Breaking News
KuanjaI FaceB

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ”

ແບ່ງປັນ

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ”

ສາວໆທ່ານໃດທີ່ມີບັນຫາເລື່ອງສິວສ້ຽນມາກວນໃຈ ມື້ນີ້ ວາລະສານຂັວນໃຈ ມີເຄັດລັບງ່າຍທີ່ສາວໆສາມາດເຮັດໄດ້ ໂດຍທີ່ບໍ່ຈໍາເປັນຕ້ອງເສຍເງິນຫຼາຍ ດ້ວຍການໃຊ້ວາສະລິນ ວິທີເຮັດກໍ່ງ່າຍໆດັ່ງນີ້:

  • ອຸປະກອນທີ່ຕ້ອງກຽມມີ:
  • ວາສະລິນ.
  • ແຜນຢາງໃສ (ພາດສະຕິກ).
  • ຜ້າແພຂົນໜູ.
  • Tissue ຫຼື ສໍາລີ.
  • ຂັ້ນຕອນໃນການລອກສິວສ້ຽນ.
  • ກຽມສະພາບຜິວໜ້າໃຫ້ພ້ອມໂດຍການລ້າງໜ້າດ້ວຍນໍ້າອຸ່ນເພື່ອເປີດຮູຂຸມຂົນ ຈາກນັ້ນທາວາສະລິນເທິງດັງບໍລິເວນທີ່ມີສິວສ້ຽນ.
  • ວາງແຜນຢາງໃສ (ພາດສະຕິກ) ລົງໃສ່ເທິ່ງບໍລິເວນທີ່ທາວາສະລິນ.
  • ໃຊ້ຜ້າແພຂົນໜູອຸ່ນໆ ວາງທັບລົງແຜນຢາງໃສ ແລ້ວປະໄວ້ບຶດໜຶ່ງ.
  • ດຶງຜ້າແພຂົນໜູ ແລະ ແຜນຢາງໃສອອກ ໃຊ້ Tissue ຫຼື ສໍາລີເນັນຂ້າງດັງ ໃຊ້ນິ້ວບີບສິວສ້ຽນອອກ.
  • ເມື່ອສິວສ້ຽນອອກແລ້ວໃຫ້ທາໂລຊັ່ນ ເພື່ອກະຊັບຮູຂຸມຂົນ ແລະ ທາຄຣີມບໍາລຸງຕາມປົກກະຕິ.

ພຽງແຕ່ສາວໆປະຕິບັດເທົ່ານີ້ສິວສ້ຽນກໍ່ຈະບໍ່ມາລົບກວນໃຈຂອງສາວໆອີກແລ້ວ.

 

 

ແບ່ງປັນ