Breaking News

5 ເຄັດລັບໃນການບໍາລຸງຜິວແຕ່ລະມື້!!

ແບ່ງປັນ

 

 5 ເຄັດລັບໃນການບໍາລຸງຜິວແຕ່ລະມື້

    ມື້ນີ້ ຂັວນໃຈ ມີເຄັດລັບໃນການເບິ່ງແຍງສຸຂະພາບຜິວໃນແຕ່ລະມື້ມາຝາກ ເພື່ອເຮັດໃຫ້ທ່ານມີຜິວທີ່ສວຍງາມ, ສົດໃສຕັ້ງແຕ່ຫົວເຖິງປາຍຕີນໃຫ້ສົມກັບທີ່ເປັນສາວລາວຍຸກໃໝ່ທີ່ໃສ່ໃຈຕໍ່ກັບຄວາມງາມ ເຄັດລັບມີດັ່ງນີ້:

  1. ການໃຊ້ຄຣີມກັນແດດທີ່ມີຄ່າ SPF 30 PA+++ຂຶ້ນໄປ.

ໃນຕອນເຊົ້າຫຼັງຈາກທີ່ເຮົາທາຄຣີມບຳລຸງຜິວສຳເລັດຮຽບຮ້ອຍແລ້ວ ເຮົາທາຄຣີມກັນແດດເພື່ອປົກປ້ອງຜິວໜ້າຈາກອັນຕະລາຍຂອງແສງUVໂດຍຜ່ານການວິໄຈທາງການແພດໄດ້ຄົ້ນພົບວ່າ ຄົນສ່ວນໃຫຍ່ທີ່ມີອາຍຸຕໍ່າກວ່າ 18 ປີຈະຕ້ອງພົບກັບແສງUVທີ່ເປັນອັນຕະລາຍຕໍ່ຜິວຫຼາຍ ແລະ ຄວາມແຮງຂອງແສງຈະເພິ່ມຂຶ້ນອີກ 50-70%ຂອງແສງທັງໝົດ ການຫຼີກລ້ຽງການຖືກແສງແດດໂດຍກົງເປັນສິ່ງສຳຄັນຢ່າງຍິ່ງທີ່ຈະຊ່ວຍຫຼຸດຄວາມສ່ຽງຂອງການເກີດມະເຮັງຜິວໜັງໄໝ້ ແລະ ການເກີດຈຸດດ່າງດຳຈາກເມັດສີຜິວໄດ້.

  1. ການດື່ມນໍ້າສະອາດປະມານ 2 ລິດຕໍ່ມື້.

ນໍ້າເປັນສ່ວນປະກອບທີ່ສຳຄັນທີ່ສຸດຕໍ່ຮ່າງກາຍຂອງຄົນເຮົາເຊິ່ງຮ່າງກາຍຂອງຄົນເຮົາມີນໍ້າເປັນສ່ວນປະກອບປະມານ 60-70% ຂອງແຫຼວໃນຮ່າງກາຍທັງໝົດ ຄົນເຮົາຈະມີການສູນເສຍນໍ້າອອກມາຈາກຮ່າງກາຍຜ່ານປັດສະວະ ແລະ ເຫື່ອອອກຈາກຮ່າງກາຍຫຼາຍທີ່ສຸດປະມານ 2 ລິດ ດັ່ງນັ້ນການດື່ມນໍ້າສະອາດຢ່າງໜ້ອຍມື້ລະ 2 ລິດຈະຊ່ວຍຮັກສາຄວາມຊຸ່ມຊື້່ນ ແລະ ຄວາມສວຍງາມໃຫ້ແກ່ຜິວໜັງໄດ້ດີ.

  1. ການກິນອາຫານ ແລະ ທາຄຣີມທີ່ມືຊ່ວຍຕ້ານການເກີດ Anti-oxidant.

ສານຕ້ານອະນຸມູນອິດສະລະຈະຊ່ວຍຕໍ່ຕ້ານສານອະນຸມູນອິດສະລະຂອງເຊວໃນຮ່າງກາຍທີ່ເຮັດໃຫ້ເກີດບັນຫາຢ່ອນຢານ ແລະ ເກີດລິ້ວຮອຍເທິ່ງຜິວ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາດັ່ງກ່າວທ່ານຈຳເປັນຕ້ອງກິນໝາກໄມ້ສົດທີ່ມີສານຕໍ່ຕ້ານອະນຸມູນອິດສະລະເຊັ່ນ: ຊາ,  ໝາກສົ້ມໂອ, ໝາກອະໂວຄາໂດ ແລະ ກະຣົດປະເພດນີ້ເປັນຕົ້ນ ແລະ ການໃຊ້ຄຣີມບຳລຸງທີ່ມີສ່ວນປະກອບຂອງສ້ານຕໍ່ຕ້ານອະນຸມູນອິດສະລະໃນຜິວກໍ່ເປັນວິທີໜຶ່ງທີ່ຊ່ວຍຕ້ານອະນຸມູນອິດສະລະໄດ້ເປັນຢ່າງດີ.

  1. ອອກກຳລັງກາຍມື້ລະ 30 ນາທີ.

ການອອກກຳລັງກາຍໃຫ້ເຫື່ອອກເປັນການຂັບໄລ່ສານພິດອອກຈາກຮ່າງກາຍໄດ້ດີ ແລະ ລະບົບໝຸນວຽນຂອງເລືອດ, ປອດ, ຫົວໃຈເຮັດວຽກດີຂຶ້ນ, ຜິວພັນສວຍງາມ, ຊ່ວຍຜ່ອນຄາຍຄວາມຄຽດເຮັດໃຫ້ນອນຫຼັບສະບາຍ, ເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ ແລະ ຊ່ວຍຄວບຄຸມນໍ້າໜັກອີດ້ວຍ.

  1. ນອນພັກຜ່ອນໃຫ້ພຽງພໍ.

ການພັກຜ່ອນໃຫ້ພຽງພໍໃນຕອນກາງຄືນ ແລະ ການໃຊ້ຜະລິດຕະພັນທີ່ຊ່ວຍບຳລຸງຜິວຈະຊ່ວຍສ້າງຂະບວນການຟື້ນຟູ ແລະ ສ້ອມແປງເຊ່ວຜິວໃໝ່ໄດ້ຜົນດີທີ່ສຸດ , ຈະຊ່ວຍສ້າງການຜ່ອນຄາຍ, ເສີມສ້າງອາຫານໃຫ້ແກ່ເຊວຜິວໄດ້ດີ ນອກຈາກນີ້ຍັງຊ່ວຍເສີມສ້າງການຜ່ອນຄາຍ, ການເຜົາຜານພະລັງງານໃນຮ່າງກາຍ. ຖ້າວ່ານອນຫຼັບທີ່ບໍ່ພຽງພໍຈະສົ່ງຜົນເຮັດໃຫ້ເກີດການອິດເມື່ອຍ, ຜິວໜ້າໝອງຄໍ້າ, ເປັນສິວອັກເສບໄດ້ງ່າຍ ແລະ ຍັງສົ່ງຜົນໃຫ້ເກີດຜິວແພ້ງ່າຍໄດ້ອີກດ້ວຍ.

ແບ່ງປັນ