Breaking News

ຍົກເລີກສັນຍາແຮງງານແນວໃດ ຈຶ່ງຈະໄດ້ເງິນຊົດເຊີຍເຕັມຈຳນວນ?

ແບ່ງປັນ

ເຄີຍເປັນບໍ່? ເບື່ອນະໂຍບາຍບໍລິສັດ ເບື່ອເພື່ອນຮ່ວມງານມັກເວົ້າຂວັນ ໂອ້ຍຍຍ ບໍ່ຢາກເຮັດວຽກຢູ່ບ່ອນນີ້ແລ້ວ ມັນວຸ່ນວາຍ ບໍ່ມີຄວາມສຸກ ຢາກລາອອກຈາກວຽກໃຈຊິຂາດ ແຕ່ກໍໄດ້ເຮັດວຽກມາດົນແລ້ວ ສັນຍາກໍຍັງບໍ່ທັນໝົດ ແລະຢ້ານຫົວໜ້າເພິ່ນບໍ່ຈ່າຍເງິນຊົດເຊີຍໃຫ້ເຕັມຈຳນວນອີກ ພາໃຫ້ອຸກອັ່ງຫົວໃຈ .. ມື້ນີ້ ຄໍລຳ ຂວັນໃຈ ຈຶ່ງເອົາ ມາດຕາ 83 ຈາກກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ປີ 2014 ມາຝາກມາຕ້ອນແຟນໆຂວັນໃຈ ໄດ້ລອງກວດກາເບິ່ງວ່າ ບັນຫາທີ່ສາວໆຢາກລາອອກຈາກວຽກ ຫຼື ຍົກເລີກສັນຍາແຮງງານຂອງຕົນນັ້ນ ຕົກຢູ່ໃນກໍລະນີໃດໜຶ່ງທີ່ນາຍຈ້າງຕ້ອງໄດ້ຈ່າຍເງິນຊົດເຊີຍໃຫ້ຫຼືບໍ່

ມາດຕາ 83 (ປັບປຸງ) ການຍົກເລີກສັນຍາແຮງງານ ໂດຍຜູ້ອອກແຮງງານ

ຜູ້ອອກແຮງງານ ມີສິດສະເໜີຍົກເລີກສັນຍາແຮງງານ ໂດຍໃຫ້ຜູ້ໃຊ້ແຮງງານຈ່າຍຄ່າຊົດເຊີຍ ໃນກໍລະນີ ດັ່ງນີ້:

  1. ມີສຸຂະພາບອ່ອນເພຍ ຫຼັງຈາກໄດ້ຮັບການປິ່ນປົວແລ້ວ ໂດຍມີການຢັ້ງຢືນຈາກທາງການແພດ ແລະຜູ້ໃຊ້ແຮງງານ ກໍໄດ້ສັບຊ້ອນຕຳແໜ່ງງານໃໝ່ໃຫ້ເຮັດແລ້ວ ແຕ່ກໍຍັງບໍ່ສາມາດເຮັດໄດ້;
  2. ມີການທັກທ້ວງຂອງຜູ້ອອກແຮງງານ ໃຫ້ຜູ້ໃຊ້ແຮງງານ ປະຕິບັດຕາມສັນຍາແຮງງານມາຫຼາຍເທື່ອແລ້ວ ແຕ່ກໍ່ມີການປ່ຽນແປງ;
  3. ມີການຍົກຍ້າຍສະຖານທີ່ເຮັດວຽກ ຊຶ່ງເປັນສາເຫດໃຫ້ຜູ້ອອກແຮງງານບໍ່ສາມາດໄປປະຕິບັດໜ້າທີ່ໄດ້ ໂດຍມີການຢັ້ງຢືນຂອງໜ່ວຍກຳມະບານ ຫຼື ຜູ້ຕາງໜ້າຜູ້ອອກແຮງງານ ແລະ ອົງການປົກຄອງບ້ານ ຢ່າງເປັນລາຍລັກອັກສອນ;
  4. ມີການລົບກວນ, ລວນລາມ, ລ່ວງລະເມີດທາງເພດ ຈາກຜູ້ໃຊ້ແຮງງານ ຫຼື ຜູ້ໃຊ້ແຮງງານປ່ອຍປະໃຫ້ເກີດມີການກະທຳດັ່ງກ່າວ.

ໃນການຍົກເລີກສັນຍາແຮງງານ ຕາມທີ່ໄດ້ກຳນົດໄວ້ໃນມາດຕານີ້ ຜູ້ອອກແຮງງານຕ້ອງໄດ້ແຈ້ງເປັນລາຍລັກອັກສອນ ແລະ ອະທິບາຍເຫດຜົນໃຫ້ຜູ້ໃຊ້ແຮງງານຮູ້ລ່ວງໜ້າ ຕາມກຳນົດເວລາທີ່ບົ່ງໄວ້ ໃນມາດຕາ 80 (ພາຍໃນ 30 ວັນ ສຳລັບວຽກໃຊ້ແຮງງານ ແລະ ພາຍໃນ 45 ວັນ ສຳລັບວຽກໃຊ້ສະໝອງ)

ສຳລັບສັນຍາແຮງງານທີ່ມີກຳນົດເວລານັ້ນ ການຍົກເລີກສັນຍາ ຕາມຂໍ້ 2 ແລະ 4 ຂອງມາດຕານີ້ ນອກຈາກການຈ່າຍເງິນຊົດເຊີຍແລ້ວ ຜູ້ໃຊ້ແຮງງານຍັງຕ້ອງໄດ້ຮັບຜິດຊອບ ໃນການຈ່າຍເງິນເດືອນ ຫຼືຄ່າແຮງງານ ແລະຜົນປະໂຫຍດອື່ນທີ່ຍັງເຫຼືອຕາມສັນຍາ.

ແບ່ງປັນ