Breaking News

ຂໍ້ຄິດເຕືອນໃຈ ໃນການໃຊ້ຊີວິດໃຫ້ມີຄວາມສຸກ ແລ ຄຸ້ມຄ້າທີ່ສຸດ!!!

ແບ່ງປັນ

“ທຸກຢ່າງບໍ່ມີຫຍັງແນ່ນອນ ຢ່າໄປຄາດຫວັງຄວາມສຸກຈາກຄົນອື່ນ ແຕ່ໃຫ້ຊອກຈາກຕົວເຮົາເອງ”

ເຄີຍສົງໄສບໍ່ວ່າເປັນຫຍັງເມື່ອເຮົາມີຄົບທຸກຢ່າງແລ້ວ ຫຼືເຮົາກໍບໍ່ໄດ້ດ້ອຍຈາກຄົນອື່ນປານໃດ ແຕ່ເຮົາຄືຍັງບໍ່ມີຄວາມສຸກເລີຍ ກົງກັນຂ້າມບາງຄົນທີ່ເຂົາຍັງດ້ອຍກວ່າເຮົາຫຼາຍ ແຕ່ເປັນຫຍັງມີຄວາມສຸກໃນການໃຊ້ຊີວິດຫຼາຍແທ້ ແລ້ວເຮົາຕ້ອງເຮັດແນວໃດຈຶ່ງມີຄວາມສຸກໄດ້ ລອງມາອ່ານ 5 ຂໍ້ເຕືອນໃຈໃນການໃຊ້ຊີວິດໃຫ້ຄຸ້ມຄ່າ ແລະມີຄວາມສຸກ ນຳກັນເບິ່ງເນາະ!

ຄິດສະເໝີວ່າຊີວິດນີ້ສຸດແສນສັ້ນ

ຫຼາຍໆຄົນມີແຕ່ໝົກມຸ່ນຢູ່ກັບໜ້າທີ່ວຽກງານ ເພື່ອໃຫ້ໄດ້ມາເຊິ່ງເງິນຄໍາຫຼາຍໆ ຈົນຫຼົງລືມໄປວ່າຊີວິດເຮົານັ້ນສັ້ນພຽງໃດ ເຮົາເສຍເວລາໃຫ້ກັບການຮຽນ, ການສຶກສາ ໄປຫຼາຍກວ່າ 20 ປີ ແລ້ວຈາກນັ້ນກໍຕ້ອງເຂົ້າສູ່ຕະຫຼາດແຮງງານ ເພື່ອຫາເງິນຫຼາຍກວ່າ 40 ປີ ແລ້ວຄວາມສຸກມັນຢູ່ໃສລະ? ເຮົາເຫັນມັນແລ້ວຫວາ? ເຮົາສູນເສຍເວລາໄປຫຼາຍກວ່າ 60 ປີ ໃນການຊອກຫາສິ່ງຂອງນອກກາຍ ທີ່ເຮັດໃຫ້ເຮົາມີຄວາມສຸກພຽງຊົ່ວຄາວ ແຕ່ຄວາມສຸກທີ່ແທ້ຈິງໃນຊີວິດເຮົາຢູ່ໃສ? ຫຼາຍໆຄົນມັກຄິດໃນໃຈຕະຫຼອດ ແຕ່ພັດນັ່ງລໍຖ້າມື້ທີ່ຈະເລີ່ມຕົ້ນຊີວິດໃໝ່ (ແຕ່ບໍ່ມາຮອດຈັກເທື່ອ) … ສິ່ງນີ້ເປັນສິ່ງທີ່ຜິດເດີ້ ເຈົ້າຄວນເລີ່ມແຕ່ຕອນນີ້ເລີຍ ບໍ່ຕ້ອງຖ້າໃຫ້ຮອດປີໜ້າ, ເດືອນໜ້າ, ມື້ອື່ນ ຫຼືມື້ໃດເພາະບາງເທື່ອມື້ນັ້ນອາດຈະສາຍເກີນໄປກໍໄດ້.

ຊີວິດຄືສິ່ງທີ່ເຮົາເລືອກເອງ

ຫົວຂໍ້ນີ້ຮູ້ສຶກຄຸ້ນໆບໍ່? ບາງຄົນອາດຈະເຂົ້າໃຈສິ່ງນີ້ຢ່າງຈະແຈ້ງແລ້ວ ແຕ່ຄໍານີ້ມັນສາມາດອະທິບາຍໄດ້ຫຼາຍໆຢ່າງ ໃນຊີວິດຂອງເຮົານັ້ນ ເຮົາມີໂອກາດເລືອກຫຼາຍຄັ້ງ ທີ່ກໍານົດໂຊກຊະຕາຊີວິດໃຫ້ກັບເຮົາ ເວົ້າງ່າຍໆກໍຄື ການຕັດສິນໃຈຂອງເຮົາແຕ່ລະເທື່ອ ມັນສົ່ງຜົນເຖິງສິ່ງທີ່ກໍາລັງຈະເກີດຂຶ້ນຕາມມາ ຫຼືອະນາຄົດຂອງຕົວເຮົານັ້ນເອງ. ສະນັ້ນ ມັນຍຸດຕິທໍາແລ້ວຫວາ ຫາກເຮົາຕ້ອງຍ່າງຕາມກົ້ນຄົນອື່ນ ເລືອກໃນສິ່ງທີ່ຄົນອື່ນເລືອກໄວ້ກ່ອນແລ້ວ ໂດຍຫວັງວ່າ ບາງເທື່ອເຮົາອາດຈະປະສົບຄວາມສໍາເລັດຄືກັບຄົນອື່ນ ໂດຍລືມຄິດໄປວ່າ ເປົ້າໝາຍໃນຊີວິດຂອງແຕ່ລະຄົນນັ້ນແຕກຕ່າງກັນ ແລະ ພື້ນຖານດັ້ງເດີມຂອງເຮົາກໍບໍ່ຄືກັນ ແລະ ຫຼາຍຄົນກໍຢ້ານເກີນກວ່າທີ່ຈະຕັດສ້າງທາງເລືອກໃໝ່ໆໃຫ້ຊີວິດຕົນເອງ ແຕ່ຫັນໄປເລືອກຍ່າງຕາມເສັ້ນທາງຂອງຄົນອື່ນ ເພາະຄິດວ່າອາດຈະເປັນທາງທີ່ປອດໄພ ແຕ່ພັດບໍ່ເຮັດໃຫ້ຕົວເຮົາມີຄວາມສຸກເລີຍ

ຮັກຕົວເອງໃຫ້ຫຼາຍໆ ແລະ ໃຈດີກັບຕົນເອງສະເໝີ

ມະນຸດເຮົານັ້ນຢູ່ໄດ້ດ້ວຍປັດໄຈ 4 ແຕ່ເຕີບໃຫຍ່ມາດ້ວຍຄວາມຮັກ (ຢ່າງໜ້ອຍກໍເປັນຄວາມຮັກຈາກຕົວເອງນີ້ແຫຼະ) ຄວາມຮັກເປັນສິ່ງວິເສດ ທີ່ຫຼໍ່ຫຼອມທຸກສິ່ງທຸກຢ່າງ ຄວາມຮັກບໍ່ເຄີຍທໍາຮ້າຍໃຜ ມີແຕ່ຄວາມຄິດຂອງເຮົາເທົ່ານັ້ນລະທີ່ຄິດຈະຂ້າຕົວເອງ ແມ່ນຫຼືບໍ່? ສິ່ງທີ່ເຮົາຢາກຂໍຄື: ຂໍໃຫ້ທຸກໆຄົນຈົ່ງຮັກຕົວເອງ ແລະ ໃຈດີກັບຕົວເອງຢູ່ສະເໝີ ເພາະຖ້າເຈົ້າບໍ່ຮັກຕົວເອງ ແລ້ວ ເຮົາຈະສໍາຜັດຄວາມຮັກໄດ້ຈາກໃສ? ທຸກຄົນເກີດມາ ລ້ວນແຕ່ມີສະຖານະການທີ່ຖືກໃຜຈັກຄົນບໍ່ຮັກແມ່ນບໍ່? ນັ້ນແຫຼະມັນຄືສິ່ງບັ່ນທອນກໍາລັງໃຈຂອງມະນຸດຫຼາຍ ແຕ່ຖ້າເຮົາຮັກຕົວເອງ ແລ້ວເສີຍໆຕໍ່ສຽງຂອງຄົນທີ່ບໍ່ຮັກເຮົາ, ບໍ່ເກັບເອົາຄໍາເວົ້າເຫຼົ່ານັ້ນມາທໍາຮ້າຍຕົວເອງ ພຽງເທົ່ານີ້ກໍມີຄວາມສຸກໄດ້ແລ້ວ ກົງກັນຂ້າມ ຖ້າເຈົ້າເກັບທຸກຄໍາເວົ້າທີ່ບໍ່ດີມາຄິດ ຍິ່ງເປັນການທໍາຮ້າຍຕົວເອງ ນີ້ສະແດງວ່າເຈົ້າເປັນຄົນບໍ່ຮັກຕົວເອງເດີ້.

ໃຊ້ຊີວິດຊ້າໆ ຊຶມຊັບເວລາດີໆ

ການທີ່ເຮົາໃຊ້ຊີວິດແບບເລັ່ງດ່ວນ ບາງເທື່ອອາດຈະເຮັດໃຫ້ເຮົາພາດຫຼາຍຢ່າງໃນຊີວິດ ບາງຄົນຕື່ນເຊົ້າຟ້າວໄປເຮັດວຽກ ໂດຍບໍ່ມີເວລາສໍາຜັດກັບສິ່ງທີ່ຢູ່ອ້ອມຕົວເລີຍ ວ່າມື້ນີ້ອາກາດຕອນເຊົ້າດີຂະໜາດໃດ ບາງຄົນຢູ່ໜ້າຈໍຄອມພິວເຕີຕັ້ງແຕ່ເຊົ້າຈົນຄໍ່າ ເພື່ອຖ້າໂມງເລີກວຽກ ແລ້ວເມື່ອມາຮອດເຮືອນກໍພຽງແຕ່ ປ່ຽນຈາກໜ້າຈໍຄອມພິວເຕີມາເປັນໜ້າຈໍໂທລະສັບມືຖື ຈົນຫຼົງລືມສໍາຜັດກັບຄົນທີ່ຢູ່ອ້ອມຕົວ ລອງຖາມຕົວເອງຈັກໜ້ອຍບໍ່ວ່າ ສິ່ງເຫຼົ່ານັ້ນມັນແມ່ນຄວາມສຸກແລ້ວຫວາ? ລອງໃຊ້ຊີວິດຊ້າໆ ສໍາຜັດກັບສິ່ງຕ່າງໆອ້ອມຕົວ ແລະ ເຝິກຕົວເອງໃຫ້ເປັນຄົນເບິ່ງໂລກໃນແງ່ບວກ ໂລກຂອງເຮົາບໍ່ມີຫຍັງຮ້າຍແຮງເລີຍ ມີແຕ່ເຮົາເອງເທົ່ານັ້ນທີ່ປ່ອຍໃຫ້ທັດສະນະຄະຕິໃນແງ່ລົບເຂົ້າມາຄອບງໍາຄວາມຄິດປະຈຳວັນ

ຖ້າບ່ອນໃດບໍ່ມີຄວາມສຸກ ກໍຖອຍອອກມາ

ມະນຸດທຸກຄົນລ້ວນແຕ່ຕ້ອງການຄວາມສຸກແມ່ນບໍ່? ແຕ່ເມື່ອໃດກໍຕາມທີ່ເຮົາຮູ້ສຶກວ່າເຮົາຢູ່ບ່ອນນັ້ນແລ້ວບໍ່ແມ່ນ, ບໍ່ມີຄວາມສຸກ ອຶດອັດໃຈ ເຮົາກໍພຽງແຕ່ຖອຍອອກມາ ບໍ່ມີເຫດຜົນຫຍັງທີ່ເຮົາຈະຕ້ອງອົດທົນກັບຄວາມທຸກທໍາລະມານຂອງໃຈ ແມ່ນຢູ່ວ່າມັນມີເງື່ອນໄຂຫຼາຍຢ່າງ ແຕ່ຖ້າເຈົ້າລອງຢຸດ ແລ້ວຄິດເຖິງຕົວເອງຈັກໜ້ອຍວ່າ ສິ່ງທີ່ເຮົາຄວນ Care ຄືຄົນອື່ນ ຫຼືຕົວເຮົາເອງ ແລະ ຕອບຄໍາຖາມນີ້ໃຫ້ໄດ້. ຫຼາຍໆຄົນມັກຈະເສຍເວລາຢູ່ກັບສິ່ງທີ່ເຮັດໃຫ້ເຂົາເຈົ້າບໍ່ມີຄວາມສຸກ ຍ້ອນຄວາມຢ້ານ ຫຼືກັງວົນວ່າຄົນອື່ນຈະຄິດແນວໃດ, ຢ້ານການປ່ຽນແປງຈົນເຖິງຂັ້ນຍອມອົດໃຫ້ຕົວເອງບໍ່ມີຄວາມສຸກ ແລ້ວແບບນີ້ເຮົາຈະມີຊີວິດເພື່ອຫຍັງ? ຈົ່ງເລືອກໃຊ້ຊີວິດໃນແບບຂອງຕົວເອງ ເຮັດທຸກສິ່ງທຸກຢ່າງໃຫ້ມີຄວາມສຸກ ແລະ ທີ່ສໍາຄັນກໍຕ້ອງບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນນໍາເດີ້ສາວໆ

ບົດຄວາມຈາກ ວາລະສານ ຂວັນໃຈ

ຮູບພາບຈາກ (google)

ແບ່ງປັນ