Breaking News

Beauty

ມາເບິ່ງ! ແຮງຈູງໃຈໃນການອອກກໍາລັງກາຍຕອນເຊົ້າ ເຮັດແນວໃດໃຫ້ໜ້າສົນໃຈ ແລະ ບໍ່ໜ້າເບື່ອ…..

ສາວໆຮູ້ ຫຼືບໍ່ວ່າການຕື່ນຂຶ້ນມາອອກກຳລັງກາຍນັ້ນມີປະໂຫຍດຢ່າງຫຼວງຫຼາຍ ນອກຈາກຈະຊ່ວຍໃນເລື່ອງສຸຂະພາບທີ່ແຂງແຮງແລ້ວ ຍັງຊ່ວຍໃຫ້ຈະເລີນອາຫານ, ດັ່ງນັ້ນ ຖ້າສາວໆກຳລັງຫາວິທີໃຫ້ຕົນເອງລຸກຂຶ້ນມາອອກກຳລັງກາຍໃນຕອນເຊົ້າ ມື້ນີ້ທາງ Kuanjai ເຮົາໄດ້ຊອກເອົາເຄັດລັບດີໆມາຝາກທຸກຄົນດັ່ງຕໍ່ໄປນີ້: ຈັດກຽມເສື້ອຜ້າອອກກຳລັງກາຍໄວ້: ເພື່ອຕື່ນມາຈະບໍ່ໄດ້ເສີຍເວລາຢ່ານອນເດິກ: ເພາະຈະເຮັດໃຫ້ຮູ້ສຶກບໍ່ມີແຮງ ທາງທີ່ດີຄວນປັບປ່ຽນພຶດຕິກໍາການນອນ ພະຍາຍາມນອນໃຫ້ຄົບ 8 ຊົ່ວໂມງຕັ້ງເປົ້າໝາຍ: ເພື່ອເປັນການສ້າງແຮງຈູງໃຈໃຫ້ກັບໂຕເອງໃນການລຸກມາອອກກຳລັງກາຍແຕ່ເຊົ້າ ແນະນຳໃຫ້ຂຽນເປົ້າໝາຍໄວ້ເຊັ່ນ: ເພື່ອສຸຂະພາບທີ່ແຂງແຮງປາສະຈາກພະຍາດມາບຽດບຽນ ຫຼືຫຼຸດນໍ້າໜັກ ຫຼືເພື່ອຄວາມຝັນທີ່ຢາກມີຮູບຮ່າງທີ່ງາມ ແລະ ໃສ່ເສື້ອຜ້າຢ່າງດູດີ ເຮົາຕ້ອງຕັ້ງເປົ້າໄວ້ເລີຍແລ້ວເຮັດໃຫ້ໄດ້ໂມງປຸກ: ແນະນຳໃຫ້ວາງໄວ້ໄກໆຈາກໂຕແດ່ ເພາະຈະບໍ່ສາມາດເອົາມືໄປປິດໂມງປຸກໄດ້ ແຕ່ກໍຕ້ອງໃຫ້ຢູ່ໃນໄລຍະທີ່ໄດ້ຍິນດີລ້າງໜ້າ: ຕອນເຊົ້າດ້ວຍນ້ຳເຢັນເພື່ອຄວາມສົດຊື່ນກາແຟ: ແນະນໍາໃຫ້ດື່ມກ່ອນອອກກໍາລັງເຄິ່ງຊົ່ວໂມງ ເພາະຈະຊ່ວຍເພີ່ມພະລັງໃຫ້ອອກກຳລັງກາຍໄດ້ດີຂຶ້ນ ແລະ ກາເຟຍັງຊ່ວຍກະຕຸ້ນລະບົບເຜົາຜານໄດ້ດີອີກດ້ວຍເພງ: ການສ້າງບັນຍາກາດໃຫ້ກັບເຮົາເອງ ເປັນໂຕກະຕຸ້ນທີ່ເຮັດໃຫ້ອອກກຳລັງກາຍໄດ້ ດົນຂຶ້ນ ແລະ ບໍ່ຮູ້ສຶກເບື່ອໜ່າຍຄ່ອຍໆອອກກຳລັງກາຍແບບຄ່ອຍເປັນຄ່ອຍໄປ: ສໍາລັບຄົນໃດທີ່ບໍ່ເຄີຍຕື່ນມາອອກກໍາລັງກາຍໃນຍາມເຊົ້າ ແນະນຳໃຫ້ອອກກຳລັງກາຍແບບເບົາໆເທື່ອລະໜ້ອຍໄປກ່ອນ ຈາກນັ້ນ ເມື່ອຮ່າງກາຍເຮົາລື້ງເຄີຍແລ້ວຈຶ່ງເພີ່ມຂຶ້ນເລື້ອຍໆກໍໄດ້ເດີ້ ປັບໂປແກຼມການອອກກຳລັງກາຍທຸກ 2-3 ອາທິດ: ຖ້າແລ່ນແລ້ວຮູ້ສຶກເບື່ອ ທາງທີ່ດີຄວນປ່ຽນການອອກກຳລັງກາຍເຊັ່ນ: ຂີ່ລົດຖີບ, ລອຍນ້ຳ, ເຕັ້ນເຊືອກ ແລະ …

Read More »

ບໍ່ຄວນເບິ່ງຂ້າມ! ອາການ “ເຈັບທ້ອງ” ທີ່ບົ່ງບອກເຖິງພະຍາດ!!

ປັດຈຸບັນປັດໃຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫຼາຍແນວ ບໍ່ວ່າຈະເປັນ ສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫຼາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບໄຂໄດ້ປ່ວຍໄດ້ງ່າຍ ເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍ ນັ້ນເອງ. ອາການ ເຈັບທ້ອງ ເປັນອາການທີ່ພົບເຫັນໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການເຈັບເຫຼົ່ານີ້ ເປັນຍ້ອນສາເຫດຫຍັງ? ແລະ ອາການເຈັບແຕ່ລະແບບແມ່ນບົງບອກວ່າເຮົາເປັນຫຍັງ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ເຈັບບໍລິເວນບັ້ນເອວເບື້ອງຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ, ໄຕ ແລະ ລຳໃສ້ໃຫ່ຍເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງເຈັບບໍລິເວນທ້ອງນ້ອຍບື້ອງເຂວາ ເປັນຕຳແໜ່ງ ໃສ້ຕິ່ງ, ທໍ່ໄຕ ແລະ ປີກມົດລູກເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ …

Read More »

6 ໝາກໄມ້ທີ່ມີວິຕາມິນບໍາລຸງຜິວໃຫ້ຂາວໃສ

ຜິວງາມໃຜໆກໍຢາກມີ ຜິວດີໃຜໆກໍຢາກໄດ້ ປັດຈຸບັນນີ້ການບໍາລຸງຜິວກໍມີຫຼາກຫຼາຍວິທີທີ່ແຕກຕ່າງກັນໄປ ມື້ນີ້ຂວັນໃຈຂໍເອົາໃຈສາວໆທີ່ມັກຂາວມັກງາມ ໂດຍການມາແນະນໍາອີກວິທີໜຶ່ງ ໃນການບໍາລຸງຜິວ ເຊິ່ງເປັນວິທີງ່າຍໆທີ່ສາວໆທຸກຄົນສາມາດເຮັດໄດ້ທຸກມື້ ແລະ ທຸກເວລາເລີຍກໍວ່າໄດ້ ນັ້ນກໍຄື….ການກິນໝາກໄມ້ທີ່ມີວິຕາມິນບໍາລຸງຜິວ ເຊິ່ງວິຕາມິນຕ່າງໆໃນໝາກໄມ້ນັ້ນແມ່ນສາມາດເຮັດໃຫ້ຜິວຂອງສາວໆນັ້ນຂາວໃສແບບທໍາມະຊາດ ແລະ ຜິວກໍຍັງແຂງແຮງອີກດ້ວຍ!! ເຊິ່ງຈະມີໝາກອີ່ຫຍັງແດ່ເຮົາໄປເບິ່ງກັນເລີຍ!! ໝາກແອບເປີ້ນ: ແອບເປີ້ນທຸກສາຍພັນແມ່ນປະກອບມີວິຕາມິນຊີເປັນຫຼັກ ເຊິ່ງຈະຊ່ວຍໃນເລື່ອງຂອງການຮັກສາການເຊື່ອມສະພາບຂອງ, ຊ່ວຍປົກປ້ອງຜິວຈາກແສງແດດ. ນອກຈາກວິຕາມິນຊີແລ້ວ ແອບເປີ້ນຍັງມີວິຕາມີນບີ 1 , ວິຕາມິນບີ 3, ແລະ ວິຕາມິນບີ 5 ທີ່ຊ່ວຍເພີ່ມພູມຕ້ານທາງໃຫ້ແກ່ຜິວເຮັດໃຫ້ຜິວອ່ອນກວ່າໄວ, ຊ່ວຍໃຫ້ຜິວນຽນໜຸມຊຸມຊື່ນ ແລະ ຂາວສົດໃສຂຶ້ນ ໝາກສົ້ມ: ເປັນໝາກໄມ້ທີ່ມີວິຕາມິນຊີສູງທີ່ສຸດ ເຊິ່ງແນ່ນອນວ່າວິຕາມິນຊີແມ່ນຈະຊ່ວຍໃນເລື່ອງຂອງການຫຼຸດ ແລະ ປົກປ້ອງການເກີດຮ່ອງຮອຍທີ່ໃບໜ້າໄດ້ດີທີ່ສຸດ ແຖມຍັງຊ່ວຍໃຫ້ໜ້າເປັ່ງປັ່ງຂຶ້ນອີກ ຍັງບໍ່ພໍ!! ໝາກສົ້ມຍັງມີຄຸນສົມບັດໃນການຊ່ວຍສ້າງຄໍລາເຈນ, ມີສານຕໍ່ຕ້ານອານຸມູນອິດສະຫຼະຢ່າງຫລວງຫຼາຍທີ່ຊ່ວຍເຮັດໃຫ້ໜ້າອ່ອນກວ່າໄວໄດ້ເປັນຢ່າງດີ ແລະ ສົ້ມຍັງມີວິຕາມິນບີເຊິ່ງໂດ່ດເດັ່ນໃນການສ້ອມແຊມເຊວຜິວ ແຖມຍັງປົກປ້ອງຄວາມມີນໍ້າມີນວນຂອງຜິວໄດ້ເປັນຢ່າງດີ ສະຕໍເບີຣີ: ເປັນອີກໜຶ່ງໃນໝາກໄມ້ທີ່ມີວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍໃນການຫຼຸດຮ່ອງຮອຍ ແລະ ກະຊັບຜິວໜ້າ …

Read More »

ລວມ Fashion ການຖັກແສ່ວທີ່ກຳລັງມາແຮງໃນປັດຈຸບັນ

ກາຍເປັນກະແສ ກັບ Fashion ການຖັກສີສັນສົດໃສປະສົມປະສານຄວາມ Sexy ເລັກນ້ອຍ ກາຍເປັນເທຣນໃໝ່ ໃນປັດຈຸບັນ ພາຍຫຼັງທີ່ສາວໆຈາກວົງ Blackpink & Selana Gomez ປ່ອຍເພງໃໝ່ທີ່ມີຊື່ວ່າ Ice Cream ອອກມາ ເຮັດໃຫ້ແຟນຄຣັບສ່ວນຫຼາຍກຳລັງ Sold Out ເຄື່ອງຖັກແສ່ວທີ່ກຳລັງມາແຮງ. ມື້ນີ້ແອັດ ກໍເລີຍນຳເອົາຮູບ Fashion ກ່ຽວກັບການຖັກແສ່ວ ເກ໋ໆ ມາໃຫ້ທຸກຄົນ ເພື່ອເປັນແບບໃນການເລືອກຊື້ ຮູບພາບຈາກ:​ https://www.sanook.com/women/167231/ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຖ່າຍຮູບບັງແດດແນວໃດ? ໃຫ້ເປະທຸກອົງສາ

ສາວໆມາທາງນີ້ ມື້ນີ້ແອັດຈະພາມາເບິ່ງທ່າຖ່າຍຮູບບັງແດດ ທີ່ຖ່າຍແນວໃດ? ຮ້ອນພຽງໃດ? ກໍຍັງເປະທຸກອົງສາ ບໍ່ເວົ້າຍາວເຮົາມາເບິ່ງພ້ອມກັນເລີຍ! ສາວໆ ຢ່າລືມລອງນຳໄປຖ່າຍເບິ່ງເດີ! ຮັບຮອງວ່າເປະ ດີງາມຕາມທ້ອງເລື່ອງ ອິອິ ຮູບພາບຈາກ: https://www.facebook.com/670177906450875 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »