Breaking News

Fashion

Bank ຊາຍໜຸ່ມທີ່ມັກຄວາມທ້າທາຍ ກ້າຄິດ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈ

Bank ຊາຍໜຸ່ມທີ່ມັກຄວາມທ້າທາຍ ກ້າຄິດ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈ ໃນຕົວເອງສູງ ອາຍຸ 22 ປີ ຈົບຈາກວິທະຍາໄລ ຮັຕນະບໍລິຫານທຸລະກິດ. ປັດຈຸບັນ, ເປັນນາຍເເບບຮັບງານທົ່ວໄປ ຖ່າຍແບບ, ເດີນແບບໃນງານຕ່າງໆ ຍ້ອນມັກຄວາມທ້າທາຍ ໃນດ້ານວົງການບັນເທີງ ແຕ່ສຳລັບຄວາມໃຝ່ຝັນ ແມ່ນຢາກເປັນເຈົ້າຂອງທຸລະກິດສ່ວນຕົວຄືກັບ ພໍ່ ແລະ ແມ່. ແບ້ງ ເອົາໃຈ ໃສ່ໃນການສຶກສາ ເພາະການສຶກສາແມ່ນການຮຽນຮູ້ຂອງທຸກສິ່ງທຸກຢ່າງເພື່ອນຳມາໃຊ້ໃນຊີວິດປະຈຳວັນ ແລະ ອະນາຄົດໄດ້. ກິລາທີ່ມັກ ແມ່ນກິລາປະເພດ ລຸຍລຸຍ ເເລະ ໃຊ້ກຳລັງ ເຊັ່ນ: Motocross ແລະ Fitness ເປັນຕົ້ນ ເພາະເປັນຜູ້ຊາຍສ່ວນຫຼາຍມັກຄວາມທ້າທາຍສະເໝີ. ໂກວິດ ມຸ່ຍອຸດົມເດດ Kovith MOUIOUDOMDETH (Bank)

Read More »

Trend ເສື້ອຜ້າ ແນວອອກກຳລັງກາຍ…!

ສະບາຍດີສາວໆທີ່ໜ້າຮັກທຸກຄົນ Trend Kuanjai ມື້ນີ້ຈະມາ ແນະນຳ ເທນສ໌ເສື້ອຜ້າ ແນວອອກກຳລັງກາຍ ເຊື່ອວ່າສາວໆທຸກຄົນໃນປັດຈຸບັນຕ້ອງຮັກໃນການເບິ່ງແຍງໂຕເອງ ມັກໃນການອອກກຳລັງກາຍ ເປັນຊີວິດຈິດໃຈເພື່ອໃຫ້ໄດ້ຮຸ່ນງາມເບິ່ງແລ້ວສຸຂະພາບດີ, ແຕ່ຖ້າສາວໆທ່ານໃດຍັງຄິດບໍ່ອອກວ່າຈະໃສ່ຫຼືນຸ່ງເຄື່ອງອອກກຳລັງກາຍແບບໃດໃຫ້ເບິ່ງແລ້ວບໍ່ຕົກຍຸກ ເຮົາຈຶ່ງໄດ້ນຳເອົາແນວເສື້ອຜ້າອອກກຳລັງກາຍມາຝາກມາເບິ່ງກັນເລີຍ…!

Read More »

Huawei ມີສີ່ງທີ່ເຮັດໃຫ້ ແອ່ນນີ້ ແປກໃຈ ແລະ ຕື່ນເຕັ້ນ ກັບການພັດທະນາທຸກຄັ້ງ

ນາງ ທິວາພອນ ຈັນທຣະສົມບູນ (ແອ່ນນິຕ້າ) ອາຊີບ: ພິທີກອນ, ນັກສະແດງ, ນາງແບບ, ນັກຮ້ອງ ສະບາຍດີ! ທ່ານຜູ້ອ່ານວາລາສານຂວັນໃຈ.. ໃນສະບັບນີ້ ຈະພາທຸກທ່ານໄປຮູ້ຈັກກັບ ແມ່ຍິງທີ່ທັງເກັ່ງທັງງາມ ມີປະສົບການໃນວົງການບັນເທີງມາດົນພໍສົມຄວນ ດ້ວຍນິດໄສ ບວກກັບບຸກຄະລິກທີ່ດີ ພ້ອມກັບຮູບຮ່າງ ແລະຮອຍຍີ້ມອັນສົດໄສ ນອກນັ້ນຍັງມີຄວາມສາມາດທັງໃນຈໍແລະນອກຈໍກໍຄື: ເປັນທັງດາຣາ ແລະ ຜູ້ບໍລິຫານນໍາອີກ ຈຶ່ງເຮັດໃຫ້ ຂວັນໃຈ ພາດ…ບໍ່ໄດ້ກັບການສຳພາດແບບເຈາະເລີກກັບຜົນງານຂອງ ແອ່ນນິຕ້າ ທິວາພອນ ຈັນທຣະສົມບູນ. ປັດຈຸບັນເຮັດວຽກກ່ຽວກັບຫຍັງແດ່? ປັດຈຸບັນ ວຽກຫຼັກຂອງ ແອ່ນນິຕ້າ ກໍຄື ບໍລິຫານການຕະຫຼາດໃຫ້ກັບ ແບຼນເຄື່ອງປະດັບເພັດ ວຽງຄຳ “Jewellery Viengkham” ຄ້າຂາຍກ່ຽວກັບ ວັດຖຸມີຄ່າເຊັ່ນ: ເພັດ, ພອຍ, ຄຳ ເຫຼົ່ານີ້ເປັນຕົ້ນ.. ພ້ອມກັບອີກວຽກຫນື່ງທີ່ເຮັດຄວບຄູ່ກັນມາຕະຫຼອດຕັ້ງແຕ່ອາຍຸ 15 ປີ ກໍຄື: ວຽກໃນວົງການບັນເທີງລາວ …

Read More »