Breaking News

Trendy

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການ…

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການບຸນປີໃໝ່ຂອງຊາວຈີນ  ຊຸດກີ່ເພົ້າເປັນຊຸດປະຈໍາຊາດຂອງປະເທດຈີນ ແຕ່ໃນປະເທດເຮົາກໍນິຍົມກັນໃສ່ຫຼາຍໃນໄລຍະເທສະການບຸນປີໃໝ່ຂອງຊາວຈີນ (ກຸດຈີນ) ເພາະວ່າໃນປະເທດເຮົາກໍມີຄົນຈີນອາໄສຢູ່ບໍ່ໜ້ອຍກໍເລີຍເຮັດໃຫ້ປະເທດເຮົານິຍົມເອົາມາໃສ່ເພຶ່ອເປັນການສະເຫຼີມສະຫຼອງບຸນປີໃໝ່ຂອງປະເທດຈີນນີ້ ແລ້ວສາວໆແຟນຂວັນໃຈເດ້ມີຊຸດກີ່ເພົ້າທີ່ຕົນເອງມັກແລ້ວບໍ່? ຖ້າຍັງບໍ່ມີມື້ນີ້ ຂວັນໃຈ ໄດ້ນໍາເອົາ Fashion ແບບຊຸດກີ່ເພົ້າງາມໆມາຝາກ ຫຼື ສາວໆຄົນໃດທີ່ຍັງບໍ່ເຄີຍໃສ່ກໍສາມາດຊອກຊື້ມາໃສ່ກັນດ່ວນ ດຽວຊິຕົກເທຼນເດີ້!!!   ຂອບໃຈເຈົ້າຂອງຮູບພາບ  

Read More »

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ…

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ… ຖ້າເວົ້າເຖິງ ຫຼິງຫຼິງ ປິຍະດາ ຫຼາຍຄົນຄົງຮູ້ຈັກກັນດີ ເພາະນາງນັ້ນເປັນສາວປະເພດສອງທີ່ມີໜ້າຕາງົດງາມ ຈົນຜູ້ຍິງຍັງບໍ່ສູ້ ທີ່ເຄີຍໂດ່ງດັງໃນໂລກ Online ເມື່ອ 2-3 ປີທີ່ຜ່ານມາ ແລະ ປັດຈຸບັນ ສາວຫຼິງຫຼິງ ກໍຍັງຄົງໄດ້ຮັບຄວາມສົນໃຈຈາກແຟນຄຣັບພໍສົມຄວນຈົນມີຍອດຜູ້ຕິດຕາມໃນ Facebook  ແລະ IG ເປັນຈໍານວນຫຼວງຫຼາຍ ແລະ ຖ້າໃຜທີ່ຍັງຕິດຕາມຫຼິງຫຼິງຢູ່ ກໍຈະຮູ້ວ່ານາງນັ້ນໄດ້ຜັນຕົວເອງມາເປັນເຈົ້າແມ່ແຟຊັ່ນ ສາຍນິສຕ້າ (Fashionista) ຢ່າງເຕັມຕົວ ບໍ່ວ່າຈະເປັນເສື້ອຜ້າ, ໜ້າຜົມ ຈະຕ້ອງຈັດເຕັມທຸກມື້ (Fashionista ໝາຍເຖິງ ການແຕ່ງຕົວຂອງບຸກຄົນໃດໜຶ່ງ ທີ່ມີຄວາມມັກຮັກໃນການແຕ່ງຕົວຈົນເປັນແຟຊັ່ນ ແຕ່ມີຄວາມເປັນເອກະລັກ, ເປັນຕົວຂອງຕົວເອງສູງ) ເຊິ່ງວ່າ Fashionista ຂອງ ຫຼິງຫຼິງ ຈະເທ່, ຈະເກ໋, ຈະງາມ ຂະໜາດໃດນັ້ນ ມື້ນີ້ ຂວັນໃຈກໍໄດ້ນໍາເອົາຮູບພາບມາຕ້ອນສາວໆກັນນໍາ!!! ຖ້າໃຜທີ່ເປັນສາຍ Fashion …

Read More »

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019…

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019… ງານນີ້ມີລຸ້ນມົງລົງຢູ່ເດີ້!!! ສຽງເຊຍກໍາລັງເຂັ້ມຂຸ້ນແຮງສໍາລັບເວທີການປະກວດ MISS LAOS 2019 ທີ່ປັດຈຸບັນກໍາລັງຢູ່ໃນຂັ້ນຕອນເກັບຕົວຂອງສາວງາມທັງ 40 ຄົນສຸດທ້າຍ ເພື່ອຖ້າຮອບຕັດສິນທີ່ໃກ້ຈະມາຮອດນີ້… ແຕ່ແນ່ນອນວ່າໃນທຸກໆເວທີການປະກວດຍ່ອມມີຕົວເດັ່ນກວ່າໝູ່ ເຊິ່ງຈະເປັນຄົນທີ່ໄດ້ຮັບສຽງໂຫວດ ແລະ ສຽງເຊຍຈາກມວນຊົນຫຼາຍກວ່າໝູ່ນັ້ນເອງ ສໍາລັບເວທີການປະກວດ MISS LAOS 2019 ນີ້ ກໍເຊັ່ນດຽວກັນເຊິ່ງສາວງາມຄົນທີ່ຊາວເນັດຈັບຕາເບິ່ງ ແລະ ເຊຍເປັນພິເສດນັ້ນກໍຄື ສາວ ຈຽບ ມະນີພອນ ໝາຍເລກ ML 26 ສາວງາມຕົວແທນຈາກ ແຂວງ ອຸດົມໄຊນັ້ນເອງ ແລະ ຍ້ອນຫຍັງ ຈຽບ ຈຶ່ງເປັນທີ່ຈັບຕາເປັນພິເສດ ເຮົາລອງມາທໍາຄວາມຮູ້ຈັກກັບນາງກັນຕຶ່ມດີບໍ່? ຊື່: ຈຽບ ຫຼື ມະນີພອນ ສິງຫາໄຊຍະແສງ ອາຍຸ 24 …

Read More »

ມາສ່ອງ! ແຟຊັ່ນສຸດອະລັງການຂອງເຫຼົ່າຄົນດັງໃນງານ “MET GALA 2019” (ບອກເລີຍຫຼຸດໂລກໄປອີກ!!!)

Hi, How are you today? ທັກທາຍສະບາຍດີແຟນໆ ມື້ນີ້ມາແບບອິນເຕີໆກັນແດ່ຈັກໜ້ອຍ ເພາະຫຼ້າສຸດຈະພາໄປສ່ອງແຟຊັ່ນຂອງຄົນດັງຝັ່ງ Hollywood ໃນງານ MET GALA 2019 ແບບວ່າປີນີ້ຂໍບອກເລີຍເດີ້ວ່າມີຄວາມອະລັງການງານສ້າງ ເຫຼົ່າດາລາ ເຊເລັບ ນັກຮ້ອງ ນັກສະແດງທັງຫຼາຍ ກໍບໍ່ມີໃຜຍອມໃຜ ເບິ່ງອອກໄດ້ເລີຍຈາກການແຕ່ງກາຍຂອງແຕ່ລະຄົນໃນປີນີ້ ມີຄວາມເວີ້ວັງອະລັງການແບບສຸດໆ… (ລອງມາເບິ່ງ ຂໍບອກແຕ່ລະຄົນຈັດເຕັມ!!!) ໂອ້ຍຍຍ!!! ເຫັນແລ້ວບໍ່ຮູ້ຈະໂຫວດໃຫ້ຄະແນນໃຜເປັນຄົນທີ່ເດັ່ນທີ່ສຸດໃນງານເລີຍວ່າບໍ່ ງານນີ້ສະເໜີກັນແທ້ໆ… ແບບວ່າຈັດເຕັມອີ່ຫລີ ມີຄວາມອະລັງການ ຫຼຸດໂລກໄດ້ອີກ!!! (ຂໍຂອບໃຈຮູບພາບ)

Read More »

ອາຍຸເປັນພຽງໂຕເລກ! Lyn Slater ໄວອາຍຸ 64 ປີ ກາຍເປັນແຮງບັນດານໃຈໃຫ້ສາວໆທົ່ວໂລກ!!!

ເຊື່ອວ່າແຟນຫຼາຍໆທ່ານຄົງຈະເຫັນຮູບຂອງ Lyn Slater ອາຍຸ 64 ປີ ແຟຼຊັ່ນນິດຕ້າ (fashionista) ແລະ ເປັນ ບ໋ອກເກີ້ (blogger) ຄົນດັງ  ເຜີຍແຜ່ໄປທົ່ວໂລກອອນລາຍໃນເວລານີ້ ແລະ ດ້ວຍການແຕ່ງໂຕທີ່ສຸດແຊບ ແລະ ມີສະໄຕຣເປັນຂອງຕົວເອງເຮັດໃຫ້ເພິ່ນໂດ່ງດັງ ແລະ ເປັນແຮງບັນດານໃຈໃນດ້ານການແຕ່ງຕົວໃຫ້ສາວໆທົ່ວໂລກ ເອີ້ນໄດ້ວ່າ ອະຍຸເປັນພຽງໂຕເລກແທ້ໆ!!! ສຳລັບ Lyn Slater ຫຼາຍຄົນຄົງຢາກຮູ້ຈັກ ເພິ່ນເປັນເຖິງສາດສະດາຈານທີ່ມະຫາວິທະຍາໄລ Fordham University ທີ່ ນິວຍອກ ແລະ ຍັງເປັນບ໋ອກເກີ້ລຸ້ນເກົ໋າ ເຈົ້າຂອງເວັບໄຊ້ accidentalicon.com  ເບິ່ງຈາກການແຕ່ງຕົວແລ້ວບໍ່ຍາກຈະເຊື່ອເລີຍແມ່ນບໍ່ວ່າຄົນ ອາຍຸ 64 ປີ ຈະແຕ່ງໂຕໄດ້ເຜັດ ແຊບ ຂະໜາດນີ້ ນາງຖືກຍົກໃຫ້ເປັນກູລູດ້ານແຟຼຊັ່ນອັນດັບຕົ້ນໆ ດ້ວຍສະໄຕຣການແຕ່ງໂຕທີ່ສາວໆແບບເຮົາໆຍັງຕ້ອງອາຍ ແຕ່ຖາມວ່າໂດ່ງດັງໄດ້ແນວໃດນັ້ນ ປັດຈຸບັນນີ້  Lyn Slater  ເອງກໍຍັງຕອບບໍ່ໄດ້ ເພາະທຸກຢ່າງເກີດຂຶ້ນໄວ ແລະ ເປັນຄວາມເຂົ້າໃຈຜິດ ມີມື້ໜຶ່ງນາງກຳລັງຍືນຖ້າໝູ່ໃກ້ໆກັບງານອີເວັ້ນທີ່ມີການເດີນແຟຼຊັ່ນໂຊ …

Read More »