Breaking News

Beauty

8 ໂທນແຕ່ງຫນ້າຫວານໆ ສຳຫຼັບສາວໆ

ການແຕ່ງໜ້າຖືເປັນສິ່ງສຳຄັນຂອງສາວໆຫຼາຍຄົນ ເພາະໄກ່ງາມຍ້ອນຂົນຄົນງາມຍ້ອນແຕ່ງ ເຊິ່ງມື້ນີ້ແອັດເອົາໂທນແຕ່ງໜ້າຫວານໆ ມາໃຫ້ທຸກຄົນໄດ້ແຕ່ງຕາມ ມີໂທນໃດແດ່ມາເບິ່ງນຳກັນເລີຍ. 1 ຫວານແບບເບລລ່າ ແຕ່ງອອກງານໄດ້ທຸກງານ 2 ຫວານແບບມຸກດາ ຫວານຄົມໆ 3 ຫວານແບບແພງໆ ກໍໄດ້ເດີ 4 ຫວານແບບຟຸ້ງຟິ້ງ 5 ຫວານແບບລະມຸນ 6 ຫວານແບບໜ້າຮັກໄປເລີຍ 7 ແຕ່ງແບບຫວານເຕັມໆ ຈັດໄປຂົນຕາ-ຄອນແທັກເລນ 8 ຫວານແບບເບົາໆ ແຕ່ງອ່ອນໆ ຮູບພາບຈາກ: https://www.google.com/url? ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ການເລືອກຕຸ້ມຫູ ຕາມຮູບໜ້າແຕ່ລະແບບຂອງສາວໆ

ສຳຫຼັບສາວໆແລ້ວ ນອກຈາກການແຕ່ງໜ້າ ແລະ ເລືອກເຄື່ອງນຸ່ງໃຫ້ເຂົ້າກັບຕົນເອງ ກໍຍັງເລືອກຕຸ້ມຫູໃຫ້ເຂົ້າກັບຕົນເອງນຳເດີ ເພາະຕຸ້ມຫູກໍເປັນສ່ວນປະກອບໜຶ່ງທີ່ຊ່ວຍເສີມສ້າງບຸກຄະລິກກະພາບ ແລະ ເພີ່ມສະເໜ່ໃຫ້ສາວໆ. ເຮົາມາເບິ່ງນຳກັນວ່າ ຮູບໜ້າແບບນີ້! ຈະໃສ່ຕຸ້ມຫູແບບໃດ? 1. ສາວໜ້າມົນ ສຳຫຼັບສາວໜ້າມົນ ຄວນຫຼີກລ້ຽງການໃສ່ຕຸ້ມຫູມົນໃຫຍ່ໆ ຫຼືເປັນເພັດອັນໃຫຍ່ໆ ແລະ ຕຸ້ມຫູແບບຮູບຫົວໃຈກວ້າງໆ. ສຳຫຼັບຕຸ້ມຫູທີ່ເໝາະສົມສຳຫຼັບສາວໜ້າມົນຮູບ ແມ່ນໃຫ້ເລືອກຂະໜາດໃຫຍ່ຍາວກາຍຄາງລົງມາ ມັນຈະຊ່ວຍຫຼຸດຄວາມມົນຂອງໃບໜ້າ. ສຳຫຼັບໃຜ ທີ່ບໍ່ມັກການໃສ່ຕຸ້ມຫູໃຫຍ່ ກໍຄວນເລືອກຕຸ້ມຫູນ້ອຍໆຮູບສີ່ຫຼ່ຽມ ຫຼື ຕຸ້ມຫູແບບເປັນກ້ານສຽບຈະເປັນການດີ. 2. ສາວໃບໜ້າຮູບສີ່ຫຼຽ່ມ ສຳຫຼັບສາວທີ່ມີໃບໜ້າຮູບສີ່ຫຼ່ຽມ ຫຼືໂນກແກ້ມສູງ ຄວນຫຼີກລ້ຽງຕຸ້ມຫູທີ່ມີຮູບຊົງສີ່ຫຼ່ຽມ ລວມທັງຕຸ້ມຫູທີ່ຄົດ ຫຼືບິດເປັນກຽວ ເພາະຈະເຮັດໃຫ້ໃບໜ້າເບິ່ງແຂງໄປເລີຍ. ຕຸ້ມຫູທີ່ເໝາະສົມຄວນເລືອກຕຸ້ມຫູເປັນອັນຍະມະນີຮູບຊົງກົມ, ຮູບໄຂ່, ແບບງ່າຍໆສຽບຕິດໃບຫູ ຫຼືແບບຫ້ອຍກໍໄດ້ ເຊິ່ງໃຫ້ອັນຍະມະນີຢູ່ກາຍຕິ່ງຫູມາພຽງເລັກນ້ອຍ. 3. ສາວໃບໜ້າຮູບ 3 ຫຼ່ຽມ ສຳຫຼັບສາວໆ ທີ່ມີໃບໜ້າຮູບຊົງ 3 ຫຼ່ຽມ ມັກຈະມີໜ້າຜາກທີ່ກວ້າງ ມີຄາງແຫຼມຄ້າຍຄືຮູບຫົວໃຈ. ດັ່ງນັ້ນ, …

Read More »

ແຕ່ງໜ້າໂທນໃດ? ໃຫ້ເຂົ້າກັບຊົງ ລອນ ມາມ່າ

ສຳຫຼັບຊົງຜົມແບບ ລອນ ມາມ່າ ເປັນຊົງຜົມທີ່ສາວໆຫຼາຍຄົນນິຍົມເຮັດໃນປັດຈຸບັນ ບໍ່ວ່າຈະຄົນມີຊື່ສຽງ,​ ດາລາ ແລະ ຄົນທົ່ວໄປ. ເຊິ່ງສາວໆບາງຄົນກໍຢາກເຮັດແຕ່ຢ້ານໜ້າບໍ່ເປະ ເພາະການເຮັດຊົງຜົມກ່ຽວພັນກບການແຕ່ງໜ້າ ຖ້າແຕ່ງໜ້າເຂົ້າໂທນກໍລອດ, ແຕ່ຖ້າບໍ່ເຂົ້າກໍບໍລອດເດີ!!! ມື້ນີ້ ແອັດເລີຍນຳເອົາໂທນແຕ່ງໜ້າຂອງສາວໆ ທີ່ເຮັດຊົງຜົມ ລອນ ມ່າມາ ສຸດເປະ! ມາໃຫ້ເບິ່ງນຳກັນ.​ 1 ຟຸ້ງຟີ້ງ ການແຕ່ງໜ້າແບບຟຸງຟີ້ງມຸ່ງມີ້ງ ມີຜົນຫຼາຍກັບຊົງລອນ ມາມ່າ ເພາະເບິ່ງແນວໃດແລ້ວກໍໜ້າຮັກ ອັນຍອງທີ່ສຸດດດດດດດດດ. 2 ໂທນສາຍຝໍ ລອນ ມາມ່າ ນອກຈາກຈະເຂົ້າກັບໂທນຫວານຟຸ້ງຟີ້ງແລ້ວ ຍັງເຂົ້າກັບສາຍຝໍອີກດ້ວຍ ເຊິ່ງເໝາະສົມສຳລັບສາວໆທີ່ມັກແຕ່ງໜ້າເຂັ້ມ 3 ໂທນນູດຫວານ ສຳຫຼັບໂທນນູດຫວານ ມີເສັ້ນບາງໆລະຫວ່າງ ຄວາມລະມຸນນູດ ແລະ ຄວາມຫວານ ເຊິ່ງການແຕ່ງໜ້າໂທນນີ້ ກໍເໝາະສຳຫຼັບຊົງຜົມ ລອນ ມາມ່າ ເຊັ່ນດຽວກັນ. 4 ໂທນສົ້ມ ສຳຫຼັບສາວໆ ທີ່ມັກແຕ່ງໜ້າໂທນສົ້ມ ເບິ່ງຕາມຮູບໄດ້ເລີຍວ່າເປະ …

Read More »

ຮູ້ແລ້ວບໍ? ສາເຫດຜົມມັນງ່າຍເກີດຈາກຫຍັງ

ເຊື່ອວ່າສາວໆຫຼາຍຄົນຈະເຄີຍພົບກັບບັນຫາ ຜົມມັນງ່າຍ ບາງຄົນສະຜົມທຸກມື້ແຕ່ກໍຍັງຮູ້ສຶກວ່າຜົມມັນ ແລະ ໜຽວ ເຊິ່ງອາການນີ້ ມັກເຮັດໃຫ້ສາວໆເສຍຄວາມໝັ້ນໃຈ ເພາະການທີ່ເຮົາມີຜົມມັນຈະເຮັດໃຫ້ໜ້າຕາບໍ່ສົດໃສ ແລະ ອື່ນໆ. ມື້ນີ້ ແອັດເລີຍມາບອກສາເຫດຫຼັກທີ່ເຮັດໃຫ້ຜົມຂອງເຮົາມັນງ່າຍ ເຊິ່ງລວມມີ 5 ສາເຫດດັ່ງນີ້: 1 ບາງທີການສະຜົມຕະຫຼອດ ກໍເຮັດໃຫ້ຜົມມັນໄວຂຶ້ນ ສ່ວນໃຫຍ່ເວລາຜົມມັນຈະມີຄົນມັກເຢີ້ຍວ່າ: “ບໍ່ສະຜົມແມ່ນບໍ?” ແຕ່ຄວາມຈິງການທີ່ຜົມມັນງ່າຍກວ່າປົກກະຕິຄືການໃຊ້ ຢ່າສະຜົມຫຼາຍເກີນໄປ ຫຼືສະຜົມຫຼາຍເກີນໄປ ເພາະການທີ່ເຮົາສະຜົມຕະຫຼອດ ທັງເຊົ້າ-ແລງ ມັນຍິ່ງເຮັດໃຫ້ໄປກະຕຸ້ນນໍ້າມັນທຳມະຊາດໃນໜັງຫົວ ໃຫ້ເຮັດວຽກໜັກຂຶ້ນກວ່າປົກກະຕິ. 2 ໃຊ້ເຈວ ຫຼືສະເປ ໃນການເຮັດຊົງຜົມຫຼາຍເກີນໄປ ຖ້າຫາກວ່າສາວໆມັກໃນການເຮັດຊົງຜົມ ເຊັ່ນ:​ ການລີດ,​ ລອນ, ດັດ… ໂດຍມີການໃຊ້ສະເປ,​ ຢາແວັກຜົມ ແລະ ຄຣີມ ເກືອບທຸກໆມື້ ນັ້ນກໍເປັນອີກສາເຫດໜຶ່ງຂອງການເຮັດໃຫ້ຜົມໜຽວ ໂດຍສະເພາະສາວໆທີ່ບໍ່ມັກສະຜົມ ແຕ່ມັກເຮັດຊົງຜົມ ຈະມີສານຕົກຄ້າງຈາກຜະລິດຕະພັນດັ່ງກ່າວເກາະຕິດຢູ່ຕາມເສັ້ນຜົມ ແລະ ໜັງຫົວ ເຮັດໃຫ້ຜົມມັນນັ້ນເອງ.​ ແຕ່ແອັດບໍ່ໄດ້ບອກໃຫ້ເຊົາເຮັດຊົງຜົມ ພຽງແຕ່ຫຼຸດປະລິມານການໃຊ້ພວກສານສະເປ …

Read More »

ເຜີຍຄວາມຈິງ!! ເປັນຫຍັງຄົນຈຶ່ງມັກຖ່າຍຮູບ ຊິກແພັກ ອວດຫຸ່ນເປ໊ະ ຫຼັງອອກກໍາລັງກາຍລົງ Social…

ສາວໆ ໃຜໆກໍຢາກມີສຸຂະພາບດີກັນໝົດແຫຼະ ຍິ່ງໃນຊ່ວງ Healthy ທີ່ຄົນລຸກຂຶ້ນມາ ອອກກໍາລັງກາຍ ດູແລຕົວເອງຢ່າງໜັກໜ່ວງແບບນີ້ ຈະປ່ອຍໃຫ້ຕົວເອງນັ່ງຢູ່ກັບຂີ້ໂຜ່ນຍ້ອຍໄດ້ແນວໃດລະ? ແຕ່ສິ່ງໜຶ່ງທີ່ເຮົາມັກສັງເກດໄດ້ເລີຍຄື ນອກຈາກການໄປອອກກໍາລັງກາຍທີ່ Fitness ແລ້ວ ເປັນຫຍາງງງງເປັນຫຍັງຫຼາຍໆ ຄົນຈຶ່ງຕ້ອງຖ່າຍຮູບອວດ ຊິກແພັກງາມໆ ລົງ Social ໃຫ້ຄົນທີ່ຍັງບໍ່ມີອິດສາຫຼິ້ນໆລະ? ມື້ນີ້ ຂວັນໃຈ ຈະມາພາສາວໆ ໄປຊອກຄໍາຕອບກັນ!!! ຖ່າຍຮູບອວດຊິກແພັກຫຼັງອອກກໍາລັງກາຍແລ້ວ… 1. ຂໍເກັບໄວ້ເບິ່ງນິສໜຶ່ງ ສາວໆຈ໋າ ກວ່າຈະມີຊິກແພັກໄດ້ນີ້ມັນບໍ່ແມ່ນເລື່ອງງ່າຍໆໃດ໋ ບັນດາຄົນອອກກໍາລັງກາຍກໍຄົງຈະຮູ້ກັນດີ ວາເຮົາຈະຕ້ອງ Sit-Up ເຮັດຜ່າແພລງ ແລະ ອື່ນໆ ມື້ລະຈັກເທື່ອ ເຖິງຈະໄດ້ຊິກແພັກງາມໆ ແບບນີ້ມາຄອງ ບໍ່ແມ່ນວ່າຄິດໄດ້ຢາກໂຊກໍຖ່າຍຮູບໂຊໂລດມັນບໍ່ແມ່ນຈ່າາາາ ເພາະສະນັ້ນ ຖ້າມັນຂຶ້ໜມາກໍຂໍຖ່າຍເກັບໄວ້ເບິ່ງເປັນທີ່ລະນຶກແນ່ກະແລ້ວກັນເນາະ!!! 2. ສ້າງກໍາລັງໃຈໃຫ້ຕົວເອງ ຖ້າຄົນທີ່ ອອກກໍາລັງກາຍ ຫຼຸດນໍ້າໜັກ້ສາງຫຸ່ນເປ໊ະໆ ເພື່ອຄວາມເຮລຕີ້ ຈະຮູ້ດີວ່າ ວິໄນໃນການອອກກໍາລັງກາຍນີ້ເປັນສິ່ງທີ່ສໍາຄັນຫຼາຍສໍ່າໃດ ເຮົາຈະຕ້ອງຕໍ່ສູ້ກັບອາຫານຕ່າງໆ ທີ່ເຖິງວ່າຈະມີລົດຊາດແຊບ ຖືກປາກສໍ່າໃດ …

Read More »