້ທັງຄືນອາດເປື້ອນ ແລະ ລະເຫີຍອອກໄປຕິດໝອນໄດ້ ແລະ ປະສິດທິພາບຕ່າງໆ ຂອງຄຣີມກໍ່ຫຼຸດນ້ອຍລົງ ຫາກຈໍາເປັນທີ່ຈະຕ້ອງນອນຄວໍ່າໜ້າເຊັ່ນ: ເວລາໄປເຮັດສະປາ ຫຼື ນວດຕ່າງໆ ຄວນໃຊ້ໝອນຮອງໃຕ້ໜ້າເອິກເພື່ອບໍ່ໃຫ້ອິດເມື່ອຍກ້ານຄໍ ແລະ ກ້າມຊີ້ນຄໍ.

  1. ນອນຫງາຍ

ທ່ານີ້ເປັນທ່າທີ່ເໝາະສົມກັບການນອນທີ່ສຸດ ເພາະໃບໜ້າຈະບໍ່ຖືກບີບຮັດ ຫຼື ລົບກວນຈາກໝອນ ເຮັດໃຫ້ເມື່ອຕື່ນມາໜ້າຕາຈະສົດຊື່ນບໍ່ມີຮິ້ວຮອຍໃຫ້ເປັນກັງວົນໃຈ ແຕ່ການນອນຫງາຍກໍ່ບໍ່ເໝາະສົມກັບຜູ້ທີ່ເປັນພະຍາດ ແລະ ພະຍາດຫົວໃຈ ເພາະກ້າມຊີ້ນກະບັງລົມຈະກົດທັບປອດເຮັດໃຫ້ຫາຍໃຈບໍ່ສະດວກອາດເຮັດໃຫ້ມີການເກີດຂຶ້ນອີກ.

ນອກຈາກທ່ານອນທີ່ຖືກຕ້ອງແລ້ວ ຍັງມີສິ່ງທີ່ຕ້ອງຄິດເຖິງສິ່ງອື່ນອີກ ເຊິ່ງນັ້ນກໍ່ຄືອຸປະກອນໃນການນອນຕ່າງໆ ບໍ່ວ່າຈະເປັນບ່ອນນອນ, ຜ້າປູບ່ອນນອນ, ສົບໝອນ ແລະ ຄວນໝັ່ນເຮັດຄວາມສະອາດອຸປະກອນໃນການນອນອີກດ້ວຍ ແລະ ການເລືອກທີ່ນອນກໍ່ຄວນເລືອກໃຫ້ມີຄວາມໜາແໜ້ນພໍສົມຄວນ ແລະ ບໍ່ຄວາມນຸ່ມ ຫຼື ແຂງເກີນໄປ.

ແບ່ງປັນ