Breaking News

ເລິ່ມຕົ້ນຜິວພັນສຸຂະພາບດີ ຫ້າມເບິ່ງຂ້າມ 4 ປັນຫານ້ອຍໆ ນີ້ຢ່າງເດັດຂາດ

ແບ່ງປັນ

Edit pic 01

ເລິ່ມຕົ້ນຜິວພັນສຸຂະພາບດີ ຫ້າມເບິ່ງຂ້າມ 4 ປັນຫານ້ອຍໆ ນີ້ຢ່າງເດັດຂາດ

ສໍາລັບສາວໆທີ່ເຮັດວຽກບໍ່ໄດ້ພັກບໍ່ໄດ້ເຊົາ ການໄດ້ໃຊ້ຄຣີມທີ່ເບິ່ງແຍງຜິວພັນໄດ້ໂດຍທີ່ບໍ່ຕ້ອງເປັນຫ່ວງ ອາດເວົ້າໄດ້ວ່າເປັນຄວາມຝັນອັນສູງສຸດຂອງແຕ່ລະຄົນ ແຕ່ໃນຄວາມເປັນຈິງແລ້ວເລື່ອງເລັກນ້ອຍທີ່ເຮົາມັກເບິ່ງຂ້າມນັ້ນ ອາດຈະສົ່ງຜົນກະທົບຕໍ່ຜິວພັນຂອງເຮົາໄດ້ບໍ່ວ່າໂດຍທາງກົງ ຫຼື ທາງອ້ອມ ແລະ ມື້ນີ້ ວາສະສານຂັວນໃຈ ກໍ່ມີວິທີງ່າຍທີ່ຈະເຮັດໃຫ້ຜິວພັນຂອງສາວໆນັ້ນໄດ້ສວຍງາມ ດັ່ງນີ້:

  1. ອອກແດດກໍ່ຄວນໃສ່ແວ່ນຕາກັນແດດ.

ສອງເຫດຜົນຫຼັກໆທີ່ສາວໆ ຕ້ອງການຫາແວ່ນຕາກັນແດດມາໃສ່ ທຸກຄັ້ງທີ່ໃບໜ້າງາມໆຂອງເຮົາສໍາຜັດກັບແສງແດດ ຜິວພັນບໍລິເວນໜ່ວຍຕາກໍ່ຈະຄ່ອຍໆແຫ່ວ ແລະ ອີກຢ່າງໜຶ່ງ ຜິວພັນບໍລິເວນໜ່ວຍຕາຂອງເຮົາຈະບາງຫຼາຍ ສາມາດຖືກທຳລາຍຈາກລັງສີ UVA ແລະ UVB ໄດ້ງ່າຍ   ແລະ ໃນຊ່ວງນີ້ອາກາດຮ້ອນໆແບບນີ້ສາວໆກໍ່ຄວນຫາມາໃສ່ເພື່ອປ້ອງກັນການຖືກທໍາລາຍຈາກແສງແດດ.

  1. ກິນອາຫານທີ່ມີສ່ວນປະສົມຂອງຈຸລິນຊີ.

ຄວນກິນອາຫານທີ່ມີສ່ວນປະສົມຂອງຈຸລິນຊີຢ່າງໜ້ອຍມື້ລະ1ເທືອ ເພາະວ່າລ້າສຸດມີການຄົ້ນພົບວ່າຈຸລິນຊີມີປະໂຫຍດຕໍ່ຜິວ, ຊ່ວຍຫຼຸດອາການອັເສບ, ບໍ່ໃຫ້ເກີດຮິ້ວຮອຍກ່ອນໄວ, ປ້ອງກັນຜິວຖືກທຳລາຍຈາກແສງຕາເວັນ ແລະ ຕໍ່ຕ້ານອະນຸມູນອິດສະລະ ອາຫານທີ່ເຮົາຫາກິນໄດ້ຈະເປັນໂຍເກີດ, ກະຫຼໍ່າປີດອງ ຫຼື ເຄື່ອງດື່ມປະເພດຊາ Cambo Slash ຢ່າງໜ້ອຍຕ້ອງກິນມື້ລະເທື່ອ ເມື່ອເວລາຜ່ານໄປ 1-2 ເດືອນແລ້ວທ່ານຈະໄດ້ສໍາຜັດເຖິງຜິວທີ່ສວຍງາມ, ສຸຂະພາບດີ.

  1. ປ່ຽນໄປດື່ມຊາຂຽວແທນການດື່ມກາເຟ.

ຈະເປັນການດີກວ່າຖ້າປ່ຽນຈາກການດື່ມກາເຟໄປດື່ມຊາຂຽວແທນໃນຕອນເຊົ້າ ກາເຟຊ່ວຍປ້ອງກັນມະເຮັງໄດ້ກໍ່ຈິງແຕ່ຊາຂຽວຊ່ວຍປ້ອງກັນຮິ້ວຮອຍກ່ອນໄວໄດ້ ການດື່ມຊາຂຽວຈະຊ່ວຍເພິ່ມໃຫ້ມີສານແອນຕີ້ອອກຊີເດນ(Anti-oxidant) ແລະ ຄົງປະລິມານຄໍລາເຈນໄວ້ບໍ່ໃຫ້ຫຼຸດລົງອີກດ້ວຍ.

  1. ລ້າງໜ້າຄືສິ່ງທີ່ຂາດບໍ່ໄດ້.

ການລ້າງໜ້າໃນຕອນກາງຄືນບໍ່ພຽງແຕ່ຊ່ວຍເປີດຮູຂຸມຂົນເທົ່ານັ້ນ ແຕ່ຢ່າລືມວ່າໝົດມື້ເຮົາຕ້ອງພົບກັບແສງແດດ, ມົນລະພິດທີ່ລອຍມາປົນເປື້ອນກັບຄຮີ້ມຮອງພື້ນ ຫຼື ຄຣີມທີ່ເຮົາທາ ບໍ່ວ່າຈະອິດເມື່ອຍເທົ່າໃດຖ້າບໍ່ລ້າງໜ້າກ່ອນເຂົ້ານອນ ຈະເຮັດໃຫ້ສານອະນຸມູນອິດສະລະກໍ່ຈະເພິ່ມຂຶ້ນ, ເປັນຕົ້ນເຫດໃຫ້ເກີດຮິ້ວຮອຍ ສ່ວນມົນລະພິດຕ່າງໆທີ່ເຮົາບໍ່ຕ້ອງລ້າງອອກກໍ່ຮ້ອງວ່າຈຸດດ່າງດຳທີ່ມາເຮັດໃຫ້ທໍລະມານໃຈໄປອີກ.

 

ແບ່ງປັນ