Breaking News
KuanjaI FaceB

“ ສິວສ້ຽນ ” ເປັນເລື່ອງທີ່ກວນໃຈເຮົາສາມາດກໍາຈັດໄດ້

ແບ່ງປັນ

“ ສິວສ້ຽນ ” ເປັນເລື່ອງທີ່ກວນໃຈເຮົາສາມາດກໍາຈັດໄດ້

ສິວສ້ຽນເປັນບັນຫາໜຶ່ງທີ່ກວນໃຈຂອງໃຜຫຼາຍຄົນ ສິວສ້ຽນເກີດມາຈາກຄວາມຜິດປົກກະຕິຂອງເສັ້ນຂົນອອ່ນໃນຮູຂຸມຂົນມີການອຸດຕັນລວມຕົວກັບໄຂມັນໃນຮູຂຸມຂົນເປັນຈຸດເສັ້ນຂົນດໍາໆທີ່ບໍລິເວນດັງ ແລະ ສອງຂ້າງແກ້ມໃກ້ປີກດັງ ແລະ ໃນມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາກ່ຽວປັດໄຈທີ່ເຮັດໃຫ້ເກີດສິວສ້ຽນ, ການປິ່ນປົວສິວສ້ຽນ ແລະ ການປ້ອງກັນສິວສ້ຽນ ໃຫ້ສາວໆລອງໄປນໍາໃຊ້ມີດັ່ງນີ້:

  • ປັດໄຈທີ່ເຮັດໃຫ້ເກີດສິວສ້ຽນ.
  1. ຮໍໂມນເພດໃນຮ່າງກາຍ ເຊິ່ງມີຜົນກະຕຸ້ນຕ່ອມໄຂ່ມັນໃຫ້ເຮັດວຽກຫຼາຍຂຶ້ນ ຜະລິດໄຂມັນອອກມາຫຼາຍ, ສົ່ງເສີມໃຫ້ເກີດການອຸດຕັນໄດ້ງ່າຍຂຶ້ນ.
  2. ການລົບກວນຜິວໜັງຫຼາຍໆເຊັ່ນ: ການເຊັດຖູໜ້າແຮງໆ, ການຂັດ ຫຼື ນວດໜ້າເຊິ່ງການເຮັດແບບນີ້ຈະລົບກວນຮູຂຸມຂົນ ຫຼື ຕ່ອມໄຂມັນເຮັດໃຫ້ຮູຂຸມຂົນຫຼືຮາກຂົນນັ້ນແຕກຂົນຈຶ່ງມີສິດທີ່ຈະຄຸດຂຶ້ນຢູ່ທາງໃນໄດ້ເພິ່ມຫຼາຍຂຶ້ນ ກາຍເປັນໜາມແຫຼມໆ.
  • ການປິ່ນປົວສິວສ້ຽນ.
  1. ການລອກສິວສ້ຽນ: ໃຊ້ແຜ່ນແປະດັງລວມກັບສານລອກສິວສ້ຽນແປະທີ່ດັງ ແລະ ປະໄວ້ໄລຍະໜຶ່ງເຊິ່ງມີຄຸນສົມບັດໃນການຕິດ ແໜ້ນຈັບກັບສິວສ້ຽນແລ້ວນໍາໄປວາງບໍລິເວນຜິວໜັງທີ່ມີບັນຫາສິວສ້ຽນແລ້ວດຶງອອກ ສິວສ້ຽນກໍ່ຈະຫຼຸດຕິດອອກມາ.
  2. ໃຊ້ທຳມະຊາດກໍາຈັດ:
  • ວິທີທີ່1: ລ້າງໜ້າໃຫ້ສະອາດໃຊ້ນໍ້າເຜິ້ງທາບໍລິເວນທີ່ມີສິວສ້ຽນປະໄວ້ 10 ນາທີແລ້ວໃຊ້ນິ້ວຊີ້ນວດຄ່ອຍໆແລ້ວລ້າງອອກດ້ວຍນໍ້າສະອາດເຮັດເປັນປະຈໍາໜ້າຈະໄດ້ບໍ່ມີສິວສ້ຽນ ໜ້າຈະນຽນນຸ່ມອີກດ້ວຍ.
  • ວິທີທີ່2: ໃຊ້ແຜ່ນລອກສິວສ້ຽນບໍລິເວນທີ່ເປັນສິວສ້ຽນປະໄວ້10 ນາທີ ແລ້ວຈຶ່ງຄ່ອຍໆດຶງອອກຢ່າງຊ້າໆ ສິວສ້ຽນກໍ່ຈະຫຼຸດອອກມາພ້ອມແຜ່ນລອກສິວ ເປັນອີກວິທີໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍ ລາຄາບໍ່ແພງແຕ່ການໃຊ້ກໍ່ຕ້ອງລະມັດລະວັງເພາະສານເຄມີທີ່ໃຊ້ອາດກກໍ່ໃຫ້ເກີດການແພ້ໄດ້.
  • ວິທີທີ່3: ໃຊ້ກົດສົ້ມໃນໝາກໄມ້ເຊັ່ນ: ໃນໝາກຂາມປຽກ, ນໍ້າໝາກນາວ ມາທາບໍລິເວນທີ່ເປັນສິວສ້ຽນມື້ລະ 1-2 ເທື່ອ ຖ້າແສບຫຼາຍກໍ່ປະສົມນໍ້າລ້າໜ້ອຍໜຶ່ງ ໃຊ້ໄປໄລຍະໜຶ່ງສິວສ້ຽນຈະຫຼຸດລົງ.
  • ວິທີທີ່4: ລະລາຍເບກກິ້ງໂຊດາກັບນໍ້າລ້າໃຫ້ໄດ້ເນື້ອຄຣີມເຂັ້ມຂົ້ນແລ້ວນໍາມາທາບໍລິເວນທີ່ເປັນສິວສ້ຽນປະໄວ້ 1ຊົ່ວໂມງ ແລ້ວລ້າງອອກ ດັງຈະລຽບນຽນຂຶ້ນ.
  • ການປ້ອງກັນບັນຫາສິວສ້ຽນ.

ສິວສ້ຽນເກີດຈາກຄວາມຜິດປົກກະຕິຂອງເສັ້ນຂົນອ່ອນໃນຮູຂຸມຂົນມີການອຸດຕັນລວມຕົວກັບໄຂມັນໃນຮູຂຸມຂົນເຫັນເປັນຈຸດເສັ້ນຂົນດໍາໆທີ່ບໍລິເວນດັງ, ຄາງ ແລະ ສອງແກ້ມ ວິທີໃນການປິ່ນປົວສິວສ້ຽນດັ່ງນີ້:

  1. ການໃຊ້ຄຣີມຊ່ວຍລະລາຍການອຸດຕັນຂອງກຸ່ມເສັ້ນຂົນອ່ອນໆພາຍໃນຮູຂຸມຂົນເປັນປະຈໍາ.
  2. ບໍ່ຄວນໃຊ້ເຈ້ຍກາວ ຫຼື ໃຊ້ແໜບດຶງ ຫຼື ການບີບ ເພາະຈະເຮັດໃຫ້ຂົນເຫຼົ່ານັ້ນອອກກັບມາຈະເລີນເຕີບໂຕໄດ້ໃໝ່.
  3. ຫ້າມບີບສິວສ້ຽນເພາະສ່ວນທີ່ບີບອອກມາຈະເປັນໄຂມັນ ແຕ່ວ່າເສັ້ນຂົນອ່ອນຍັງມີຢູ່ ແລະ ຈະເຮັດໃຫ້ເກີດປະບາດ ແລະ ຮອຍດໍາ.
ແບ່ງປັນ