Breaking News

Fashion

ໜຸ່ມສຸດເຈົ້າຊູ້ ທີ່ມີຄວາມຮັກໃຫ້ກັບ “ຄົນຮັກ” ທີ່ສາວໆຕ້ອງອິດສາ

ຄຳອ້າຍ ແສງພະຈັນ (ອ້າຍ) ອາຍຸ 24 ປີ ຈົບປະລິນຍາຕີຄະນະເສດຖະສາດ-ບໍລິຫານທຸລະກິດ ແລະ ກຳລັງຮຽນພາສາຈີນ ເພື່ອສຶກສາຕໍ່ປະລິນຍາໂທ ຢູ່ນະຄອນຫຼວງຊຽງໄຮ ປະເທດຈີນ. ຜົນງານທີ່ຜ່ານມາເຄີຍຖ່າຍແບບໃຫ້ກັບ ຮ້ານ ມູ ເວີ ມ໋ອງ ຮ້ານຕັດຊຸດສູດສຳລັບທ່ານຊາຍ. ສຳລັບ ກິລາທີ່ມັກແມ່ນຕີດອກປີກໄກ່ ແລະ ເຂົ້າຟິດເນັດເປັນປະຈຳເພື່ອຮັກສາສຸຂະພາບ. ສິ່ງທີ່ເຮັດໃຫ້ອ້າຍມີຄວາມສຸກແມ່ນການທີ່ໄດ້ຢູ່ກັບຄອບຄົວ, ຄົນທີ່ຮັກ ແລະ ໝູ່ເພື່ອນທີ່ຮູ້ໃຈ.     ບໍ່ໄດ້ມັກຜູ້ຍິງທີ່ໜ້າຕາງາມ ແຕ່ມັກທີ່ຈິດໃຈຫຼາຍກວ່າ ເພາະຜູ້ຍິງທີ່ງາມໆ ແນ່ນອນຕ້ອງມີຄົນສົນໃຈ, ມາມັກ ມາຈີບຫຼາຍ ແລະ ອາດຈະເຮັດໃຫ້ເຮົາເສຍໃຈໃນອະນາຄົດ. ເພາະຄົນງາມ ອາດຈະເລືອກຄົນເຈົ້າຊູ້ກວ່າ, ຖານະດີກວ່າເຮົາກໍເປັນໄປໄດ້.  ເພາະວ່າ ອ້າຍ ຖ້າຕົກລົງຄົບໃຜ ຮັກໃຜແລ້ວ ກໍຢາກຈິງຈັງຈິງໃຈຕໍ່ກັນຕະຫຼອດໄປ ບໍ່ຢາກເສຍເວລາກັບຄົນທີ່ບໍ່ຮັກຈິງ. ນິຍາມຄຳວ່າຮັກສຳລັບຕົນເອງໃຫ້ຮູ້ແນ່? ຄວາມຮັກແມ່ນຄວາມຮູ້ສຶກພາຍໃນທີ່ຈະສາມາດບົ່ງບອກວ່າ ເມື່ອເຮົາຢູ່ນຳກັນແລ້ວບໍ່ອຶດອັດ, ສາມາດເປັນໂຕຂອງຕົນເອງ, ຢູ່ແລ້ວມີຄວາມສຸກ …

Read More »

Pretty Sweet ເກີບສີຫວານໆ ອອກແນວໜ້າຮັກ

ສະບາຍດີ ມື້ນີ້ເວັບໄຊ້ ວາລະສານ ຂວັນໃຈ ຈະມາແນະນຳແຟຼຊັ່ນ Pretty Sweet Shoe,  ສຳລັບສາວໆທ່ານໃດທີ່ກຳລັງຕ້ອງການເລືອກເກີບເພື່ອກຽມໃສ່ໄປງານລ້ຽງ, ງານດອງ ແລະ ງາມສັງສັນຕ່າງໆ ເຮົາຂໍແນະນຳໃຫ້ຊອກເກີບສີເຢັນໆ ຫວານໆ ອອກແນວໜ້າຮັກ ແລະ ແນ່ນອນອາດເພີ່ມຄວາມສົນໃຈໃຫ້ຕົວທ່ານພາຍໃນງານໄດ້ເປັນຢ່າງດີ…!

Read More »

Beautiful Orange

ມື້ນີ້ເວັບໄຊ້ ວາລະສານ ຂວັນໃຈ ຈະພາສາວໆມາອັບເດັດແຟຼຊັ່ນ Women Outfit ເຊິ່ງມື້ນີ້ເປັນໂທນສີຮ້ອນແຮງ ແລະ ຈະເປັນສີອື່ນບໍ່ໄດ້ເລີຍນອກຈາກສີສົ້ມ ເຊິ່ງເຮົາຈະມາແນະນຳວິທີການ Mix and Match ໃຫ້ເຂົ້າກັນໃສ່ແລ້ວເຣີດສຸດໆ ສາວໆທັນສະໄໝບໍ່ຄວນພາດ.

Read More »

ສາວທັນສະໄໝຕ້ອງໜັ້ນໃຈໃນຊຸດສີຂາວ

ເປັນສາວທັນສະໄໝຕ້ອງໜັ້ນໃນຊຸດສີຂາວ, ສາວໆເອີ້ຍມາລອງເປັນສາວໜັ້ນຈັກມື້ເທາະ ກັບຊຸດຂາວໆແບບຊີວໆ ສາວໆຈະໃສ່ໄປຕາມງານປາຕີ້ ຫຼື ໃສ່ໄປທ່ຽວຫຼິ້ນເບິ່ງໜັງຟັງເພງກໍ່ໄດ້ເລີຍ ບໍ່ຕົກຍຸກແນ່ນອນ!!!                

Read More »