Breaking News

ດວງປະຈໍາວັນທີ 18 ສິງຫາ 2016

ແບ່ງປັນ

ດວງປະຈໍາວັນທີ 18 ສິງຫາ 2016

  • ວັນຈັນ.

ການເງິນ: ຍັງພົບກັບບັນຫາເລື່ອງເງິນ ຖ້າຫາເງິນມາໄດ້ກໍຕ້ອງມີເລື່ອງໃຫ້ຈ່າຍອອກໄປ.

ວຽກງານ: ຊ່ວງນີ້ສະຖານະການດ້ານວຽກງານຕ້ອງຢຸດລໍຖ້າ ເພາະມີຄວາມເຄັ່ງຄຽດຈາກບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂ.

ຄວາມຮັກ: ຄົນມີຄູ່ແລ້ວຈະໄດ້ໃຊ້ເວລາເວົ້າຈາ ເຮັດຄວາມຮູ້ຈັກຄົນຮັກໃຫ້ຫຼາຍກວ່າເກົ່າ ທ່ານອາດຈະເຫັນຄົນຮັກໃນອີກມຸມໜຶ່ງທີ່ທ່ານບໍ່ເຄີຍຮູ້ ຫຼື ສັງເກດມາກ່ອນ.

  • ວັນອັງຄານ.

ການເງິນ: ອາດຈະຕ້ອງເສຍເງິນເພື່ອຮັກສາໜ້າຕາຂອງຕົນເອງ ລວມໄປເຖິງອຸປະຖໍາຄົນອ້ອມຂ້າງ.

ວຽກງານ: ມີແຜນການເຮັດວຽກຫຼາຍຈົນທ່ານອາດຈະເຮັດບໍ່ໄດ້ ຫຼື ອາດຈະເວົ້າໄດ້ວ່າທ່ານຈິນຕະນາການໄປເອງ.

ຄວາມຮັກ: ຄົນມີຄູ່ ດີຫຼາຍຄົນຮັກເອົາໃຈເປັນພິເສດ ສ່ວນຄົນໂສດຫາກຍັງສົງໄສວ່າທ່ານມີເນື້ອຄູ່ກັບເຂົາບໍ ບໍ່ຕ້ອງເປັນຫ່ວງທ່ານຈະມີໂອກາດພົບໃນງານສັງຄົມໃໝ່ໆ.

  • ວັນພຸດ.

ການເງິນ: ມີທັງຮັບທັງຈ່າຍໃນຊ່ວງນີ້ ຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປຄືກັນ ເປັນລັກສະນະເງິນໝຸນ.

ວຽກງານ: ຈະເຮັດຫຍັງໃນຊ່ວງນີ້ຕ້ອງຟ້າວເຮັດ ອຸປະສັກທີ່ແກ້ໄຂບໍ່ໄດ້ກໍຍັງມີ ແລະ ບາງເລື່ອງກໍສາມາດແກ້ໄຂໄດ້ດ້ວຍຄວາມສາມາດຂອງຕົນເອງ.

ຄວາມຮັກ: ຄົນມີຄູ່ ທ່ານອາດຍັງຜິດຫວັງເສຍໃຈກັບຄວາມຮັກ ແລະ ຄົນຮັກ ໃຫ້ທ່ານເຂັ້ມແຂງແລ້ວເບິ່ງໄປທາງໜ້າຈະດີກວ່າ ສ່ວນຄົນໂສດ ມີຄວາມສຸກລົງຕົວເພາະໄດ້ພົບຮັກແທ້ ກັບຄູ່ແທ້ມີໂອກາດພົບໃນຊ່ວງນີ້ນັ້ນເອງ.

  • ວັນພະຫັດ.

ການເງິນ: ຊ່ວງນີ້ທ່ານຄວນໃຊ້ຈ່າຍແບບປະຢັດ ເພາະຜ່ານມາທ່ານໃຊ້ຈ່າຍແບບຟຸ່ມເຟືອຍມາຫຼາຍແລ້ວ.

ວຽກງານ: ອາດຈະໄດ້ລວມກຸ່ມເຮັດວຽກກັນເປັນທີມຕັ້ງແຕ່ສາມຄົນຂຶ້ນໄປ.

ຄວາມຮັກ: ຄົນມີຄູ່ ບໍ່ດີປານໃດ ຄົນຮັກຈະເຮັດໃຫ້ທຸກໃຈ ໂດຍທີ່ທ່ານບໍ່ກ້າຕໍ່ລອງ ຫຼື ຂັດແຍ້ງກັບຄົນຮັກໄດ້ ໃຫ້ທ່ານລອງເປີດໃຈແລ້ວເວົ້າຈາກົງໄປກົງມາດີກວ່າ ສ່ວນຄົນໂສດ ອາດພົບຄົນໃໝ່ ແຕ່ຄວາມສໍາພັນຍັງບໍ່ແນ່ໃຈວ່າເຂົາຈະມາແບບໃດກັນແທ້.

  • ວັນສຸກ.

ການເງິນ: ດີຂຶ້ນຫຼາຍໆ ທ່ານຈະໄດ້ເງິນດັ່ງໃຈຫວັງ ນອກຈາກນີ້ອາດຈະໄດ້ໂຊກຈາກເພດກົງກັນຂ້າມ.

ວຽກງານ: ລະວັງສັດຕູໃນບ່ອນເຮັດວຽກຈະເວົ້າຈາທໍາຮ້າຍຈິດໃຈໃຫ້ຊໍ້າໃຈ ແລະ ຍັງອາດຖືກເພື່ອນຮ່ວມວຽກນິນທາໃຫ້ເຈັບໃຈ.

ຄວາມຮັກ: ຄົນມີຄູ່ ມີຄວາມສໍາພັນທີ່ດີກັບຄົນຮັກ ໃນຊ່ວງນີ້ເລື່ອງເຂົ້າໃຈຜິດຕ່າງໆຈະຄ່ອຍໆດີຂຶ້ນ ສ່ວນຄົນໂສດ ຊ່ວງນີ້ອາດຈະຍັງບໍ່ມີຄົນເຂົ້າຈີບ ແຕ່ຊີວິດຂອງທ່ານກໍມີຄວາມສຸກເພາະມີໝູ່ເພື່ອນທີ່ດີ.

  • ວັນເສົາ.

ການເງິນ: ມີຂ່າວດີກ່ຽວກັບເລື່ອງຂອງການເງິນທີ່ດີເຂົ້າມາ ມີໂຊກດີຈະເກີດຂຶ້ນຫຼາຍກວ່າໜຶ່ງເທື່ອກໍເປັນໄປໄດ້ໃນຊ່ວງນີ້.

ວຽກງານ: ປະສົບຄວາມສໍາເລັດໃນການຕິດຕໍ່ເຈລະຈາດ້ານວຽກງານ, ມີຄວາມກ້າວໜ້າ.

ຄວາມຮັກ: ຄົນໂສດຈະ in love ກັບຄົນຮັກໃໝ່ ຮູ້ສຶກຄຸ້ນເຄີຍກັບຄົນຮັກໃໝ່ເປັນພິເສດ ສ່ວນຄົນມີຄູ່ ອາດຈະມີຜິດຖຽງກັນເລັກນ້ອຍ ດັ່ງນັ້ນຄວນໃຈເຢັນ ເວົ້າຈາກັນດ້ວຍເຫດຜົນ.

  • ວັນອາທິດ.

ການເງິນ: ຈະມີການເຮັດສັນຍາການເງິນທີ່ສໍາຄັນ , ລາຍຈ່າຍຫຼາຍກວ່າລາຍຮັບ.

ວຽກງານ: ບັນຫາສະເພາະໜ້າສົ່ງຜົນເຮັດໃຫ້ລະບົບວຽກມີບັນຫາ ແຕ່ຍັງໂຊກດີທີ່ມີບໍລິວານ ຫຼື ມີຫົວໜ້າທີ່ດີໃຫ້ການຊ່ວຍເຫຼືອ.

ຄວາມຮັກ: ຄົນມີຄູ່ ອາດຜິດຖຽງກັບຄົນຮັກ ເພາະທ່ານເອົາເລື່ອງເກົ່າໆກັບມາຜິດຖຽງກັບຄົນຮັກ ສ່ວນຄົນໂສດ ມີໂອກາດພົບຄົນທີ່ຖືກໃຈ ແລະ ມີການພັດທະນາຄວາມສໍາພັນໄປຢ່າງຕໍ່ເນື່ອງ.

ແບ່ງປັນ