ສາວໆ ໄວທີນມາທາງນີ້ ສໍາລັບສາວໆຄົນໃດທີ່ມັກການແຕ່ງຕົວ Style ຫວານແບບໜ້າຮັກ ມື້ນີ້ BeautyGru ໄດ້ລວມເອົາ Fashion ຊຸດອ້ຽມງາມໆມາຕ້ອນສາວໆ ການແຕ່ງຕົວ Style ນີ້ເອີ້ນໄດ້ວ່າກໍາລັງ Hit ກັນຫຼາຍໃນບ້ານເຮົາເພາະ ຊຸດອ້ຽມນັ້ນສາມາດໃສ່ກັບເສຶ້ອແບບໃດກໍໄດ້ແລ້ວແຕ່ຄົນມັກ (ຍົກເວັ້ນເສຶ້ອໄໝນ໋ະຈ໋ະຮ່ະຮ່ະຮ່ະ) ການແຕ່ງຕົວ Style ນີ້ຈະເຮັດໃຫ້ເຮົາເບິ່ງສົດໃສ, ໜ້າຮັກແບບເບິ່ງບໍ່ເບຶ່ອນັ້ນເອງສາວໆ ຍິ່ງໄດ້ໃສ່ຊຸ້ມອ້ຽມງາມໆ ກັບ ເສຶ້ອຢືດ ຫຼື ເສື້ອຟອງທີ່ຕົວເອງມັກ ແຖມກະເປົານ້ອຍໆຈັກໜ່ວຍ, ໝວກງາມໆຈັກໃບ (ໃສ່ບໍ່ໃສ່ກະເອົາໄວ້ທໍາທ່າ) ແລະ ເກີບຜ້າໄບນໍາອີກ ສາວໆເອີ໋ຍ!!! ອີ່ຫຍັງຈະລົງຕົວ ແລະ ເປ໋ະຂະໜາດນີ້ ສາວໆລອງແຕ່ງ Style ນີ້ອອກໄປຍ່າງຫຼິ້ນຊິວໆໃນວັນພັກຜ່ອນສະບາຍສະບາຍ BeautyGuru ຮັບປະກັນໄດ້ເລີຍສະເໜບໍ່ມີຕົກ ບໍ່ວ່າບ່າວນ້ອຍບ່າວໃຫຍ່ຕ້ອງເບິ່ງນໍາກົ້ນເປັນແຖວຍາວໆໆເລີຍລະ… By: BeautyGuru By: BeautyGuru ເຄຼດິດຮູບຈາກ: ຊຸດອ້ຽມຢີນ (ພາສາໄທ)
Read More »Trendy
ເອກະລັກ ປະເພນີລາວ
ເອກະລັກ ປະເພນີລາວເປັນສິ່ງທີ່ດີງາມ ແລະ ປະຕິບັດກັນມາແຕ່ສະໄໝບູຮານ ເມຶ່ອເວົ້າເຖິງປະເພນີ້ແລ້ວ ປະເທດລາວເຮົາເປັນອີກປະເທດໜຶ່ງທີ່ມີເອກະລັກປະເພນີທີ່ດີງາມມາຕັ້ງແຕ່ບູຮານ ແລະ ຍັງຄົງສືບຕໍ່ກັນມາຈົນຮອດປັດຈຸບັນນີ້ ແລະ ມື້ນີ້ BeautyGuru ຈະນໍາເອົາເອກະລັກ ປະເພນີການໃສ່ບາດມາຕ້ອນກັນ ເຊິ່ງ BeautyGuru ເຊຶ່ອວ່າສາວໆຫຼາຍຄົນທີ່ມັກເຮົດບຸນ ໂດຍສະເພາະສາວໆທີ່ມັກໃນການໃສ່ບາດຈະຕ້ອງມັກແນ່ນອນ ເພາະການໃສ່ບາດນອກຈາກຈະເປັນການສືບສານປະເພນີລາວອີກຢ່າງໜຶ່ງແລ້ວ ຍັງເປັການເຮັດບຸນທີ່ເຮັດໄດ້ງ່າຍໆບໍ່ຫຍຸ້ງຍາກ ພຽງແຕ່ສາວໆພະຍາຍາມຕຶ່ນໃຫ້ເຊົ້າຂຶ້ນຈັກໜ້ອຍເພຶ່ອກະກຽມເຄຶ່ອງ ຫຼື ຖ້າສາວໆຄົນໃດຢ້ານບໍ່ທັນກໍສາມາດກະກຽມໄວ້ແຕ່ຕອນກາງຄືນກໍໄດ້ເພຶ່ອໃຫ້ທັນໄປໃສ່ບາດໃນຕອນເຊົ້າກ່ອນໄປວຽກ ກ່ອນໄປໂຮງຮຽນ ຫຼື ໄປໃສກໍຕາມຈະເຮັດໃຫ້ເຮົາສຶກສະບາຍໃຈຂຶ້ນນັ້ນເອງລະຈະສາວໆ ສ່ວນການແຕ່ງຕົວ ຫຼື ການນຸ່ງຖືໃນການໃສ່ບາດນັ້ນສາວໆຫຼາຍຄົນຄົງຮູ້ກັນດີຢູ່່ແລ້ວເພາະເອກະລັກຂອງຄົນລາວກໍແມ່ນການນຸ່ງສິ້ນ, ເສຶ້ອໄໝ ຫຼື ເສຶ້ອສຸພາບ ເກົ້າ ຫຼື ມັດຜົມລະກະບ່ຽງແພຄືກັບເຂົ້າວັດ ຟັງທໍາທົ່ວໄປນັ້ນລະສາວໆ ແລະ ມື້ນີ້ BeautyGuru ກໍມີຮູບງາມໆຂອງການໃສ່ບາດໃນຕອນເຊົ້າມາຕ້ອນສາວໆກັນອີກ!!! ເຮົາໄປເບິ່ງພ້ອມກັນເລີຍ … By: BeautyGuru ເຄຼດິດຮູບຈາກ: ວັດທະນະທໍາລາວ
Read More »ສະເໜ!ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ
ສະເໜ!!! ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ… ປະເທດລາວເປັນປະເທດທີ່ປະກອບດ້ວຍຫຼາຍຊົນຊາດ ຊົນເຜົ່າ, ເຜົ່າມົ້ງເປັນອີກຊົນເຜົ່າໜຶ່ງທີ່ດໍາລົງຊີວິດ ແລະ ເປັນຊົນເຜົ່າທີ່ສໍາຄັນຢູ່ໃນປະເທດລາວເຮົາ, ການລົງຊີວິດຂອງຊົນເຜົ່າມົ້ງກໍຄືກັນກັບຊົນເຜົ່າຕ່າງໆຂອງລາວທົ່ວໄປ ໃນເມຶ່ອກ່ອນນັ້ນຊົນເຜົ່າມົ້ງຈະອາໄສຢູ່ຕາມ ເຂດພູດອຍ ເຊິ່ງຈະມີຄວາມສະດວກໃນການປະກອບອາຊີບຂອງເຂົາເຈົ້າຄື ການເຮັດໄຮ່ ເຮັດສວນນັ້ນເອງ ແຕ່ມາຮອດປັດຈຸບັນຊົນເຜົ່າມົ້ງສ່ວນຫຼາຍໄດ້ມີການຍົກຍ້າຍລົງມາຕັ້ງຖິ່ນຖານຢູ່ຮ່ວມກັບຊົນເຜົ່າລາວລຸ່ມຕາມສະຖານທີ່ຕ່າງໆ ເຖິງຈະມາຢູ່ຮ່ວມກັນຫຼາຍຊົນເຜົ່າແຕ່ຊົນເຜົ່າມົ້ງກໍມີວັດທະນະທໍາທີ່ເປັນເອກະລັກຂອງຕົວເອງ ແລະ ປະຕິບັດກັນມາແຕ່ສະໄໝປູ່ຍ່າ ຕານາຍຈົນມາຮອດປັດຈຸບັນກໍຍັງປະຕິບັດກັນຢູ່ ແຕ່ວັດທະນະທໍາທີ່ BeautyGuru ເອົາມາຕ້ອນແຟນໆຂວັນໃຈໃນມື້ນີ້ ກໍຄືວັດທະນະທໍາການນຸ່ງຖືທີ່ເປັນເອກະລັກຂອງຊົນເຜົ່າມົ້ງນັ້ນເອງ ເຊິ່ງວ່າຈະມີຄວາມງາມ ແລະ ແຕກຕ່າງຈາກເຜົ່າອື່ນໃນ ປະເທດລາວເຮົາແນວໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ. By: BeautyGuru ເຄຼດິດຮູບຈາກ: ສາວມົ້ງ Saomhong
Read More »ແຟຊັ່ນ 2016!!! ລວມ 9 ເທຼນແຟຊັ່ນທີ່ໄດ້ຮັບຄວາມນິຍົມໃນປີ 2016
ລວມເທຼນແຟຊັ່ນຍອດນິຍົມໃນປີ 2016 ມາເບິ່ງກັນເລີຍວ່າຕະຫຼອດທັງປີຜ່ານມາສາວໆໄດ້ພາດແຟຊັ່ນໃດໄປແດ່? 1. ສາຍຄໍ Choker ຖືວ່າເປັນເທຼນທີ່ມາແຮງຫຼາຍໃນປີ 2016 ສໍາລັບ “ແຟຊັນສາຍຄໍ Choker” ບອກເລີຍວ່າບໍວ່າຈະເປັນຄົນດັງ ຫຼື ສາວໆກໍຮິດໃສ່ທົ່ວບ້ານທົ່ວເມືອງເລີຍ. 2. ສາຍດ່ຽວທັບເສື້ອຢືດ ເທຼນແຟຊັນ ສາຍດ່ຽວທັບເສື້ອຢືດໃນເກົາຫລີກໍມາ ງານນີ້ສໍາລັບໃຜທີ່ບໍ່ຕິດຫຼູບອກເລີຍວ່າເດັ່ນແນ່ນອນ 3. ເສື້ອຍາວມິນິເດຣສ ເສື້ອຕົວຍາວທີ່ຈັບມາໃສ່ເປັນ ມິນິເດຣສ ແຟຊັນເບົາໆແບບນີ້ ບອກເລີຍວ່າໃສ່ຕົວດຽວກໍເລີດແລ້ວ 4. ໂສ້ງຢີນຂາມ້າ ເທຼນໂສ້ງຂາມ້າແຟຊັນສຸດເກົ໋າ ກໍມາແຮງບໍ່ແພ້ກັນ ໃສ່ແລ້ວເບີ່ງເປັນສາວວີນເທສ ຂຶ້ນມາເລີຍ 5. ໂສ້ງຍີນຂາຂາດ ນາທີນີ້ຢີນຂາຂາດ ເຊີໆ ຖືເປັນແຟຊັນຮິດໃນໃຈຂອງສາວໆຍຸກນີ້ ຍິ່ງຂາດແຮງກໍຍິ່ງຄັກເດີ້ຂໍບອກເລີຍ! 6. ແຟຊັນມັດຍ້ອມ ຕັ້ງແຕ່ກາງປີ 2016 ແຟຊັນມັດຍ້ອມກໍຄືວ່າຈະກັບມາຮິດອີກຄັ້ງ ແຖມຍັງໃສ່ສະບາຍໃນລຸກຂອງສາວ ຮິບປີ້ນໍາອີກ. 7. ແຟຊັນເດຣສກັບແຈັກເກັດຢີນ ຈັບຄູ່ 2 ແຟຊັນ …
Read More »ສາວໂຕນ້ອຍກັບ Look ແບບເຊີໆ ແຕ່ Art ແລະ Classic ທີ່ສຸດ
ສາວໂຕນ້ອຍກັບ Look ແບບເຊີໆ ແຕ່ Art ແລະ Classic ທີ່ສຸດ ໂດຍສະເພາະສາວເອເຊຍແບບເຮົາແຕ່ງແນວນີ້ໜ້າເບີ່ງບໍ່ເບື່ອແທ້ໆ.
Read More »