Breaking News

ຄວາມສຳພັນ

ຂໍ້ຄິດເຕືອນໃຈ ໃນການໃຊ້ຊີວິດໃຫ້ມີຄວາມສຸກ ແລ ຄຸ້ມຄ້າທີ່ສຸດ!!!

“ທຸກຢ່າງບໍ່ມີຫຍັງແນ່ນອນ ຢ່າໄປຄາດຫວັງຄວາມສຸກຈາກຄົນອື່ນ ແຕ່ໃຫ້ຊອກຈາກຕົວເຮົາເອງ” ເຄີຍສົງໄສບໍ່ວ່າເປັນຫຍັງເມື່ອເຮົາມີຄົບທຸກຢ່າງແລ້ວ ຫຼືເຮົາກໍບໍ່ໄດ້ດ້ອຍຈາກຄົນອື່ນປານໃດ ແຕ່ເຮົາຄືຍັງບໍ່ມີຄວາມສຸກເລີຍ ກົງກັນຂ້າມບາງຄົນທີ່ເຂົາຍັງດ້ອຍກວ່າເຮົາຫຼາຍ ແຕ່ເປັນຫຍັງມີຄວາມສຸກໃນການໃຊ້ຊີວິດຫຼາຍແທ້ ແລ້ວເຮົາຕ້ອງເຮັດແນວໃດຈຶ່ງມີຄວາມສຸກໄດ້ ລອງມາອ່ານ 5 ຂໍ້ເຕືອນໃຈໃນການໃຊ້ຊີວິດໃຫ້ຄຸ້ມຄ່າ ແລະມີຄວາມສຸກ ນຳກັນເບິ່ງເນາະ! ຄິດສະເໝີວ່າຊີວິດນີ້ສຸດແສນສັ້ນ ຫຼາຍໆຄົນມີແຕ່ໝົກມຸ່ນຢູ່ກັບໜ້າທີ່ວຽກງານ ເພື່ອໃຫ້ໄດ້ມາເຊິ່ງເງິນຄໍາຫຼາຍໆ ຈົນຫຼົງລືມໄປວ່າຊີວິດເຮົານັ້ນສັ້ນພຽງໃດ ເຮົາເສຍເວລາໃຫ້ກັບການຮຽນ, ການສຶກສາ ໄປຫຼາຍກວ່າ 20 ປີ ແລ້ວຈາກນັ້ນກໍຕ້ອງເຂົ້າສູ່ຕະຫຼາດແຮງງານ ເພື່ອຫາເງິນຫຼາຍກວ່າ 40 ປີ ແລ້ວຄວາມສຸກມັນຢູ່ໃສລະ? ເຮົາເຫັນມັນແລ້ວຫວາ? ເຮົາສູນເສຍເວລາໄປຫຼາຍກວ່າ 60 ປີ ໃນການຊອກຫາສິ່ງຂອງນອກກາຍ ທີ່ເຮັດໃຫ້ເຮົາມີຄວາມສຸກພຽງຊົ່ວຄາວ ແຕ່ຄວາມສຸກທີ່ແທ້ຈິງໃນຊີວິດເຮົາຢູ່ໃສ? ຫຼາຍໆຄົນມັກຄິດໃນໃຈຕະຫຼອດ ແຕ່ພັດນັ່ງລໍຖ້າມື້ທີ່ຈະເລີ່ມຕົ້ນຊີວິດໃໝ່ (ແຕ່ບໍ່ມາຮອດຈັກເທື່ອ) … ສິ່ງນີ້ເປັນສິ່ງທີ່ຜິດເດີ້ ເຈົ້າຄວນເລີ່ມແຕ່ຕອນນີ້ເລີຍ ບໍ່ຕ້ອງຖ້າໃຫ້ຮອດປີໜ້າ, ເດືອນໜ້າ, ມື້ອື່ນ ຫຼືມື້ໃດເພາະບາງເທື່ອມື້ນັ້ນອາດຈະສາຍເກີນໄປກໍໄດ້. ຊີວິດຄືສິ່ງທີ່ເຮົາເລືອກເອງ ຫົວຂໍ້ນີ້ຮູ້ສຶກຄຸ້ນໆບໍ່? ບາງຄົນອາດຈະເຂົ້າໃຈສິ່ງນີ້ຢ່າງຈະແຈ້ງແລ້ວ ແຕ່ຄໍານີ້ມັນສາມາດອະທິບາຍໄດ້ຫຼາຍໆຢ່າງ ໃນຊີວິດຂອງເຮົານັ້ນ …

Read More »

ຕິດເປັນນິດໃສ! ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok)

ການອົກຮັກ ຜິດຫວັງຈາກຄວາມຮັກ ເປັນເລື່ອງທໍາມະດາ ຂຶ້ນຊື່ວ່າ “ຄວາມຮັກ” ກໍ່ຕ້ອງມີທັງຄວາມຮັກທີ່ “ສົມຫວັງ ແລະ ຜິດຫວັງ” ສຳລັບຄົນທີ່ມີຄວາມຮັກທີ່ສົມຫວັງ ໝັ້ນຄົງ ຄອງຄູ່ກັນໄປຈົນແກ່ຈົນເຖົ້າ ກໍຖືວ່າເປັນຄົນທີ່ປະສົບຜົນສຳເລັດໃນຄວາມຮັກໄປ ແຕ່ສຳລັບຄົນທີ່ ບໍ່ສົມຫວັງ ຫຼື ຜິດຫວັງໃນຄວາມຮັກແນ່ນອນວ່າເມື່ອຄວາມສໍາພັນຢຸດຕິລົງ ເຮົາກໍຕ້ອງໂສກເສົ້າເສຍໃຈເປັນເລື່ອງປົກກະຕິ ແຕ່ເມື່ອເວລາຜ່ານໄປ ສາວໆເຄີຍເປັນບໍ່? ທີ່ພະຍາຍາມດຶງຕົວເອງໃຫ້ເຂັ້ມແຂງຂຶ້ນ ເວົ້າກັບຕົວເອງຕໍ່ໜ້າແວ່ນວ່າຂ້ອຍ ໂອເຄ ແລ້ວ ພັດຍົກເວັ້ນເລື່ອງຄວາມຮັກຄັ້ງເກົ່າ ຫຼືແຟນເກົ່າ ອາດຈະຟັງເປັນເລື່ອງຕະຫຼົກ ແຕ່ເຊື່ອບໍ່ວ່າຜູ້ທີ່ເຄີຍພົບເຫດການນັ້ນມາແລ້ວ ມັນບໍ່ງ່າຍເລີຍ ບໍ່ວ່າຈະພະຍາຍາມລືມມັນໄປໄດ້ດົນສໍ່າໃດ ແຕ່ເມື່ອມີເລື່ອງໃດເລື່ອງໜຶ່ງມາກະທົບຈິດໃຈ ກໍເຮັດໃຫ້ມັນກັບຄິດຮອດເຂົາຄົນທີ່ເຄີຍຮັກຂຶ້ນມາໂດຍບໍ່ມີເຫດຜົນ ຄືກັບຮອຍບາດເກົ່າທີ່ບໍ່ມີມື້ຫາຍຂາດໄດ້ ແລະ ເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ?  ມາເບິ່ງ! 5 ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok) ຄິດຮອດເຂົາທຸກຄັ້ງທີ່ຮູ້ສຶກທໍ້ “ຖ້າເຂົາຍັງຢູ່ບ່ອນນີ້ກະຄືຊິດີເນາະ” ປະໂຫຍກທີ່ຄົນຍັງບໍ່ລືມແຟນເກົ່າມັກເວົ້າກັນ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ ມັນເປັນຄໍາເວົ້າທີ່ດີຫຼາຍ ແຕ່ປະໂຫຍກນີ້ລະທີ່ສະແດງໃຫ້ຮູ້ວ່າເຮົາກໍາລັງຄິດຮອດເຂົາຄົນນັ້ນຫຼາຍ ຍັງໂຫຍຫາ ຢາກໃຫ້ເຂົາກັບມາເປັນຄວາມສະບາຍໃຈ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ອີກຄັ້ງ ຄິດຮອດໂອກາດທີ່ຈະໄດ້ກັບໄປເປັນຄືເກົ່າອີກຄັ້ງ ບໍ່ວ່າຈະເປັນຍ້ອນສາເຫດໃດກໍຕາມທີ່ເຈົ້າຢາກໃຫ້ເຂົາກັບມາເປັນຄືເກົ່າ …

Read More »

ເລື່ອງມັນເສົ້າ ເພາະຮັກເຂົາຂ້າງດຽວ (ໂອ່ຍ! ເຈັບເດ້!!!)

7 ສັນຍານທີ່ບົ່ງບອກວ່າເຈົ້າເປັນຝ່າຍຮັກເຂົາຂ້າງດຽວ ຄວາມຮັກເປັນເລື່ອງຂອງອາລົມ ແລະ ເຫດຜົນ!! ແຕ່ຄົນສ່ວນຫຼາຍມັກເບິ່ງຄວາມຮັກໃນຮູບແບບຂອງອາລົມຫຼາຍກວ່າ ເຊິ່ງອາລົມຂອງເຮົານັ້ນມັກຂຶ້ນໆລົງໆປ່ຽນໄປມາໄດ້ຕະຫຼອດເວລາ ຍາກຕໍ່ການຄວບຄຸມ ເຖິງວ່າເຈົ້າຈະຮັກລາວມາດົນປານໃດ ເຮັດທຸກສິ່ງທຸກຢ່າງໃຫ້ເຂົາຫັນມາສົນໃຈເຈົ້າ ແຕ່ຖ້າເຂົາບໍ່ຕອບສະໜອງຫຍັງກັບມາເລີຍ ກາຍເປັນວ່າຕ້ອງເມື່ອຍຢູ່ຝ່າຍດຽວ ແລະ ມັນກໍເປັນສັນຍານທີ່ບົ່ງບອກວ່າເຈົ້າກໍາລັງຮັກລາວຢູ່ຝ່າຍດຽວ ເຮົາລອງມາ Check ກັນເບິ່ງບໍ່ວ່າຄົນທີ່ເຈົ້າກໍາລັງຄົບຢູ່ນີ້ເປັນແບບນີ້ ຫຼືບໍ່ ຖ້າແມ່ນ! ນັ້ນແຫຼະໝາຍຄວາມວ່າເຈົ້າກໍາລັງຮັກເຂົາຢູ່ຝ່າຍດຽວ. ເຈົ້າ! ມີເວລາໃຫ້ເຂົາ ແຕ່ເຂົາບໍ່ເຄີຍມີເວລາໃຫ້ເຈົ້າ ຖ້າເຈົ້າເປັນຝ່າຍດຽວທີ່ມີເວລາໃຫ້ເຂົາຄົນນັ້ນສະເໝີ ບໍ່ໍວ່າຈະຊວນເຈົ້າໄປເຮັດຫຍັງ, ໄປໃສ ຫຼືແມ່ນແຕ່ຍາມທີ່ເຂົາມີບັນຫາ ຢາກໃຫ້ເຈົ້າມາຢູ່ຄຽງຂ້າງ ເຈົ້າກໍສາມາດແບ່ງເວລາໄປຢູ່ຄຽງຂ້າງໄດ້ສະເໝີ ແຕ່ຖ້າເມື່ອໃດກໍຕາມທີ່ເຈົ້າຂໍໃຫ້ເຂົາເຮັດແບບນັ້ນກັບເຈົ້າແດ່ ພັດບໍ່ເຫັນແມ່ນແຕ່ເງົາຂອງເຂົາເລີຍ! (ເຈັບຈີີີ໊ດ) ເຈົ້າ! ເປັນທີ່ເພິ່ງໃຫ້ເຂົາໄດ້ ແລ້ວເຂົາເດ? ເມື່ອເຂົາເປັນຝ່າຍຂໍຄວາມຊ່ວຍເຫຼືອມາ ເຈົ້າບໍ່ເຄີຍປະຕິເສດ ແຕ່ເມື່ອໃດກໍຕາມທີ່ເຈົ້າມີບັນຫາ ຄິດວ່າເຂົາຈະຍິນດີຊ່ວຍເຈົ້າບໍ່? ເປັນທີ່ເພິ່ງໃຫ້ເຈົ້າໄດ້ແນ່ບໍ່? ອ່ານມາຮອດນີ້ຖ້າຫົວໃຈຕອບວ່າບໍ່! ກໍແມ່ນແລ້ວ. ເຈົ້າ! ເປັນຝ່າຍທີ່ກະຕືລືລົ້ນໃນການວາງແຜນທຸກເລື່ອງຝ່າຍດຽວ ເຖິງວ່າພວກເຈົ້າຈະຄົບກັນແລ້ວ ແຕ່ເບິ່ງຄືວ່າເຈົ້າຈະຕ້ອງເປັນຄົນວາງແຜນທຸກເລື່ອງຝ່າຍດຽວ ບໍ່ວ່າຈະເປັນເລື່ອງການໄປທ່ອງທ່ຽວ, ໄປກິນເຂົ້າ ຫຼືແມ່ນແຕ່ເລື່ອງເລັກໆນ້ອຍໆ ກໍເປັນເຈົ້າຄົນດຽວທີ່ກະຕືລືລົ້ນຊອກຫາຝ່າຍດຽວ …

Read More »

 ແມ່ນເລີຍ! ມາເບິ່ງຮູບພາບລໍ້ລຽນຊີວິດສາວໂສດ ທີ່ຄົນມີຄູ່ບໍ່ມີທາງເຂົ້າໃຈ!!!

ຕ້ອງຂໍບອກວ່າ ດຽວນີ້ຈະແນມໄປທາງໃດ ກໍ່ມັກຈະພົບກັບຄົນໂສດ ຫຼາຍ ກວ່າຄົນທີ່ມີຄູ່ ບາງຄົນກໍ່ມັກຈະຈົ່ມວ່າ “ປານໃດນໍ້ເຮົາຈຶ່ງຈະມີແຟນ ມີຄົນຮັກດີໆຄືໝູ່” ແຕ່ດຽວກ່ອນ ສາວໆທັງຫຼາຍກໍ່ຢ່າຟ້າວນອຍສ໌ກັນໄປເດີ້ ໃຜວ່າເປັນໂສດແລ້ວຈະຕ້ອງຫງົາຕ້ອງເສົ້າສະເໝີໄປ ລອງມາເບິ່ງຮູບພາບທັງ 20 ຮູບພາບເຫຼົ່ານີ້ກັນເບິ່ງ ຮັບຮອງວ່າບາງເທື່ອຄົນທີ່ມີຄູ່ອາດຈະບໍ່ມີໂມເມັ້ນດີໆແບບຄົນໂສດຄືເຮົາແນ່ນອນ ໄປເບິ່ງກັນນນນ!!!  ມີພື້ນທີ່ສ່ວນຕົວ ລຽບໆ ງ່າຍໆ ເປັນຂອງຕົວເອງ  ຢາກອ່ານໜັງສື ຄົ້ນຄວ້າຫຍັງໃໝ່ໆກໍ່ໄດ້ ໂດຍທີ່ບໍ່ຕ້ອງສົນໃຈຄົນທີ່ແຊດ ຫຼື ໂທມາ  ມີເວລາຈະຫຼິ້ນກັບສັດລ້ຽງ ໜ້າຮັກໄປອີກ  ຢູ່ຄນດຽວບໍ່ຕ້ອງຫວ່ງເລື່ອງຄວາມງາມ  ຄົນໂສດທີ່ບໍ່ມີນັດ ນອນຢູ່ບ້ານລ້າໆ ສະບາຍໃຈສຸດໆ  ຈະເກີດອາລົມບ້າໆ ບໍໆ ຫຼຸດໂລກກໍ່ໄດ້ ບໍ່ຕ້ອງກັງວົນວ່າໃຜຈະເບິ່ງເຮົາແນວໃດ ຈະອາບນໍ້າ ຂັດຜິວ ດົນປານໃດກໍ່ໄດ້ ບໍ່ມີໃຜຈົ່ມ  ເປີດເພງດັງໆ ເຕັ້ນໄປກັບສຽງເພງ ມີຄວາມສຸກຈະຕາຍ 555  ຫິວຍາມໃດ ກິນຍາມນັ້ນ ບໍ່ມີໃຜມາຫ້າມ ແລະ ເວົ້າວ່າເຮົາຕຸ້ຍ ຈະນັ່ງ ຈະນອນ …

Read More »

ມາຈັບກ້ອງ ອອກໄປທ່ອງທ່ຽວ ເກັບພາບງາມໆໄວ້ເບິ່ງກັນດີກວ່າ (ເຮົາຈະໂສດໄປນຳກັນເນາະສ່ຽວ)

ບໍ່ມີແຟນຢ່າງໜ້ອຍເຮົາກໍ່ຍັງມີໝູ່ທີ່ຮັກ ແລະ ເຂົ້າໃຈເຮົາທຸກໆເລື່ອງ Summer ແບບນີ້ອາກາດດີເປັນໃຈ ມາຊວນສ່ຽວອອກໄປທ່ອງທ່ຽວເບິ່ງໂລກກວ້າງ ເກັບພາບງາມໆໄວ້ເບິ່ງກັນດີກວ່າ… ແຕ່ຖ້າໃຜທີ່ຍັງອາຍກ້ອງ ໂພສທ່າບໍ່ເປັນ ບໍ່ຕ້ອງຊີຣຽດ ເພາະ ຂວັນໃຈ ເຮົາມີສະຕາຍການໂພສຮູບແບບສະບາຍໆ ຈາກໄວລຸ້ນຝັ່ງ ຮໍລີວູດ ມາຝາກ ບໍ່ຕ້ອງແນມເບິ່ງກ້ອງກໍ່ໄດ້ ແຕ່ຂໍບອກເລີຍວ່າຮູບທີ່ອອກມາໄດ້ອາລົມ ໄດ້ຄວາມຮູ້ສຶກ ແບບບໍ່ຕ້ອງພະຍາຍາມຫຍັງຫຼາຍ… ເປັນແນວໃດແດ່ ໄດ້ເບິ່ງວິທີໂພສທ່າກັບໝູ່ສະໜິດໄປແລ້ວ ຫວ່າງໆກໍ່ຢ່າລືມຊວນສ່ຽວ ອອກໄປທ່ອງທ່ຽວ ເກັບພາບຄວາມຊົງຈຳດີໆໄວ້ເບິ່ງແດ່ເດີ້ທຸກໆຄົນ!!! cr pic : IG/americanstyle

Read More »