ຂວັນໃຈຂໍແຊ ຄວາມສຳພັນທີ່ທັງຮັກທັງຊັງ ຫຼື Love-Hate Relationship ຄືຕອນຄັ້ງຮັກກໍ່ຮັກສຸດຫົວໃຈ ຕອນຜິດກັນກໍ່ບໍ່ສົນຫຍັງທັ້ງນັ້ນ ເຊິ່ງສະແດງອອກດ້ວຍຄຳເວົ້າທຳຮ້າຍຈິດໃຈອີກຝ່າຍແບບສຸດໆ, ປະສົດປະສັນ, ຖຽງເພຶ່ອເອົາຊະນະແບບສຸດໆ, ຂຸດຄົ້ນເລື່ອງເກົ່າມາເວົ້າແບບບໍ່ມີໃຜຍອມໃຜ ຈົນໄປເຖິງລຸກລ້ຳເລທ່ອງສ່ວນຕົວຂອງກັນ ແລະ ກັນ ແລະຄາດຫວັງໃນໂຕອີກຝ່າຍຫຼາຍເກີນໄປຈົນບາງຄັ້ງເຮັດໃຫ້ເຮົາຄາດຄວາມເປັນໂຕຂອງໂຕເອງ ເຊິ່ງຖ້າປ່ອຍໄວ້ດົນກໍ່ອາດຈະເຖິງຂັ້ນເລີກລາກັນໄດ້ ດັ່ງນັ້ນຄວນເປີດໃຈລົມ ຄ່ອຍເວົ້າຄ່ອຍວ່າກັນ ປັບປ່ຽນມຸມມອງຍອມຮັບຄວາມບໍ່ສົມບູນແບບຂອງກັນ ແລະ ກັນ ສົ່ງພະລັງບວກໃຫ້ກັນ ເພຶ່ອຄວາມສຳພັນຈະເຕີບໂຕໄປນຳກັນໄດ້
Read More »ຄວາມສຳພັນ
ເປັນຄູ່ຮັກສາຍຮາ ຈະຖ່າຍຮູບທໍາມະດາໄດ້ແນວໃດ!!
ຖ່າຍຮູບຄູ່ທັງທີທໍາມະດາບໍ່ໄດ້!! ຕ້ອງໃຫ້ມັນມີໂມເມັ້ນພິເສດພິເສດໆກໍຄູ່ເຮົາມັນເປັນຄູ່ຮັກສາຍກວນຂະໜາດນີ້…ໃຫ້ຖ່າຍດີໆຄົງຈະບໍ່ໄດ້! ວ່າແລ້ວກໍຊວນແຟນມາເຮັດຫຍັງຕະຫຼົກໆ ສ້າງໂມເມັ້ນສະບັບຄູ່ເຮົາດີກວ່າ ເຖິງຮູບຈະອອກມາກວນໆແຕ່ຄວາມຈິງຮັກກັນແຮງ… ບ້າໆບໍໆແຕ່ຖ້າໄດ້ເຮັດຄູ່ກັບເຈົ້າຂ້ອຍກໍມັກ ເຖິງໃຜຊິວ່າບ້າກໍຕາມ 555 ໂຊພະລັງຄວາມແຂງແຮງໃສ່ກັນໄປເລີຍ… ບ້າໆບໍໆແຕ່ກໍຮັກໝົດໃຈນະ… ຂໍພຽງໄດ້ຢູ່ນໍາກັນເຖິງຊິເບີ່ງພ້ຽນໆກະມີຄວາມສຸກ
Read More »3 ສິ່ງທີ່ບໍ່ຄວນມີຫຼາຍເກີນໄປ ເພາະຈະເຮັດໃຫ້ຊີວິດບໍ່ມີຄວາມສຸກ
ໃນການໃຊ້ຊີວິດ ຫຼືທຸກຄວາມສໍາພັນສິ່ງໃດທີ່ຂຶ້ນຊື່ວ່າເກີນໄປເກີນຄວາມພໍດີມັັນຍ່ອມກາຍເປັນໂທດທັງນັ້ນ ແລະ 3 ສິ່ງຕໍ່ໄປນີ້ຖ້າມີຫຼາຍເກີນໄປມັນຈະເປັນອັນຕະລາຍຕໍ່ໂຕເຮົາ 1 ການເຊື່ອໃຈຫຼາຍເກີນໄປ ຄວາມເຊື່ອໃຈເປັນສິ່ງທີ່ດີຖ້າຄົນທີ່ເຮົາໃຫ້ຄວາມເຊື່ອໃຈສື່ສັດ ແຕ່ໃນບາງຄັ້ງເຮົາກໍບໍ່ຮູ້ດອກວ່າຄົນທີ່ເຮົາເຊື່ອໃຈຈະບໍ່ທໍາຮ້າຍເຮົາ ຄວາມເຊື່ອໃຈຖ້າມີຫຼາຍເກີນໄປອາດເປັນໄພຕໍ່ໂຕເຮົາກໍໄດ້ ເຊື່ອໃຈແຕ່ກໍຕ້ອງເພື່ອໃຈ ເພາະຄົນທີ່ເຈັບປວດທີ່ສຸດບໍ່ແມ່ນຄົນອື່ນຄົນໄກ ແຕ່ແມ່ນໂຕຂອງເຮົາເອງ ຜຸ້ທີ່ຊື່ສັດຕໍ່ຄວາມຮູ້ສຶກຂອງຕົນ ແລະ ເປັນເຈົ້າຂອງຄວາມໄວ້ເນື້ອເຊື່ອໃຈນັ້ນ. 2 ການຮັກຫຼາຍເກີນໄປ ແມ່ນຢູ່ວ່າຄວາມຮັກເປັນສິ່ງທີ່ດີແຕ່ການຮັກຫຼາຍເກີນໄປມັນຈະບໍ່ດີຕໍ່ຕົນເອງ ແລະ ຄວາມສໍາພັນແນ່ນອນ ການທີ່ເຮົາຮັກຄົນໆໜຶ່ງຫຼາຍເກີນໄປກັບເປັນໂຕຂອງເຮົາເອງທີ່ຕ້ອງພົບກັບຄວາມເຈັບປວດ. ມັນຈະເຮັດໃຫ້ເຮົາຍອມໃຫ້ເຂົາໄປໝົດທຸກຢ່າງແມ່ນແຕ່ຄວາມສຸກຂອງໂຕເອງ ຄວາມຮັກເຮັດໃຫ້ຄົນຕາບອດ ເບີ່ງບໍ່ເຫັນແມ່ນກະທັ້ງໂຕເອງ. ຮັກໃຫ້ໜ້ອຍລົງໃຫ້ຢູ່ໃນຄວາມພໍດີກໍໄດ້ແລ້ວ ຈາກນັ້ນມາເຕີມເຕັມສ້າງຄຸນຄ່າໃຫ້ໂຕເອງແນ່. 3 ການຄາດຫວັງຫຼາຍເກີນໄປ ຄົນເຮົາຈະດໍາເນີນຊີວິດໄປບໍ່ໄດ້ເລີຍຫາກບໍ່ມີຄວາມຫວັງ ແຕ່ການຂຶ້ນໄປສູງເທົ່າໃດຕົກລົງມາຍິ່ງເຈັບເທົ່ານັ້ນ ຄວາມຜິດຫວັງມັນເກີດຂຶ້້ນໄດ້ຕະຫຼອດ ແລະ ໃນບາງສິ່ງບາງຢ່າງເຮົາຕ້ອງປ່ອຍໃຫ້ມັນເປັນໄປຕາມທິດທາງທີ່ມັນຄວນຈະເປັນ ບໍ່ຈໍາເປັນຕ້ອງຄາດຫວັງກັບທຸກຢ່າງແລ້ວເຮົາຈະເຈັບປວດໜ້ອຍລົງ.
Read More »ຄວາມເກງໃຈທີ່ດີຄືມີຄວາມເກງໃຈຕໍ່ຜູ້ອື່ນຢ່າງເໝາະສົມ ແລະ ສົມດູນກັບຄວາມເກງໃຈຕໍ່ໂຕເອງຢ່າງພໍດີ
ຄວາມເກງໃຈເປັນຄຸນສົມບັດຢ່າງໜຶ່ງທີ່ທຸກຄົນຄວນມີ ແລະ ຕ້ອງໄດ້ຝຶກຝົນ ບາງຄົນບໍ່ມີຄວາມເກງໃຈຕໍ່ຜູ້ອື່ນເລີຍ ອັນນີ້ກໍເປັນເລື່ອງຍາກທີ່ຈະຖືກຍອມຮັບ ເພາະມັນເປັນການເສຍມາລະຍາດ ແລະ ບໍ່ເຄົາລົບບໍ່ໃຫ້ກຽດຄົນອື່ນ ແຕ່ໃນຂະນະດຽວກັນຄວາມເກງໃຈກໍເປັນສາເຫດທີ່ເຮັດໃຫ້ເຮົາຖືກເອົາປຽບ “ຖ້າມີຫຼາຍເກີນໄປ” ເຈົ້າເຄີຍບໍ່? ຖືກຄົນອື່ນເອົາປຽບພຽງເພາະເຈົ້າເປັນຄົນຂີ້ເກງໃຈ. ຖືກຄົນອື່ນໃຊ້ໃຫ້ເຮັດວຽກແທນທັງທີ່ຄວາມຈິງເຮົາບໍ່ເຮັດກໍໄດ້ເພາະມັນບໍ່ແມ່ນໜ້າທີ່ຂອງເຮົາ. ໃນບາງຄັ້ງຕໍ່ຄິວຊື້ເຄື່ອງດົນໆແຕ່ຢູ່ໆກໍຖືກຄົນອື່ນລັດຄິວ ທັງທີ່ບໍ່ພໍໃຈແຕ່ກໍບໍ່ກ້າຮ້າຍເພາະເກງໃຈ ແລະ ຍັງມີອີກຫຼາຍໆເລື່ອງທີ່ເຮົາຖືກເອົາປຽບຈາກຄວາມເກງໃຈ ສະນັ້ນຈຶ່ງເວົ້າໄດ້ວ່າ: ຄວາມເກງໃຈມີຫຼາຍໄປກໍບໍ່ດີມີໜ້ອຍໄປກໍບໍ່ດີ ມີຢ່າງພໍດີຈຶ່ງເປັນເລື່ອງດີ ເພາະເກງໃຈຄົນອື່ນຫຼາຍເກີນໄປກໍຈະເຮັດໃຫ້ລືມເຄົາລົບໂຕເອງ ແຕ່ເກງໃຈໜ້ອຍເກີນໄປກໍຈະກາຍເປັັນຄົນທີ່ເຫັນແກ່ໂຕບໍ່ເຄົາລົບຄົນອື່ນ ສະນັ້ນຈຶ່ງຄວນເຝິກຝົນໃຫ້ຄວາມເກງໃຈຂອງເຮົາເປັນທັງການເຄົາລົບຕົນເອງ ແລະ ເຄົາລົບຄົນອື່ນພ້ອມ.
Read More »ຫາກມື້ໜຶ່ງພໍ່ແມ່ຈາກໄປ ແລ້ວແມ່ນໃຜຈະຮັກເຮົາ?
ເຕືອນສະຕິຜູ້ເປັນລູກທັງຫຼາຍ ຫາກມື້ໜຶ່ງພໍ່ແມ່ບໍ່ຢູ່ແລ້ວ ຈະໃຊ້ຊີວິດຕໍ່ໄປຈັ່ງໃດ? ຖ້າມື້ໜຶ່ງພໍ່ແມ່ຕ້ອງຈາກໄປຄົງຈະບໍ່ມີໃຜທີ່ຮັກເຮົາຄືກັບພວກເພີ່ນອີກແລ້ວ ລູກຜູ້ຢູ່ໄກຖ້າວ່າງຈາກວຽກງານກໍໂທຫາເພີ່ນແນ່, ກັບໄປຢາມພວກເພີ່ນແນ່ກໍດີ ເພາະທຸກມື້ພວກເພີ່ນຄອງຖ້າການກັບໄປຂອງພວກເຈົ້າຢູ່ສະເໝີ ຢ່າເປືອງເວລາໄປກັບສະຖານທີ່ລະເລີງບັນເທີງໃຈຫຼາຍເກີນໄປເພື່ອນກິນທີ່ໄຮ້ສາລະ, ຮ້ານເຫຼົ້າຮ້ານເບຍ ເປັນພຽງບ່ອນຜ່ອນຄາຍມັນບໍ່ແມ່ນເຮືອນທີ່ໃຫ້ຄວາມອົບອຸ່ນແກ່ເຮົາ ຢ່າໄປໃຫ້ຄວາມສໍາຄັນກັບມັນຫຼາຍກວ່າພໍ່ແມ່ເລີຍ. ຖ້າມື້ໜຶ່ງທີ່ພໍ່ກັບແມ່ຈາກໄປແທ້ໆມື້ນັ້ນຈະບໍ່ມີໃຜກ້າເອີ້ນເຈົ້າກິນເຂົາໃນຍາມທີ່ເຈົ້າຮ້າຍ, ອາລົມເສຍ ດັ່ງນັ້ນ, ບໍ່ວ່າຮ້ານອາຫານທາງນອກຈະແຊບ ແລະ ຫຼູຫຼາເທົ່າໃດກໍຢ່າລືມກັບເມືອກິນເຂົ້າກັບເພີ່ນຈັກຄັ້ງຈັກຄາວກໍຍັງດີ ຢ່າໃຫ້ພໍ່ແມ່ຄອງຄອຍຫາຄອງແລ້ວຄອງອີກກໍບໍ່ເຄີຍມາ ຢ່າໃຫ້ຄວາມເສຍໃຈນັ້ນກາຍເປັນບາບ. ຢ່າຖ້າໃຫ້ພໍ່ແມ່ຈາກໄປແລ້ວຈຶ່ງໂຫຍຫາເພາະຕອນນັ້ນມັນບໍ່ມີປະໂຫຍດຫຍັງແລ້ວ. ຖ້າມື້ໜ່ຶ່ງພໍ່ແມ່ຕ້ອງຈາກໄປຈະບໍ່ມີໃຜວຸ້ນວາຍກັບພວກເຈົ້າແລ້ວ ບໍ່ມີໃຜຄອຍເປັນຫ່ວງເປັນໃຍຖາມໄຖ່ ຖ້າເກີດພໍ່ແມ່ບໍ່ສະບາຍເຈົ້າພັກວຽກໄປເບີ່ງແຍງເພີ່ນໄດ້ບໍ່? ຢ່າເອົາແຕ່ຈ້າງຄົນອື່ນເບີ່ງໃຫ້ ເພາະບາງຄັ້ງພວກເພີ່ນພຽງແຕ່ຢາກເຫັນຄົນທີ່ຮັກທີ່ສຸດໃນຊີວິດ. ຖ້າມື້ໜຶ່ງພໍ່ແມ່ຕ້ອງຈາກໄປກໍຈະບໍ່ໃຜຮັກ, ເອັນດູເຮົາ ແລະ ໃຫ້ອະໄພເຮົາທຸກເລື່ອງເຖິງແມ່ນເຮົາຈະຊົ່ວຈະດີ ຫຼືຜິດພາດ. ຢ່າພາຄົນທີ່ລັງກຽດພໍ່ແມ່ຂອງເຂົາເອງເຂົ້າເຮືອນເຮົາເດັດຂາດ ຢ່າຄົບຄົນທີ່ບໍ່ເຄົາລົບຮັກພໍ່ແມ່ຂອງເຂົາເປັນເພື່ອນ ຄົນແບບນີ້ເຂົາຈະບໍາສາມາດຮັກໃຜໄດ້.
Read More »