Breaking News

ຮູຂຸມຂົນໃຫຍ່ເຮັດແນວໃດດີ ??

ແບ່ງປັນ

ຮູຂຸມຂົນໃຫຍ່ເຮັດແນວໃດດີ ??

    ຜູ້ຍິງທຸກຄົນຢາກມີຜິວໜ້າໃສ, ສວຍງາມກັນທັງນັ້ນ ເພາະສະນັ້ນບັນຫາຮູ້ຂຸມຂົນໃຫຍ່ຈຶ່ງເປັນສິ່ງທີ່ໃຜຫຼາຍໆຄົນບໍ່ຢາກໃຫ້ເກີດຂຶ້ນເທິ່ງໃບໜ້າຂອງຕົນເອງໂດຍສະເພາະຜູ້ຍິາງທີ່ມີຜິວພັນໜ້າມັນທັງຫຼາຍ ແລະ ມື້ນີ້ ວາລະສານຂັວນໃຈມີເຄັດລັບດີໆທີ່ຈະເຮັດໃຫ້ຮູຂຸມຂົນຂອງທ່ານນ້ອຍລົງໄດ້ ຮູຂຸມຂົນໃຫຍ່: ຜິວພັນບໍ່ສະໝໍ່າສະເໝີເປັນຮູໆຢ່າງເຫັນໄດ້ແຈ້ງເຮັດໃຫ້ສິ່ງເປິະເປື້ອນຕົກຄ້າງ, ສະສົມ ແລະ ອູດຕັນໄດ້ງ່າຍ. ຮູຂຸມຂົນນ້ອຍ: ຜິວພັນລຽບນຽນບໍ່ເປັນຂຸມເປັນຮູສິ່ງເປິະເປື້ອນບໍ່ຕົກຄ້າງ.

DIY : Do It Yourself ເຄັດລັບກະຊັບຮູຂຸມຂົນກຽມອຸປະກອນ.

  1. ນໍ້າກ້ອນກ້ອນໜຶ່ງຫຼືສອງກ້ອນ.
  2. ເຈ້ຍ tissue ທີ່ມີອ່ອນນຸ່ມ ຫຼື ຜ້າແພສະອາດ.

ວິທີເຮັດ:

  1. ເຮັດຄວາມສະອາດຜິວພັນໜ້າໃຫ້ຮຽບຮ້ອຍ.
  2. ເອົານໍ້າກ້ອນທີ່ກຽມໄວ້ໄປຜ່ານນໍ້າປະມານ 1-2 ວິນາທີ ເພື່ອໃຫ້ນໍ້າກ້ອນສະອາດ ແລະ ລະລາຍເລັກນ້ອຍຈົນນໍ້າກ້ອນລຽບນຽນຂຶ້ນ.
  3. ເອົານໍ້າກ້ອນມາຫໍ້ດ້ວຍເຈ້ຍ tissue ປະມານ 3-4 ຊັ້ນ ຫຼື ຜ້າແພບາງໆປະມານ 2 ຊັ້ນເພື່ອບໍ່ໃຫ້ເຢັນໜ້າຈົນເກີນໄປ.
  4. ລໍຖ້າໃຫ້ນໍ້າກ້ອນລະລາຍພໍຊຸ່ມໆ ເພາະນໍ້າຈະຊ່ວຍຫຼໍ່ລ້ຽງ ແລະ ເພິ່ມຄວາມຊຸ່ມໃຫ້ຜິວພັນໄດ້ອີກດ້ວຍ.
  5. ນໍາມາຖູໃບໜ້າຄ່ອຍໆ ຈາກບໍລິເວນດັງອອກໄປດ້ານຂ້າງ ໂດຍເນັ້ນທີ່ບໍລິເວນຄ້າງ, ດັງ, ໜ້າຜາກ ແລະ ແກ້ມເປັນພິເສດ ເຮັດຄັ້ງລະປະມານ 1-2 ນາທີ, ເຮັດຢ່າງນ້ອຍ 2 ເທື່ອຕໍ່ມື້ ຄືຫຼັງຈາກຕື່ນນອນກັບກ່ອນນອນ, ເຮັດປະມານ 3 ເດືອນແລ້ວລອງສັງເກດຄວາມປ່ຽນແປງເທິ່ງໃບໜ້າຂອງຕົນເອງ.

X DDT : Dont Do That!.

ຢ່າໃຊ້ນໍ້າກ້ອນທີ່ອອກມາຈາກຕູ້ເຢັນໃໝ່ໆ ສໍາຜັດຜິວພັນໜ້າໂດຍກົງເດັດຂາດເພາະຜິວພັນໜ້າທີ່ບາງຈະປັບຕົວບໍ່ທັນ ຫຼື ນໍ້າກ້ອນດູດຈົນບວມ, ຢ່າໃຊ້ນໍ້າກ້ອນທີ່ເປິະເປື້ອນ, ຈົນເນັ້ນນໍ້າກ້ອນແຮງໆຈົນແຕກໄປກັບຜິວໜ້າເພາະອາດຈະເຮັດໃຫ້ຜິວພັນເຢັນຈົນເກີດອາການຊ໋ອກ ຫຼື ເປັນຮອຍໄດ້.

 

ແບ່ງປັນ