ນາງ ທິວາພອນ ຈັນທຣະສົມບູນ (ແອ່ນນິຕ້າ)
ອາຊີບ: ພິທີກອນ, ນັກສະແດງ, ນາງແບບ, ນັກຮ້ອງ
ສະບາຍດີ! ທ່ານຜູ້ອ່ານວາລາສານຂວັນໃຈ.. ໃນສະບັບນີ້ ຈະພາທຸກທ່ານໄປຮູ້ຈັກກັບ ແມ່ຍິງທີ່ທັງເກັ່ງທັງງາມ ມີປະສົບການໃນວົງການບັນເທີງມາດົນພໍສົມຄວນ ດ້ວຍນິດໄສ ບວກກັບບຸກຄະລິກທີ່ດີ ພ້ອມກັບຮູບຮ່າງ ແລະຮອຍຍີ້ມອັນສົດໄສ ນອກນັ້ນຍັງມີຄວາມສາມາດທັງໃນຈໍແລະນອກຈໍກໍຄື: ເປັນທັງດາຣາ ແລະ ຜູ້ບໍລິຫານນໍາອີກ ຈຶ່ງເຮັດໃຫ້ ຂວັນໃຈ ພາດ…ບໍ່ໄດ້ກັບການສຳພາດແບບເຈາະເລີກກັບຜົນງານຂອງ ແອ່ນນິຕ້າ ທິວາພອນ ຈັນທຣະສົມບູນ.
- ປັດຈຸບັນເຮັດວຽກກ່ຽວກັບຫຍັງແດ່?
ປັດຈຸບັນ ວຽກຫຼັກຂອງ ແອ່ນນິຕ້າ ກໍຄື ບໍລິຫານການຕະຫຼາດໃຫ້ກັບ ແບຼນເຄື່ອງປະດັບເພັດ ວຽງຄຳ “Jewellery Viengkham” ຄ້າຂາຍກ່ຽວກັບ ວັດຖຸມີຄ່າເຊັ່ນ: ເພັດ, ພອຍ, ຄຳ ເຫຼົ່ານີ້ເປັນຕົ້ນ.. ພ້ອມກັບອີກວຽກຫນື່ງທີ່ເຮັດຄວບຄູ່ກັນມາຕະຫຼອດຕັ້ງແຕ່ອາຍຸ 15 ປີ ກໍຄື: ວຽກໃນວົງການບັນເທີງລາວ ເຊິ່ງເລີ່ມຕົ້ນຈາກການເປັນພິທີກອນລາຍການໂທລະພາບ, ໂທລະໂຂ່ງ, ຖ່າຍແບບ, ຮ້ອງເພງ ແລະ ອີກຫຼາຍໆຢ່າງ ເຊິ່ງເປັນວຽກທີ່ມ່ວນ ແລະ ເປັນວຽກທີ່ ແອ່ນນິ ຮັກສຸດໃຈ.
- ຄິດວ່າຕົນເອງມີພອນສະຫວັນດ້ານໃດແດ່?
ສຳລັບ ແອ່ນນິຕ້າ ຄິດວ່າຕົນເອງບໍ່ໄດ້ມີ ພອນສະຫວັນດ້ານໄດທີີສັດເຈນ ເພາະທຸກວຽກງານ ແມ່ນຕ້ອງມີການຮຽນຮູ້ຂໍ້ຜິດພາດ ຈົນເຮັດໃຫ້ ເປັນຕາໜ້າອາຍ ກາຍເປັນເລື່ອງປົກກະຕິ ໂດຍອັດຕະໂນມັດໄປແລ້ວ ແລະ ຕ້ອງໃຊ້ຄວາມພະຍາຍາມໃຫ້ຫຼາຍຂື້ນ ເພື່ອໃຫ້ມີຜົນງານທີ່ດິຂື້ນກວ່າເກົ່າ ຍ້ອນວ່າ ແອ່ນນີ້ ຢູ່ໃນວົງການບັນເທີງລາວ ບໍ່ໄດ້ມີຊື່ສຽງພຽງຂ້າມຄືນ ແຕ່ແອ່ນນີ້ໄດ້ຊື່ສຽງນັ້ນມາດ້ວຍຜົນງານຕາມຂັ້ນຕອນ ແລະ ຕາມການພັດທະນາຂອງແອ່ນນີ້ທີ່ດີຂື້ນເລື້ອຍໆດ້ວຍຕົນເອງ ແລະ ປັດຈຸບັນ ແອ່ນນີ້ ກໍ່ຍັງຄິດວ່າ ຕ້ອງຮຽນຮູ້ສີິ່ງໃຫມ່ໆໄປເລື່ອຍໆ ເພາະມີເຕັກກນິກອື່ນໆອີກຫຼາຍຢ່າງ ທີີເຮົາສາມາດຫມູນໃຊ້ໃນການເຮັດວຽກຂອງເຮົາຕື່ມອີກ.
- ແອ່ນນີ້ ຄິດວ່າການນອກໃຈເກີດຂຶ້ນຍ້ອນຫຍັງ ແລະ ມີວິທີ່ແກ້ໄຂແນວໃດ?
ສຳລັບເລື່ອງຄວາມຮັກ ຫຼື ການນອກໃຈ ໃນຄວາມຄິດຂອງແອ່ນນີ້ແມ່ນ ບໍ່ມີໃຜຜິດໃຜຖືກ ມັນເປັນເລື່ອງຂອງຄວາມຮູ້ສຶກ ຄວາມຕ້ອງການ ແລະ ຄວາມມີສະຕິຢັບຢັ້ງການເພີໃຈ ຂອງຕົນເຮົາເອງໄດ້ຫຼາຍຊຳໃດ ເພາະການໃຊ້ຊິວິດຄູ່ນຳກັນ ພໍໄດ້ໄລຍະຫນື່ງແລ້ວຈະຮູ້ ວ່າມັນຍັງມີອີກຫຼາຍໆປັດໃຈທີ່ເປັນເຫດຜົນເຮັດໃຫ້ເຮົາໃຊ້ຊິວິດຢູ່ນຳກັນໄດ້ ຮັກກັນຄິດວ່າຍາກແລ້ວ ແຕ່ຈະປະຄອງຮັກໃຫ້ຢູ່ນໍາກັນໄດ້ດົນນານນັ້ນ ແອ່ນນີ້ ຄິດວ່າ: ເປັນເລື່ອງຍາກຍິ່ງກວ່າ. ສຳລັບ ແອ່ນນີ້ເອງ ຄິດວ່າຄວາມຮັກໃນຕອນນີ້ມີຄວາມສຸກທີ່ຢູ່ນຳກັນ ແຕ່ຖ້າມື້ຫນື່ງຄວາມຮູ້ສຶກມັນປ່ຽນ ເຮົາກໍ່ຈະປ່ອຍມັນໄປຕາມທຳມະຊາດ ຕາມຫົວໃຈທີ່ເຮົາຢາກໃຫ້ເປັນ ແຕ່ຕ້ອງເຮັດຫນ້າທີ່ ຮັບຜິດດຊອບຂອງເຮົາໄວ້ຄືເກົ່າໃຫ້ໄດ້ກໍພໍ.
- ສະເໜ ແລະ ຈຸດເດັ່ນຂອງທ່ານຢູ່ນ່ອນໃດ?
ສະເໜ ແລະ ຈຸດເດັ່ນຂອງແອ່ນນີ້ ແມ່ນຊີວິດປະຈໍາວັນທີ່ມີຕົວຊ່ວຍໃນການເພີ່ມໃຫ້ຊີວິດດູດີຂຶ້ນ ມານັ້ນກໍຄື ໂທລະສັບ Huawei ເພາະມັນເຮັດໃຫ້ແອ່ນນີ້ ແປກໃຈແລະຕື່ນເຕັ້ນ ກັບການພັດທະນາ ຂອງຜະລິດຕະພັນນີ້ທຸກຄັ້ງ ເຊັ້ນດຽວກັບຄັ້ງນີ້ Huawei p9 ເຮັດໃນສີ່ງທີ່ ບໍ່ມີ Smart Phone ລຸ້ນໃດເຄີຍເຮັດມາກ່ອນ ແຖມຍັງສະເປັກເຄື່ອງສູງ ແຕ່ລາຄາດີຈົນໜ້າເຫຼືອເຊື່ອ.
- ຍ້ອນຫຍັງຈິ່ງມັກໃຊ້ໂທສັບຫົວເຫວີຍເປັນພິເສດ?
ແອ່ນນິຕ້າເລີີ່ມໃຊ້ໂທລະສັບHuawei ຕັ້ງແຕ່ລຸ້ນ Honor 6 ທີ່ມັກກໍ່ຍ້ອນຄວາມຄຸ້ມຄ່ານິແລະ ລາຄາກໍຖືກເລີຍຊື້ມາລອງໃຊ້ ໃນເວລາ ແອ່ນນີິ້ ໄປທ່ຽວ EU ແອ່ນນີ້ huawei Honor 6 ນິແລະຖ່າຍຮູບຫມົດທລີບເລີຍ ຫາກບໍ່ເຊື່ອລອງເຂົ້າໄປເບິ່ງໃນ FB ໄດ້ວ່າຮູບທີ່ຖ່າຍໂດຍກ້ອງມືຖືທຳມະດາ ຂອງ Huawei honor6 ເປັນຈັ່ງໃດ (Alum Annita&ty EU) ແລະແນ່ນອນວ່າ Huawei ຈັບມືກັບ Leica camera ໂດຍອອກ Smart phone ລຸ້ນ Huawei P9 ມາໃຫ້ເຮົາໄດ້ຕື່ນເຕັ້ນອີກຄັ້ງ ແອ່ນນີ້ ບໍ່ພາດທີ່ຈະຊື້ມາໃຊ້ຢູ່ແລ້ວ ຖ່າຍຮູບ ໄດ້ຄົມແຈ້ງທີ່ສຸດກັບ Huawei p9 Leica Duo Camera ລຸ້ນນີ້ເທົ່ານັ້ນ.
- ເຄັດລັບຮັກສາຄວາມງາມສຳລັບທ່ານ?
ແນ່ນອນວ່າເປັນແມ່ລູກ 2 ແລ້ວ ແລະ ເຮັດວຽກໃນວົງການບັນເທີງ ການຮັກສາຮູບຮ່າງຄວາມງາມ ເປັນສິ່ງຈຳເປັນຫຼາຍ ແອ່ນນີ້ໄດ້ເນັ້ນໃນເລື່ອງການກິນເປັນພິເສດ ເມື່ອຫິວກໍຈະກິນໃຫ້ອີ່ມ ກິນຫຼາຍຈົນຄົນທ້ວງວ່າກີນຫຼາຍແທ້! ເມື່ອຮອດເວລາຫຼູດນໍ້າໜັກ ແອ່ນນີ້ກໍຈະຫຼູດຜ່ອນການກິນຈຳພວກແປ້ງ, ເຂົ້າ, ນໍ້າຕານ 3-4 ມື້ໂດນກິນແຕ່ຊີ້ນ, ຜັກ, ຫມາກໄມ້ ແລະອອກກໍາລັງກາຍສະເພາະສ່ວນ ເມື່ອແອ່ນນີ້ເມື່ອຍກໍຈະດື່ມນໍ້າອັດລົມເປັນບາງເວລາເທົ່ານັ້ນ
ຄວາມງາມທີ່ແທ້ຈິງສຳລັບແອ່ນນີ້ແມ່ນມາຈາກໃສ່?
ຄວາມງາມທີ່ແທ້ຈິງຄືການເອື້ອເຟື້ອເພື່ອແພ່ເພື່ອນມະນຸດດ້ວຍກັນ ຫາກຕ້ອງການການປະຕິບັດຈາກຄົນອື່ນແບບໃດ ເຮົາເອງກໍ່ຄວນຈະປະຕິບັດແບບນັ້ນນຳຄົນອື່ນແບບດຽວກັນ ໂດຍບໍ່ມີການເອົາປຽບໃຜ ແຕ່ແອ່ນນີ້ເອງ ຈະບໍ່ຍອມໃຫ້ໃຜມາເອົາປຽບຕົນເອງ ແລະ ຄົນໃນຄອບຄົວເດັດຂາດ ຍ້ອນຄອບຄົວເຮົາສອນກັນມາແບບນີິ້ ຖ້າມີການເຮັດວຽກທີ່ບໍ່ເປັນໄປຕາມແຜນ ຫຼື ເສຍເວລາໂດຍບໍ່ຈຳເປັນ ແອ່ນນີ້ ຈະມີອາການບໍ່ສະບາຍໃຈທັນທີີທີ່ຈະເຮັດວຽກຕໍ່ ເພາະແອ່ນນີ້ ຄິດວ່າວຽກຈະອອກມາດີໄດ້ນັ້ນ ກໍຕໍ່ເມື່ອສຸກະພາບຈິດໃນຕອນນັ້ນດີ.
- ວິທີແກ້ໄຂຄວາມທໍ້ໃຈຂອງ ແອ່ນນີ້ ?
ຊ່ວງທີ່ເມື່ອຍໃຈ ຫຼື ຮູ້ສຶກທໍ້ ສ່ວນຫຼາຍແອ່ນນີ້ ຈະຄິດຫາແຕ່ຄົນທີ່ຮັກເຮົາ ເຊັ່ນຄອບຄົວ ໝູ່ເພື່ອນ ແຟນໆທີ່ຮັກໃນຕົວເຮົາແທ້ໆ ກໍ່ຈະເຮັດໃຫ້ເຮົາສົດຊື່ນ ແລະສະບາຍໃຈຂື້ນ ເພາະເຮົາບໍ່ສາມາດ ເຮັດໃຫ້ຖືກໃຈໄດ້ຫມົດທຸກຄົນ ມີທັງຄົນທີ່ສະໜັບສະໜູນ ແລະບໍ່ໜັບສະໜູນຢູ່ແລ້ວ ແລະ ບໍ່ມີອັນໃດຢູ່ຖາວອນໄດ້ ສິ່ງສຳຄັນແມ່ນເຮັດທຸກຢ່າງ ທີ່ເຮົາໄດ້ຮັບຫນ້າທີ່ມອບໝາຍມາໃຫ້ດີທີ່ສຸດກໍພໍ. ຈຶ່ງບໍ່ຕ້ອງມານັ່ງເສຍໃຈພາຍຫຼັງ ຖ້າເປັນແບບນັ້ນ 3 ເດືອນຜ່ານໄປ ແອ່ນນີ້ ກໍຍັງຈົ່ມໃຫ້ໂຕເອງຢູ່ແນ່ນອນ 55555.
9. ບັນຍາກາດຂອງການຖ່າຍແບບ ວາລະສານຂວັນໃຈ ເປັນແນວໃດ?
ແອ່ນນິຕ້າຂື້ນປົກກັບວາລະສານຂວັນໃຈ ຄັ້ງນີ້ເປັນຄັ້ງທີ່ 5 ແລ້ວ ແນ່ນອນວ່າຕ້ອງມີຄວາມເປັນກັນເອງ ກັບທີມງານເປັນຢ່າງດີ ສາມາດ ຄອມເມັ້ນ ແລະ ກໍໄດ້ປະສົບການໃຫມ່ໆ ກ່ອນກັບບ້ານທຸກຄັ້ງ ເພາະຈະມີເລື່ອງມາເລົ່າສູ່ຄົນຮູ້ຈັກຟັງຢູ່ຕະຫຼອດ 5555 ມ່ວນດີ.
- ສຸດທ້າຍຝາກຜົນງານ?
ຝາກຕິດຕາມວາລະສານຂວັນໃຈວະບັບນີິ້ ແລະ ໃນໄວໆນີ້ແອ່ນນີ້ ກຳລັງຈະປ່ອຍເອັມວີເພງ SexyBoy ອອກມາໃຫ້ທຸກຄົນໄດ້ເຊົາຄິດຮອດກັນແລ້ວ ແລະ ຫວັງວ່າທຸກຄົນຈະໃຫ້ການຕອນຮັບທີີອົບອຸ່ນເໝືອນທຸກຄັ້ງຕະຫຼອດມາ ເພາະແອ່ນນີ້ ແລະ ທີມງານທຸກຄົນໄດ້ຕັ້ງໃຈ ເຮັດວຽກເຕັມທີ່ ສຸດຄວາມສາມາດ ເພື່ອມອບສິ່ງທີ່ດີທີີ່ສຸດສຳລັບແຟນໆທຸກຄົນ ແລະ ຫວັງວ່າທຸກຄົນຈະເປັນກຳລັງໃຈໃຫ້ພວກເຮົາແດ່ເດີິ ຂອບໃຈ ແລະ ຮັກທີີສຸດ